ໄວ້ອາໄລໃຫ້ກັບຄວາມຮັກເພື່ອບອກລາຄວາມເສົ້າ ຊວນແຕ່ງ Black Outfit ໃນ Sunday night ກັບເພງ BLACK SUNDAY

ແບ່ງປັນ

ໄວ້ອາໄລໃຫ້ກັບຄວາມຮັກເພື່ອບອກລາຄວາມເສົ້າ ຊວນແຕ່ງ Black Outfit ໃນ Sunday night ກັບເພງ BLACK SUNDAY

16 January 2025● 320

ການລວມຕົວໃນຄັ້ງນີ້ເຮັດໃຫ້ແຟນເພງຕື່ນເຕັ້ນກັນເພາະ HUENCREW, VVIIV, DeeRoc, Luh Wvn, lilpaper, sumt1me, D1Zzzy, Jefff, LexNoLex, Horlock, trusj ທີ່ໄດ້ມາຮ່ວມຮ້ອງເພງດ້ວຍກັນຢ່າງເພງ “BLACK SUNDAY”.

ເພງ BLACK SUNDAY ໄດ້ເປັນການບອກເລົ່າເຖິງຄວາມຜິດຫວັງ ແລະ ຄວາມເຈັບປວດທີ່ເກີດຂື້ນໃນຄວາມສຳພັນທີ່ບໍ່ມີທາງທີ່ຈະຄືນດີ ຫຼື ກັບມາໄດ້. ເນຶ້ອເພງເລີ່ມຕົ້ນໄດ້ເລົ່າເຖິງການຍອມຮັບການເລີກລາຈົບຄວາມສຳພັນ ແລະ ການທີ່ຕ້ອງແຍກຍ້າຍກັນໄປເຖິງຈະມີຄວາມຜູກພັນຕໍ່ກັນຢູ່ກໍຕາມ.

ໃນເນື້ອເພງຈະມີຄຳວ່າ “Black Outfit” ແລະ “Sunday night” ໄດ້ຖືກນຳມາໃຊ້ໃນຄວາມໝາຍຂອງຄວາມຮູ້ສຶກທີ່ສູນເສຍ ເຊິ່ງອາດຈະໝາຍເຖິງການປຽບທຽບປະລິມານຂອງຄວາມເສົ້າເສຍໃຈທີ່ມີ ແລະ ການແຕ່ງກາຍດ້ວຍຊຸດສີດຳກໍຍັງເປັນສັນຍາລັກຂອງການໄວ້ອາໄລໃນຄວາມຮັກຄັ້ງນີ້ ແລະ ເປັນການຮັບຮູ້ວ່າໃນທ້າຍສຸດບໍ່ມີຫຍັງທີ່ຈະສາມາດເຮັດໃຫ້ຄວາມຮັກຄັ້ງນີ້ກັບຄືນໄດ້.

ໃນແຕ່ລະ Verse ທີ່ນັກຮ້ອງແຕ່ລະຄົນໄດ້ມາຮ້ອງເພື່ອບອກເລົ່າເລື່ອງລາວກໍໄດ້ເວົ້າການໄດ້ຮັບຜົນກະທົບຂອງຄວາມຮັກໃນຮູບແບບຕ່າງໆ, ທັງຄວາມຜິດຫວັງ ແລະ ຄວາມເຈັບປວດທີ່ເຮັດໃຫ້ຄົນຜູ້ໜຶ່ງຮູ້ສຶກເສຍໃຈທີ່ຕ້ອງປົດປ່ອຍອີກຝ່າຍໄປ. ຄວາມຫວັງທີ່ຈະຄືນຄວາມສຳພັນກັບຄືນຫຼັງຈາກທີ່ເກີດຄວາມຜິດຫວັງ ແລະ ຄວາມຮູ້ສຶກເສຍດາຍທີ່ໄດ້ຖືກຕອບໂຕ້ດ້ວຍຄວາມຂົມຂືນເພາະຄວາມຮັກໄດ້ຈົບລົງໄປແລ້ວ.

ຮູບພາບຈາກ IG: x_x_x_vviiv

ໃນເອັມວີເພງໄດ້ເຮັດເປັນໂທນພາບຂາວດຳທີ່ໄດ້ສະແດງໃຫ້ເຫັນຊັດເຈນວ່າແຕ່ລະຄົນນັ້ນກໍລ້ວນຜ່ານຄວາມເຈັບປວດມາ ແລະ ໃນ Sunday ກໍໄດ້ແຕ່ງ Black Outfit ມາລວມຕົວກັນ Party ເພື່ອແຊຣ໌ບອກເລົ່າໃຫ້ໝູ່ຟັງ.

ອ່ານຕື່ມ:  ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ໂດຍ: ທີມບັນນາທິການ Muan

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.