ຮອດທ້າຍອາທິດແລ້ວ ບໍ່ຢາກເສົ້າຊຶມຢູ່ບ້ານ ມັດລວມ 6 ກິດຈະກຳດີໆຫຼາກຫຼາຍສີສັນ

Key Takeaways:
- Lao Foodie Forum is an event for restaurant and cafe owners to learn management techniques, covering topics like profit, staff management, and marketing.
- A Listening Party is being held where attendees can submit their favorite rainy day songs, and the organizers will play them and share the stories behind them.
- The European Film Festival in Savannakhet is showcasing the film 'Mikado' from Romania and Czech Republic, featuring a Lao dubbed version, along with snacks and a Q&A with the voice actors.
- Ta Lad Noy (Small Market) is a weekend event featuring local handicrafts, food, and traditional Lao music, offering a relaxing atmosphere and workshops.
- A Taekwondo competition to win the South Korean Ambassador's Cup is taking place, encouraging young athletes and fans of martial arts.
ທ້າຍອາທິດນີ້ ຖ້າຍັງບໍ່ຮູ້ຊິໄປເລາະໃສດີ, ມ່ວນຊວນໄປ ມັດຮວມ 6 ກິດຈະກຳໜ້າສົນໃຈມາໃຫ້ແລ້ວ. ງານນີ້ມີຄົບທຸກສາຍ ເລືອກໄປໄດ້ຕາມໃຈມັກເລີຍ.
ສາຍເຮັດທຸລະກິດຮ້ານອາຫານ ແລະ ຄາເຟ່ ທີ່ກຳລັງປວດຫົວເລື່ອງກຳໄລ ຫຼື ເລື່ອງພະນັກງານ ຕ້ອງໄປງານ Lao Foodie Forum ເພື່ອຟັງເຕັກນິກການບໍລິຫານດີໆ. ສາຍຊິລມັກຟັງເພງ ກໍມີງານ Listening party ໃຫ້ສົ່ງເພງປະຈຳໂຕໃນມື້ຝົນຕົກໄປເປີດ ແລະ ເລົ່າຄວາມຊົງຈຳກັນ.
ໃຜຢູ່ສະຫວັນນະເຂດ ແລ້ວຢາກເບິ່ງຮູບເງົາ ຍັງມີເທດສະການຮູບເງົາເອີຣົບ ທີ່ນຳເອົາຮູບເງົາເວີຊັນພາກສຽງພາສາລາວ ມາສາຍໃຫ້ເບິ່ງກັນອີກ. ຖ້າຢາກເລາະຊື້ເຄື່ອງຫັດຖະກຳ, ກິນອາຫານທ້ອງຖິ່ນ ພ້ອມຟັງດົນຕີລາວເດີມ ກໍແວ່ໄປ ຕະຫຼາດນ້ອຍ ໄດ້.
ສ່ວນສາຍກີລາ ທີ່ຢາກໄປເຊຍນັກກີລາລາວເຮົາ ຍັງມີການແຂ່ງຂັນເທຄວັນໂດ້ຊີງຂັນ ສະຖານທູດ ສ ເກົາຫຼີ ໃຫ້ໄປຮ່ວມເຊຍ. ປິດທ້າຍດ້ວຍສາຍເວີກຊອບ ກໍສາມາດໄປປ່ອຍໃຈຜ່ອນຄາຍກັບການຈັດດອກໄມ້ ພ້ອມດື່ມເຄື່ອງດື່ມແບບບໍ່ຈຳກັດຢູ່ Workshop ຈັດດອກໄມ້ ໄດ້ເລີຍ.

Lao Foodie Forum – ບໍລິຫານການກິນ
ເຄີຍເປັນບໍ່? ເປີດຮ້ານອາຫານ ຫຼື ຄາເຟ່ ແລ້ວຮູ້ສຶກປວດຫົວແທບທຸກມື້. ລູກຄ້າກໍເຂົ້າຮ້ານເລື້ອຍໆ, ສິນຄ້າກໍຂາຍດີ ແຕ່ພໍມາໄລ່ເບິ່ງເງິນແທ້ໆ ເປັນຫຍັງຄືບໍ່ເຫັນກຳໄລເລີຍ.
