ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຂ້ອຍຫວັງດີຈຶ່ງເຮັດແບບນີ້ ຂໍ້ອ້າງຂອງຄົນທີ່ມີພຶດຕິກຳຄວບຄຸມຄົນອື່ນ ຖ້າເຈິແບບນີ້ຄວນຈັດການແນວໃດ?
Muan RelationTips

ຂ້ອຍຫວັງດີຈຶ່ງເຮັດແບບນີ້ ຂໍ້ອ້າງຂອງຄົນທີ່ມີພຶດຕິກຳຄວບຄຸມຄົນອື່ນ ຖ້າເຈິແບບນີ້ຄວນຈັດການແນວໃດ?

ແບ່ງປັນ

ຫຼາຍໆຄົນຄົງເຄີຍເຈິສະຖານະການນີ້, ທີ່ມີຍາດພີ່ນ້ອງ ຫຼື ຄົນທີ່ເຈົ້າຮັກມັກມາບອກວ່າປັນຫວ່ງພວກເຈົ້າໃຫ້ຄົນອື່ນຟັງແລ້ວຕັ້ງໃຈຢາກທີ່ຈະຊ່ວຍເຫຼືອ ແລະ ແຕ່ງປັ້ນເລື່ອງລາວໃຫ້ເຈົ້າເສຍຫາຍ, ໂດຍທີ່ບໍ່ມີມູນຄວາມຈິງ (ການນິນທາ ຫຼື ໃສ່ຮ້າຍ) ສ້າງສະຖານະການຄົນໃຈບຸນມີເມດຕາທັງໆທີ່ເຄີຍປະຕິບັດບໍ່ດີໃສ່ເຈົ້າເພື່ອຕ້ອງການດ້ອຍຄ່າໃຫ້ເຈົ້າບໍ່ສາມາດເດີນດ້ວຍຕົນເອງໄດ້ ແລະ ຕ້ອງເພິ່ງພາແຕ່ພວກເຂົາ, ເຊິ່ງພຶດຕິກໍານີ້ມັນບໍ່ກໍ່ປະໂຫຍດຫຍັງຕໍ່ເຈົ້າເລີຍ ແລະ ມັນກຳລັງຈະທໍາລາຍຄວາມໝັ້ນໃຈຂອງເຈົ້າເຮັດໃຫ້ເຈົ້າບໍ່ສາມາດເປັນຕົວຂອງຕົວເອງໄດ້.

ການເວົ້າເຖິງເຈົ້າໃນແງ່ລົບເຊັ່ນເວົ້າວ່າ: ເຈົ້າບໍ່ສາມາດດູແລຕົນເອງໄດ້ (ເຖິງແມ່ນວ່າເຈົ້າສາມາດດູແລຕົນເອງໄດ້ດີ), ເຈົ້ານິໄສບໍ່ດີ(ທັງໆທີ່ບໍ່ເຄີຍເຮັດຫຍັງໃສ່ພວກເຂົາເລີຍ) ມັນສະແດງໃຫ້ເຫັນວ່າເຂົາກຳລັງຈະເຮັດໃຫ້ເຈົ້າໝົດຄວາມໝັ້ນໃຈ ແລະ ລົດທອນຄຸນຄ່າຂອງຕົວເອງຈົນບໍ່ມີທາງໄປ.

ມັນອາດຈະເຮັດໃຫ້ເຈົ້າເກີດຄວາມສົງໄສໃນຄວາມສາມາດຂອງເຈົ້າໂດຍທີ່ຈຸດປະສົງຂອງພວກເຂົາຄືຕ້ອງການໃຫ້ເຈົ້າຕ້ອງເພີ່ງພາແຕ່ເຂົາສະເໝີ, ຕ້ອງການທີ່ະຈະຄວບຄຸມ (Controlling behavior) ທັງຄວາມຄິດ, ການກະທຳ ແລະ ການຕັດສິນໃຈແທນໃນການຈັດການຊີວິດເຈົ້າ (Mainpulation).

