ໜ້າຫຼັກ Gadzila ເມື່ອສາຍມູເລີ່ມໃຊ້ AI ເຊັກດວງ ແຈກວິທີເບິ່ງລາຍມືດ້ວຍ ChatGPT
Gadzila

ເມື່ອສາຍມູເລີ່ມໃຊ້ AI ເຊັກດວງ ແຈກວິທີເບິ່ງລາຍມືດ້ວຍ ChatGPT

ແບ່ງປັນ

ໃນຍຸກທີ່ທຸກຢ່າງຂັບເຄື່ອນດ້ວຍເຕັກໂນໂລຊີ ແມ່ນແຕ່ “ສາຍມູ” ກໍບໍ່ໄດ້ຢຸດຢູ່ພຽງແຕ່ການໄປຫາໝໍດູ ຫຼື ເປີດໄພ້ໜ້າຮ້ານອີກຕໍ່ໄປ ເພາະມື້ນີ້ ພຽງແຕ່ມີມືຖືກັບຮູບຝາມື ເຮົາກໍສາມາດເບິ່ງດວງດ້ວຍຕົວເອງຜ່ານທາງ ChatGPT ໄດ້.

ແມ່ນແລ້ວ! ອ່ານບໍ່ຜິດ ເພາະຕອນນີ້ AI ແບບ ChatGPT ກາຍເປັນທີ່ປຶກສາສຳລັບຄົນທີ່ຢາກເຊັກດວງຮູບແບບໃໝ່ ບໍ່ວ່າຈະເປັນ ຄວາມຮັກ, ການເງິນ ຫຼື ການງານ ແລະ ສິ່ງທີ່ມາແຮງທີ່ສຸດໃນຕອນນີ້ກໍຄື ການເບິ່ງລາຍມືດ້ວຍ AI

ຈາກສາດບູຮານສູ່ດິຈິຕອນ “ສາຍມູເວີຊັນ 2025”

ສາດການເບິ່ງລາຍມື ຫຼື Palmistry ເປັນສາດທີ່ມີມາຍາວນານຫຼາຍພັນປີ ເຊິ່ງເຊື່ອກັນວ່າ ຮອຍເສັ້ນເທິງຝາມືເຮົານັ້ນ ສະທ້ອນເຖິງບຸກຄະລິກ, ພອນສະຫວັນ, ໂຊກຊະຕາ ແລະ ເສັ້ນທາງຊີວິດ.

ແຕ່ໃນໂລກຍຸກ AI ສາຍມູກໍເລີ່ມພັດທະນາໄປ ບາງຄົນກໍໃຊ້ AI ສະແກນໄພ້, ບາງຄົນວິເຄາະດວງວັນເກີດ ຫຼື ໃນຕອນນີ້ທີ່ເຮົາສາມາດອັບໂຫຼດຮູບລາຍມືໃຫ້ ChatGPT ວິເຄາະໄດ້ທັນທີ.

ກ່ອນທີ່ເຮົາຈະເຂົ້າສູ່ວິທີການ ຂໍບອກໄວ້ບ່ອນນີ້ເລີຍວ່າ ນີ້ເປັນຄວາມເຊື່ອສ່ວນບຸກຄົນ ແລະ ໃຫ້ຖືວ່າການເບິ່ງລາຍມືນີ້ເປັນສ່ວນໜຶ່ງໃນການສ້າງສີສັນໃນຊີວິດ ບໍ່ຄວນຢຶດຖືແບບ 100% ແລະ ໃຊ້ວິຈາລະນາຍານໃນການຕັດສິນໃຈໃນທຸກເລື່ອງຂອງຊີວິດເຮົາຈະດີທີ່ສຸດ.

ກຽມພ້ອມກ່ອນສົ່ງລາຍມືໃຫ້ AI

  1. ຖ່າຍຮູບຝ່າມືຂ້າງທີ່ ຖະໜັດ ແລະ ບໍ່ຖະໜັດ (ເຊັ່ນ ຂວາ–ຊ້າຍ) ໂດຍຖ່າຍໃນບ່ອນທີ່ມີແສງສະຫວ່າງພຽງພໍ ແລະ ບໍ່ມີເງົາ, ເປີດຝ່າມືໃຫ້ເຫັນແບບເຕັມໆ ຈົນຮອດຂໍ້ມື
  2. ສົ່ງຂໍ້ຄວາມຫາ ChatGPT ໂດຍບອກວ່າ ເບິ່ງລາຍມືຈາດຮູບຖ່າຍໄດ້ບໍ່ ຫຼື ຈະພິມເປັນພາສາໄທກໍໄດ້ ເພື່ອຜົນລັບທີ່ດີກວ່າ ເຊັ່ນ: ดูลายมือจากรูปภาพได้มั้ย
  3. ເມື່ອ ChatGPT ຕອບກັບມາ ມັນອາດຈະບອກໃຫ້ເຮົາລະບຸວ່າວ່າຈະເບິ່ງກ່ຽວກັບເລື່ອງໃດທີ່ຢາກເບິ່ງ ເຊັ່ນ: ຄວາມຮັກ, ການງານ, ການເງິນ, ສຸຂະພາບ.
  4. ເມື່ອເຮົາເລືອກຫົວຂໍ້ໄດ້ແລ້ວ ກໍສົ່ງຮູບຝາມືທັງສອງຂ້າງທີ່ເຮົາຖ່າຍໄວ້ໄປໃຫ້ໄດ້ເລີຍ. ChatGPT ກໍຈະສົ່ງຜົນການເບິ່ງລາຍມືກັບໃມາໃຫ້ເຮົາ ບອກເລີຍວ່າຍາວແຮງຢູ່.
  5. ນອກຈາກນັ້ນ ຖ້າຢາກເຈາະເລິກເລື່ອງໃດ ກໍສາມາດພິມກັບໄປບອກໄດ້ເລີຍ ແລະ ຖ້າຢາກຮູ້ຫຍັງເພີ່ມກໍສາມາດພິມຖາມກັບໄປໄດ້ເລີຍ
See also  Facebook ໂພສອັບເດດ New Feature ເນັ້ນໄປທີ່ການສະແດງເນື້ອຫາຈາກໝູ່ເພື່ອນ ແລະ ຄົນພິເສດ

