Highlights
- BOY TO SHINE ເປັນລາຍການຊອກຫາສິລະປິນກຸ່ມຊາຍໜ້າໃໝ່ ເພື່ອເຂົ້າສັງກັດ A-List Talent Agency ໂດຍຄັດເລືອກຜູ້ສະໝັກ 200 ຄົນ ໃຫ້ເຫຼືອພຽງ 30 ຄົນໃນຮອບທຳອິດ.
- ຜູ້ເຂົ້າແຂ່ງຂັນຕ້ອງຜ່ານພາລະກິດໃນແຕ່ລະຕອນ ເພື່ອພິສູດທັກສະ ແລະ ເຜີຍສະເໜ່ໃນຖານະເດັກຝຶກ (Trainee) ກ່ອນຈະກ້າວໄປເປັນສິລະປິນມືອາຊີບ.
- ໃນແຕ່ລະສັບປະດາຈະມີການຄັດຄົນອອກເທື່ອລະ 2-3 ຄົນ ຈົນກວ່າຈະເຫຼືອຜູ້ຊະນະກຸ່ມສຸດທ້າຍພຽງ 5 ຫຼື 7 ຄົນ ເທົ່ານັ້ນ.
ຈະໄດ້ເບິ່ງແລ້ວ! ລາຍການແຂ່ງຂັນ (Survival) ສຸດເດືອດ ເພື່ອຊອກຫາກຸ່ມສິລະປິນຊາຍ (Boyband) ໜ້າໃໝ່ “BOY TO SHINE” ແລະ ຜູ້ຊະນະກໍຈະໄດ້ສັງກັດຢູ່ໃນຄ້າຍ A-List Talent Agency.
ຫຼັງຈາກເພຈທາງການຂອງ A-List ໄດ້ເປີດໃຫ້ລົງທະບຽນສະໝັກ ກໍມີຜູ້ເຂົ້າສະໝັກຫຼາຍເຖິງ 200 ຄົນ. ແຕ່ໃນການແຂ່ງຂັນນີ້, ຈະມີພຽງ 30 ຄົນເທົ່ານັ້ນທີ່ເຫຼືອລອດຈາກການຄັດອອກໃນຮອບທຳອິດ.
ໃນໄວໆນີ້, ເຮົາກໍຈະໄດ້ເຫັນໂສມໜ້າພວກເຂົາໃນລາຍການ “BOY TO SHINE” ພ້ອມກັບການເຮັດພາລະກິດສຸດທ້າທາຍໃນແຕ່ລະຕອນ.
ພວກເຂົາຕ້ອງໄດ້ສະແດງ ທັກສະ-ຄວາມສາມາດ ໃນຖານະເດັກຝຶກ (Trainee) ເພື່ອກ້າວເຂົ້າສູ່ການເປັນສິລະປິນເຕັມໂຕ ແລະ ພ້ອມສ່ອງສະຫວ່າງສະເໜ່ສະເພາະໂຕອອກມາຄືກັບຊື່ລາຍການ.
ໃນແຕ່ລະຕອນ ຜູ້ເຂົ້າແຂ່ງຂັນກໍຈະໄດ້ເຮັດພາລະກິດຕ່າງໆ ແລະ ຈະມີຄົນຖືກຄັດອອກເທື່ອລະ 2-3 ຄົນ ຈົນຮອດຕອນສຸດທ້າຍທີ່ຈະເຫຼືອພຽງແຕ່ 5 ຫຼື 7 ຄົນ ທີ່ຈະໄດ້ເດບິວ (Debut).
ໃນ 30 ຄົນນີ້, ຈະມີໃຜແດ່ທີ່ໄດ້ໄປຕໍ່! ບອກເລີຍວ່າແຕ່ລະຄົນບໍ່ທຳມະດາ. ໃຜຈະເປັນຜູ້ຊະນະ 5 ຫຼື 7 ຄົນສຸດທ້າຍທີ່ຈະໄດ້ເດບິວ (Debut) ໃນຄ້າຍ A-List? ຕ້ອງຖ້າຕິດຕາມ!