ໜ້າຫຼັກ Muan.la - ສາລະບັນເທີງ The Interview ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ
The Interview

ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ແບ່ງປັນ

ມາແຮງກັນສຸດໆໃນຕອນນີ້ກັບແຣັບເປີສາວໜ້າໃໝ່ເຈົ້າຂອງເພງ “ສາວປັອບສະຕາ” ທີ່ມາໃນແນວສະໜຸກສະໜານມ່ວນຊື່ນ ແລະ ເພງ “ບໍ່ເປັນຫຍັງ” ທີ່ມາໃນແນວຊື້ງໆເສົ້າໆແຕ່ຕ້ອງຂໍບອກວ່າທັງສອງເພງແມ່ນມ່ວນ ແລະ ຟັງງ່າຍ, ທຸກຄົນຕ້ອງໄດ້ລອງຟັງກັນ.

ພອນສະຫວັນ ໂຊກປີຊາ ຫຼື ແນ່ມ, ສິລະປິນສາວແດນຈຳປາສັກຈາກພາກໃຕ້ຂອງລາວ ທີ່ທັງຮ້ອງ-ແຣັບ ແລະ ແຕ່ງເພງເອງ, ປັດຈຸບັນອາຍຸ 26 ປີ. ຫຼ້າສຸດເພງທີ່ໄດ້ປ່ອຍອອກມາໃຫ້ພວກເຮົາໄດ້ຟັງໃນຊ່ອງຍູທູປຂອງລາວຢ່າງເພງສາວປັອບສະຕາ ກໍເປັນເພງທີ່ເຮັດໃຫ້ເປັນກະແສຫຼາຍທັງໃນໂຊຊ້ຽວມີເດຍໃນຕິກຕອກ ແລະ ເຟສບຸກ ຕ່າງກໍແຫ່ກັນແຊຣ໌ເພງຂອງລາວພ້ອມດ້ວຍບອກຕໍ່ກັນວ່າຕ້ອງໄດ້ຮີບມາຟັງກ່ອນຈະລົມກັບໝູ່ບໍ່ຮູ້ເລື່ອງ.

ຈາກທີ່ມ່ວນໄດ້ລົມກັບແນ່ມ, ລາວນັ້ນກໍເປັນຄົນສະບາຍໆງ່າຍໆ ແລະ ບໍ່ມັກຄວາມວຸ່ຍວາຍ, ເວລາວ່າງກໍມັກອ່ານປຶ້ມ, ຟັງເພງ ແລະ ຂຽນເພງ. ດ້ວຍຄວາມເປັນຄົນງ່າຍໆອາຫານທີ່ລາວມັກກິນກໍກິນໄດ້ໝົດເລີຍ, ບໍ່ມີເມນູໃດມັກເປັນພິເສດແຕ່ຈະບໍ່ມັກກິນເຜັດ ແລະ ເຄັມ.

ແນ່ມມີໄອດໍທີ່ມັກກໍຄື Centralcee ແລະ Vanda. ສີ່ງທີ່ເປັນເປົ້າໝາຍໃນປັດຈຸບັນນີ້ກໍຄືການເຮັດເພງ, ເຊິ່ງຈຸດເລີ່ມຕົ້ນກ່ຽວກັບຄວາມມັກໃນການຮ້ອງເພງ-ແຣັບແມ່ນຍ້ອນໃຈມັກເຖິງວ່າຈະເປັນຄົນຮ້ອງເພງບໍ່ມ່ວນຫຼາຍ ແລະ ລາວກໍໄດ້ຄິດໄວ້ຫຼາຍປີແລ້ວເລື່ອງການເຮັດເພງເປັນຂອງຕົວເອງ ແຕ່ບໍ່ມີໂອກາດໄດ້ລົງມືເຮັດຈັກເທື່ອ, ໃນປີ 2025 ນີ້ ກໍຕ້ອງຮີບເລີ່ມລົງມືແລ້ວ ແລະ ຍ້ອນຮູ້ຈັກກັບ Jo Laotai producer ຈາກ 22 studio, ຫຼັງຈາກນັ້ນ ກໍໄດ້ອອກມາເປັນເພງທີ່ໄດ້ປ່ອຍໄປໃຫ້ທຸກຄົນໄດ້ຟັງ.

ຜົນງານທີ່ລາວໄດ້ປ່ອຍອອກມາທັງໝົດຕອນນີ້ກໍມີ 2 ເພງຄື: ເພງ ຕ້ອງບໍ່ເປັນຫຍັງ ແລະ ເພງ ສາວປັອບສະຕາ. ເພງທີ່ເຮັດໃຫ້ທຸກຄົນຮູ້ຈັກແນ່ມຫຼາຍຂຶ້ນກໍເປັນເພງທີ 2 ເພງ ສາວປັອບສະຕາ, ເຊິ່ງແຮງບັນດານໃຈໃນການແຕ່ງເພງແມ່ນຢາກປະຍຸກເພງບ້ານເຮົາໃຫ້ເຂົ້າກັບສະໄໝນີ້.

