ໜ້າຫຼັກ Muan Tips ໃຈພັງບໍ່ໄຫວ? 5 ທຣິກງ່າຍໆ ເພື່ອຮັບມືກັບມື້ທີ່ທັງເມື່ອຍ ແລະ ຈິດຕົກ
Muan Tips

ໃຈພັງບໍ່ໄຫວ? 5 ທຣິກງ່າຍໆ ເພື່ອຮັບມືກັບມື້ທີ່ທັງເມື່ອຍ ແລະ ຈິດຕົກ

ແບ່ງປັນ

ຊີວິດບໍ່ໄດ້ມີແຕ່ຄວາມສຸກສົມຫວັງຕະຫຼອດໄປແຫຼະ! ບາງມື້ກໍດີ ຍິ້ມຈົນເຈັບແກ້ມ ປາກແຫ້ງໄປໝົດ, ແຕ່ບາງມື້ກໍຮູ້ສຶກຄືຖືກຊີວິດເອົາຄືນ ທັງເມື່ອຍກາຍ ທັງໃຈວຸ້ນວາຍ ຈົນຢາກຈະຮ້ອງອອກມາວ່າ “ພໍແລ້ວ!”.

ແຕ່ດຽວກ່ອນ. ຄວາມຮູ້ສຶກຈິດຕົກນີ້ມັນບໍ່ໄດ້ຢູ່ກັບເຮົາຕະຫຼອດໄປດອກ. ພຽງແຕ່ເຮົາຮູ້ທຣິກປັບຕົວ ແລະ ດູແລໃຈໃນມື້ທີ່ຮູ້ສຶກດາວນ໌, ກໍພໍຈະພາຕົວເອງກັບມາເປັນຄົນເກົ່າໄດ້ແລ້ວ.

ມື້ນີ້ເຮົາມີທຣິກມາແຊ 5 ຢ່າງ ທີ່ທັງງ່າຍ ແລະ ສະບາຍ ແບບບໍ່ຕ້ອງຝືນຕົວເອງ ແຕ່ກໍຊ່ວຍໃຫ້ໃຈເບົາລົງໄດ້ຈົນໜ້າຕົກໃຈ. ມາເບິ່ງກັນເລີຍ!

  1. ປ່ອຍຕົວເອງໃຫ້ໄດ້ຊິວ: ຖ້າໃຈມັນບໍ່ໄຫວ ກໍບໍ່ຕ້ອງຝືນຕໍ່! ຖອຍອອກມາຈາກເລື່ອງທີ່ທຳຮ້າຍຄວາມຮູ້ສຶກເຮົາ ແລ້ວໄປຫາເຮັດສິ່ງທີ່ມັກ ຫຼື ທີ່ມັນຊ່ວຍໃຫ້ຜ່ອນຄາຍ ເຊັ່ນ: ການນອນເບິ່ງຊີຣີ່, ກິນຂອງແຊບໆ, ຟັງເພງສະໄຕລ໌ທີ່ເປັນເຈົ້າ ຫຼື ເປີດໜັງມ່ວນໆຈັກເລື່ອງເບິ່ງ.
  2. ແຊັດລະບາຍກັບໝູ່ສາຍຊັບພອດ: ບາງທີການມີໝູ່ທີ່ພ້ອມຮັບຟັງກໍຄືຢາປົວທີ່ດີທີ່ສຸດ! ລອງຫາໝູ່ສະໜິດ, ຄົນທີ່ເຈົ້າໄວ້ໃຈ ຫຼື ຄອບຄົວມາລົມນຳ. ການໄດ້ລະບາຍຈະຊ່ວຍໃຫ້ຮູ້ສຶກບໍ່ໂດດດ່ຽວ ແລະ ມີຄົນຄອຍເປັນກຳລັງໃຈໃຫ້.
  3. ເຮັດສິ່ງທີ່ມັກ: ບໍ່ວ່າຈະເປັນການແຕ້ມຮູບ, ເຕັ້ນ, ຫຼິ້ນເກມ ຫຼື ແມ່ນແຕ່ການຍ່າງຊິວໆຢູ່ສວນສາທາລະນະ ກໍຊ່ວຍໃຫ້ເຈົ້າລືມເລື່ອງບໍ່ສະບາຍໃຈໄດ້ຄາວໜຶ່ງ ແถມຍັງຮູ້ສຶກມ່ວນຂຶ້ນອີກ!
  4. ຝຶກສະຕິແບບຊິວໆ: ຖ້າຄວາມຄິດມັນວຸ່ນວາຍໄປໝົດ ລອງມານັ່ງຊິວໆ ຫຼື ນອນໃນທ່າທີ່ສະບາຍ, ຫຼັບຕາລົງ ແລ້ວສັງເກດລົມຫາຍໃຈເຂົ້າ-ອອກ. ຖ້າຄິດໄປທາງອື່ນ ກໍດຶງກັບມາທີ່ລົມຫາຍໃຈຄືນ. ເຮັດແບບນີ້ຈັກ 5-10 ນາທີ ກໍຊ່ວຍໃຫ້ໃຈສະຫງົບລົງໄດ້ແລ້ວ.
  5. ໃຫ້ກຳລັງໃຈຕົວເອງ: ຢ່າລືມເວົ້າດີໆກັບຕົວເອງແດ່ເດີ. ບອກຕົວເອງວ່າ “ມື້ບໍ່ດີມັນກະປົກກະຕິແຫຼະ ໃຜໆກໍເປັນ” ແລ້ວຫາສິ່ງດີໆໃນຊີວິດມາໂຟກັສ. ຖ້າມີຫຍັງທີ່ຮູ້ສຶກພູມໃຈ ກໍໃຫ້ລາງວັນຕົວເອງຈັກໜ້ອຍ ເຊັ່ນ: ການກິນຂອງທີ່ມັກ ຫຼື ຊື້ຂອງເລັກໆນ້ອຍໆໃຫ້ໂຕເອງກໍໄດ້..