ແລ້ວ AI ທຳນາຍແມ້ນສໍ່າໃດ?

ເຖິງວ່າ ChatGPT ຈະບໍ່ແມ່ນໝໍດູ ແຕ່ສິ່ງທີ່ມັນນຳມາໃຫ້ເຮົາອ່ານຈະເປັນການວິເຄາະຕາມຫຼັກ Palmistry ສາກົນ, ບໍ່ມີອຸປາທານ ແລະ ບໍ່ມີອະຄະຕິ ເພາະ ChatGPT ເປັນໂມເດວພາສາບໍ່ມີຄວາມຮູ້ສຶກນຶກຄິດ ແລະ ຂໍ້ດີແມ່ນສື່ສານໄດ້ກົງຈຸດ ແລະ ເຂົ້າໃຈງ່າຍ.

ແນວໃດກໍຕາມສາຍມູຍຸກໃໝ່ຄື ສາຍທີ່ເຂົ້າໃຈຕົວເອງ ເພາະການດູດວງບໍ່ແມ່ນເພື່ອຮູ້ອະນາຄົດ ແຕ່ຄືການຕັ້ງຄຳຖາມກັບຊີວິດໃນປັດຈຸບັນ ແລະ ການທີ່ມີ AI ເຂົ້າມາ ອາດສາມາດຊ່ວຍໃຫ້ເຮົາເບິ່ງເລິກເຂົ້າໄປໃນຄຳຖາມຂໍ້ນັ້ນ. ບາງເທື່ອ ໝໍດູທີ່ແມ້ນທີ່ສຸດ ອາດບໍ່ແມ່ນຄົນອື່ນຄົນໄກ ແຕ່ເປັນເຮົາເອງທີ່ເວົ້າກັບໂຕເອງຜ່ານ AI ຢ່າງກົງໄປກົງມາກໍເປັນໄດ້.

ຖ້າພ້ອມແລ້ວກໍລອງເລີຍ ຖ່າຍຮູບຝາມື ແລ້ວຖາມ ChatGPT ວ່າ ເສັ້ນຫົວໃຈແບບນີ້ ຂ້ອຍກຳລັງຕົກຫຼຸມຮັກຢູ່ ຫຼື ບໍ່? ເຊິ່ງຄຳຕອບ ບາງເທື່ອມັນກໍຢູ່ໃນໃຈຂອງເຮົາແລ້ວແຫຼະ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Gadzila

Facebook ຈຳກັດການສ້າງລາຍໄດ້ຫຼຸດການເບິ່ງເຫັນ ບັນຊີທີ່ແອບອ້າງເປັນຜູ້ອື່ນ ແລະ ສ້າງໂພສສະແປມ

ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ. Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed...

Gadzila

Edits ແອັບຕັດຕໍ່ວິດີໂອ ທີ່ Content Creator ຮັກ ໃຊ້ງ່າຍ ລອງເລີຍບໍ່ມີລາຍນ້ຳ ບໍ່ມີໂຄສະນາ

Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ,...

Gadzila

ຣີວິວ TECNO CAMON 40 Pro 5G ໂທລະສັບກ້ອງງາມ ຈໍຄົມ ສະເປັກແຮງ ດ້ວຍງົບບໍ່ຮອດ 5 ລ້ານກີບ!

ໃນຍຸກທີ່ໂທລະສັບສະມາດໂຟນລາຄາຫຼັກສິບລ້ານເປັນເລື່ອງປົກກະຕິ, ການມາເຈິກັບໂທລະສັບທີ່ໃຫ້ປະສົບການລະດັບສູງໃນລາຄາຫຼັກລ້ານຈຶ່ງເປັນເລື່ອງທີ່ໜ້າສົນໃຈຫຼາຍ. ນັ້ນຄືສິ່ງທີ່ TECNO CAMON 40 Pro 5G ເຮັດໄດ້ຢ່າງໜ້າປະທັບໃຈ. ເປີດຕົວເມື່ອເດືອນມີນາ 2025 ທີ່ຜ່ານມາ...

Gadzila

Google ອັບເດດເພີ່ມ Gemini AI ເຂົ້າໃນ Google Docs ແລະ Google Sheets

ຫຼ້າສຸດ Google ມີການອັບເດດເພີ່ມ Gemini ຜູ້ຊ່ວຍ AI ຂອງ Google ເຂົ້າໃນແພລັດຟອມ Google Docs ແລະ...