ຢຸດໜ້າຮັກເລີຍ ເຈົ້າເຂົ້າມາສະກິດຫົວໃຈມັນເຮັດໃຫ້ Spark ຟັງເພງ “Yes or No” ຈາກສາວໆ Mviiz

ແບ່ງປັນ

ຢຸດໜ້າຮັກເລີຍ ເຈົ້າເຂົ້າມາສະກິດຫົວໃຈມັນເຮັດໃຫ້ Spark ຟັງເພງ “Yes or No” ຈາກສາວໆ Mviiz

27 December 2024● 269

“ໄດ້ພົບເຈົ້າຄົນນີ້ເໝືອນຟ້າເປັນໃຈ ພຽງແຄ່ເອີ້ຍຂໍແຕ່ຜິດແຜນ ນີ້ກໍໂຄດທໍ້ ບໍ່ຮູ້ເຮັດແນວໃດນໍ້?”

ເນື້ອຮ້ອງຈາກ Yes or No ເພງທີ່ສອງຈາກ M.VIIZ ທີ່ຫາກໍ່ປ່ອຍໃຫ້ໄດ້ຟັງກັນເລີຍສົດໆຮ້ອນໆ, ຫຼັງຈາກທີ່ພວກເຮົາໄດ້ລໍຖ້າຟັງກັນມາດົນ ແລະ ໃນທີ່ສຸດກໍ່ໄດ້ເບິ່ງ ແລະ ຟັງ.

ໃນເນື້ອຫາຂອງເອັມວີແມ່ນໄດ້ເລົ່າເຖິງສາວໆ Mviiz ທີ່ໄດ້ຫຼົງຮັກໜຸ່ມ Pop ຂອງໂຮງຮຽນທີ່ສະແດງໂດຍ ກີ້ ນັກສະແດງຈາກ OH MY 4 ໄດ້ມາຮ່ວມຫຼິ້ນໃນເອັມວີນີ້, ໂດຍມາຍ່າງໄປຍ່າງມາຫຼໍ່ໆໂດຍສະເໜ່ທີ່ໜ້າເບິ່ງເຮັດໃຫ້ສາວໆຕ່າງກໍຫຼົງໄຫຼ. ບໍ່ແປກໃຈເລີຍເປັນຫຍັງໃນເອັມວີສາວໆຄືເຮັດທຳທ່າໃຈລະລາຍແທ້.

ເປັນເພງທີ່ມີແຕ່ຄວາມສົດໃສ Colorful ແລະ ມີທ່ອນຮ້ອງທີ່ເຮັດໃຫ້ຕິດຫູ “Yes or No Yes or No” ເປັນປະໂຫຍກຄຳຖາມທີໃຫ້ຕອບມາເລີຍ, ແບບກົງໄປກົງມາບໍ່ຕ້ອງອ້ອມເພາະຢາກໄດ້ຍິນຄຳທີ່ຖືກກັບໃຈທີ່ສຸດ.

ເນື້ອເພງທີ່ວ່າໜ້າຮັກແລ້ວ, ແຕ່ທ່າເຕັ້ນໃນຊ່ວງເບກແດນນັ້ນນ້ອງໆເຮັດໄດ້ດີເຕັ້ນໄດ້ພ້ອມພຽງ ແລະ ແຂງແຮງປະສົມລາຍເຕັ້ນສະໄຕລ໌ຂອງແຕ່ລະຄົນໄດ້ຢ່າລົງຕົວ ແລະ ແຖມຊຸດໃນເອັມວີທີ່ສາວໆໃສ່ໃນເອັມວີກໍງາມໜ້າຮັກ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  PETH PMM ກັບມາພ້ອມຜົນງານເພງໃໝ່ທີ່ມີຊື່ວ່າ Louis V ໄດ້ ft PETEZEN & GEMI9PK

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.