ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ກະໂພດເນາະຕິດແຟນຈົນລືມໝູ່ ຢາກໃຫ້ແຟນຮັກຈົນໂງຫົວບໍ່ຂຶ້ນເຮັດແນວໃດ?
Muan RelationTips

ກະໂພດເນາະຕິດແຟນຈົນລືມໝູ່ ຢາກໃຫ້ແຟນຮັກຈົນໂງຫົວບໍ່ຂຶ້ນເຮັດແນວໃດ?

ແບ່ງປັນ

ໃຜຫຼາຍໆຄົນຄົງກຳລັງພົບບັນຫາທີ່ວ່າເປັນຫຍັງແຟນຈຶ່ງມັກເອົາແຕ່ໃຈແທ້, ຄືມັກຮຽກຮ້ອງຄວາມສົນໃຈຕະຫຼອດ ແລະ ເຮັດຫຍັງກະບໍ່ຖືກໃຈຈັກເທຶ່ອ. ແລ້ວເປັນຫຍັງຢູ່ດີໆລາວຄືເປັນແນວນັ້ນລະ? ເຮົາໄດ້ສັງເກດພຶດຕິກຳລາວແລ້ວບໍ່? ແອັດຄິດວ່າມັນຕ້ອງມີເຫດຜົນຂອງມັນຢູ່ໃນນັ້ນແຫຼະ.

ມື້ນີ້ມ່ວນກໍມີເຄັດລັບມາບອກຕໍ່ໃຫ້ທຸກຄົນໄດ້ລອງນຳໄປປັບໃຊ້, ວ່າເຮົາຈະເຮັດແນວໃດດີຈຶ່ງເອົາໃຈ ແລະ ເຮັດຖືກໃຈແຟນ, ເພາະມັນກໍ່ເປັນເລື່ອງທີ່ຍາກຄືກັນ, ເອົາເປັນວ່າເຮົາມາລອງ 5 ວິທີເອົາໃຈໃຫ້ແຟນຮັກແຟນຫຼົງ.

1. ສ້າງຄວາມໄວ້ວາງໃຈ, ຄວາມໝັ້ນຄົງໃຫ້ແຟນຮູ້ສຶກມີຄຸນຄ່າ.

ການສະແດງອອກໃນການດູແລແຟນຈະຊ່ວຍໃຫ້ລາວຮູ້ສຶກປອດໄພໝັ້ນໃຈໃນຄວາມສຳພັນ ແລະ ເຮັດໃຫ້ລາວມີຄຸນຄ່າໃນສາຍຕາເຈົ້າ. ການທີ່ຮູ້ວ່າເຈົ້າຄອຍຢູ່ຄຽງຂ້າງ ແລະ ພ້ອມຈະສະໜັບສະໜຸນໃນທຸກສະຖານະການຈະຊ່ວຍສ້າງຄວາມໄວ້ວາງໃຈເຊິ່ງເປັນພື້ນຖານຂອງຄວາມສໍາພັນທີ່ດີ.

2. ເສີມສ້າງຄວາມຮັກ, ຄວາມຜູກພັນໃຫ້ປະທັບໃຈໃນໄລຍະຍາວ.

ເມື່ອເຈົ້າດູແລແຟນດ້ວຍຄວາມຫ່ວງໃຍ, ຄວາມຮັກ ແລະ ຄວາມສຳພັນຍິ່ງຈະດີເພີ່ມຂຶ້ນ. ໃຫ້ເບິ່ງແຍງເລື່ອງເລັກໆນ້ອຍໆ. ການດູແລຄົນຮັກຂອງເຈົ້າຈະສ້າງຄວາມປະທັບໃຈ ແລະ ຄວາມຊົງຈໍາດີໆ.

3. ສ້າງບັນຍາກາດທີ່ອົບອຸ່ນ ແລະ ຄວາມສຸກ.

ຄວາມສຳພັນທີ່ດີຄວນເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມສຸກ. ການດູແລເອົາໃຈໃສ່ຂອງເຈົ້າຈະສ້າງບັນຍາກາດທີ່ເຈົ້າທັງສອງຮູ້ສຶກຜ່ອນຄາຍ ແລະ ມີຄວາມສຸກຮ່ວມກັນ. ໃຫ້ສະແດງຄວາມຮັກ, ຄວາມຫ່ວງໃຍເພື່ອເຮັດໃຫ້ຄວາມສຳພັນເປັນພື້ນທີ່ສະບາຍໃຈໃຫ້ກັນ ແລະ ກັນ.

4. ຫຼຸດຜ່ອນບັນຫາ ແລະ ຂໍ້ຂັດແຍ້ງຕ່າງໆ.

