ໜ້າຫຼັກ Muan.la - ສາລະບັນເທີງ The Interview ບົວລະພາ ເພງໃໝ່ຈາກ AiiLA ແຕ່ງຂຶ້ນຍ້ອນໄດ້ຮັບແຮງບັນດານໃຈຈາກສະພາບແວດລ້ອມທີ່ເຫັນໄດ້ ຕ່າຍ ອາກາດ ມາຮ່ວມຮ້ອງ
The Interview

ບົວລະພາ ເພງໃໝ່ຈາກ AiiLA ແຕ່ງຂຶ້ນຍ້ອນໄດ້ຮັບແຮງບັນດານໃຈຈາກສະພາບແວດລ້ອມທີ່ເຫັນໄດ້ ຕ່າຍ ອາກາດ ມາຮ່ວມຮ້ອງ

ບົວລະພາ ເພງໃໝ່ຈາກ AiiLA ແຕ່ງຂຶ້ນຍ້ອນໄດ້ຮັບແຮງບັນດານໃຈຈາກສະພາບແວດລ້ອມທີ່ເຫັນ ແລະ ໄດ້ ຕ່າຍ ອາກາດ ມາຮ່ວມຮ້ອງປະສານ

ແບ່ງປັນ

ເພງໃໝ່ຂອງ AiiLA ສຳລັບເອັມວີເພງນີ້ແມ່ນໄດ້ເວົ້າເຖິງເນື້ອເລື່ອງ Story ປະມານວ່າພະເອກໄດ້ແອບຮັກກັບນາງເອກ ເຊິ່ງສະຖານະຄອບຄົວກໍຕ່າງກັນຫຼາຍ, ພະເອກແມ່ນເປັນຄົນພິການທາງດ້ານການເວົ້າສື່ສານ ນາງເອກກໍເກີດເຫັນໃຈເຮັດໃຫ້ທັງສອງໄດ້ໃຊ້ເວລາຮ່ວມກັນ ແລະ ຮັກກັນ, ອຸປະສັກຄືຄອບຄົວນາງເອກໄດ້ປິດກັ້ນພວກເຂົາ.

AiiLA ໄດ້ເລົ່າຄວາມຮູ້ສຶກກ່ຽວກັບເພງ ບົວລະພາ ໃຫ້ຟັງຕື່ມວ່າ:

“ໂດຍລວມແລ້ວ ຄວາມຮູ້ສຶກທີ່ກ່ຽວກັບເພງ ບົວລະພານີ້ ແມ່ນໄດ້ແຮງບັນດານໃຈມາຈາກສະພາບແວດລ້ອມທີ່ເຫັນ ຫຼື ທີ່ເປັນເລື່ອງລາວຂອງຄົນໃກ້ໂຕໝູ່ຄູ່, ເລີຍມີແນວຄິດວ່າຢາກລອງເຮັດເພງແນວນີ້ລອງເບິ່ງ. ໃນເອັມວີແມ່ນເປັນການອົກຫັກທີ່ບໍ່ໄດ້ອົກຫັກຈາກຝ່າຍຍິງໂດຍຕົງ, ແຕ່ເປັນພໍ່ແມ່ຂວາງກັ້ນພວກເຂົາຕ່າງໆນາໆ ເຊິ່ງຖືວ່າເປັນເລື່ອງຈິງໃນຊີວິດຂອງສັງຄົມ, ສ່ວນຫຼາຍແລ້ວສິລະປິນມັກຈະແຕ່ງແນວອົກຫັກຈາກຜູ້ຍິງ ຫຼື ຜູ້ຊາຍໂດຍກົງ ແລະ ນີ້ກໍເປັນການທ້າທາຍໃນຮູບແບບໃໝ່ຂອງການເຮັດເພງເລີຍ”.