ຍັງບໍ່ພໍ, ລູກຄ້າມາເທື່ອດຽວແລ້ວກໍຈັກຫາຍໄປໃສ, ສ່ວນເລື່ອງພະນັກງານກໍຊອກຍາກຊອກຊາ, ປ່ຽນຄົນຢູ່ເລື້ອຍໆຈົນຊິບໍ່ໄຫວແລ້ວ ຖ້າໃຜກຳລັງເຈິກັບບັນຫາພວກນີ້ຢູ່ ຢ່າຟ້າວຟ້າວທໍ້ໃຈໄປເດີ.
ທ້າຍອາທິດນີ້, ມ່ວນຊວນໄປ ຈະພາໄປງານ “QPOS presents The Lao Foodie Forum – ບໍລິຫານການກິນ”. ງານນີ້ຖືເປັນໂອກາດທີ່ດີທີ່ຈະໄດ້ມາຮຽນຮູ້ວິທີປ່ຽນຮູບແບບການເຮັດທຸລະກິດຮ້ານອາຫານ ແລະ ຄາເຟ່ ເຮັດໃຫ້ເຮົາເຮັດວຽກໄດ້ງ່າຍຂຶ້ນ.
ພາຍໃນງານ, ເຮົາຈະໄດ້ຟັງປະສົບການຈິງຈາກເຈົ້າຂອງທຸລະກິດທີ່ເຄີຍຜ່ານປະສົບການນີ້ມາ ທັງຄົນລາວ ແລະ ຄົນໄທ ທີ່ຈະມາເລົ່າໃຫ້ຟັງແບບບໍ່ມີກັກ! ບໍ່ວ່າຈະເປັນເລື່ອງການຈັດການເງິນໃນຮ້ານ, ວິທີຄຸ້ມຄອງພະນັກງານໃຫ້ຢູ່ກັບເຮົາດົນໆ ລວມໄປເຖິງເຕັກນິກການຕະຫຼາດທີ່ເຮັດໃຫ້ລູກຄ້າກັບມາຮ້ານເຮົາເລື້ອຍໆ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 5 – 6 ກັນຍາ 2026
- ເວລາ: 8:30 – 18:00 ໂມງ
- ສະຖານທີ່: ໂຮງແຮມ ອາມາຣີ ວຽງຈັນ (Amari Vientiane), ນະຄອນຫຼວງວຽງຈັນ.

Listening party (Parlour x Saya)
ຫຼາຍຄົນຄົງມີຄວາມຮູ້ສຶກຄືກັນ ເວລາຝົນຕົກຢູ່ນັ້ນມັກຈະມີທຳນອງ ຫຼື ເມໂລດີ້ໃດໜຶ່ງລອຍເຂົ້າມາໃນຫົວ, ບາງເທື່ອການໄດ້ຟັງໃນຊ່ວງເວລານັ້ນກໍເຮັດໃຫ້ຍິ້ມໄດ້ ແຕ່ບາງເພງກໍພາໃຫ້ຄິດຮອດຄວາມຊົງຈຳເກົ່າໆຈົນຮູ້ສຶກເສົ້າ.
ຖ້າເຈົ້າມີເພງປະຈຳໂຕໃນມື້ຝົນຕົກແບບນີ້ຢູ່, ມ່ວນຊວນໄປ ມີກິດຈະກຳດີໆມາບອກ ເພາະງານ Listening party (Parlour x Saya) ກຳລັງເປີດໂອກາດໃຫ້ເຮົາສົ່ງ ສົ່ງເພງຂອງຝົນ (ຂອງເຈົ້າ)” ໃນແບບຂອງໂຕເອງໄປໄດ້ຄົນລະ 1 ເພງ.