ການທີ່ພວກເຂົາເຮັດແບບນີ້ບໍ່ແມ່ນຈຸດປະສົງທີ່ດີເລີຍເພາະໃຊ້ຄວາມຫວັງດີເປັນຂໍ້ອ້າງ ແລະ ເຈົ້າຈະເຮັດແນວໃດດີເມື່ອເຈົ້າບໍ່ຢາກຈະຫຍຸ້ງກ່ຽວເພື່ອບໍ່ຢາກໃຫ້ເສຍສຸຂະພາບຈິດຫຼາຍກວ່ານີ້ ມື້ນີ້ມ່ວນມີວິທີດີໆມາແຊຣ໌ ເພື່ອໃຫ້ທຸກຄົນລອງໄປປັບໃຊ້ໃຫ້ເຂົ້າກັບສະຖານະການຂອງແຕ່ລະຄົນ.

1. ປະເມີນຄວາມສຳພັນ.

ພິຈາລະນາເບິ່ງວ່າເຈດຕະນາຂອງພວກເຂົາແມ່ນເຈດຕະນາດີ ຫຼື ຄວາມພະຍາຍາມທີ່ຈະຄວບຄຸມເຈົ້າໃຫ້ເຮັດຕາມໃຈຕົວເອງເພື່ອຫວັງຜົນປະໂຫຍດຈາກການກະທຳນີ້.

2. ລອງຢູ່ນິ່ງບໍ່ຕອບໂຕ້ກ່ອນ.

ການຢູ່ນິ່ງໆບໍ່ແມ່ນເຮົາຍອມຖືກໃຫ້ກະທຳ, ແຕ່ໃຫ້ລວບລວມຫຼັກຖານເຝົ້າເບິ່ງວ່າຄົນແບບນີ້ເຮົາຈະຈັດການແນວໃດດີ ເພາະຖ້າຍັງບໍ່ຢຸດ ແລະ ຍັງສ້າງຄວາມເສຍຫາຍແບບນີ້ຕໍ່ຕົວເຈົ້າຫຼາຍ, ເຈົ້າສາມາດເກັບຫຼັກຖານຟ້ອງຮ້ອງໄດ້(ຖ້າມັນຮ້າຍແຮງເຖິງເລື່ອງການໝິ່ນປະໝາດ)

3. ກໍານົດຂອບເຂດ.

ກໍານົດຂອບເຂດກັບຍາດພີ່ນ້ອງຂອງເຈົ້າເຊັ່ນ: ບອກພວກເຂົາໃນສິ່ງທີ່ເຈົ້າຮູ້ສຶກບໍ່ສະບາຍໃຈ, ມັນອາດຈະຊ່ວຍໃຫ້ພວກເຂົາຮູ້ວ່າເຈົ້າບໍ່ຕ້ອງການໃຫ້ໃຜເຂົ້າມາແຊກແຊງໃນພື້ນທີ່ສ່ວນຕົວໃນຊີວິດຂອງເຈົ້າຫຼາຍເກີນໄປ.

4. ໝັ້ນໃຈໃນຄວາມສາມາດຂອງຕົວເອງ.

ຢ່າປ່ອຍໃຫ້ຄຳເວົ້າທີ່ບໍ່ດີເຂົ້າມາກະທົບຈິດໃຈຂອງເຈົ້າ ແລະ ໃຫ້ມັນມາທຳລາຍຄວາມໝັ້ນໃຈໃນຕົວເອງ, ຖ້າເຈົ້າດູແລຕົວເອງໃຫ້ດີດ້ວຍການຢືນຢັນຄວາມໝັ້ນໃຈໃນຕົວເອງ, ມັນຈະຊ່ວຍປ້ອງກັນພຶດຕິກໍາທີ່ບໍ່ດີເຫຼົ່ານັ້ນ.

5. ປຶກສາກັບຄົນອື່ນໆໃນຄອບຄົວ.

