ເລື່ອງລາວແຟຊັນ, national costume, red carpet, runway, styling guide, trend commentary.
ຕອນທຳອິດຫຼາຍຄົນອາດຈະເບິ່ງວ່າເປັນພຽງຊຸດພົມແດງທີ່ງາມຊຸດໜຶ່ງ ແຕ່ຄວາມຈິງແລ້ວ ຊຸດນີ້ຂອງ Sabrina ຄືການເອົາ “ປະຫວັດສາດຮູບເງົາຮໍລີວູດ” ມາພັນໄວ້ອ້ອມຕົວ. ຊຸດນີ້ເປັນຜົນງານສັ່ງຕັດພິເສດຈາກ Dior ໂດຍ Jonathan Anderson ດີໄຊເນີຕົວທັອບແຫ່ງຍຸກ ທີ່ຂຶ້ນຊື່ເລື່ອງການເຮັດ “ເສື້ອຜ້າໃຫ້ມີເລື່ອງເລົ່າ” ເປັນຫຼາຍກວ່າພຽງແຕ່ເຮັດໃຫ້ຊຸດນັ້ນອອກມາງາມ. ຖ້າໃຜຢູ່ສາຍແຟຊັນຈະຮູ້ເລີຍວ່າ Jonathan Anderson ບໍ່ແມ່ນສາຍເຮັດຊຸດ glam ເດີນພົມແດງທຳມະດາ ເພາະລາວຄືຄົນທີ່ມັກຈັບເອົາຄວາມ...
ຊ່ວງນີ້ຖ້າເລື່ອນຟີດໃນ Instagram ຫຼື TikTok ທຸກຄົນອາດຈະເລີ່ມສັງເກດເຫັນບາງຢ່າງຄືກັນແມ່ນບໍ່? ຮູບຖ່າຍຄູ່ກັບ “ດອກບົວ” ກຳລັງເຕັມຟີດໄປໝົດ! ແຕ່ຮູ້ບໍ່ວ່າ ໃນຂະນະທີ່ໂຊຊຽວກຳລັງອິນກັບດອກບົວ ອີກຟາກໜຶ່ງ—ໃນໂລກຂອງແຟຊັ່ນລະດັບໂລກ “ດອກບົວ” ກໍຖືກຍົກຂຶ້ນມາເລົ່າໃໝ່… ໃນອີກຮູບແບບທີ່ເລິກເຊິ່ງກວ່າເກົ່າ ຢ່າງເຊັ່ນໃນຄໍເລັກຊັນ Christian Dior Fall/Winter 2026 ທີ່ບໍ່ໄດ້ພຽງແຕ່ເອົາດອກບົວມາໃສ່ເທິງເສື້ອຜ້າແບບກົງໆ ແຕ່ປ່ຽນມັນໃຫ້ກາຍເປັນ “ຄວາມຮູ້ສຶກ” ທີ່ເຄື່ອນໄຫວຢູ່ເທິງຣັນເວ....
ເຄີຍບໍ່? ເວລານັ່ງໄຖຟີດໂຊຊຽວຕອນເດິກໆ ແລ້ວໄປສະດຸດຕາກັບຊຸດທີ່ບັນດາດາຣາເຊເລັບເຂົາໃສ່ກັນທີ່ເບິ່ງແລ້ວຫຼູຫຼາ ງົດງາມ ມີຄວາມໜ້ອຍແຕ່ຫຼາຍ ຈົນເຮົາເອງກໍອົດສົງໄສບໍ່ໄດ້ວ່າ “ຊຸດນີ້ລາຄາເທົ່າໃດ?” ຫຼື “ທີ່ມາຊຸດນີ້ເປັນແນວໃດ” ແລະເມື່ອເຮົາຫາຂໍ້ມູນກ່ຽວກັບເລື່ອງແຟຊັ່ນ ຫຼາຍຄັ້ງກໍມັກຈະໄດ້ຍິນຄຳວ່າ “Haute Couture” (ໂອຕ໌ກູຕູຣ໌) ຢູ່ໃນແຄັບຊັນແຟຊັນຊັ້ນສູງ ແຕ່ຄຳສັບເຫຼົ່ານີ້ມັນແມ່ນຫຍັງ? ເປັນຫຍັງວົງການແຟຊັ່ນຈຶ່ງຍົກຄຳນີ້ເປັນເໝືອນຄຳສັບຊັ້ນສູງຂອງວົງການແຟຊັ່ນ. ໃນຍຸກທີ່ໃຜໆກໍເວົ້າວ່າ “ພວກເຮົາຄວນຈ່າຍໃຫ້ກັບຄວາມຈຳເປັນ ຫຼາຍກວ່າຄວາມຟຸ່ມເຟືອຍ” ໂອຕ໌ກູຕູຣ໌ກັບຍິ່ງທະວີຄວາມສຳຄັນຂຶ້ນມາຢ່າງໜ້າປະຫຼາດ ເພາະມັນກຳລັງເຮັດໜ້າທີ່ພິສູດໃຫ້ໂລກເຫັນວ່າ “ຄຸນຄ່າທີ່ແທ້ຈິງຂອງງານດີໄຊນ໌”...
