ປັກໝຸດກິດຈະກຳໄວ້ ແລ້ວອອກໄປເລາະ ລວມ 3 ກິດຈະກຳສຸດຄັກທີ່ຈະເຮັດໃຫ້ບໍ່ເຫງົາ

ແບ່ງປັນ

ປັກໝຸດກິດຈະກຳໄວ້ ແລ້ວອອກໄປເລາະ ລວມ 3 ກິດຈະກຳສຸດຄັກທີ່ຈະເຮັດໃຫ້ບໍ່ເຫງົາ

11 September 2026 27
AI Summarized

Key Takeaways:

  • ງານ "ຄຸນຄ່າ ພູມປັນຍາລາວ" (Value of Lao Wisdom) ໄດ້ລວມເອົາງານສີມື ແລະ ເອກະລັກຄວາມເປັນລາວ ພ້ອມມີ Workshop ໃຫ້ລົງມືເຮັດດ້ວຍຕົວເອງຫຼາຍຢ່າງ ເຊັ່ນ: ປັ້ນດິນ, ຂົ້ວກາແຟ, ປັກແສ່ວ, ແກະສະຫຼັກໄມ້, ຈັດດອກໄມ້, ເຮັດພາຂວັນ, ຕຳຫູກທໍໄໝ, ພັບດອກໄມ້ຈາກຜ້າເສດ ແລະ ຮຽນຮູ້ການເຮັດເຫຼົ້າໄຫ.
  • ງານ "ຄຸນຄ່າ ພູມປັນຍາລາວ" ຈັດຂຶ້ນ ວັນທີ 9 – 13 ກັນຍາ 2026, ເວລາ 10:00 – 20:00 ໂມງ, ທີ່ ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ), ນະຄອນຫຼວງວຽງຈັນ.
  • ງານ "ຕະຫຼາດນ້ອຍ" (Ta Lard Noy) ລວມເອົາຜະລິດຕະພັນລາວທີ່ຫຼາກຫຼາຍ ແລະ ຜົນງານເຮັດມືຈາກຝີມືຄົນພື້ນທີ່ ໃຫ້ໄດ້ຊົມ ແລະ ອຸດໜຸນ.
  • ງານ "ຕະຫຼາດນ້ອຍ" ຈັດຂຶ້ນ ວັນທີ 12 – 13 ກັນຍາ 2026 (ເປີດທຸກໆ ເສົາ - ອາທິດ), ເວລາ 11:00 – 20:00 ໂມງ, ທີ່ Le Padaek, ນະຄອນຫຼວງວຽງຈັນ.
  • ງານວາງສະແດງ "ຜົນງານຂອງສິລະປິນພຳນັກ" ULao Art Residency 2026 ທີ່ຫຼວງພະບາງ, ປະກອບມີ ຜົນງານໃໝ່ໆ ທີ່ສິລະປິນໄດ້ໃຊ້ເວລາຫຼາຍອາທິດໃນການຮ່ວມສ້າງສັນ, ໄດ້ຮັບແຮງບັນດານໃຈມາຈາກທຳມະຊາດ, ສິ່ງແວດລ້ອມ, ວັດທະນະທຳ ແລະ ວິຖີຊີວິດຂອງຄົນຫຼວງພະບາງ.
ອ່ານຕື່ມ:  ຮອດທ້າຍອາທິດແລ້ວ ບໍ່ຢາກເສົ້າຊຶມຢູ່ບ້ານ ມັດລວມ 6 ກິດຈະກຳດີໆຫຼາກຫຼາຍສີສັນ

ວັນເສົາ-ອາທິດນີ້ ຢ່າປ່ອຍໃຫ້ເວລາຜ່ານໄປຊື່ໆ ມາປັກໝຸດໄວ້ເລາະເລີຍ ມ່ວນຊວນໄປ ລວມ 3 Event ສຸດເກໃນທ້າຍອາທິດນີ້ ທີ່ຈະພາເຮົາໄປເປີດປະສົບການຮັບແຮງບັນດານໃຈ ພ້ອມລອງເຮັດກິດຈະກຳໃໝ່ໆ ແລະ ເສບງານສິລະປະເທ່ໆ ນຳກັນ.

ຮີບທັກຫາໝູ່ ແລ້ວຊວນກັນອອກໄປເລາະເລີຍ.

ຄຸນຄ່າ ພູມປັນຍາລາວ

ຢາກຫາເລື່ອງອອກໄປເລາະ ເປີດຫູເປີດຕາຫາແນວໃໝ່ໆເຮັດຢູ່ແມ່ນບໍ? ວັນເສົາ-ວັນອາທິດ ວ່າງໆແບບນີ້ ມາລອງໄປເລາະງານ “ຄຸນຄ່າ ພູມປັນຍາລາວ  (Value of Lao Wisdom)” ນຳກັນເບິ່ງ. ງານນີ້ໄດ້ລວມເອົາງານສີມື ແລະ ເອກະລັກຄວາມເປັນລາວເຮົາ ມາໃຫ້ໄດ້ລອງຊົມ, ລອງເຮັດ ແລະ ສໍາຜັດດ້ວຍໂຕເອງແບບຈັດເຕັມເລີຍ.

ໃຜທີ່ບໍ່ຢາກເປັນພຽງຜູ້ຊົມ ງານນີ້ມີ Workshop ໃຫ້ເຮົາໄດ້ລົງມືເຮັດດ້ວຍຕົວເອງຫຼາຍຢ່າງເລີຍ ບໍ່ວ່າຈະເປັນການລອງປັ້ນດິນ, ຂົ້ວກາແຟລາວຫອມໆ, ປັກແສ່ວຜ້າມົ້ງ, ຕຳກີ່ແອວເຜົ່າກະຕູ ຫຼື ລອງແກະສະຫຼັກໄມ້ສິລະປະລ້ານຊ້າງ.

