ໜ້າຫຼັກ Gadzila ລວມ 7 ແອັບຫາຄູ່ຍອດນິຍົມສຳລັບຄົນໂສດທີ່ຜູ້ໃຊ້ງານເວົ້າເຖິງຫຼາຍທີ່ສຸດ
Gadzila

ລວມ 7 ແອັບຫາຄູ່ຍອດນິຍົມສຳລັບຄົນໂສດທີ່ຜູ້ໃຊ້ງານເວົ້າເຖິງຫຼາຍທີ່ສຸດ

ແບ່ງປັນ

ຖ້າບໍ່ໂສດກໍບໍ່ເຂົ້າໃຈດອກ! ຫຼາຍໆຄົນທີ່ບໍ່ມີຄູ່ຮັກກໍມັກຈະບອກແບບນີ້ກັບໝູ່ເພື່ອນ ເພາະເຮົາເອງກໍອົດທີ່ຈະອິດສາໝູ່ບໍ່ໄດ້, ນັດເຈິກັນກັບໝູ່ເພື່ອນເທື່ອໃດພວກເຂົາກໍມາກັນເປັນຄູ່ໆຕະຫຼອດ.

ມື້ນີ້ກັອດຈິເລີຍລວມ 7 ແອັບຫາຄູ່ຍອດນິຍົມທີ່ຄົນເວົ້າເຖິງຫຼາຍທີ່ສຸດໃນໂຊຊ້ຽວມີເດຍມາຝາກ ແລະ ກໍໄດ້ຄັດສັນມາໃຫ້ແລ້ວ, ອີງຕາມຂໍ້ມູນສະຖິຕິທີ່ຜູ້ຫຼິ້ນສາມາດສັງເກດໄດ້ຈາກການນຳໃຊ້ ແລະ ການສົນທະນາທົ່ວໂລກ.

ສຳລັບທັງ 7 ແອັບນີ້ແມ່ນດາວໂຫຼດໄດ້ທັງ App Store ແລະ Google Play, ການໃຊ້ງານແອັບເຫຼົ່ານີ້ແມ່ນຄວນໃຊ້ວິຈາລະນະຍານໃນການຫຼິ້ນ ແລະ ໃຫ້ໃຊ້ສະຕິໃນການຄັດກອງຜູ້ຄົນທີ່ຈະເຂົ້າມາທຳຄວາມຮູ້ຈັກ.

1. Tinder

ເປັນແອັບຫາຄູ່ທີ່ມີຊື່ສຽງທີ່ສຸດໃນໂລກ ແລະ ຖືກກ່າວເຖິງເລື້ອຍໆໃນໂຊຊ້ຽວມີເດຍ ເນື່ອງຈາກຕົວແອັບນັ້ນມີການໃຊ້ງານທີ່ງ່າຍດ້ວຍລະບົບການ “ປັດຊ້າຍ-ປັດຂວາ” ແລະ ຖານຜູ້ໃຊ້ກໍກວ້າງ, ເໝາະກັບສາຍໂສດທີ່ຕ້ອງການອອກເດດ ແລະ ຫາຄູ່ທີ່ຖືກໃຈ.

2. Coffee Meets Bagel

ເໝາະກັບຄົນທີ່ຕ້ອງການຫາຄູ່ແບບບໍ່ຕ້ອງຮີບຮ້ອນ ແລະ ເນັ້ນໄປທີ່ການສ້າງຄວາມສຳພັນທີ່ຍືນຍົງ. ຖ້າມັກການຫາຄູ່ແບບມີຄຸນນະພາບ ແລະ ບໍ່ມັກຄວາມສັບສົນ, CMB ຖືວ່າເປັນທາງເລືອກທີ່ດີ.

3. Bumble

ເປັນແອັບທີ່ໂດດເດັ່ນດ້ວຍຄຸນສົມບັດທີ່ໃຫ້ຜູ້ຍິງເປັນຜູ້ສົ່ງຂໍ້ຄວາມກ່ອນ, ເຮັດໃຫ້ແອັບຖືກກ່າວເຖິງຫຼາຍອີກແອັບໜຶ່ງເລີຍກໍວ່າໄດ້, ໂດຍສະເພາະໃນກຸ່ມທີ່ສົນໃຈເລື່ອງຄວາມສະເໝີພາບທາງເພດ ແລະ ການຫາຄູ່ແບບມີຄຸນນະພາບ.