“ບໍ່ຄ່ອຍຈະເຫັນເພງທີ່ມີສຳນຽງຂອງລາວທ້ອງຖິ່ນປະສົມກັບດົນຕີສະໄໝໃໝ່ຫຼາຍພໍປານໃດ, ເລີຍຢາກໃຊ້ສຳນຽງຄຳເວົ້າທ້ອງຖິ່ນທີ່ເປັນເອກະລັກ ແລະ ສ້າງສີສັນແປກໃໝ່ໃຫ້ບ້ານເຮົາຫຼາຍຂຶ້ນ” ແນ່ມໄດ້ກ່າວໄວ້.

ບັນຍາກາດການຖ່າຍເອັມວີເພງ ສາວປັອບສະຕາ ທີ່ໄດ້ປ່ອຍອອກມາຫຼ້າສຸດທີ່ມີສອງເວີຊັ່ນ “ສາວ Pop Star ແລະ ແຣັບຕອນໃດ?” ນັ້ນແມ່ນແຕກຕ່າງກັນຫຼາຍ ເພາະສາວປັອບສະຕາເວີຊັ່ນທຳອິດຄື: ຖ່າຍຢູ່ແຂວງຈຳປາສັກ, ບ້ານຂອງແນ່ມເອງ, ແຕ່ເວີຊັ່ນ ແຣັບຕອນໃດ? ແມ່ນເດີນທາງມາໄກ ເດີນທາງຂຶ້ນມານະຄອນຫຼວງວຽງຈັນ, ເຊິ່ງວ່າມີຫຍຸ້ງຍາກຫຼາຍຢ່າງ ແຕ່ເຖິງວ່າຈະມີອຸປະສັກສ່ຳໃດກໍດີໃຈທີ່ເພງອອກມາດີເກິນຄາດໄວ້.

ອ່ານຕື່ມ:  ຊວນມາ “ຕົກຂຸມຮັກ” ນຳກັນກັບໜຸ່ມຫຼໍ່ນ້ອງໃໝ່ ນ້ອຍ ພົງສັກ ສິລະປິນຈາກຄ້າຍ miracle music

ໃນສ່ວນເອກະລັກແນວເພງຂອງແນ່ມທີ່ແຕກຕ່າງແມ່ນລວມທຸກຢ່າງເລີຍ ເພາະຫຼັກໆກໍຄືເນື້ອເພງຂອງລາວຈະມີຄວາມແປກຫູຜູ້ຟັງຄົນໃນບ້ານເຮົາໃນອະນາຄົດແນ່ນອນ ແລະ ແນ່ມຍັງມີຄວາມຄິດວ່າຢາກຈະຊ່ວຍສະໜັບສະໜຸນເປັນແບບຢ່າງໃຫ້ນ້ອງໆລຸ້ນໃໝ່, ເພາະນ້ອງໆຫຼາຍຄົນແມ່ນພວກເຂົາເກັ່ງຫຼາຍ ແຕ່ພວກເຂົາຍັງຂາດຄວາມໝັ້ນໃຈ ແລະ ການຍອມຮັບຈາກສັງຄົມ.

ແນ່ມເລີຍຄິດວ່າຢາກເປັນພຽງສ່ວນໜຶ່ງທີ່ຊ່ວຍຊຸກດັນໃຫ້ນ້ອງໆກ້າອອກມາສະແດງຈຸດຢືນຄວາມມັກຮັກໃນເລື່ອງສິລະປະທາງດົນຕີຫຼາຍຂຶ້ນ.

ຖ້າໃນອະນາຄົດສິລະປິນລາວທີ່ແນ່ມຢາກຮ່ວມຜົນງານນຳຫຼາຍທີ່ສຸດກໍຄື Sts73 ແລະ Zamio P ຖ້າມີໂອກາດ ຫຼື ມີຄວາມເປັນໄປໄດ້ນັ້ນແນ່ມບອກວ່າກໍຈະດີໃຈຫຼາຍ.

ສຸດທ້າຍນີ້ຝາກຜົນງານຂອງແນ່ມທີ່ຈະປ່ອຍໃນໄວໆນີ້ແດ່ເດີ ລາວກຳລັງຈະມີ single ທີ່ຈະປ່ອຍຕ້ອນຮັບເດືອນແຫ່ງຄວາມຮັກ ກຸມພາ 2025 ນີ້ ແລະ ເພງອື່ນໆອີກທີ່ກຳລັງຕາມມາ. ຝາກຜົນງານປັດຈຸບັນ ແລະ ຜົນງານໃນອະນາຄົດຊ່ວຍທີ່ຕິດຕາມຮັບຟັງ ແລະ ເປັນກໍາລັງໃຈໃຫ້ແນ່ມກັນແດ່ເດີພີ່ນ້ອງ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.