ເຜີຍເຫດຜົນ ເປັນຫຍັງ ️️Taylor Swift ຈຶ່ງບໍ່ມີຊື່ເຂົ້າຊີງ Grammy Awards 2026 ທັງທີ່ປ່ອຍຜົນງານອອກມາໃນປີ 2025?

ແບ່ງປັນ

ເຜີຍເຫດຜົນ ເປັນຫຍັງ ️️Taylor Swift ຈຶ່ງບໍ່ມີຊື່ເຂົ້າຊີງ Grammy Awards 2026 ທັງທີ່ປ່ອຍຜົນງານອອກມາໃນປີ 2025?

03 February 2026● 244

ເຖິງແມ່ນວ່າໃນງານປະກາດລາງວັນ Grammy Awards ຫຼື Grammys ປະຈຳປີ 2026 ຈະບໍ່ມີຊື່ຂອງ Taylor Swift ເຂົ້າຊີງລາງວັນ, ແຕ່ລາວກໍຍັງຄົງເປັນທີ່ສົນໃຈຂອງສື່ ເມື່ອລາວໄດ້ໄປປາກົດຕົວໃນງານປາຕີ້ຫຼັງຈົບງານ (After-party) ທີ່ຈັດຂຶ້ນໃນຄືນວັນທີ 1 ກຸມພາ 2026 ທີ່ລັດ Los Angeles, ສະຫະລັດອາເມລິກາ.

ສຳລັບ ສາເຫດທີ່ Taylor Swift ບໍ່ໄດ້ຮັບການສະເໜີຊື່ເຂົ້າຊີງໃນປີນີ້ມີເຫດຜົນທີ່ງ່າຍໆເລີຍກໍຄື ລາວບໍ່ໄດ້ປ່ອຍຜົນງານເພງໃໝ່ໃນຊ່ວງເວລາທີ່ທາງ Grammys ກຳນົດໄວ້ນັ້ນເອງ.

ທັງນີ້, ໄລຍະເວລາທີ່ມີສິດໄດ້ຮັບການພິຈາລະນາ (Eligibility period) ແມ່ນເລີ່ມຕັ້ງແຕ່ວັນທີ 31 ສິງຫາ 2024 ຫາ 30 ສິງຫາ 2025.

ເຖິງແມ່ນວ່າ Taylor ຈະໄດ້ປ່ອຍອາລະບໍາຫຼ້າສຸດ “The Life of a Showgirl” ໃນວັນທີ 3 ຕຸລາ 2025, ແຕ່ນັ້ນຖືວ່າກາຍກຳນົດຂອບເວລາທີ່ຈະມີສິດເຂົ້າຊີງລາງວັນມາໄດ້ປະມານໜຶ່ງເດືອນ.

ຢ່າງໃດກໍຕາມ, ຜົນງານໃນອາລະບຳນັ້ນຂອງລາວກໍຍັງມີສິດກັບມາສ້າງປະຫວັດສາດໃນການເຂົ້າຊີງລາງວັນ Album of the Year ແລະ ລາງວັນອື່ນໆອີກຄັ້ງໃນງານ Grammys ປີ 2027.

ອ່ານຕື່ມ:  ຕົ້ນເດືອນທັນວາທີ່ Mood ມັນໄດ້... ຂໍຮັບບົດ "ຄົນຮູ້ສຶກຜິດຕໍ່ແຟນເກົ່າ" ກັບເພງ Back to December ຂອງ Taylor Swift

ແນວໃດກໍຕາມ, ນັກຮ້ອງສາວໄວ 36 ປີ ໄດ້ເລືອກປາກົດຕົວແບບງຽບໆທີ່ງານລ້ຽງຫຼັງຈົບງານ. ລາວມາໃນຊຸດທີ່ລຽບງ່າຍແຕ່ເບິ່ງແພງ ດ້ວຍເສື້ອແຂນຍາວສີດຳ ຄໍກວ້າງ ພ້ອມກັບທາລິບສະຕິກສີແດງທີ່ເປັນເອກະລັກ ແລະ ໃສ່ສ້ອຍຄໍຄຳຊ້ອນກັນຫຼາຍຊັ້ນ.

ພາຍໃນງານ ມີການແຊຣ໌ວິດີໂອຜ່ານໂຊຊຽວມີເດຍທີ່ເຫັນລາວກຳລັງຢືນລົມກັບແຂກຄົນອື່ນໆຢ່າງເປັນກັນເອງພ້ອມກັບຈິບຄັອກເທວຢ່າງຜ່ອນຄາຍ.

ເຖິງວ່າຕົນເອງຈະບໍ່ມີລາງວັນໃຫ້ລຸ້ນໃນປີນີ້, ແຕ່ Taylor ກໍມີເລື່ອງໃຫ້ສະເຫຼີມສະຫຼອງ ເພາະມີໝູ່ສະໜິດ ແລະ ຜູ້ທີ່ເຄີຍຮ່ວມງານກັບລາວຫຼາຍຄົນໄດ້ຮັບການສະເໜີຊື່ເຂົ້າຊີງ ເຊັ່ນ Sabrina Carpenter ແລະ Kendrick Lamar. ໂດຍສະເພາະ Kendrick Lamar ທີ່ເຄີຍຮ່ວມງານກັບ Taylor ໃນເພງ “Bad Blood“.

ທີ່ມາabcnews.go.comeonline.com

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.