4. OkCupid

ແອັບນີ້ມີຊື່ສຽງດ້ານການສ້າງໂປຣໄຟລ໌ທີ່ມີລະອຽດ ແລະ ຄຳຖາມທີ່ຊ່ວຍຈັບຄູ່ເພື່ອສ້າງຄວາມສົນໃຈ, OkCupid ຖືກກ່າວເຖິງຫຼາຍໃນໂຊຊຽລມີເດຍໂດຍກຸ່ມຄົນທີ່ມັກການຫາຄູ່ແບບອີງໃສ່ຄວາມເຂົ້າກັນໄດ້ທາງບຸກຄະລິກ.

5. Omi

Omi ເປັນທາງເລືອກທີ່ດີສຳລັບຄົນທີ່ຕ້ອງການຫາຄູ່ ຫຼື ເພື່ອນທີ່ມີຄວາມປອດໄພ ແລະ ສ້າງສັນຫຼາຍ, ໂດຍສະເພາະໃຜທີ່ມັກຟີເຈີຣ໌ທີ່ແຕກຕ່າງຈາກແອັບຫາຄູ່ທົ່ວໄປ.

6. HER

HER ເປັນທາງເລືອກທີ່ດີສຳລັບຜູ້ຍິງໃນກຸ່ມ LGBTQ+ ທີ່ຕ້ອງການຫາຄູ່ ຫຼື ເຊື່ອມຕໍ່ກັບຊຸມຊົນທີ່ມີຄວາມຄິດທີ່ຄ້າຍຄືກັນ ແລະ ມັນບໍ່ພຽງແຕ່ເປັນແອັບຫາຄູ່ແຕ່ຍັງເປັນພື້ນທີ່ທາງສັງຄົມທີ່ສະໜັບສະໜຸນການສະແດງຕົວຕົນ ແລະ ຄວາມສະເໝີພາບ.

See also  ຮັບມືແຜ່ນດິນໄຫວລວມ 6 ແອັບແຈ້ງເຕືອນຮູ້ທັນເຫດການເພື່ອລະວັງຄວາມສ່ຽງຈາກໄພພິບັດ

7. Grindr

ເປັນແອັບຫາຄູ່ສຳລັບກຸ່ມ LGBTQ+ (ໂດຍສະເພາະຜູ້ຊາຍ) ທີ່ຖືກກ່າວເຖິງຫຼາຍໃນໂຊຊ້ຽວມີເດຍ ແລະ ການສົນທະນາກ່ຽວກັບການອອກເດດໃນຊຸມຊົນນີ້ແມ່ນເປັນທີ່ນິຍົມໃນການໃຊ້ງານດ້ວຍລະບົບຕຳແໜ່ງທີ່ຢູ່.

ໂດຍ: ທີມບັນນາທິການ Gadzila

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Gadzila

Facebook ຈຳກັດການສ້າງລາຍໄດ້ຫຼຸດການເບິ່ງເຫັນ ບັນຊີທີ່ແອບອ້າງເປັນຜູ້ອື່ນ ແລະ ສ້າງໂພສສະແປມ

ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ. Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed...

Gadzila

Edits ແອັບຕັດຕໍ່ວິດີໂອ ທີ່ Content Creator ຮັກ ໃຊ້ງ່າຍ ລອງເລີຍບໍ່ມີລາຍນ້ຳ ບໍ່ມີໂຄສະນາ

Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ,...

Gadzila

ຣີວິວ TECNO CAMON 40 Pro 5G ໂທລະສັບກ້ອງງາມ ຈໍຄົມ ສະເປັກແຮງ ດ້ວຍງົບບໍ່ຮອດ 5 ລ້ານກີບ!

ໃນຍຸກທີ່ໂທລະສັບສະມາດໂຟນລາຄາຫຼັກສິບລ້ານເປັນເລື່ອງປົກກະຕິ, ການມາເຈິກັບໂທລະສັບທີ່ໃຫ້ປະສົບການລະດັບສູງໃນລາຄາຫຼັກລ້ານຈຶ່ງເປັນເລື່ອງທີ່ໜ້າສົນໃຈຫຼາຍ. ນັ້ນຄືສິ່ງທີ່ TECNO CAMON 40 Pro 5G ເຮັດໄດ້ຢ່າງໜ້າປະທັບໃຈ. ເປີດຕົວເມື່ອເດືອນມີນາ 2025 ທີ່ຜ່ານມາ...

Gadzila

Google ອັບເດດເພີ່ມ Gemini AI ເຂົ້າໃນ Google Docs ແລະ Google Sheets

ຫຼ້າສຸດ Google ມີການອັບເດດເພີ່ມ Gemini ຜູ້ຊ່ວຍ AI ຂອງ Google ເຂົ້າໃນແພລັດຟອມ Google Docs ແລະ...