ກຽມພົບກັບຄອນເສີດໃຫຍ່ຂອງ ອາລູນ້າ “ເມື່ອຄວາມຮູ້ສຶກບອກ” Aluna Live Concert

ແບ່ງປັນ

ກຽມພົບກັບຄອນເສີດໃຫຍ່ຂອງ ອາລູນ້າ “ເມື່ອຄວາມຮູ້ສຶກບອກ” Aluna Live Concert

10 September 2025● 229

ຖ້າເວົ້າເຖິງຊື່ນັກຮ້ອງຍິງທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກ ໜຶ່ງໃນນັ້ນຄົງເປັນໄປບໍ່ໄດ້ທີ່ຈະບໍ່ມີຊື່ຂອງ ອາລູນ້າ ຖາວອນສຸກ ຫຼື Aluna. ຖ້າໃຜທີ່ຄິດຮອດເພງຂອງນັກຮ້ອງສາວຄົນນີ້ ໃນໄວໆນີ້ເຮົາຈະໄດ້ໄປຄອນເສີດໃຫຍ່ຂອງລາວກັນແລ້ວ.

Aluna ໄດ້ອອກມາປະກາດຄອນເສີດຂອງລາວ ເຊິ່ງຈະຈັດຂຶ້ນໃນວັນທີ 11 ຕຸລາ 2025ນີ້ ໃນຊື່ “ເມື່ອຄວາມຮູ້ສຶກບອກ” Aluna Live Concert.

Aluna ເຈົ້າຂອງເພງດັງຫຼາຍເພງເຊັ່ນ: ທຸກ 5 ນາທີ, ໄຮ້ດຽງສາ, ໄຮໂຊ, ລະດູການທີ່ບໍ່ມີເຈົ້າ ແລະ ຄວາມຮູ້ສຶກບອກ ເປັນຕົ້ນ.

ນອກຈາກຈະໄດ້ຟັງເພງມ່ວນໆຈາກ Aluna ແລ້ວນັ້ນ ລາວຍັງນຳທັບເພື່ອນສິລະປິນເຊັ່ນ: ແຊມ Sam Intharaphithak, Tee Oudalay, Taiy Akards ແລະ OLA Blackeyes ມາສ້າງສີສັນໃຫ້ກັບຄອນເສີດທີ່ຈະເຖິງນີ້ອີກດ້ວຍ.

ພິເສດກໍຄື ນອກຈາກຈະໄດ້ໄປຟັງເພງມ່ວນໆແລ້ວ ຄອນເສີດຄັ້ງນີ້ຍັງເປັນຄອນເສີດການກຸສົນນຳອີກ. ລາຍຮັບຫຼັງຈາກຫັກຄ່າໃຊ້ຈ່າຍທັງໝົດຈະຖືກນຳໄປຊື້ອຸປະກອນການແພດເພື່ອຊ່ວຍເຫຼືອໂຮງໝໍເດັກແຫ່ງຊາດ, ໂດຍສະເພາະແມ່ນການປິ່ນປົວພະຍາດມະເຮັງ, ພະຍາດທາງເລືອດ ແລະ ພະຍາດໂລຫິດຈາງ.

ການສະໜັບສະໜຸນຄອນເສີດຄັ້ງນີ້, ນອກຈາກຈະເປັນການໃຫ້ກຳລັງໃຈສິລະປິນແລ້ວ ຍັງເປັນການສົ່ງຕໍ່ຄວາມຊ່ວຍເຫຼືອ ແລະ ຄວາມຫວັງໃຫ້ກັບເດັກນ້ອຍທີ່ກຳລັງປ່ວຍ. ມາຮ່ວມກັນສ້າງຄວາມຊົງຈຳທີ່ອົບອຸ່ນ ແລະ ສົ່ງຕໍ່ສິ່ງດີໆໃຫ້ສັງຄົມໄປພ້ອມໆກັນ.

ຄອນເສີດ “ເມື່ອຄວາມຮູ້ສຶກບອກ” ໂດຍ Aluna ຈະຈັດຂຶ້ນທີ່ ຫໍວັດທະນະທຳແຫ່ງຊາດ ໃນວັນທີ 11 ຕຸລາ 2025 ນີ້.

ອ່ານຕື່ມ:  ຢາກຮູ້ (Are you 4real) ຂອງ Aluna Thavonsouk ເພງທີ່ສື່ເຖິງຄວາມຈິງໃຈຈາກຄວາມສໍາພັນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.