???? Tech Gadget Reviews Smart Apps – ຕິດຕາມເນື້ອຫາທີ່ຈະເຮັດໃຫ້ທັນສະໄໝໄປອີກຂັ້ນ ຈາກທີມງານ MobileTalk ແລະ ມ່ວນ.
Gadget, Tech, Review, Smartphone, Application.
ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ. Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed ຫຼື ຄວາມສາມາດໃນການສະແດງຄວາມເປັນຕົວເອງຂອງຜູ້ໃຊ້ຫຼາຍ Meta ຈຶ່ງອອກນະໂຍບາຍໃໝ່ມາເພື່ອຈັດການສະແປມເຫຼົ່ານີ້. 1. ຈຳກັດການເຂົ້າເຖິງຂອງບັນຊີທີ່ເຜີຍແຜ່ໂພສສະແປມ ບັນຊີທີ່ໃຊ້ກົນລະຍຸດເພື່ອຫຼອກລວງອັລກໍຣິທຶມເຊັ່ນ: ການໂພສຂໍ້ຄວາມບັນຍາຍຍາວເກີນໄປ, ໃຊ້ແຮັຊແທັກຫຼາຍເກີນ ຫຼື ໃສ່ຄຳບັນຍາຍທີ່ບໍ່ກົງກັບຮູບພາບ,...
Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ, ບໍ່ມີໂຄສະນາໃຫ້ຮູ້ສຶກລຳຄານໃຈໃນເວລາໃຊ້ງານ ແລະ ສາມາດສ້າງສັນຜົນງານວິດີໂອໄດ້ຍາວເຖິງ 10 ນາທີ. ທຳອິດທີ່ລອງໃຊ້ແມ່ນມັກໜ້າຕາການອອກແບບ UX/UI ຂອງແອັບທີ່ເຮັດໃຫ້ຮູ້ສຶກວ່າເຂົ້າໃຈງ່າຍ ແລະ ບໍ່ສັບຊ້ອນໃນການລອງໃຊ້ງານ, ມືໃໝ່ທີ່ຢາກລອງຮຽນຕັດວິດີໂອກໍເຮັດໄດ້ເລີຍໃຫ້ຄວາມຮູ້ສຶກສະບາຍໃຈວ່າມັນຈະບໍ່ມີຫຍັງຫຍຸ້ງຍາກຫຼາຍ....
ໃນຍຸກທີ່ໂທລະສັບສະມາດໂຟນລາຄາຫຼັກສິບລ້ານເປັນເລື່ອງປົກກະຕິ, ການມາເຈິກັບໂທລະສັບທີ່ໃຫ້ປະສົບການລະດັບສູງໃນລາຄາຫຼັກລ້ານຈຶ່ງເປັນເລື່ອງທີ່ໜ້າສົນໃຈຫຼາຍ. ນັ້ນຄືສິ່ງທີ່ TECNO CAMON 40 Pro 5G ເຮັດໄດ້ຢ່າງໜ້າປະທັບໃຈ. ເປີດຕົວເມື່ອເດືອນມີນາ 2025 ທີ່ຜ່ານມາ ດ້ວຍລາຄາທີ່ຈັບຕ້ອງໄດ້ພຽງ 4,999,000 ກີບ, ແຕ່ຊໍ້າພັດໃຫ້ຄວາມສາມາດຮອບດ້ານ ທັງກ້ອງ, ຈໍສະແດງຜົນ, ການປະມວນຜົນ ແລະແບັດເຕີຣີທີ່ໃຊ້ໄດ້ຕະຫຼອດມື້. ມື້ນີ້ ພວກເຮົາຈະພາໄປເຈາະເລິກວ່າ ໂທລະສັບລຸ້ນນີ້ມີດີຫຍັງແດ່,...
ຫຼ້າສຸດ Google ມີການອັບເດດເພີ່ມ Gemini ຜູ້ຊ່ວຍ AI ຂອງ Google ເຂົ້າໃນແພລັດຟອມ Google Docs ແລະ Google Sheets ແລ້ວ. Google ຍັງໄດ້ລະບຸວ່າ Gemini ໃນ Google Docs ແລະ Google...
ເຈົ້າເປັນນັກອ່ານສີໃດ? Find Your Color Type ບົດທົດສອບສຳຫຼວດຄວາມຄິດສຳລັບຄົນມັກອ່ານ
Water Eject Apps ຖ້າໂທລະສັບປຽກນ້ຳ ລຳໂພງສຽງມີບັນຫາ ຢ່າຕົກໃຈລອງໃຊ້ແອັບຄື້ນສຽງຄວາມຖີ່ຊ່ວຍກ່ອນ
ໃນຍຸກທີ່ທຸກຢ່າງຂັບເຄື່ອນດ້ວຍເຕັກໂນໂລຊີ ແມ່ນແຕ່ “ສາຍມູ” ກໍບໍ່ໄດ້ຢຸດຢູ່ພຽງແຕ່ການໄປຫາໝໍດູ ຫຼື ເປີດໄພ້ໜ້າຮ້ານອີກຕໍ່ໄປ ເພາະມື້ນີ້ ພຽງແຕ່ມີມືຖືກັບຮູບຝາມື ເຮົາກໍສາມາດເບິ່ງດວງດ້ວຍຕົວເອງຜ່ານທາງ ChatGPT ໄດ້. ແມ່ນແລ້ວ! ອ່ານບໍ່ຜິດ ເພາະຕອນນີ້ AI ແບບ ChatGPT ກາຍເປັນທີ່ປຶກສາສຳລັບຄົນທີ່ຢາກເຊັກດວງຮູບແບບໃໝ່ ບໍ່ວ່າຈະເປັນ ຄວາມຮັກ, ການເງິນ ຫຼື ການງານ...
ລວມ 7 ແອັບຫາຄູ່ຍອດນິຍົມສຳລັບຄົນໂສດທີ່ຜູ້ໃຊ້ງານເວົ້າເຖິງຫຼາຍທີ່ສຸດ
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານ.