ອາທິດນີ້ເຖິງວ່າອາກາດຈະໜາວ ໃຜກໍບໍ່ຄ່ອຍຢາກຈະຕີງໂຕກັນປານໃດ ແຕ່ວົງການສິລະປະຂອງບ້ານເຮົາກຳລັງກັບມາເລີ່ມຟົດຟື້ນກັນອີກຄັ້ງ! ງານນີ້ຖືວ່າເປັນງານຕົ້ນປີທີ່ໜ້າສົນໃຈເລີຍ ເປັນການລວມເອົາຜົນງານຄັກໆຈາກສິລະປິນຫຼາກຫຼາຍຄົນມາລວມໄວ້ໃນບ່ອນດຽວ ກັບນິທັດສະການ COEXISTENCE ໂດຍກຸ່ມສິລະປິນ Lost Jigsaw ທີ່ຈັດຂຶ້ນໃນລະຫວ່າງວັນທີ 15 – 26 ມັງກອນ 2025 ທີ່ i:cat gallery. ເອົາລະ ໃຜທີ່ພ້ອມຈະໄປເສບງານສິນກັບເຮົາແລ້ວ ກໍກຽມໂຕຮັບປະສົບການໃໝ່ໆໄປພ້ອມໆກັນເລີຍ. COEXISTENCE...
ການລວມຕົວໃນຄັ້ງນີ້ເຮັດໃຫ້ແຟນເພງຕື່ນເຕັ້ນກັນເພາະ HUENCREW, VVIIV, DeeRoc, Luh Wvn, lilpaper, sumt1me, D1Zzzy, Jefff, LexNoLex, Horlock, trusj ທີ່ໄດ້ມາຮ່ວມຮ້ອງເພງດ້ວຍກັນຢ່າງເພງ “BLACK SUNDAY”. ເພງ BLACK SUNDAY ໄດ້ເປັນການບອກເລົ່າເຖິງຄວາມຜິດຫວັງ ແລະ ຄວາມເຈັບປວດທີ່ເກີດຂື້ນໃນຄວາມສຳພັນທີ່ບໍ່ມີທາງທີ່ຈະຄືນດີ ຫຼື...
ບໍລິສັດໄຟຟ້າ ນໍ້າເທີນ 2 ຈຳກັດ ກ້າວເຂົ້າສູ່ປີທີ 15 ຂອງການຜະລິດໄຟຟ້າຢ່າງເປັນທາງການ ດ້ວຍການເປີດໂຕໂລໂກ້ ສະເຫຼີມສະຫຼອງຄົບຮອບ 15 ປີໃນວັນທີ 15 ມັງກອນ 2025 ທີ່ຜ່ານມາ ເພື່ອສະທ້ອນຄວາມສຳເລັດ ແລະ ຄວາມມຸ່ງໝັ້ນໃນການສົ່ງເສີມພະລັງງານສະອາດ ທີ່ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມໃນລາວ ແລະ ພາກພື້ນຢ່າງຍືນຍົງ....
ມື້ນີ້ມ່ວນມີຊີຣີສ໌ດີໆອີກໜຶ່ງເລື່ອງມາເລົ່າສູ່ທຸກຄົນຟັງ ແລະ ໄດ້ຈັບປະເດັນທາງສັງຄົມທີ່ສຳຄັນຢ່າງ LGBTQ+ ເນື່ອງຈາກໄດ້ຮັບອັບເດດວ່າປະເທດໄທ “ໄດ້ອະນຸມັດໃຫ້ມີກົດໝາຍຮອງຮັບສົມລົດເທົ່າທຽມ” ມ່ວນເລີຍຢາກນຳປະເດັນທີ່ໜ້າສົນໃຈໃນຊີຣີສ໌ເລື່ອງ Love in the Big City (2024) ມານຳສະເໜີ. ໂດຍເນື້ອຫາແມ່ນໄດ້ເລົ່າກ່ຽວກັບການໃຊ້ຊີວິດໃນເມືອງໃຫຍ່ຂອງກຸ່ມຄົນລຸ້ນໃໝ່ໃນ ໂຊລ ເກົາຫຼີໃຕ້ ທີ່ບອກເລົ່າເຖິງຄວາມສຳພັນຂອງກຸ່ມໝູ່ເພື່ອນ ແລະ ຄົນຮັກທີ່ຕ້ອງປະເຊີນກັບຄວາມຊັບຊ້ອນຂອງຊີວິດ ທັງເລື່ອງຄວາມຮັກ, ສຸຂະພາບ, ການຊອກຫາຕົວຕົນ...
ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ
“ຢູ່ບໍ່ໄດ້ແລ້ວ! ຂ້ອຍໂສດມາຈະ 3 ອາທິດແລ້ວ ຢາກມີແຟນ~” ບັນຫານີ້ຫຼາຍໆຄົນຄົງຈະເຄີຍພົບເຈິ, ທັງກັບຄົນໃກ້ຕົວ ຫຼື ອາດຈະແມ່ນເລື່ອງລາວທີ່ກົງກັບເຈົ້າໂດຍກົງ. ອາການທີ່ມັກຈະເກີດຂຶ້ນກໍແບບວ່າເລີກກັບຄົນເກົ່າປຸບ ຮີບຫາຄົນໃໝ່ປັບ, ເພາະຊີວິດນີ້ເຮົາຈະຂາດຄວາມຮັກໄດ້ແນວໃດເພາະຊີວິດມັນບໍ່ມັນສີສັນເລີຍ. ພຶດຕິກຳແບບ Serial Monogamy ມີຄວາມໝາຍທີ່ສື່ເຖິງການມີຄວາມຮັກຄວາມສຳພັນກັບເທື່ອລະຄົນ ແລະ ຕ້ອງການໄດ້ຮັບຄວາມຮັກຢ່າງຕໍ່ເນື່ອງ ແລະ ຍຶດໝັ້ນຊື່ສັດກັບຮັກຄັ້ງນັ້ນພຽງຄົນດຽວ, ແຕ່ເມື່ອໃດທີ່ຕ້ອງໄດ້ຈົບຄວາມສຳພັນລົງກໍຈະເລີ່ມຊອກຫາຄວາມສຳພັນຄວາມຮັກຄັ້ງໃໝ່ທັນທີ ແລະ ມັນກໍໄດ້ວົນລູບແບບນີ້ຊ້ຳໆຢູ່ເລື່ອຍໄປ....
ເມື່ອເວົ້າເຖິງສິລະປິນຮຸ່ນໃໝ່ຂອງລາວທີ່ກຳລັງສ້າງສັນເສັ້ນທາງດົນຕີໃນແບບຂອງຕົວເອງ, ຊື່ຂອງ AiiLA ເຊິ່ງເປັນສິລະປິນຜູ້ມີເຊື້ອສາຍໄທດຳຈາກແຂວງຫຼວງນໍ້າທາ ຄົງເປັນໜຶ່ງໃນຊື່ທີ່ຫຼາຍຄົນເຄີຍເຫັນຜ່ານຫູຜ່ານຕາກັນມາແລ້ວ. ດ້ວຍສຽງທີ່ເປັນເອກະລັກ ເຕັມໄປດ້ວຍພະລັງ ແລະ ສະເໜ່ທີ່ໂດດເດັ່ນ, ລາວກຳລັງນຳສະເໜີຄວາມເປັນລາວ ແລະ ອັດຕະລັກທີ່ຝັງເລິກລົງໃນສາຍເລືອດໃຫ້ກັບທົ່ວໂລກໄດ້ຮັບຮູ້ຜ່ານບົດເພງທີ່ສະທ້ອນເຖິງຄວາມມັກຮັກ ແລະ ຫົວໃຈຂອງຄົນຮຸ່ນໃໝ່. AiiLA ຫຼື ຄຳຫລ້າ ນາບຸນແພງ ນັກຮ້ອງໄວອາຍຸ 25 ປີ ຈາກແຂວງຫຼວງນ້ຳທາຂອງລາວ ແລະ...
