ພາມາຮູ້ຈັກກັບໜຸ່ມຜູ້ທີ່ເປັນຕົວແທນ Mister World Laos 2024 ທີ່ມີໂປຣຟາຍດີເລີດ! ເພາະນອກຈາກຈະເປັນເທຣນເນີ້ແລ້ວກໍຍັງເປັນອະດີດນັກກີລາທີມຊາດອີກດ້ວຍ.
ແຊມ – ທ້າວ ສິດປະເສີດ ສີອິນທະວົງ ເກີດວັນທີ 17 ພະຈິກ 2003, ແຊມເຄີຍ ເປັນອາດີດສິດເກົ່າ ໂຮງຮຽນມສ ວຽງຈັນ, ອາດີດ ນັກສຶກສາ ຄະນະວິສະວະກຳ ກົນຈັກ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນ ຣັດຕະນະ ບໍລິຫານ ທຸລະກິດ ສາຂາ ພາສາອັງກິດ ທຸລະກິດ.

ແຊມ ເປັນອະດີດນັກກີລາເຕະບານທີມຊາດ ລຸ້ນ U15 ແລະ U 17 ປີ ໃນ ປີ 2017-2018. ໄດ້ໄປຮ່ວມແຂ່ງຂັນໃຫ້ກັບທີມຊາດລາວ ໃນຫຼາຍລາຍການ ແລະ ສະໂມສອນ ຊ້າງນ້ອຍ ເອບີຊີ ຊຸດສາຍກໍ 2019.
ແຊມເລີ່ມເຂົ້າວົງການບັນເທີງໃນລາວ ໂດຍການ ເຂົ້າຮ່ວມປະກວດຊາຍງາມລາວ ເວທີ Mister Laos ໃນປີ 2021 ແລະ ໄດ້ຕຳແຫນ່ງ TOP 5 MISTER LAOS ພາຍໃນປີນັ້ນ ແລະ ໄດ້ກ້າວເຂົ້າສູ່ວຽກງານ ວົງການບັນເທີງລາວ ແລະ ກໍມີຜົນງານຫຼາຍໆຢ່າງເຊັ່ນ: ການຖ່າຍແບບ, ການພຣີເຊັນເຕີ້ໃຫ້ກັບສິນຄ້າ, ຮ່ວມຖ່າຍ MV ເພງຫຼາຍຜົນງານເຊັ່ນ ເພງ ບາບຮັກຂອງເອື້ອຍນໍ້າຝົນ, ເພງ ຖອນຄໍາສາບານຊ່ວຍຊິວິດຄວາຍ… ຍັງເຄີຍໄດ້ ປຮ່ວມງານເດີນແບບທີ່ ປະເທດສິງກະໂປ ແລະ ເວທີຍ່າງແບບດັງໆໃນລາວຫຼາຍຄັ້ງ ເຊັ່ນ ເວທີ Lao Fashon Week 2023-2024 ແລະ ຈົນຮອດປະຈຸບັນນີ້ ແຊມໄດ້ເຮັດວຽກໃຫ້ແກ່ສັງຄົມ ໂດຍການເປັນ ອາສາສະຫມັກໃຫ້ແກ່ ມູນລະນິທິ ຊ່ວຍເຫລືອ ຄົນທຸກຍາກ ນະຄອນຫລວງວຽງຈັນ 1624.

ປະຈຸບັນ ແຊມກໍເຮັດວຽກເປັນຜູ້ຊ່ວຍອາຈານ ແລະ ຄູສອນເຕະບານຢູ່ທີ່ ໂຮງຮຽນ ວຽງຈັນ ນານາຊາດ (VIS) ແລະ ເປັນ ເທນເນີ ຟຣີແລນຊ໌ ແລະ ນາຍແບບອີກດ້ວຍ.
ຊ່ອງທາງຕິດຕາມ
FB: Sam Syinthavong