“ສີລາ ວັນນະສຸກ (Seela Vannasok)” ສາວນ້ອງຈາກເມືອງວັງວຽງ, ຜູ້ເຄີຍຝາກຜົນງານໄວ້ທີ່ລາຍການ The Wow Laos ແລະ ຍັງເປັນຜູ້ເຂົ້າແຂ່ງຂັນທີ່ມີອາຍຸນ້ອຍທີ່ສຸດ. ປັດຈຸບັນສີລາ ອາຍຸ 19 ປີ, ຮຽນຈົບມັດທະຍົມປາຍວັງວຽງ ແລະ ກ້າວເຂົ້າສູ່ຮົ້ວມະຫາວິທະຍາໄລກຸງເທບ (ມ.ກຸງເທບ) ເປັນທີ່ຮຽບຮ້ອຍແລ້ວ.
ຕອນນີ້ສີລາແມ່ນຮຽນຢູ່ປະເທດໄທ ທີ່ ມ.ກຸງເທບ ຄະນະນິເທດສາດ ສາຂາສິລະປະການສະແດງ (ຮຽນກ່ຽວກັບການສະແດງ, ແອັກຕິ້ງ, ເບື້ອງໜ້າ ແລະ ເບື້ອງຫຼັງຂອງວົງການບັນເທີງ)

ເຊິ່ງວ່າສາຂາສິລະປະການສະແດງຖືວ່າຍັງຄົງບໍ່ເປັນທີ່ຮູ້ຈັກຫຼາຍຢູ່ໃນລາວ. ມ່ວນເລີຍຊວນສີລາມາລົມກັນໃນຫົວຂໍ້” ການເດີນທາງເພື່ອຄວາມຝັນ ແລະ ຄວາມຄາດຫວັງອານາຄົດ” ທີ່ກ່ຽວຂ້ອງກັບການຮຽນ ແລະ ຊີວິດຂອງສີລາ.
ສີລາໄດ້ເລົ່າໃຫ້ມ່ວນຟັງວ່າຢາກພັດທະນາທັກສະທີ່ຕົວເອງຍັງບໍ່ມີ ແລະ ຄິດວ່າຮຽນສາຂານີ້ຈະສາມາດຊ່ວຍໃຫ້ຄວາມຝັນຂອງສີລາເປັນຈິງໄດ້ເຖິງ 80% ເລີຍຈຶ່ງຕັດສິນໃຈຮຽນສາຂານີ້ເພາະການຮຽນການສອນແມ່ນເນັ້ນລົງຕົວຈິງ.
ສີລາໄດ້ແນະນຳວ່າ: ສຳລັບນ້ອງໆທີ່ກຳລັງຮຽນຢູ່ ມ.7 ມີຄວາມສົນໃຈຢາກຈະມາຮຽນແມ່ນຢາກໃຫ້ສຶກສາຫາຂໍ້ມູນໃຫ້ລະອຽດເດີ ແລະ ຢາກໃຫ້ກຽມຄວາມໝັ້ນໃຈຂອງເຮົາມາໃຫ້ເຕັມທີ່ໂລດ.

ສະພາບແວດລ້ອມທີ່ສີລາຮຽນແມ່ນທຸກຢ່າງຄ້າຍຄືກັບລາວເກືອບທຸກຢ່າງ ແລະ ມີອິດສະຫຼະດ້ານການແຕ່ງຕົວ. ເຊິ່ງຂໍ້ນີ້ຫຼາຍໆຄົນແມ່ນໜ້າຈະມັກແນ່ນອນ, ແຕ່ສິ່ງທີ່ສີລາບອກວ່າຕ້ອງໄດ້ປັບຄື ການເວົ້າ ຊໍ ຊ້າງ ມັນເວົ້າຍາກແຮງ
ສີລາມີຄວາມຝັນທີ່ຈະເປັນດາລາ-ນັກສະແດງ ແລະ ເປັນນາງແບບມືອາຊີບທີ່ມີຊື່ສຽງ, ນີ້ຄືຝັນທີ່ສຳຄັນ ແລະ ຍັງເປັນອັນດັບທີ່ໜຶ່ງໃນໃຈ, ສີລາເຊື່ອວ່າ “ບໍ່ມີຫຍັງທີ່ເຮົາຈະເຮັດບໍ່ໄດ້ຖ້າຄວາມພະຍະຍາມເຮົາຫຼາຍພໍ”.
ສີລາໄດ້ເລົ່າວ່າ: ແຕ່ກ່ອນຈະມາເປັນສີລາໃນປັດຈຸບັນ, ສິລາໄດ້ຜ່ານການດິ້ນລົນມາຫຼາຍຢ່າງ ແລະ ໄດ້ເບິ່ງລຸ້ນເອື້ອຍລຸ້ນອ້າຍທີ່ເພິ່ນໄປຮອດຄວາມຝັນສູງສຸດເປັນແບບຢ່າງທີ່ດີ, ເພື່ອເກັບມາເປັນແຮງຊຸກດັນ ແລະ ເວົ້າກັບຕົນເອງວ່າ “ເຂົາເຮັດໄດ້ເຮົາກໍເຮັດໄດ້”.

ສີລາຍັງໄດ້ເລົ່າຍ້ອນກັບໄປຕື່ມອີກວ່າ: ຍ້ອນຢາກຈະໃຫ້ຝັນເປັນຈິງສີລາເລີຍໄດ້ອອກແລ່ນຊອກຕາມຫາໂອກາດມາໂດຍຕະຫຼອດ. ຄວາມທ້າທາຍຂອງສີລາຄືໄດ້ສູ້, ການໄດ້ເຮັດຫຍັງພຽງຄົນດຽວ, ຕ້ອງໄດ້ດູແລຕົນເອງ ແລະ ເຮັດທຸກຢ່າງຄົນດຽວໃຫ້ລື້ງເຄີຍ.
ເພາະໃນບາງເທື່ອທຶນເຮົາກະບໍ່ພໍໃນຄ່າໃຊ້ຈ່າຍການເດີນທາງແຕ່ເຮົາກະພະຍະຍາມຜ່ານມັນໄປໃຫ້ໄດ້ ແລະ ຄວາມຜິດພາດທີ່ຜ່ານມາສາມາດເກີດຂື້ນໄດ້ທຸກຄົນເກັບຄວາມຜິດພາດເປັນບົດຮຽນ. ໃຫ້ໄດ້ຮູ້ວ່າສິ່ງນີ້ເຮົາບໍ່ຄວນເຮັດມັນອີກຕໍ່ໄປ
ສຸດທ້າຍນີ້, ກໍຝາກຕິດຕາມຜົນງານເພາະສີລາແດ່ເດີ ເພາະສີລາຍັງມີຜົນງານເດີນແບບ, ການສະແດງລະຄອນ ແລະ ອີກຫຼາຍຜົນງານ ລໍຖ້າເບິ່ງໄວ້ເລີຍ.
ໂດຍ: ທີມບັນນາທິການ Muan