ມື້ນີ້ ຢາກຈະຊວນທຸກຄົນມາລົມກັນເລື່ອງ “ການຮັກຕົວເອງ” ກັນຈັກໜ້ອຍ ເຄີຍສັງເກດບໍ່ວ່າ ເວລາທີ່ເຮົາເຈັບປວດຈາກຄວາມຮັກ ມັນມັກມາຈາກການຄາດຫວັງຂອງເຮົາທີ່ມີຕໍ່ກັບຄົນອື່ນ. ແຕ່ການຮັກຕົວເອງນັ້ນ ບໍ່ເຄີຍເຮັດໃຫ້ເຮົາຕ້ອງເຈັບເລີຍຈັກມື້ ເພາະເຮົາບໍ່ຕ້ອງລໍຖ້າໃຫ້ໃຜມາມອບຄວາມຮັກ ຫຼື ການຍອມຮັບໃຫ້ກັບເຮົາ. ເຮົາສາມາດສ້າງສິ່ງນັ້ນໄດ້ດ້ວຍຕົວເອງ. ແລ້ວຈະເຮັດແນວໃດໃຫ້ເຮົາຮັກໂຕເອງຫຼາຍຂຶ້ນລະ? ລອງເລີ່ມຈາກສິ່ງເລັກໆນ້ອຍໆ ເຫຼົ່ານີ້ກ່ອນກໍໄດ້. ເຊົາປຽບທຽບຕົວເອງກັບຄົນອື່ນໄດ້ແລ້ວ. ທຸກຄົນມີຂ້ໍດີ ແລະ ຂໍ້ຜິດພາດໃນຕົວເອງ. ຢ່າຕັດສິນຕົວເອງຮຸນແຮງເກີນໄປ. ລອງຂຽນສິ່ງທີ່ເຮົາມັກກ່ຽວກັບຕົວເອງອອກມາຈັກ 2–3...
ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things ນັ້ນ, ຈະໄດ້ເບິ່ງກັນແລ້ວພາຍໃນປີ 2025 ນີ້. ທັງ 3 ເລື່ອງຈະເຮັດໃຫ້ທຸກຄົນຕື່ນເຕັ້ນ ແລະ ຈົນຈໍໃນເລື່ອງລາວທີ່ເກີດຂຶ້ນໃນຊີຣີສ໌ນີ້ແນ່ນອນ. Squid Game...
ເລີ່ມເພງມາກໍຮູ້ສຶກວ່າຕິດຫູແລ້ວກັບເພງ “ສາວປັອບສະຕາ” ແຣັບເປີສາວນ້ອງໃໝ່ລາວໃຕ້ແດນຈຳປາສັກ, ທີ່ມີເອກະລັກຄືຄວາມໜ້າຮັກອາລົມດີຕາມສະໄຕລ໌ຄົນພາກໃຕ້. ໃນເນື້ອຮ້ອງກໍຍັງເວົ້າເຖິງຄວາມພູມໃຈ ແລະ ພັນລະນາເຖິງວັດທະນະທຳ, ສະຖານທີ່ຕ່າງໆທີ່ເປັນເອກະລັກຂອງຄົນລາວເຮົານຳອີກ. ເພງ ສາວປັອບສະຕາ ໄດ້ປະສົມປະສານການແຣັບ ແລະ ດົນຕີລາວຢ່າງ “ແຄນ ແລະ ພິນ” ດ້ວຍຈັງຫວະສະໜຸກສະໜານພ້ອມໃຫ້ທັງໃຫ້ຮູ້ສຶກທັງຢາກໂຍກເຕັ້ນ ແລະ ຟ້ອນ. ການແຣັບຂອງ NAEMZ ກໍຍັງຄົງເອກະລັກສຳນຽງ ແລະ...