ການປຽບທຽບ ຫຼື ຕີຄວາມໝາຍຂອງຄວາມຮັກເຂົ້າໃນເພງນີ້ທີ່ມີຄຳວ່າ ບົວລະພາ ແມ່ນຕ້ອງຍົກໃຫ້ ຕ່າຍ ອາກາດ (Taiy Akard) ເພາະລາວເປັນຜູ້ຕັ້ງຊື່ເພງນີ້, ລາວອາດຈະມັກທ່ອນທີ່ຮ້ອງ “ເຈົ້າມັນຄົນຢູ່ສູງບົວລະພາ” ຫຼື ເລີກເຊິ່ງກວ່ານັ້ນກໍຄື: ບົວລະພາ ອາດຈະໃຊ້ເປັນຄຳແທນນາມຜູ້ຍິງຄົນໜຶ່ງ ຫຼື ສື່ເຖິງຄົນຮັກຂອງຂ້ອຍ, ແຟນຂອງຂ້ອຍ, ຊື່ແຟນຂ້ອຍ ເປັນການແທນຄວາມໝາຍທີ່ເລີກເຊິ່ງຫຼາຍ.

ສຳລັບເພງນີ້ແລ້ວມີຄວາມທ້າທາຍຫຼາຍຢູ່ພໍສົມຄວນ ເພາະ AiiLA ເອງເຮັດເພງແນວລາວໆຢູ່ແລ້ວ ແລະ ແນວທາງດົນຕີການຮ້ອງທຳນອງ ລະຫວ່າງ AiiLA ແລະ ຕ່າຍອາກາດຈະເປັນຄົນລະແນວທາງ, ຮູ້ສຶກວ່າມີຂັ້ນຕອນຊັບຊ້ອນຫຼາຍ, ຕ້ອງຫາຈັງຫວະດົນຕີ ທຳນອງການຮ້ອງ ແລະ ເປັນການຄິດມາຕະຫຼອດຕອນແຕ່ງເພງນີ້.

ອຸປະສັກກໍຖືວ່າແມ່ນເກືອບເຄົ້າໂຄງເພງທັງໝົດ AiiLA ກັບໂປຣດິວເຊີ, ພາກັນຄົ້ນຄວ້າຢູ່ຊ່ວງໜຶ່ງວ່າຕ້ອງເຮັດແນວໃດ? ເຖິງຈະອອກມາດີ ແລະ ມີກິ່ນອາຍຂອງຄວາມເປັນລາວດ້ວຍເມໂລດີ້ແນວເພງຂອງ ຕ່າຍ ອາກາດ ຕ້ອງໃຫ້ມັນ Balance ກັນທີ່ສຸດ.

ປົກກະຕິແລ້ວ AiiLA ແມ່ນເປັນຄົນທີ່ມັກຟັງເພງຂອງ ຕ່າຍ ອາກາດ ຢູ່ແລ້ວຕັ້ງແຕ່ສະໄໝແຕ່ກ່ອນພຸ້ນ ແລະ ຖ້າວ່າລາວປ່ອຍເພງໃດມາ AiiLA ກໍເກືອບວ່າຮ້ອງໄດ້ທຸກເພງ ແລະ ກ່ອນທີ່ຈະໄດ້ ຕ່າຍ ອາກາດ ມາຮ່ວມງານນຳແມ່ນຍ້ອນ Thay Champasak ຕ້ອງຂໍຂອບໃຈລາວເລີຍ.

ສ່ວນຕົວ AiiLA ຮູ້ຈັກຮັກແພງກັບ ເທ້ ຈຳປາສັກ (Thay Champasak) ມາດົນ ແລະ ຕັ້ງແຕ່ເຮັດເພງ ງາມອີຫຼີ່ ນຳກັນ, ຢ່າງທີ່ທຸກຄົນຮູ້ AiiLA ກໍເປັນແຟນຄລັບ ຕ່າຍ ອາກາດ ມັກຜົນງານແນວເພງລາວ ແລະ AiiLA ກໍຄິດລົມໆແລ້ງໆວ່າຖ້າລອງວ່າ AiiLA ft ຕ່າຍ ອາກາດ ເບີ່ງດ້ວຍຄວາມທີ່ຄິດເອງເອີເອງ ແລະ ກໍຂຽນເພງ ບົວລະພາ ຂື້ນມາ.