ເຄີຍເປັນບໍ່? ຢືນຢູ່ໜ້າຕູ້ເສື້ອຜ້າທີ່ເຕັມໄປດ້ວຍເຄື່ອງ ແຕ່ພັດຮູ້ສຶກວ່າ “ມື້ນີ້ບໍ່ຮູ້ຈະໃສ່ຫຍັງດີ” ຫຼື ບາງເທື່ອເຫັນເສື້ອໂຕນີ້ຄົນອື່ນໃສ່ຄືມາງາມແທ້ ແຕ່ພໍເຮົາເອົາມາໃສ່ ກັບຮູ້ສຶກວ່າໜ້າໝອງ, ເບິ່ງບໍ່ມີອໍຣ່າ, ປ່ຽນແລ້ວປ່ຽນອີກ ແຕ່ແຕ່ງແນວໃດກໍຮູ້ສຶກວ່າ “ບໍ່ຂຶ້ນ” ຈັກເທື່ອ. ຄວາມຈິງແລ້ວ ບັນຫາອາດຈະບໍ່ໄດ້ຢູ່ທີ່ຮູບຮ່າງ ຫຼື ໜ້າຕາ ແຕ່ຄວາມລັບທີ່ຫຼາຍຄົນອາດຈະຍັງບໍ່ຮູ້ກໍຄື “ເຮົາອາດຈະກຳລັງເລືອກສີບໍ່ເຂົ້າກັບຕົວເອງ”. ນີ້ຄືຈຸດທີ່ Personal Color ຈະເຂົ້າມາປ່ຽນແປງທຸກຢ່າງ....
ຊ່ວງອາທິດທີ່ຜ່ານມາ ຫຼາຍຄົນໆກໍໜ້າຈະເຫັນຜ່ານທາງໂຊຊຽວແລ້ວວ່າທາງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງລາຊະອານາຈັກໄທ ເດີນທາງມາຢ້ຽມຢາມ ສປປ ລາວ ວັນທີ 16-18 ມີນາ 2026 ເພື່ອສະເຫຼີມສະຫຼອງສາຍພົວພັນການທູດລະຫວ່າງ ລາວ-ໄທ ຄົບຮອບ 75 ປີ, ເຊິ່ງທ່ານ ທອງລຸນ ສີສຸລິດ...
“ເງິນ” ສາມາດຊື້ໄດ້ທຸກຢ່າງໃນໂລກນີ້ບໍ່? ຖ້າຄຳຕອບຂອງເຈົ້າຄື “ແມ່ນ” ແປວ່າເຈົ້າອາດຈະຍັງບໍ່ເຄີຍຍ່າງເຂົ້າໄປໃນຊັອບຂອງ Hermès. ລອງຈິນຕະນາການເບິ່ງ ເຈົ້າເປັນເສດຖີໃໝ່ ຖືເງິນຫຼັກລ້ານຍ່າງເຂົ້າໄປໃນຮ້ານດ້ວຍຄວາມໝັ້ນໃຈ, ຊີ້ໄປທີ່ຮູບກະເປົາ Birkin ຫຼື Kelly ແລ້ວບອກພະນັກງານວ່າ “ເອົາໜ່ວຍນີ້ເລີຍ, ຮູດບັດໄດ້ເລີຍ.” ແຕ່ສິ່ງທີ່ພະນັກງານຈະຕອບກັບມາ ພ້ອມດ້ວຍຮອຍຍິ້ມທີ່ສຸພາບທີ່ສຸດຄື “ຂໍໂທດນຳເດີ້ເຈົ້າ, ສິນຄ້າບໍ່ມີໃນສະຕັອກເລີຍເຈົ້າ.” ເກີດຫຍັງຂຶ້ນ? ເປັນຫຍັງແບຣນລະດັບໂລກເຖິງກ້າປະຕິເສດເງິນກ້ອນທີ່ມາກອງຢູ່ຕໍ່ໜ້າ? ກ່ອນຈະຮູ້ເຫດຜົນ,...
ໃນໂລກແຫ່ງແຟຊັ່ນທີ່ໝູນວຽນໄປຢ່າງໄວວາ, Old Money Style ຫຼື ທີ່ຂະໜານນາມກັນວ່າ “Quiet Luxury” ໄດ້ກ້າວຂ້າມການເປັນພຽງເທຣນຊົ່ວຄາວ ສູ່ການເປັນ “ຄວາມຈຳເປັນທາງຍຸດທະສາດ” ໃນການສ້າງພາບລັກລະດັບສູງ. ສະຕາຍນີ້ບໍ່ແມ່ນພຽງການເລືອກໃສ່ເສື້ອຜ້າລາຄາແພງ, ແຕ່ແມ່ນການສະທ້ອນເຖິງມໍລະດົກ (Heritage), ຄ່ານິຍົມທີ່ຝັ່ງເລິກ ແລະ ຄວາມຍືນຍົງທີ່ຢູ່ເໜືອການເວລາ. ຄວາມແຕກຕ່າງພື້ນຖານລະຫວ່າງ Old Money ແລະ New...
ເຄີຍບໍ່? ພຽງແຕ່ເຫັນໃຜບາງຄົນຍ່າງຜ່ານ ກໍພໍຈະເດົາໄດ້ເລີຍວ່າເຂົາເປັນຄົນແນວໃດ. ບາງຄົນບໍ່ຕ້ອງເວົ້າຫຼາຍ ແຄ່ເສື້ອທີ່ໃສ່, ເກີບ ຫຼື ຂອງທີ່ຫ້ອຍກະເປົ໋າ ກໍຄືກັບການເປີດໂປຣໄຟລ໌ໃຫ້ເບິ່ງໄປແລ້ວເຄິ່ງໜຶ່ງ. ເພາະສຳລັບ Gen Z “ລຸກ (Look)” ບໍ່ແມ່ນພຽງແຕ່ລຸກ ແຕ່ມັນຄື bio ແບບ real-life ແລະ ນີ້ຄື 10 ໄອເທັມທີ່ໄວລຸ້ນຍຸກນີ້ໃຊ້ຂຽນຕົວຕົນຂອງຕົນເອງ....
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.