ໜ້າຫຼັກ Muan.La - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ Weak Hero Class 2 ພາກຕໍ່ສຸດເດືອດຖືກໃຈສາຍແອັກຊັນ ແລະ ກຸ່ມນັກເລງໂຈດໃໝ່ສຸດຫິນ
Muan Watch - ມ່ວນຊວນເບິ່ງ

Weak Hero Class 2 ພາກຕໍ່ສຸດເດືອດຖືກໃຈສາຍແອັກຊັນ ແລະ ກຸ່ມນັກເລງໂຈດໃໝ່ສຸດຫິນ

ແບ່ງປັນ

ຊີຣີສ໌ພາກຕໍ່ຈາກ Weak Hero Class 1 ທີ່ເລື່ອງລາວໄດ້ເລົ່າເຖິງຕົວຫຼັກຂອງເລື່ອງຢ່າງ Yeon Si-eun ນັກຮຽນເກັ່ງ, ສະຫຼາດ ແລະ ມີໄຫວພິບດີທີ່ມີນິໄສເປັນຄົນນິ່ງໆບໍ່ມັກສະແດງອອກກັບສາຍຕາທີ່ແສນເສົ້າ.

ໃນພາກຕໍ່ນີ້ ມ່ວນຂໍບອກວ່າສຸດເດືອດຖືກໃຈສາຍແອັກຊັນແນ່ນອນ ເພາະ Si-eun ຈະຕ້ອງໄດ້ເຈິກັບກຸ່ມນັກເລງໂຈດໃໝ່ສຸດຫິນ ແລະ ເຫຼົ່າຕົວຮ້າຍທີ່ໂຫດກວ່າເກົ່າຢ່າງ Na Baek-jin.

Cast: Bae Na-ra as Na Baek-jin

Baek-jin ເປັນຕົວຮ້າຍທີ່ທັງສະຫຼາດ ແລະ ເຂັ້ມແຂງຫຼາຍທີ່ໃຜໆຕ່າງກໍເອົາລົງຍາກ. ຍັງມີຕົວຮ້າຍອີກຕົວລະຄອນໜຶ່ງທີ່ໜ້າສົນໃຈຢ່າງ Geum Seong-je ທີ່ຂາດບໍ່ໄດ້ເລີຍຄືການສະແດງຂອງລາວທີ່ມີມິຕິ, ມີຄວາມກວນໆ ແລະ ຈິດໆໜ້ອຍໜຶ່ງຈົນເຮັດໃຫ້ລາວໄດ້ສັນຍານາມວ່າໝາບ້າ.

Cast: Lee Jun-young as Geum Seong-je

Weak Hero Class 2

Yeon Si-eun ກັບມາອີກຄັ້ງ ແລະ ຄັ້ງນີ້ແມ່ນໄດ້ຍ້າຍມາຢູ່ໃນໂຮງຮຽນໃໝ່ທີ່ລວມເດັກນັກຮຽນຂີ້ດື້-ນັກເລງມາໄວ້ຮ່ວມກັນເປັນຫຼາຍ, ນັກຮຽນທຸກຄົນຮູ້ປະຫວັດຂອງ Si-eun ແລະ ຍັງເຊື່ອຂ່າວລືຜິດໆນັ້ນວ່າລາວໄດ້ຂ້າຄົນຕາຍຈຶ່ງໄດ້ຍ້າຍມາໃນໂຮງຮຽນນີ້ທັງໆທີ່ລາວນັ້ນຮຽນເກັ່ງ.

Cast: Park Ji-hoon as Yeon Si-eun

ເນຶ້ອເລື່ອງໃນ Weak Hero Class 2 Si-eun ໄດ້ພະຍາຍາມຫຼີກລ້ຽງການໃຊ້ຄວາມຮຸນແຮງເພາະມັນເຮັດໃຫ້ລາວຄິດຮອດໝູ່ຂອງລາວ Su-ho ທີ່ຍັງນອນອາການໂຄມ່າຢູ່ໂຮງໝໍ ເພາະສຳລັບລາວໃນຕອນນີ້ຄິດວ່າຖ້າໃຊ້ຄວາມຮຸນແຮງເພື່ອແກ້ບັນຫາມັນກໍບໍ່ມີທາງສິ້ນສຸດມັນຈະວົນລູບຢູ່ແບບນັ້ນ.