ທີມຜູ້ຈັດງານກໍຈະສຸ່ມເລືອກເພງທີ່ເຮົາສົ່ງໄປເອົາມາເປີດໃຫ້ຟັງໃນງານ ພ້ອມທັງຊວນເຈົ້າຂອງເພງຂຶ້ນເລົ່າເລື່ອງລາວຄວາມຊົງຈຳເບື້ອງຫຼັງເພງນັ້ນໃຫ້ທຸກຄົນໄດ້ຟັງກັນ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 5 ກັນຍາ 2026
- ເວລາ: 17:30 – 20:30 ໂມງ
- ສະຖານທີ່: Saya Atelier, ນະຄອນຫຼວງວຽງຈັນ.

European Film Festival 2026
ທ້າຍອາທິດນີ້, ຖ້າໃຜຢູ່ສະຫວັນນະເຂດ ແລ້ວຍັງບໍ່ຮູ້ຊິໄປເລາະໃສ, ມ່ວນຊວນໄປ ມີງານໜ້າສົນໃຈມາເລົ່າໃຫ້ຟັງ. ຕອນນີ້ ຮູບເງົາສັ້ນລ້ານຊ້າງ (LanXang Shorts) ຮ່ວມກັບ ເທດສະການຮູບເງົາເອີຣົບ 2026 ນຳເອົາຮູບເງົາເລື່ອງ Mikado ຈາກປະເທດໂຣມາເນຍ ແລະ ເຊັກໂກ ມາສາຍໃຫ້ໄດ້ເບິ່ງກັນ.
ທີ່ຄັກໄປກວ່ານັ້ນແມ່ນຮູບເງົາເລື່ອງນີ້ເປັນເວີຊັນ “ພາກສຽງພາສາລາວ” ເຊິ່ງທີມງານນັກພາກກໍແມ່ນຄົນທີ່ຜ່ານການຝຶກອົບຮົມມາກ່ອນ. ນອກຈາກຊິໄດ້ເບິ່ງຮູບເງົາແບບເຕັມອິ່ມແລ້ວ, ກ່ອນເລີ່ມງານກໍຍັງມີອາຫານວ່າງໃຫ້ກິນຫຼິ້ນ, ພ້ອມທັງມີກິດຈະກຳນັ່ງລົມ ແລກປ່ຽນຄວາມຄິດເຫັນກັບທີມງານນັກພາກສຽງແບບເປັນກັນເອງອີກດ້ວຍ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 5 ກັນຍາ 2026
- ເວລາ: 16:30 ໂມງ
- ສະຖານທີ່: ໂຮງຮູບເງົາລາວຈະເຣີນ (Laochaleun Cineplex), ນະຄອນໄກສອນ ສະຫວັນນະເຂດ.

TA LARD NOY (ຕະຫຼາດນ້ອຍ)
ຖ້າໃຜກຳລັງຊອກຫາບ່ອນເລາະຫຼິ້ນຊິລໆ, ມ່ວນຊວນໄປ ມີບ່ອນໜຶ່ງມາແນະນຳ ເຊິ່ງຢາກໃຫ້ທຸກຄົນລອງແວ່ໄປເລາະ “ຕະຫຼາດນ້ອຍ” ເບິ່ງ ເພາະ Le Padaek ໄດ້ຮວບຮວມເອົາເຄື່ອງຫັດຖະກຳ, ງານຄຣາຟ ແລະ ເຄື່ອງ Handmade ສີມືຄົນລາວເຮົາເອງມາລວມໄວ້ທີ່ສະຖານທີ່ນີ້.
ນອກຈາກຊິໄດ້ເລາະເບິ່ງເລາະຊື້ເຄື່ອງງາມໆທີ່ບໍ່ຄືໃຜແລ້ວ, ຍັງມີກິດຈະກຳ Workshop ໃຫ້ໄດ້ລອງເຮັດເພີນໆອີກດ້ວຍ. ຖ້າເລາະຈົນເມື່ອຍກໍບໍ່ຕ້ອງຫ່ວງ ເພາະຢູ່ໃນງານມີທັງອາຫານທ້ອງຖິ່ນ ແລະ ເຄື່ອງດື່ມເຢັນໆ ໃຫ້ເລືອກກິນຕາມໃຈ.