ຖ້າເຈົ້າຮູ້ສຶກວ່າພວກເຂົາພະຍາຍາມເຮັດໃຫ້ຄົນອື່ນ ຫຼື ຄົນໃນຄອບຄົວຄິດບໍ່ດີກັບເຈົ້າ, ການເລືອກທີ່ຈະປືກສາ ຫຼື ລົມກັບພໍ່ແມ່ຂອງເຈົ້າຢ່າງເປີດໃຈ, ຊ່ວຍໃຫ້ສາມາດເບິ່ງແຍງຕົນເອງອາດຊ່ວຍສະຖານະການໃຫ້ດີຂຶ້ນໄດ້.

ເລື່ອງນີ້ອາດຈະບໍ່ເກີດແຕ່ກັບຍາດພີ່ນ້ອງສະເໝີໄປ ມັນລວມເຖິງພຶດຕີກຳຂອງຄົນຮັກກັນກໍໄດ້, ສຸດທ້າຍແລ້ວມ່ວນຄິດວ່າທຸກຄົນຄວນຫັນໜ້າມາລົມກັນດີກວ່າ, ມັນກໍຈະເຮັດໃຫ້ສະຖານະການຕ່າງໆດີຂຶ້ນໂດຍທີ່ບໍ່ບາດໝາງໃຈກັນ ແຕ່ຖ້າພວກເຂົາຍັງບໍ່ຢຸດກໍຕ້ອງໄດ້ມີການໃຫ້ຜູ້ໃຫຍ່ຫຼາຍໆຝ່າຍເຂົາມັນນັ່ງລົມກັນເຊິ່ງໜ້າເພື່ອໃຫ້ພຶດຕິກຳນັ້ນຫາຍໄປຈະໄດ້ຢູ່ຮ່ວມກັນໄດ້ສັນຕິແດ່

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
The Interview

The Meow: ຈາກວົງດົນຕີຂອງຄົນຮັກແມວ ສູ່ການມີເພງທຳອິດເປັນຂອງຕົວເອງ

ເສັ້ນທາງການເດີນໃນສາຍນັກດົນຕີຂອງ The Meow ສູ່ການເປັນສິລະປິນທີ່ມີເພງທຳອິດຊື່ວ່າ “How To ຖືກຖິ້ມ” ຊວນຮູ້ຈັກກັບຄວາມຝັນໃນຖານະນັກດົນຕີຂອງພວກເຂົາ.

Update

Felix – Stray Kids ບໍລິຈາກ 100 ລ້ານວອນ ຊ່ວຍເດັກນ້ອຍລາວ ເນື່ອງໃນວັນເກີດ

Felix ສະມາຊິກຂອງ Stray Kids ກຸ່ມສິລະປິນ KPOP ຈາກເກົາຫຼີໃຕ້ ບໍລິຈາກເງິນ 100 ລ້ານວອນ ຊ່ວຍເດັກນ້ອຍລາວ ຜ່ານໂຄງການໃນປະເທດລາວ...

The Crown Exclusive

ຕາໜຶ່ງ ຈັນທະແສນສັກ ຄວ້າລາງວັນ Best Talent Award ໃນການປະກວດ Miss International Queen 2025

ຕາໜຶ່ງ ຈັນທະແສນສັກ ຕົວແທນຈາກລາວ ຄວ້າລາງວັນ Best Talent ໃນ Miss International Queen 2025 ດ້ວຍການສະແດງບົ່ງບອກຄວາມເປັນຕົວເອງ...

The Crown Exclusive

ພາຮູ້ຈັກ ຊີ – ອິນຊີ ເລືອງວິຫານ ນາຍແບບຜູ້ຊະນະ FACE of LAOS 2025

ຊີ - ອິນຊີ ເລືອງວິຫານ ຊະນະ FACE of LAOS 2025 ດ້ວຍຄວາມໝັ້ນໃຈ. ຮູ້ຈັກ 10...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.