ເບິ່ງແລ້ວ ງ່າຍໆແບບນີ້ ລອງເອົາໄປໃຊ້ເບິ່ງເດີ້. ແລ້ວມື້ທີ່ຈິດຕົກກໍຈະບໍ່ເປັນຕາຢ້ານອີກຕໍ່ໄປ!

See also  ເມື່ອມີຄວາມຮັກແລ້ວນ້ຳໜັກຂຶ້ນ ເປັນຫຍັງຄູ່ທີ່ຮັກກັນດີຈຶ່ງພາກັນກິນເກັ່ງແທ້

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ໃກ້ຄຽງ
Muan Tips

ຮັກສາຫົວໃຈຈາກຄວາມຜິດຫວັງ ໃຫ້ມີຄວາມສຸກໃນທຸກມື້ ລອງ Check ສຸຂະພາບຈິດວ່າເຈົ້າຍັງສະບາຍດີບໍ່?

ເວລາມີບັນຫາບາງຢ່າງເກີດຂື້ນ ບໍ່ວ່າຈະເປັນເລື່ອງນ້ອຍ ຫຼື ເລື່ອງໃຫຍ່, ມັນລ້ວນກະທົບຈິດໃຈຂອງເຮົາໄດ້ງ່າຍໆ ເພາະຄົນເຮົານັ້ນມີສະພາວະທາງດ້ານອາລົມໃນການແບກຮັບຄວາມກົດດັນໄດ້ບໍ່ເທົ່າກັນ ແລະ ນັ້ນເປັນສາເຫດທີ່ພວກເຮົານັ້ນຄວນຕ້ອງກັບມາດູແລ ແລະ ຮັກສາສຸຂະພາບຈິດໃຫ້ດີ ເພື່ອຕົວເອງນັ້ນຈະໄດ້ມີຄວາມສຸກໃນທຸກມື້. ພວກເຮົາລອງມາ...

Muan Tips

ກັບມາເພື່ອຫຍັງ? ຫາຍໄປແລ້ວກັບມາບອກຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນພຶດຕິກຳນີ້ເອີ້ນວ່າ Zombieing

ກັບມາເພື່ອຫຍັງ? ຫາຍໄປຢູ່ໆກັບມາບອກ ຄິດຮອດ ເຮັດຄືບໍ່ມີຫຍັງເກີດຂຶ້ນ ພຶດຕິກຳນີ້ເອີ້ນວ່າ Zombieing

Muan Tips

ມື້ພັກຍາວຜ່ານໄປ ຮູ້ສຶກ ເສົ້າ-ເບື່ອ ບໍ່ຢາກເຮັດຫຍັງ Check ເບິ່ງວ່າເຮົາເປັນ Post Holiday Blue?

ວັນຢຸດຍາວຜ່ານໄປ ຮູ້ສຶກເສົ້າເບື່ອບໍ່ຢາກເຮັດຫຍັງ Check ເບິ່ງວ່າເຮົາເປັນ Post Holiday Blue?

Muan Tips

ແຜ່ນດິນໄຫວເປັນຕາຢ້ານ ແຕ່ຄວນຮັບມືຢ່າງມີສະຕິ ເພື່ອປົກປ້ອງທັງຮ່າງກາຍ ແລະ ຈິດໃຈ

ແຜ່ນດິນໄຫວເປັນໄພພິບັດທາງທຳມະຊາດທີ່ອາດເກີດຂຶ້ນໂດຍທີ່ເຮົາບໍ່ຄາດຄິດ ແລະ ນອກຈາກຈະສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ຊັບສິນແລ້ວ, ຍັງອາດກະທົບຕໍ່ສຸຂະພາບຈິດໃຈຂອງຜູ້ປະສົບໄພໄດ້ອີກ. ຄວາມເຄັ່ງຕຶງ, ຄວາມຢ້ານກົວ ແລະ ຄວາມຮູ້ສຶກສູນເສຍອາດເກີດຂຶ້ນໄດ້ ທັງໃນລະຫວ່າງ ແລະ...