ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຢາກຮູ້ (Are you 4real) ຂອງ Aluna Thavonsouk ເພງທີ່ສື່ເຖິງຄວາມຈິງໃຈຈາກຄວາມສໍາພັນ
Muan Listen - ມ່ວນຊວນຟັງ

ຢາກຮູ້ (Are you 4real) ຂອງ Aluna Thavonsouk ເພງທີ່ສື່ເຖິງຄວາມຈິງໃຈຈາກຄວາມສໍາພັນ

ແບ່ງປັນ
Getting your Trinity Audio player ready...

ເພງ “ຢາກຮູ້ (Are you 4real)” ຂອງ Aluna Thavonsouk ເປັນການນໍາເພງເກົ່າມາເລົ່າໃໝ່ໃນປີ 2025 ໄດ້ຢ່າງລົງຕົວ ດ້ວຍເນື້ອຫາທີ່ສະທ້ອນຄວາມຮູ້ສຶກຂອງຄົນທີ່ເຄີຍຊິນກັບການຢູ່ຄົນດຽວ, ແຕ່ຖ້າຈະມີໃຜຈັກຄົນຈະເຂົ້າມາໃນຊິວິດ ກ່ອນທີ່ຈະເປີດໃຈກໍຢາກຈະຮູ້ວ່າ ເຂົາມີຄວາມຈິງໃຈກັບເຮົາແທ້ຈິງ ຫຼື ບໍ່.

“ເຈົ້າມີບໍ່ຄວາມຈິງໃຈ….ຢາກຮູ້” ເປັນຫົວໃຈຫຼັກຂອງເພງທີ່ຕ້ອງການຄວາມສື່ຊັດ ແລະ ຄວາມຊັດເຈນໃນຄວາມສໍາພັນ, ສະແດງໃຫ້ເຫັນເຖິງຄວາມກັງວົນ ແລະ ຄວາມຢ້ານທີ່ຈະຕ້ອງພົບເຈີກັບຄວາມຜິດຫວັງຊ້ໍາຮອຍເກົ່າ ຄືກັບຄວາມຮັກຄັ້ງກ່ອນທີ່ຜ່ານມາ, ເພງໃຫ້ອາລົມຄືເຮົາບໍ່ຢາກເຈັບອີກແລ້ວ ຢາກເຈີຄວາມຮັກຈິງໃຈຕໍ່ກັນ.

“ຢາກຮູ້ (Are you 4real)” ບໍ່ແມ່ນພຽງແຕ່ເພງ style Pop ທົ່ວໄປ ແຕ່ເປັນເພງທີ່ສະແດງເຖິງຄວາມເຕິບໂຕຈາກຄວາມເຈັບປວດທີ່ຜ່ານມາ ຢາກຈະພົບກັບຄວາມໝັ້ນຄົງໃນຄວາມຮັກ ແລະ ກ້າທີ່ຈະຖາມຫາຄວາມຈື່ງໃຈໃນຄວາມສໍາພັນ ເພື່ອປົກປ້ອງຫົວໃຈຂອງຕົວເອງ.

ອ່ານຕື່ມ:  Imel ສ້າງສີສັນແປກໃໝ່ ໃນເພງ Trust issues ດ້ວຍດົນຕີສະໄຕລ໌ City Pop
ບົດຄວາມທີ່ກ່ຽວຂ້ອງ

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

“guncharlie (ກັນ ຊາລີ)” ຫຼື “ກັນ-ເສດຖະພົງ ເອວະສຸກ” ນ້ອງຮ້ອງ-ນັກສະແດງຈາກປະເທດໄທ, ຜູ້ທີ່ເຄີຍເຂົ້າແຂ່ງຂັນໃນລາຍການ The Rapper 2 ເມື່ອ...

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.