ການເອົາໃຈໃສ່ກັນຈະຫຼຸດຜ່ອນຄວາມຂັດແຍ້ງໃນຄວາມສໍາພັນ. ເມື່ອທັງສອງຝ່າຍໄດ້ຮັບຄວາມສົນໃຈ ແລະ ເຂົ້າໃຈ, ຄວາມຂັດແຍ້ງຈະໜ້ອຍລົງ, ໃຫ້ຮຽນຮູ້ຄວາມເຂົ້າໃຈ ແລະ ປັບຕົວເຂົ້າກັນໄດ້ຫຼາຍຂຶ້ນ.

5. ໃຫ້ແຟນດູແລເຈົ້າຄືນ.

ເມື່ອເຈົ້າເອົາໃຈໃສ່ດູແລແຟນຂອງເຈົ້າ, ເຈົ້າຄວນຈະໄດ້ຮັບຄວາມສົນໃຈກັບຄືນມາເຊັ່ນກັນ. ຄວາມສໍາພັນທີ່ມີການດູແລກັນທັງສອງຝ່າຍມັນຈະຊ່ວຍໃຫ້ມັນມີຄວາມສົມດຸນ ແລະ ມີຄວາມສຸກ, ເພາະຈະເຮັດໃຫ້ທັງສອງຮູ້ສຶກວ່າໄດ້ຮັບຄວາມຮັກ ແລະ ການຖືກດູແລເທົ່າທຽມກັນ.

ນີ້ເປັນບັນຫາລະດັບຊາດເລີຍໃດຖ້າບໍ່ຮີບຮ້ອນແກ້ໄຂ, ຖ້າວ່າແຟນຍັງຄຽດເຮົາຢູ່. ເພາະການເອົາໃຈໃສ່ໃຫ້ເວລາ ແລະ ດູແລແຟນໃຫ້ດີແລ້ວເພີ່ມຄວາມຫວານໃຫ້ກັນມັນມີຜົນຕໍ່ຄວາມສໍາພັນຂອງຄົນທີ່ມີຄູ່, ບໍ່ພຽງແຕ່ເຮັດໃຫ້ຄວາມສໍາພັນເຂັ້ມແຂງແຕ່ມັນຍັງຊ່ວຍສ້າງຄວາມຮູ້ສຶກທີ່ດີໃຫ້ກັນ ແລະ ກັນນຳອີກ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ໂສດດ້ວຍຄວາມສາມາດ Chronically Single ເປັນແລ້ວອອກຍາກ ບໍ່ຢາກມີແຟນ ແກ້ແນວໃດ?

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ວັນກອດແຫ່ງຊາດ ທີ 21 ມັງກອນ, ຢ່າລືມໃຊ້ການກອດຊ່ວຍຟື້ນຟູຈິດໃຈ ແລະ ເສີມສ້າງຄວາມສຳພັນ. ກອດເພື່ອບອກຮັກ, ສ້າງພື້ນທີ່ປອດໄພ ແລະ ສົ່ງຕໍ່ຄວາມອົບອຸ່ນພຽງກອດກັນ ນີ້ແມ່ນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ...

New Year, New Me? ຊວນປັບເປົ້າໝາຍແບບເພີ້ຝັນ ເຮັດໄດ້ຍາກ ໃຫ້ກາຍເປັນ ‘Micro Goal’ ເຮັດງ່າຍ ບໍ່ແກງໂຕເອງ

ຜ່ານມາເກືອບເດືອນ ເປົ້າໝາຍປີໃໝ່ຍັງຢູ່ດີບໍ່? ມາປັບ Goal ໃຫ້ເປັນ Micro ທີ່ເຮັດໄດ້ແທ້ ບໍ່ເພີ້ຝັນ ພ້ອມ Tips ງ່າຍໆ ໃຫ້ກັບມາລຸຍຕໍ່ໄດ້ແບບບໍ່ກົດດັນ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຄືໂຊກດີຕະຫຼອດ? ມາຮູ້ຈັກຄຳວ່າ “走运” (Zou Yun) ຄຳໃນພາສາຈີນທີ່ບອກວ່າ: ຢາກເຮັງຕ້ອງບໍ່ຢູ່ຊື່ໆ! ໄປຖອດລະຫັດຮາກຄຳທີ່ຊ່ວຍປ່ຽນດວງໃຫ້ເປັນຂາຂຶ້ນຕະຫຼອດປີ ພ້ອມເຄັດລັບດຶງດູດໂອກາດດີໆໃຫ້ແລ່ນເຂົ້າຫາ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.