ນອກນັ້ນ, ກໍຍັງມີການສອນຈັດດອກໄມ້, ເຮັດພາຂວັນ, ຕຳຫູກທໍໄໝ, ພັບດອກໄມ້ຈາກຜ້າເສດ ແລະ ຮຽນຮູ້ພູມປັນຍາການເຮັດເຫຼົ້າໄຫອີກດ້ວຍ. ມ່ວນຊວນໄປ ຂໍບອກວ່າ ງານນີ້ເຮົາຈະໄດ້ທັງຄວາມຮູ້, ໄດ້ທັງເຄື່ອງທີ່ເຮົາເຮັດເອງຕິດມືກັບບ້ານ.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນທີ 9 – 13 ກັນຍາ 2026
  • ເວລາ: 10:00 – 20:00 ໂມງ
  • ສະຖານທີ່: ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ), ນະຄອນຫຼວງວຽງຈັນ.

Ta Lard Noy (ຕະຫຼາດນ້ອຍ)

ຢາກຫາບ່ອນປົດປ່ອຍຄວາມຄິດສ້າງສັນ ແລະ ອອກໄປເລາະຫາແຮງບັນດານໃຈໃໝ່ໆຢູ່ແມ່ນບໍ? ຖ້າວ່າງກໍຊວນໝູ່ອອກໄປເລາະທີ່ “ຕະຫຼາດນ້ອຍ” ນຳກັນເລີຍ.

ອ່ານຕື່ມ:  ຮອດທ້າຍອາທິດແລ້ວ ບໍ່ຢາກເສົ້າຊຶມຢູ່ບ້ານ ມັດລວມ 6 ກິດຈະກຳດີໆຫຼາກຫຼາຍສີສັນ

ບ່ອນນີ້ໄດ້ລວມເອົາຜະລິດຕະພັນລາວທີ່ຫຼາກຫຼາຍ ແລະ ຜົນງານເຮັດມືງາມໆຈາກຝີມືຄົນພື້ນທີ່ມາໄວ້ໃຫ້ໄດ້ຊົມໄດ້ເລືອກເບິ່ງກັນ ແລະ ຍັງສາມາດອຸດໜຸນພວກເຂົາໄດ້. ມ່ວນຊວນໄປ ຕ້ອງບອກວ່າມັນຄຸ້ມສຸດໆເດີ ເພາະທັງໄດ້ອອກໄປຍ່າງເລາະຫຼິ້ນ ໄດ້ທັງສຳຜັດງານສິລະປະເຮັດມືເກໆ.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນທີ 12 – 13 ກັນຍາ 2026 (ເປີດທຸກໆ ເສົາ – ອາທິດ)
  • ເວລາ: 11:00 – 20:00 ໂມງ
  • ສະຖານທີ່: Le Padaek, ນະຄອນຫຼວງວຽງຈັນ.

ງານວາງສະແດງ “ຜົນງານຂອງສິລະປິນພຳນັກ”

ມາປັກໝຸດໄປເບິ່ງງານສິລະປະນຳກັນເລີຍທຸກຄົນ,  ຖ້າໃຜທີ່ໄປທ່ຽວຫຼວງພະບາງໃນຊ່ວງນີ້ ຫຼື ເປັນຄົນພື້ນທີ່ຢູ່ແລ້ວ ຕ້ອງໄປງານວາງສະແດງ “ຜົນງານຂອງສິລະປິນພຳນັກ” ULao Art Residency 2026 ເຊິ່ງງານນີ້ໄດ້ລວມເອົາຜົນງານໃໝ່ໆທີ່ສິລະປິນໄດ້ໃຊ້ເວລາຫຼາຍອາທິດໃນການຮ່ວມສ້າງສັນເປັນງານສິລະປະສຸດພິເສດ.

ງານແຕ່ລະແບບ ກໍແມ່ນເປັນການເລົ່າເລື່ອງລາວທີ່ໄດ້ຮັບແຮງບັນດານໃຈມາຈາກທຳມະຊາດ, ສິ່ງແວດລ້ອມ, ວັດທະນະທຳ ແລະ ວິຖີຊີວິດຂອງຄົນຫຼວງພະບາງ ຜ່ານມຸມມອງ ແລະ ສີມືຂອງສິລະປິນຫຼາຍທ່ານເລີຍ.

ໃຜທີ່ມັກເບິ່ງງານສິລະປະ ຫຼື ຢາກເຫັນຫຼວງພະບາງໃນມຸມທີ່ແຕກຕ່າງອອກໄປ ລອງຊວນກັນອອກໄປເລາະໄປຊົມເບິ່ງ ຮັບຮອງວ່າຈະໄດ້ແຮງບັນດານໃຈໃໝ່ໆກັບມາຢ່າງແນ່ນອນ.

ລາຍລະອຽດກ່ຽວກັບງານ

  • ວັນງານ: ວັນທີ 27 ສິງຫາ – 27 ກັນຍາ 2026 (ເປີດໃຫ້ຊົມທຸກມື້)
  • ເວລາ: ເລີ່ມ 9:30 – 20:00 ໂມງ
  • ສະຖານທີ່: ສູນຂໍ້ມູນຂ່າວສານຂອງໂຮງໝໍເພື່ອນລາວ (LFHC Visitor Center) “The Blue House”, ນະຄອນຫຼວງພະບາງ.
ອ່ານຕື່ມ:  ຮອດທ້າຍອາທິດແລ້ວ ບໍ່ຢາກເສົ້າຊຶມຢູ່ບ້ານ ມັດລວມ 6 ກິດຈະກຳດີໆຫຼາກຫຼາຍສີສັນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.