ໜ້າຫຼັກ Gadzila Water Eject Apps ຖ້າໂທລະສັບປຽກນ້ຳ ລຳໂພງສຽງມີບັນຫາ ຢ່າຕົກໃຈລອງໃຊ້ແອັບຄື້ນສຽງຄວາມຖີ່ຊ່ວຍກ່ອນ
Gadzila

Water Eject Apps ຖ້າໂທລະສັບປຽກນ້ຳ ລຳໂພງສຽງມີບັນຫາ ຢ່າຕົກໃຈລອງໃຊ້ແອັບຄື້ນສຽງຄວາມຖີ່ຊ່ວຍກ່ອນ

ແບ່ງປັນ

ຈົບໄປແລ້ວກັບບຸນປີໃໝ່ລາວ, ກັອດຈິ ຄິດວ່າຫຼາຍຄົນຕ້ອງຖືກຄັວນຫຼົງຈາກການຖືກຫົດນ້ຳຈົນໂທລະສັບປຽກ ແລະ ນ້ຳກໍເຂົ້າລຳໂພງໂທລະສັບກັນແນ່ນອນ.

ສັງເກດໄດ້ງ່າຍໆເລີຍກໍຄືສຽງລຳໂພງໂທລະສັບເລີ່ມເບົາ ຫຼື ແຕກ. ມື້ນີ້ ກັອດຈິເລີຍລວມມາໃຫ້ 4 ແອັບທີ່ຈະຊ່ວຍ “ໄລ່ນ້ຳອອກຈາກລຳໂພງ (Water Eject Apps)” ເຊິ່ງແອັບເຫຼົ່ານີ້ໃຊ້ຄື້ນສຽງຄວາມຖີ່ຕ່ຳເພື່ອດັນນ້ຳອອກຈາກລຳໂພງ.

1. Clear Wave | Water Eject

– ປ່ອຍສຽງຄວາມຖີ່ຕ່ຳ 165Hz ເພື່ອໄລ່ນ້ຳ

– ໜ້າຕາການໃຊ້ງານງ່າຍພຽງກົດປຸ່ມດຽວ

– ບໍ່ຕ້ອງດາວໂຫຼດເພງຫຼືປັບຫຍັງສັບສົນ

2. Sonic|Frequency Generator

– ເປັນແອັບທີ່ອອກແບບມາເພື່ອສ້າງຄື້ນສຽງໃນຄວາມຖີ່ຕ່າງໆ (tone generator)

– ຕັ້ງຄ່າຄື້ນຄວາມຖີ່ໄດ້ ແນະນຳໃຫ້ຕັ້ງໄວ້ທີ່ ~165Hz

– ບໍ່ໄດ້ສ້າງມາເພື່ອໄລ່ນ້ຳໂດຍກົງ, ແຕ່ໃຊ້ງານໄດ້ດີ

3. Wave Clean – Speaker Cleaner

– ເປັນແອັບທີ່ອອກແບບມາເພື່ອຊ່ວຍທຳຄວາມສະອາດລຳໂພງຂອງໂທລະສັບໂດຍການໄລ່ນ້ຳ, ຝຸ່ນ, ແລະ ສິ່ງສົກກະປົກອອກຈາກລຳໂພງ.

– ໃຊ້ຄື້ນສຽງ sinusoidal sounds ທີ່ມີຄວາມຖີ່ຕ່ຳ ~0-80Hz

– ມີຕົວເລືອກໃຫ້ໃຊ້ຄື້ນສຽງປະເພດຕ່າງໆສຳລັບການທຳຄວາມສະອາດ

4. Clean Tune – Speaker Cleaner

– ເປັນແອັບທາງເລືອກທີ່ໃຊ້ງານງ່າຍສະດວກສະບາຍ, ໂດຍການໄລ່ນ້ຳ ແລະ ສິ່ງສົກກະປົກອອກຈາກລຳໂພງດ້ວຍການໃຊ້ຄື້ນສຽງທີ່ມີຄວາມຖີ່ທີ່ກຳນົດໄວ້

– ແອັບມີຟັງຊັນວັດແທກລະດັບສຽງລົບກວນສະພາບແວດລ້ອມ (Noise Meter)

– ເລີ່ມທຳຄວາມສະອາດໂດຍເປີດແອັບ ແລະ ກົດປຸ່ມເພື່ອປ່ອຍຄື້ນສຽງ ໃຊ້ເວລາປະມານ 30-60 ວິນາທີ.

See also  ລວມ 7 ແອັບຫາຄູ່ຍອດນິຍົມສຳລັບຄົນໂສດທີ່ຜູ້ໃຊ້ງານເວົ້າເຖິງຫຼາຍທີ່ສຸດ

ນີ້ແມ່ນພຽງແຕ່ເປັນແອັບຕົວຊ່ວຍຂັ້ນຕົ້ນເດີ, ເຖິງຢ່າງໃດກໍ່ຕາມຖ້າລຳໂພງຍັງມີບັນຫາຫຼັງຈາກໃຊ້ແອັບແລ້ວນັ້ນ, ກັອດຈີແນະນຳໃຫ້ຕິດຕໍ່ສູນສ້ອມແປງເພື່ອກວດສອບຮາດແວພາຍໃນຕື່ມ.

ໂດຍ: ທີມບັນນາທິການ Gadzila  

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Google I/O 2025 - all AI innovations that you should know.
Gadzila

ສະຫຼຸບງານ Google I/O 2025: AI ບໍ່ໄດ້ມາຫຼິ້ນໆ ມາເບິ່ງນຳກັນວ່າມັນເຮັດຫຍັງໄດ້ແດ່

ສະຫຼຸບງານ Google I/O 2025: AI ບໍ່ໄດ້ມາຫຼິ້ນໆ Google I/O 2025 ນຳ AI ທີ່ປັບປຸງໃໝ່ມາໃຫ້ທຸກຄົນໄດ້ທົດລອງ!...

ຫູຟັງ SONY WH-1000XM6
Gadzila

SONY ເປີດໂຕຫູຟັງຕັດສຽງເທບ WH-1000XM6

Sony ເປີດໂຕຫູຟັງເທບປະຈຳປີ ພ້ອມ HD Noise Canceling Processor QN3 ທີ່ດີຂຶ້ນ 7 ເທົ່າ, ສຽງ...

Gadzila

ຝົນຕົກ-ບໍ່ຢ້ານປຽກ 3 ແອັບຮິດ ວາງແຜນການເດີນທາງ ຮັບມືສະພາບອາກາດ

ຝົນຕົກກໍບໍ່ຢ້ານປຽກ ລວມ 3 ແອັບພະຍາກອນຍອດຮິດຊ່ວຍວາງແຜນການເດີນທາງເພື່ອຮັບມືກັບສະພາບອາກາດ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.