ມັນເປັນສິ່ງທີ່ເຮັດໃຫ້ສຸກໃຈສຸດໆ ບວກກັບບັນຍາກາດດີໆທີ່ມີສຽງດົນຕີລາວເດີມຫຼິ້ນໃຫ້ຟັງກັນສົດໆ. ນັ່ງກິນໄປ, ຟັງເພງໄປ ຂໍບອກວ່າໄດ້ຜ່ອນຄາຍກັນແທ້ໆ. “ຕະຫຼາດນ້ອຍ” ຈັດທຸກໆທ້າຍອາທິດ ເສົາ ແລະ ອາທິດ ເລີຍເດີທຸກຄົນ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 5 – 6 ກັນຍາ 2026
- ເວລາ: 11:00 – 20:00 ໂມງ
- ສະຖານທີ່: Le Padaek, ນະຄອນຫຼວງວຽງຈັນ.
ການແຂ່ງຂັນກີລາເທຄວັນໂດ້
ໃຜທີ່ເປັນສາຍກີລາ ແລະ ສົນໃຈຢາກເຫັນສີມືຄວາມທຸ່ມເທຂອງໄວໜຸ່ມລາວເຮົາໃນເວທີການແຂ່ງຂັນລະດັບປະເທດ ຕອນນີ້ກຳລັງຈະມີການແຂ່ງຂັນກີລາເທຄວັນໂດ້ຊີງຂັນ ສະຖານທູດ ສ ເກົາຫຼີ ເຊິ່ງເປັນເວທີທີ່ຮວບຮວມເອົານັກກີລາເທຄວັນໂດ້ຫຼາຍຮຸ່ນມາປະຊັນສີມືກັນ.
ງານນີ້ບໍ່ພຽງແຕ່ເປັນການລ່າລາງວັນ ແລະ ຊີງຂັນຊະນະເລີດເທົ່ານັ້ນ, ແຕ່ຍັງເປັນໂອກາດດີທີ່ນັກກີລາຈະໄດ້ພັດທະນາທັກສະ, ສ້າງມິດຕະພາບ ແລະ ເສີມສ້າງຄວາມສຳພັນອັນດີຮ່ວມກັນອີກດ້ວຍ. ຖ້າໃຜມັກບັນຍາກາດການເຊຍກີລາແບບສຸດມັນ ແລະ ຢາກໄປໃຫ້ກຳລັງໃຈນັກກີລາລາວເຮົາ ກໍແວ່ໄປຮ່ວມຊົມຮ່ວມເຊຍກັນໄດ້.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 5 – 6 ກັນຍາ 2026
- ເວລາ: 9:00 – 17:00 ໂມງ
- ສະຖານທີ່: Parkson Laos, ນະຄອນຫຼວງວຽງຈັນ.

Flower Arrangement Workshop
ຢາກຫາເວລາປ່ອຍຮ່າງກາຍ ແລະ ຈິດໃຈໃຫ້ໄດ້ຜ່ອນຄາຍ ພ້ອມສ້າງງານສິລະປະທີ່ບອກເລົ່າເຖິງຕົວຕົນຂອງເຈົ້າບໍ່? ມ່ວນຊວນໄປ ໄປເຈິ Workshop ຈັດດອກໄມ້ຜ່ານໜ້າຟີດມາ ຄິດໄວ້ວ່າມັນຕ້ອງເຮັດໃຫ້ຜ່ອນຄາຍ ແລະ ອົບອຸ່ນແນ່ນອນ.
ງານນີ້ທຸກຄົນຊິໄດ້ຮຽນຮູ້ການຈັດດອກໄມ້ໃນແບບຂອງໂຕເອງ, ໄດ້ຊໍ່ດອກໄມ້ສີມືໂຕເອງກັບບ້ານ, ແຖມຍັງໄດ້ດື່ມ ກາເຟ, ສະມູດຕີ້ ແລະ Prosecco ແບບບໍ່ຈຳກັດຕະຫຼອດງານອີກດ້ວຍ.
ລາຍລະອຽດກ່ຽວກັບງານ
- ວັນງານ: ວັນທີ 6 ກັນຍາ 2026
- ເວລາ: 14:00 – 16:00 ໂມງ
- ສະຖານທີ່: OATH HOUSE, ນະຄອນຫຼວງວຽງຈັນ.