ມາຕົວະໃຫ້ຮັກເຮັດຫຍັງ? ຖ້າໃຈເຈົ້າຊິປ່ຽນໄວ ຟັງຄວາມຮູ້ສຶກ BUTNUR ຜ່ານເພງ 0.1 Ms

ຄວາມຮັກຂອງທຸກຄົນເປັນແນວໃດ? ມີຄວາມສຸກດີ ຫຼື ກຳລັງພົບກັບຄວາມສຳພັນທີ່ເປັນພິດ. ຖ້າເວົ້າເລື່ອງນີ້ມາມັນກໍເປັນຫຍັງທີ່ເຮັດໃຫ້ລຳບາກໃຈຫຼາຍຢູ່ໃດເນາະ ເພາະກັບບາງຄົນໃນຕອນທຳອິດມັນຄືຫວານໆ ແມ່ນຫຍັງກໍດີໄປໝົດ ແຕ່ຫຼັງໆພັດກາຍເປັນຕົວລະຄອນຮ້າຍ ຫຼື ໂຕໂກງໃນໜັງພຽງພິບຕາດຽວ.
ຖ້າເຈົ້າກຳລັງຮູ້ສຶກແບບນັ້ນ, ຊີວິດຊ່ວງນີ້ຂອງເຈົ້າມັນກໍຄືກັບເພງ 0.1 Ms ຂອງ BUTNUR ບອກເລີຍວ່າ ໃຜທີ່ກຳລັງຢູ່ໃນອາລົມທີ່ຖືກເທ ຫຼື ຖືກຕົວະ ຄືຊິອິນຈົນນ້ຳຕາຊຶມເລີຍລະ.
ເພງນີ້ເປັນເພງສະໄຕລ໌ Hip Hop ທີ່ມີການແຣັບ ແລະ ໃຊ້ຄຳແບບແທງໃຈຄົນຖືກກະທຳຢູ່ ແຕ່ວ່າເນື້ອຮ້ອງ ແລະ ອາລົມເພງມັນແຝງຄວາມເສົ້າໄວ້ສຸດໆເລີຍ.
BUTNUR ຍັງໄດ້ເລົ່າເຖິງຄວາມເຈັບປວດຂອງການຖືກຫຼອກລວງໃນຄວາມສຳພັນທີ່ໃນຕອນທຳອິດນີ້ດີທຸກຢ່າງ, ຊີວິດຕອນນັ້ນມັນຫວານ ແຕ່ສຸດທ້າຍພັດມາຮູ້ນຳຫຼັງວ່າ ຕົວຕົນທີ່ແສນດີຂອງລາວໃນມື້ນັ້ນ ມັນເປັນພຽງການສະແດງ ທີ່ຖືກສ້າງຂຶ້ນມາຊື່ໆ ພໍໜ້າກາກຫຼຸດອອກມາ ກໍຄືກາຍເປັນອີກຄົນໜຶ່ງທີ່ບໍ່ເຄີຍຮູ້ຈັກມາກ່ອນເລີຍ.
ສຳລັບຈຸດເຈັບໆ ທີ່ເພງນີ້ຢາກສື່ໃຫ້ເຫັນແບບກົງໆເລີຍກໍຄື ຄວາມຮັກທີ່ເຮົາເຄີຍຄິດວ່າໝັ້ນຄົງ ມັນສາມາດພັງທະລາຍລົງໄດ້ໃນຊົ່ວພິບຕາດຽວແບບຕັ້ງໂຕບໍ່ທັນ ເຊິ່ງມັນໄວຄືກັບຊື່ເພງ 0.1 ລິບດາ ນັ້ນເລີຍ. ແຖມພວກຄຳສັນຍາທີ່ເຄີຍເວົ້າວ່າຊິບໍ່ຖິ້ມໄປໃສ ພໍເວລາຜ່ານໄປກໍກາຍເປັນພຽງລົມປາກທີ່ພັດຜ່ານໄປຊື່ໆ ໂດຍບໍ່ມີຄວາມໝາຍຫຍັງ.
ຄວາມທໍລະມານທີ່ສຸດກໍແມ່ນການທີ່ເລີ່ມຕົ້ນມາຢ່າງດີ ແຕ່ຕອນຈົບພັດກາຍເປັນຝັນຮ້າຍ ປ່ຽນຄວາມຊົງຈຳອັນສວຍງາມໃຫ້ກາຍເປັນຄວາມສັບສົນ ເພາະຄົນທີ່ເຮົາເຄີຍຄິດວ່າເປັນບ່ອນພັກພິງທີ່ປອດໄພທີ່ສຸດ ພັດກາຍມາເປັນຄົນທີ່ເຮັດໃຫ້ຫົວໃຈເຮົາແຕກລະອຽດເສຍເອງ.
ຖ້າໃຜຢາກຮູ່ວ່າຄວາມຮູ້ສຶກໃຈສະຫຼາຍໃນ 0.1 ລິບດາ ມັນເປັນແນວໃດ, ຕ້ອງລອງໄປຟັງເບິ່ງ. ແລ້ວທຸກຄົນເດເຄີຍເຈິຄວາມສຳພັນທີ່ປ່ຽນໄປໄວຄືກັບເພງນີ້ບໍ່? ມາລົມສູ່ ມ່ວນຊວນຟັງ ໄດ້ເດີ.