ອ່ານຕື່ມ:  ຍ້ອນຢາກໃຫ້ຝັນເປັນຈິງ ເລີຍເລືອກຮຽນການສະແດງ "ສີລາ" ແຊຣ໌ປະສົບການຄົ້ນຫາໂຕເອງຢູ່ ມ. ກຸງເທບ

AiiLA ບອກວ່າໂດຍສ່ວນຕົວແລ້ວ ບໍກ້າທັກໄປຫາ ຕ່າຍ ອາກາດ ຈະຮ່ວມງານກັບລາວຄືສິເປັນໄປບໍໄດ້ ແລະ ເລີຍຄິດເຫັນ ເທ້ ແລະ ແຊັດຫາໃຫ້ລາວລອງປະສານໃຫ້, ຜ່ານໄປຊ່ວງໜຶ່ງ ແລະ ລາວກໍໄດ້ຕິດຕໍ່ມາວ່າລົມໃຫ້ແລ້ວເດີ ຕ່າຍ ອາກາດ ບອກວ່າຍິນດີຮ່ວມງານນຳ ແລະ ເອົາເບີໃຫ້ເພື່ອຕິດຕໍ່.

“ຂ້ອຍເອງກໍດີໃຈ ຕຶ່ນເຕັ້ນຄິດວ່າເປັນໄປໄດ້ເສີຍເນາະ???? ເລີຍໄດ້ໂທຫາອ້າຍຕ່າຍລົມກັນເລື່ອງໂປຣເຈັກຕັ້ງແຕ່ນັ້ນມາ”

AiiLA ກ່າວໄວ້ ແລະ ໄດ້ເລົ່າກ່ຽວກັບປະສົບການການຮ່ວມງານ ຕ່າຍ ອາກາດ ໃຫ້ທີມງານມ່ວນຟັງຕື່ມອີກ.

“ຄວາມຈິງອ້າຍຕ່າຍລາວເປັນຄົນໃຫ້ກຽດຄົນທຸກຮູບແບບ ບໍ່ວ່າຈະເລື່ອງເພງ, ເລື່ອງເນື້ອເພງຕ່າງໆ ລົມກັນສະບາຍໆ ແຟນລີ້, ສາມາດປຶກສາແບບອ້າຍນ້ອງໄດ້ ແລະ ລົມກັນໄດ້ຫຼາຍກວ່າການເຮັດເພງ ລາວຈະແນະນຳໃຫ້ຄວາມຮູ້ໃນບາງສິ່ງບາງຢ່າງເຊັ່ນ: ຊ່ວງອັດເພງທ່ອນຂອງລາວ ລາວກໍມັກຈະຖາມຂ້ອຍຕະຫຼອດວ່າປະມານນີ້ໄດ້ບໍນ້ອງ? ນ້ອງມັກບໍ? ມັກແບບໃດບອກອ້າຍໄດ້ໃຫ້ອ້າຍຮ້ອງແບບໃດບອກໄດ້ເດີ ການຮ່ວມງານນຳລາວແມ່ນມ່ວນດີ”

ຮູບພາບຈາກ: post64

ສຳລັບການຮ່ວມງານກັບທີມງານຖ່າຍທຳ ຄິດວ່າເປັນການເຮັດວຽກທີ່ເບິ່ງແລ້ວເປັນມືອາຊີບດີ, ເຊິ່ງໄດ້ທາງທີມງານຖ່າຍທຳຈາກ Post 64 ເຊິ່ງເປັນທີມງານ ຕ່າຍ ອາກາດ ທີ່ມາສ້າງສັນເອັມວີເພງນີ້, ພວກເຂົາໃສ່ໃຈທຸກລາຍລະອຽດ ແລະ ຮູ້ສຶກປະທັບໃຈໃນການໃຊ້ບໍລິການ.

