ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips 5 ຄວາມສຳັພນແປກໆ ໃຜທີ່ຢາກມີຮັກແທ້ຄວນຫຼີກລ້ຽງ
Muan RelationTips

5 ຄວາມສຳັພນແປກໆ ໃຜທີ່ຢາກມີຮັກແທ້ຄວນຫຼີກລ້ຽງ

ແບ່ງປັນ

ເລື່ອງຂອງຄວາມສຳພັນ ເປັນເລື່ອງທີ່ຊັບຊ້ອນ, ເພາະຮູບແບບຂອງຄວາມສຳພັນ ນອກຈາກຈະຮັກກັນແລະຄົບກັນເປັນແຟນ ກໍຍັງມີອີກຫຼາກຫຼາຍຮູບແບບ, ບາງແບບກໍອາດຈະບໍ່ໄດ້ເປັນແຟນກັນ ແຕ່ມີຄວາມສຳພັນທີ່ເລິກເຊິ່ງນຳກັນ, ບາງຄົນກໍອາດຈະຮັກກັນ ຫຼື ຮັກຝ່າຍດຽວ ແຕ່ມີຮູບແບບຄວາມສຳພັນອີກແບບອື່ນ, ສະນັ້ນ ມື້ນີ້ມ່ວນຈະມາທຸກຄົນມາຮູ້ຈັກກັບ 5 ຮູບແບບຄວາມສຳພັນແປກໆ ທີ່ທຸກຄົນອາດຈະບໍ່ເຄີຍໄດ້ຍິນ ຫຼື ເຄີຍໄດ້ຍິນມາກ່ອນແລ້ວ.

1. ແອບແຊັບ (Stashing)

ປັນຄວາມສຳພັນທີ່ໄດ້ຮັບຄວາມນິຍົມຫຼາຍໃນໝູ່ໄວລຸ້ນຍຸກນີ້ ໂດຍເລີ່ມຈາກການລົມກັນ, ໄປທ່ຽວຫຼິ້ນນຳກັນ ຈົນເກີດເປັນຄວາມສຳພັນທີ່ເລິກເຊິ່ງ ແຕ່ຕ້ອງເກັບເປັນຄວາມລັບ ບໍ່ໃຫ້ໃຜຮູ້ ແລະ ຍັງເຮັດໂຕຄືຄົນໂສດ ທັງໂຕຈິງ ແລະ Social ອີກດ້ວຍ.

2. ດຽວມາ ດຽວຫາຍ (Ghosting)

ຄວາມສຳພັນແບບນີ້ແມ່ນໄວລຸ້ນຫຼາຍຄົນມັກເປັນຫຼາຍ ກໍຄືຖ້າລົມກັນແປັບໜຶ່ງ ແລ້ວຮູ້ສຶກເບື່ອ ກໍຈະຫາຍໄປເລີຍແບບບໍ່ບອກບໍ່ກ່າວ ແລະ ບໍ່ມີການບອກເລີຍວ່າຈະກັບມາຕອນໃດ.. ບາງທີການກະທຳນີ້ອາດຈະເຮັດໃຫ້ອີກຝ່າຍທີ່ເປັນຝ່າຍຖ້າເສຍໃຈກໍໄດ້.

3. ໝູ່ທີ່ມີຫຍັງກັນແຕ່ບໍ່ຜູກມັດ (Friend with Benefits)

ເປັນຄວາມສຳພັນທີ່ເປັນໝູ່ກັນ ແຕ່ມີເພດສຳພັນກັນໄດ້ ໂດຍບໍ່ຕ້ອງເປັນແຟນກັນ ແລະ ມີເງື່ອນໄຂກໍຄື ບໍ່ຜູກມັດ, ຫ້າມຫຶງຫວງອີກຝ່າຍ ແລະ ຫ້າມຄິດເກີນໝູ່.

4. ມີແຟນແລ້ວ ແຕ່ຢາກມີຄົນລົມ (Cushioning)

ເວລາຄົນບາງຄົນມີແຟນເປັນໂຕເປັນຕົນແລ້ວ ແຕ່ກໍຍັງລັກຫາຄົນລົມ, ລັກມີໃຈໃຫ້ຄົນອື່ນ ໂດຍຄິດວ່າ ຢາກເປີດໂອກາດໃຫ້ຕົນເອງໄດ້ເຈິຄົນໃໝ່ໆ ແລະ ຖ້າຫາກວ່າເຈິຄົນທີ່ຖືກໃຈ ກໍພ້ອມທີ່ຈະຖິ້ມແຟນ ແລ້ວຄົບກັບຄົນໃໝ່ທັນທີ.

5. ແຟນກັນວັນດຽວ (Cuffing Season)

ບາງຄົນທີ່ຮູ້ສຶກຢາກມີເຫງົາ, ບໍ່ຢາກຢູ່ຄົນດຽວ, ຢາກມີແຟນ ແຕ່ບາດມີແຟນພັດເບື່ອ, ຢາກຢູ່ຄົນດຽວຫຼາຍກວ່າ ຄົນຈຳນວນນີ້ເລີຍນິຍົມທີ່ຈະມີແຟນແຕ່ເທດສະການສຳຄັນເທົ່ານັ້ນເຊັ່ນ: ວາເລັນທາຍ, ຄຣິສມາສ ແລະ ອື່ນໆ.

ອ່ານຕື່ມ:  ເມື່ອເຈົ້າເປັນນັກຊ໊ອບປິ້ງຕົວຍົງ "ເພາະຂອງມັນຕ້ອງມີ" ຢາກຢຸດຊື້ຄວນເຮັດແນວໃດດີ?

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ໂສດ 100% ເພາະມີ Self-Partnered ການສ້າງຄວາມສຳພັນທີ່ໝັ້ນຄົງຕ້ອງເລີ່ມຈາກໂຕເອງ

Self-Partnered ການມີຄວາມສຸກຢູ່ກັບໂຕເອງດ້ວຍຄວາມເຕັມໃຈ ບໍ່ແມ່ນວ່າຈະ "ປະຕິເສດທີ່ຈະຮັກ" ແຕ່ພວກເຂົາຮຽນຮູ້ວ່າ "ຄວາມສຳພັນທີ່ໝັ້ນຄົງທີ່ສຸດແມ່ນເລີ່ມຈາກໂຕເອງ".

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.