Edits ແອັບຕັດຕໍ່ວິດີໂອ ທີ່ Content Creator ຮັກ ໃຊ້ງ່າຍ ລອງເລີຍບໍ່ມີລາຍນ້ຳ ບໍ່ມີໂຄສະນາ

ແບ່ງປັນ

Edits ແອັບຕັດຕໍ່ວິດີໂອ ທີ່ Content Creator ຮັກ ໃຊ້ງ່າຍ ລອງເລີຍບໍ່ມີລາຍນ້ຳ ບໍ່ມີໂຄສະນາ

24 April 2025● 480

Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ, ບໍ່ມີໂຄສະນາໃຫ້ຮູ້ສຶກລຳຄານໃຈໃນເວລາໃຊ້ງານ ແລະ ສາມາດສ້າງສັນຜົນງານວິດີໂອໄດ້ຍາວເຖິງ 10 ນາທີ.

ທຳອິດທີ່ລອງໃຊ້ແມ່ນມັກໜ້າຕາການອອກແບບ UX/UI ຂອງແອັບທີ່ເຮັດໃຫ້ຮູ້ສຶກວ່າເຂົ້າໃຈງ່າຍ ແລະ ບໍ່ສັບຊ້ອນໃນການລອງໃຊ້ງານ, ມືໃໝ່ທີ່ຢາກລອງຮຽນຕັດວິດີໂອກໍເຮັດໄດ້ເລີຍໃຫ້ຄວາມຮູ້ສຶກສະບາຍໃຈວ່າມັນຈະບໍ່ມີຫຍັງຫຍຸ້ງຍາກຫຼາຍ.

ເຖິງວ່າແອັບ Edits ຈະມີໜ້າຕາລຽບງ່າຍສະບາຍຕາແຕ່ກໍມີຟີເຈີຣ໌ທີ່ໃຫ້ມາແບບຫຼາກຫຼາຍຈັດເຕັມແບບມືອາຊີບ, ເຊິ່ງຈຸດເດັ່ນທີ່ມັກແມ່ນຄວາມເປັນລະບຽບຂອງແຕ່ລະຟັງຊັ່ນທີ່ເຮັດໃຫ້ຈະໃຊ້ Tool ໃດກໍຫາງ່າຍບໍ່ຕ້ອງຊອກຫາໃຫ້ເສຍເວລາ.

Edits ຍັງມີການດຶງຂໍ້ມູນໄອເດຍ Reels ຫຼື ໂພສ ທີ່ເຮົາບັນທຶກໄວ້ຈາກ IG ເຂົ້າມາເປັນແບບຢ່າງຂອງແຮງບັນດານໃຈເຮັດໃຫ້ເວລາຄິດຫຍັງບໍ່ອອກກໍໄປຫາໄອເດຍໃໝ່ໆເພີ່ມໄດ້ໂດຍບໍ່ຕ້ອງອອກຈາກແອັບເພື່ອໄປອີກແອັບອື່ນ.

ຟີເຈີຣ໌ Edits ທີ່ໂດດເດັ່ນ

✨ Green Screen & Cutout: ລົບພາບພື້ນຫຼັງ ຫຼື ວັດຖຸອອກຈາກພາບໄດ້ງ່າຍໆ.

✨ Timeline Editor: ສາມາດລາກ ແລະ ວາງວິດີໂອ/ສຽງ ແບບລະອຽດ ພ້ອມ Preview.

✨ Trending audio: ຟີເຈີຣ໌ນີ້ຈະແນະນຳສຽງ ແລະ ວິດີໂອທີ່ມີຄົນໃຊ້ງານຫຼາຍຈົນຕິດກະແສ, ສາມາດບັນທຶກສຽງໄວ້ເພື່ອໃຊ້ງານ ຫຼື ໃຊ້ງານທັນທີໄດ້ເລີຍ.

ອ່ານຕື່ມ:  Microsoft ປະກາດ ຈະເລີ່ມເກັບຂໍ້ມູນຜູ້ໃຊ້ງານແບບອັດຕະໂນມັດ ໃນເດືອນ ກຸມພາ 2025 ເປັນຕົ້ນໄປ

✨ Content Insights: ສາມາດວິເຄາະຜົນ ແລະ ສະແດງຂໍ້ມູນການເຂົ້າເຖິງຂອງ Audience.

✨ Sound FX & Music: ມີສຽງປະກອບທີ່ສາມາດໃຊ້ງານໄດ້ຟຣີ ພ້ອມຟີເຈີຣ໌ຊິງສຽງອັດຕະໂນມັດ.

✨ Text & Effects: ໃສ່ຂໍ້ຄວາມແບບເຄື່ອນໄຫວ, ມີຟີລເຕີຣ໌ ແລະ Transition ງາມໆ.

✨ Stickies: ຟີເຈີຣ໌ນີ້ແມ່ນສຳລັບໃຜທີ່ຕ້ອງການ Note ໄອເດຍຕ່າງໆລົງໄວ້ໃນແອັບ ເພື່ອຄອນເທັ້ນຕໍ່ໄປຈະປັງຂຶ້ນແນ່ນອນ.

✨ Resolution: ຄວາມລະອຽດວິດີໂອມີ 3 ລະດັບຄື: HD, 2K, 4K.

ແຕ່ຍັງມີບາງຟີເຈີຣ໌ທີ່ກັອດຈິຄິດວ່າຕ້ອງເພີ່ມກໍຄື: Font ທີ່ເຮົາສາມາດ Customize ໃສ່ໄດ້ເອງເພາະຕ້ອງການສ້າງສີສັນຫຼາກຫຼາຍໃຫ້ຜົນງານ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.