ເຫັນວ່າສິ່ງທີ່ທ້າທາຍທີ່ສຸດຄືການແຂ່ງຂັນກັບເວລາ ໂດຍທີມງານໂປດັກຊັນຕ້ອງເຈິບັນຫານີ້ເກືອບ 100%, ສາກຕ້ອງມີແສງແດດຕ້ອງຈັດໄຟແບບນີ້ແບບນັ້ນຫຼາຍສິ່ງຫຼາຍຢ່າງພໍສົມຄວນ ກ່ອນຈະໄດ້ສາກໜຶ່ງບໍ່ແມ່ນເລື່ອງງ່າຍ.

AiiLA ໄດ້ບອກຄວາມຮູ້ສຶກກ່ຽວກັບທຳນອງເນື້ອເພງຊ່ວງທີ່ມັກແມ່ນ

“ເຈົ້າຕ້ອງການສິ່ງໃດຂ້ອຍບໍ່ມີ ມັນໜ້າອາຍທີ່ເຮົາເປັນແບບນີ້

ມັນຍາກເກີນຈະຖອນໂຕຕອນນີ້ ຫົວໃຈມັນຍິ່ງຮັກເຈົ້າຄົນດີ

ເຈົ້າມັນຄົນຢູ່ສູງບົວລະພາ”

ໃນສ່ວນຊີນທີ່ຢູ່ໃນເອັມວີທີ່ແມ່ນຊ່ວງພະເອກຖືກຄົນຂອງແມ່ນາງເອກມາກີດກັ້ນ ແລະ ລາກນາງເອກອອກໄປ, ພະເອກຖືກຕີຈົນບາດເຈັບ. ຮູ້ສຶກວ່າເນື້ອເພງ ແລະ ໃນຊີນນີ້ມັນເຈັບດີ, ເບິ່ງຕົວເອງກໍບໍ່ມີຫຍັງ ຈະຖອນຕົວກໍຮັກເຂົາ, ເປັນຄົນຕ້ອຍຕ່ຳຖືກຢຽດ, ລັງກຽດ ພໍເບິ່ງແລ້ວມັນເຈັບແບບຈົນປັນຍາ.

ທ້າຍສຸດ ແລະ ສຸດທ້າຍ ແມ່ນຢາກຝາກຜົນງານເພງໃໝ່ຂອງ AiiLA ft Taiy Akard ແດ່ເດີທຸກຄົນ???????????? ເພງເຕັມແມ່ນປ່ອຍແລ້ວໃນວັນທີ 15 ເດືອນ ມີນາ 2025 ທີ່ຜ່ານມານີ້, AiiLA ຢາກໃຫ້ທຸກຄົນໄດ້ລອງຟັງແນວໃໝ່ໆປະສົມປະສານແນວລາວ ແລະ ສະຕິງ.

ອ່ານຕື່ມ:  ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

ຢາກໃຫ້ຄົນລາວສະໜັບສະໜຸນຟັງເພງລາວກັນຫຼາຍໆ ຖ້າໄດ້ຟັງແລ້ວຈະບໍ່ຜິດຫວັງແນ່ນອນ????????????  ແລະ ຜົນງານໃນຕໍ່ໜ້າກໍຈະມີມາເລື້ອຍໆເດີ ຕອນນີ້ຍັງຢູ່ໃນຂັ້ນຕອນຖ່າຍທຳເລື້ອຍໆ ຂໍຂອບໃຈທຸກຄົນທີ່ອ່ານບົດສຳພາດ AiiLAແຕ່ຕົ້ນຈົນຈົບ ແລະ ຂອບໃຈທຸກຄົນທີ່ສະໜັບສະໜຸນຟັງເພງ AiiLA ຕະຫຼອດມາ????

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.