ເວລາມີບັນຫາບາງຢ່າງເກີດຂື້ນ ບໍ່ວ່າຈະເປັນເລື່ອງນ້ອຍ ຫຼື ເລື່ອງໃຫຍ່, ມັນລ້ວນກະທົບຈິດໃຈຂອງເຮົາໄດ້ງ່າຍໆ ເພາະຄົນເຮົານັ້ນມີສະພາວະທາງດ້ານອາລົມໃນການແບກຮັບຄວາມກົດດັນໄດ້ບໍ່ເທົ່າກັນ ແລະ ນັ້ນເປັນສາເຫດທີ່ພວກເຮົານັ້ນຄວນຕ້ອງກັບມາດູແລ ແລະ ຮັກສາສຸຂະພາບຈິດໃຫ້ດີ ເພື່ອຕົວເອງນັ້ນຈະໄດ້ມີຄວາມສຸກໃນທຸກມື້.
ພວກເຮົາລອງມາ Check ສຸຂະພາບຈິດໃຈດ້ວຍຕົວເອງກ່ອນ ເລີ່ມຈາກຄຳຖາມງ່າຍໆເຫຼົ່ານີ້ເບິ່ງເດີ
- ເຈົ້າຮູ້ສຶກດີກັບຕົວເອງໃນວັນນີ້ບໍໍ່?
- ເວລາມີເລື່ອງທີ່ບໍ່ດີເກີດຂຶ້ນ ເຈົ້າຍັງຮູ້ສຶກມີຄ່າຢູ່ບໍ່?
- ເຈົ້າໃຫ້ເວລາກັບຕົວເອງຫຼາຍພໍບໍ່?
- ເວລາເຈົ້າຍິ້ມໃຫ້ຄົນອື່ນ ແຕ່ໃນໃຈເຈົ້າຮູ້ສຶກຢາກຈະຮ້ອງໄຫ້ຕະຫຼອດເວລາ?
ຖ້າເຈົ້າຕອບວ່າ “ບໍ່ແນ່ໃຈ” ຫຼື “ບໍ່ດີເລີຍ” ນັ້ນໝາຍຄວາມວ່າເຈົ້າຕ້ອງເລີ່ມໃຫ້ເວລາກັບໃຈຕົວເອງຫຼາຍຂຶ້ນແລ້ວ.
ວິທີດູແລສຸຂະພາບຈິດຕົວເອງເວລາເຈິເລື່ອງທີ່ເຮັດໃຫ້ຜິດຫວັງ
ຍອມຮັບຄວາມຮູ້ສຶກຂອງຕົນເອງ
ຖ້າເຈົ້າກຳລັງຜິດຫວັງ, ເສຍໃຈ ແລະ ເສຍດາຍ ມັນເປັນສິ່ງທີ່ບໍ່ຜິດເລີຍ ພຽງແຕ່ເຈົ້າຕ້ອງ “ອະນຸຍາດໃຫ້ໃຈໄດ້ຮູ້ສຶກ” ກໍແມ່ນຈຸດເລີ່ມຕົ້ນຂອງການຮັກສາຫົວໃຈຕົວເອງແລ້ວ ບໍ່ຕ້ອງຮີບຮ້ອນເຮັດໃຫ້ຕົວເອງເຂັ້ມແຂງ ລອງບອກຕົວເອງວ່າ: “ຮູ້ວ່າມື້ນີ້ມັນໜັກ, ແຕ່ມັນຈະດີຂຶ້ນ.”
ເວົ້າ ແລະ ຂຽນຄວາມຮູ້ສຶກອອກມາ
ການລະບາຍຄວາມໃນໃຈຈະຊ່ວຍໃຫ້ຮູ້ສຶກໂລ່ງຂຶ້ນ ໃຫ້ເວົ້າ ຫຼື ລົມກັບຄົນທີ່ໄວ້ວາງໃຈ ຫຼື ຂຽນບັນທຶກຄວາມຮູ້ສຶກກໍໄດ້ມັນຊ່ວຍໃຫ້ຈັດການອາລົມໄດ້ດີຂຶ້ນ, ເຮັດໃຫ້ເຫັນພາບວ່າພວກເຮົາເຈັບປວດເພາະຫຍັງ ແລະ ຢາກກ້າວຕໍ່ໄປແນວໃດ.
ຢູ່ກັບຄົນທີ່ເຮັດໃຫ້ຮູ້ສຶກປອດໄພ
ຢູ່ໃກ້ຄົນທີ່ບໍ່ຕັດສິນເຈົ້າ ຄົນທີ່ພຽງແຕ່ຮັບຟັງກໍສາມາດເຮັດໃຫ້ຮູ້ສຶກດີຂຶ້ນ, ເຈົ້າບໍ່ຈຳເປັນຕ້ອງເກັ່ງຕະຫຼອດເວລາ ໃນບາງເທື່ອພຽງແຕ່ມີໃຜນັ່ງຢູ່ຂ້າງໆກໍພຽງພໍແລ້ວ.
ຫາກິດຈະກຳເຮັດເພື່ອຮັກສາຫົວໃຈ
ຫາກິດຈະກຳ ຫຼື ບາງສິ່ງບາງຢ່າງທີ່ເຮັດໃຫ້ຕົວເອງຮູ້ສຶກດີຂຶ້ນເຊັ່ນ: ການຍ່າງຫຼິ້ນ, ຟັງເພງ, ເຮັດເຂົ້າໝົມ, ຈັດຫ້ອງໃໝ່,ແຕ້ມຮູບລະບາຍສີ ແລະ ໄປຄາເຟ່. ເພາະຄວາມສຸກນ້ອຍໆຂອງພວກເຮົາກໍຄືພະລັງໃນການຮີວໃຈແບບຄ່ອຍເປັນຄ່ອຍໄປນັ້ນເອງ.
ບໍ່ໂທດຕົວເອງເກີນໄປ
ຄວາມຜິດຫວັງບໍ່ແມ່ນຄວາມລົ້ມເຫຼວສະເໝີໄປມັນຄືສັນຍາລັກທີ່ເຮັດໃຫ້ເຫັນວ່າ “ພວກເຮົາຕ້ອງກ້າທີ່ຈະຄາດຫວັງ” ແລະ “ກ້າທີ່ຈະຮູ້ສຶກ” ໃຊ້ຄວາມຜິດຫວັງທີ່ໄດ້ຮັບມາເປັນບົດຮຽນ, ມັນບໍ່ແມ່ນຮອຍດ່າງພ້ອຍ. ລອງຖາມໃຈຕົວເອງວ່າ “ພວກເຮົາຢາກເຮັດຫຍັງເພື່ອດູແລຕົວເອງຈາກຈຸດນີ້ແດ່?”
ມ່ວນຢາກໃຫ້ທຸກຄົນລອງໃຊ້ເວລາກັບຕົວເອງຢ່າຍຶດຕິດກັບສິ່ງທີ່ເຫັນໃຫ້ຜິດຫວັງເສຍໃຈຫຼາຍເກີນໄປ ເພາະພວກເຈົ້ານັ້ນມີຄ່າຫຼາຍກວ່າທີ່ຈະຈົມເລີກຢູ່ກັບສິ່ງທີ່ເຮັດໃຫ້ກະທົບຈິດໃຈ.
“ເຈົ້າເປັນສິ່ງທີ່ດີຂອງໂລກໜ່ວຍນີ້ ສະນັ້ນ, ຕ້ອງເຮັດໃຫ້ຕົວເອງມີຄວາມສຸກຫຼາຍໆເດີ”