ຢາກບອກຮັກ ແຕ່ຢ້ານເສຍໝູ່ “ຄິດແບບໃດ” ເພງແອບມັກຄົນໃກ້ໂຕ ຈາກ WINDY

Key Takeaways:
- ຖ້າບອກໄປ... ຈະຍັງເປັນໝູ່ກັນຄືເກົ່າໄດ້ບໍ່? ແຕ່ຖ້າບໍ່ເວົ້າຕອນນີ້, ເຮົາຈະມີໂອກາດໄດ້ບອກຄວາມຮູ້ສຶກນີ້ອີກບໍ່.
- ນີ້ແມ່ນຄວາມອຶດອັດໃນໃຈຂອງຄົນທີ່ກຳລັງຕິດຢູ່ໃນ Loop ແອບມັກໝູ່... ຄວາມຮູ້ສຶກມັນລົ້ນຈົນເກີນຄຳວ່າໝູ່ ແຕ່ກໍບໍ່ກ້າຂ້າມເສັ້ນ ເພາະຢ້ານວ່າທຸກຢ່າງຈະບໍ່ຄືເກົ່າ.
- ຫຼາຍຄົນຄົງເຄີຍຜ່ານຈຸດນີ້ມາກ່ອນ ໂດຍສະເພາະໃນຊ່ວງໄວມັດທະຍົມປາຍ ຊ່ວງເວລາທີ່ກຳລັງຈະຮຽນຈົບ ແລະ ກຽມແຍກຍ້າຍກັນໄປເຕີບໃຫຍ່.
- ມັນຄືຄວາມກົດດັນທີ່ທັງຫວານ ແລະ ທັງຂົມ ທີ່ມັນມັກຈະມີຄຳຖາມວົນວຽນຢູ່ໃນຫົວຕະຫຼອດເວລາວ່າ ໂຕເອງກຳລັງຄິດແບບໃດຢູ່? ແລ້ວອີກຝ່າຍເດ... ຈະຮູ້ສຶກຄືກັນຫຼືບໍ່?
- ຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍອອກມາເປັນຄຳເວົ້າໄດ້ທັງໝົດນີ້ເອງທີ່ກາຍມາເປັນກິ່ນອາຍ ແລະ ທີ່ມາຂອງເພງ ຄິດແບບໃດ ຈາກ WINDY (ຫຼ້າ - ທະວີສັກ ສີທໍລັກ) ທີ່ຖືກແຕ່ງຂຶ້ນມາເພື່ອເປັນຕົວແທນຕັ້ງຄຳຖາມກັບຄວາມຮັກໃນໄວຮຽນ, ການຕິດຢູ່ໃນ Loop ຂອງການແອບມັກໝູ່.
ຖ້າບອກໄປ… ຈະຍັງເປັນໝູ່ກັນຄືເກົ່າໄດ້ບໍ່? ແຕ່ຖ້າບໍ່ເວົ້າຕອນນີ້, ເຮົາຈະມີໂອກາດໄດ້ບອກຄວາມຮູ້ສຶກນີ້ອີກບໍ່. ນີ້ແມ່ນຄວາມອຶດອັດໃນໃຈຂອງຄົນທີ່ກຳລັງຕິດຢູ່ໃນ Loop ແອບມັກໝູ່… ຄວາມຮູ້ສຶກມັນລົ້ນຈົນເກີນຄຳວ່າໝູ່ ແຕ່ກໍບໍ່ກ້າຂ້າມເສັ້ນ ເພາະຢ້ານວ່າທຸກຢ່າງຈະບໍ່ຄືເກົ່າ ຟັງຄວາມຮູ້ສຶກທີ່ກົງໃຈຄົນແອບຮັກຜ່ານເພງ ຄິດແບບໃດ ຈາກ WINDY.
ຫຼາຍຄົນຄົງເຄີຍຜ່ານຈຸດນີ້ມາກ່ອນ ໂດຍສະເພາະໃນຊ່ວງໄວມັດທະຍົມປາຍ ຊ່ວງເວລາທີ່ກຳລັງຈະຮຽນຈົບ ແລະ ກຽມແຍກຍ້າຍກັນໄປເຕີບໃຫຍ່. ມັນຄືຊ່ວງເວລາແຫ່ງການປ່ຽນຜ່ານທີ່ມາພ້ອມກັບຄວາມບໍ່ແນ່ນອນວ່າ ຫຼັງຈາກມື້ທີ່ຮຽນຈົບໄປ, ເຮົາກັບເຂົາຈະໄດ້ເຈິກັນແບບນີ້ອີກບໍ່ ຫຼື ຕ້ອງຫ່າງກັນໄປໄກຊ່ຳໃດ.
ມັນຄືຄວາມກົດດັນທີ່ທັງຫວານ ແລະ ທັງຂົມ ທີ່ມັນມັກຈະມີຄຳຖາມວົນວຽນຢູ່ໃນຫົວຕະຫຼອດເວລາວ່າ ໂຕເອງກຳລັງຄິດແບບໃດຢູ່? ແລ້ວອີກຝ່າຍເດ… ຈະຮູ້ສຶກຄືກັນຫຼືບໍ່?
ຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍອອກມາເປັນຄຳເວົ້າໄດ້ທັງໝົດນີ້ເອງທີ່ກາຍມາເປັນກິ່ນອາຍ ແລະ ທີ່ມາຂອງເພງ ຄິດແບບໃດ ຈາກ WINDY (ຫຼ້າ – ທະວີສັກ ສີທໍລັກ) ທີ່ຖືກແຕ່ງຂຶ້ນມາເພື່ອເປັນຕົວແທນຕັ້ງຄຳຖາມກັບຄວາມຮັກໃນໄວຮຽນ, ການຕິດຢູ່ໃນ Loop ຂອງການແອບມັກໝູ່ ທີ່ທຸກຄົນຟັງແລ້ວຕ້ອງອິນ ແລະ ຄິດຮອດໃຜບາງຄົນຢ່າງແນ່ນອນ.