Cast: Choi Min-young as Seo Jun-tae

Si-eun ລາວໄດ້ພົບກັບມິດຕະພາບໃໝ່ຈາກ Seo Jun-Tae ຕົວລະຄອນທີ່ເປັນດັ່ງຄວາມອົບອຸ່ນທີ່ໄດ້ເຂົ້າມາເປັນເພື່ອນທີ່ດີໃຫ້ Si-eun, ຕໍ່ມາກໍໄດ້ພົບກັບ Go Hyeon-Tak ນັກກິລາບາສແກັດບອລທີ່ເຂົ້າມາຊ່ວຍບໍ່ໃຫ້ Si-eun ມີເລື່ອງກັບ Choi Hyo-man ເປັນນັກເລງທີ່ຢາກເຂົ້າສະຫະພັນ (ມີຫົວໂຈກຫຼາຍໂຮງຮຽນເຂົ້າຮ່ວມກັບກຸ່ມນີ້ເພື່ອເຮັດອາຊີບສີເທົາ).

Cast: Lee Min-jae as Go Hyeon-tak “Gotak”

See also  ບໍ່ເປັນຫຍັງທີ່ເຈົ້າຈະຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ໃຫ້ກຳລັງໃຈປ້າຈັນໃນ ສຸກໃຈ It's Okay the series

Park Hu-min / Baku ເປັນຄົນທີ່ມີຄວາມແຂງແຮງ ແລະ ເກັ່ງເລື່ອງການຕໍ່ສູ້ ລາວນັ້ນເປັນທີ່ຮັກຂອງທຸກຄົນໃນໂຮງຮຽນ ແລະ ເປັນໝູ່ຂອງ Hyeon-Tak ລາວຖືວ່າເປັນຜູ້ທີ່ຄ່ອຍຮັກສາ ແລະ ປົກປ້ອງໝູ່ໃນໂຮງຮຽນ. ໃນ Weak Hero Class 2ເນັ້ນໄປທີ່ການຕໍ່ສູ້ກັບສັດຕູກຸ່ມໃໝ່ທີ່ໄດ້ປະກົດຂຶ້ນ ລາວໄດ້ຮ່ວມກັນຂອງພວກກຸ່ມໝູ່ເພື່ອນ, ການບໍ່ຍອມແພ້ຂອງ Si-eun ທີ່ຈະໃຫ້ໃຜມາທຳຮ້າຍໝູ່ຂອງລາວ.

Cast: Ryeoun as Park Hu-min”Baku”

Class 2 ນີ້ກໍແຕກຕ່າງຈາກ Class 1 ພໍສົມຄວນ ເພາະຈະເນັ້ນໄປທີ່ການຕໍ່ສູ້ກັບສັດຕູກຸ່ມໃໝ່ທີ່ໃຫຍ່ກວ່າເກົ່າ ແລະ ບັນຫາໃນຄອບຄົວທີ່ອາດຈະບໍ່ແມ່ນປົມທີ່ໃຫຍ່ກໍເຮັດໃຫ້ຕົວລະຄອນນັ້ນຮູ້ສຶກບໍ່ດີ, ໃນເລື່ອງກໍຍັງຄົງຮັກສາເລື່ອງມິດຕະພາບໃນກຸ່ມໝູ່ຂອງ Si-eun ທີ່ຮັກພ້ອມຈະຢຶນຄຽງຂ້າງກັນ ແລະ ກັນ ແລະ ຕົວລະຄອນໃໝ່ທີ່ຫຼາຍຂຶ້ນພ້ອມກັບຄວາມວຸ່ນວາຍທີ່ໜ້າເຈັບຫົວ.

ຊີຣີສ໌ເກົາຫຼີເລື່ອງ Weak Hero Class 2 ມີໃຫ້ເບິ່ງແລ້ວທັງໝົດ 8 ຕອນໃນ Netflix.

ໝາຍເຫດ: ເນື້ອຫາມີຄວາມຮຸນແຮງຄວນໃຊ້ວິຈາລະນະຍານໃນການເບິ່ງ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan Watch - ມ່ວນຊວນເບິ່ງ

Weak Hero Class 1 ຊີຣີສ໌ດັດແປງມາຈາກ Webtoon ແນວດຣາມ່າສະທ້ອນບັນຫາການບູລລີ້ໃນໂຮງຮຽນ

Weak Hero ແມ່ນຊີຣີສ໌ທີ່ຖືກດັດແປງມາຈາກ Webtoon ເຊິ່ງເປັນແນວແອັກຊັນ, ດຣາມ່າ ແລະ ຄວາມສຳພັນມິດຕະພາບລະຫວ່າງໝູ່ເພື່ອນໃນໂຮງຮຽນ ທີ່ມ່ວນຕ້ອງຂໍບອກເລີຍວ່າເລື່ອງນີ້ສາກຕໍ່ສູ້ແມ່ນມັນສຸດ ແລະ ນັກສະແດງຫຼັກຢ່າງພະເອກກໍສະແດງຄວາມຮູ້ສຶກອອກມາໃຫ້ອາລົມມືດມົນປົນອຶດອັດໄດ້ຢ່າງເລີກເຊິ່ງ. ໃນຕອນທີ່ກຳລັງເບິ່ງຊີຣີສ໌ເລື່ອງນີ້ກໍເຮັດໃຫ້ຮູ້ສືກອິນຕາມສຸດໆ,...

Muan Watch - ມ່ວນຊວນເບິ່ງ

ລວມສັດສາຍລັບສຸດຮາ ເບິ່ງໄດ້ເພີນໆເຮັດໃຫ້ອາລົມດີ ຮຽນຮູ້ພຶດຕິກຳສັດໃນສາລະຄະດີ Spy in the Wild

ເປັນກະແສເດັດມາແຮງທີ່ຈະບໍ່ເວົ້າເຖິງບໍ່ໄດ້ເລີຍກັບສາລະຄະດີຊຸດ “Spy in the Wild ຫຼື ສັດສາຍລັບ”  ທີ່ຊາວໂຊຊ້ຽວຕິດກັນສຸດໆ, ເຊິ່ງນີ້ແມ່ນຜົນງານຂອງ BBC Natural History...

Muan ScoopMuan Watch - ມ່ວນຊວນເບິ່ງ

Dire Wolves: ຈາກ Game of Thrones ສູ່ການຟື້ນຄືນຊີບໃນໂລກແຫ່ງຄວາມຈິງ

ໃຜທີ່ເປັນແຟນຊີຣີສ໌ Game of Thrones  ຄົງຈະຈື່ສາກທຳອິດຂອງຊີຣີສ໌ເລື່ອງນີ້ໄດ້ເປັນຢ່າງດີ ເຊິ່ງເປັນຕອນທີ່ Ned Stark ກັບລູກໆຂອງລາວຍ່າງເຂົ້າໄປໃນປ່າ ແລະ ພົບກັບລູກໝາປ່າຍັກຫຼາຍໂຕນອນຢູ່ຂ້າງທາງ. ລູກໝາປ່າເຫຼົ່ານັ້ນບໍ່ແມ່ນແຕ່ສັດປ່າທີ່ພວກເຂົາທີ່ບັງເອີນພົບເຫັນເທົ່ານັ້ນ...

Muan Watch - ມ່ວນຊວນເບິ່ງ

ຮ່ວມແກ້ໄຂປິດສະໜາຜ່ານຄວາມງາມຂອງດອກໄມ້ ແລະ ຄວາມມືດມິດໃນໃຈມະນຸດ ຊີຣີສ໌ແນວສືບສວນເລິກລັບ Dalah Death and the Flowers

ມີການສະປອຍເລື່ອງລາວຂອງຊີຣີສ໌ໃນບາງສ່ວນ ແລະ ເລື່ອງນີ້ມີຄວາມໜ້າສົນໃຈຫຼາຍກາລັນຕີຜົນງານການສະແດງຂອງນັກສະແດງເຊັ່ນ: ຍາຍ່າ, ແພັດ ຊະຍານິດ, ນະ ນະພັດ, ຣິວ ວະຊິຣະວິດ, ການຖ່າຍທຳທີ່ມີ Mood...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.