ເບື່ອແລ້ວແນວເກົ່າໆ ລອງຟັງ P-POP ຊວນເສບຄວາມສົດໃສຈາກວົງ AJAA

ແບ່ງປັນ

ເບື່ອແລ້ວແນວເກົ່າໆ ລອງຟັງ P-POP ຊວນເສບຄວາມສົດໃສຈາກວົງ AJAA

07 July 2026 21

ເຄີຍເປັນບໍ່… ເປີດໄປທາງໃດກໍເຈິແຕ່ເພງ T-POP ຫຼື K-POP ຈົນບາງເທື່ອກໍຢາກລອງຫາແນວໃໝ່ໆ ຟັງເບິ່ງ? ຖ້າທຸກຄົນຄິດຄືກັນ ບອກເລີຍວ່າຕ້ອງມາຮູ້ຈັກກັບ P-POP (Philippines Pop)  ຫຼື ເພງປັອບຈາກຟິລິບປິນ ແລະ ວົງທີ່ພາດບໍ່ໄດ້ເລີຍໃນເວລານີ້ກໍຄື AJAA ບອກເລີຍວ່າຖ້າໄດ້ລອງຟັງແລ້ວ ຈະຫຼົງສະເໜ່ຄວາມໜ້າຮັກແບບກູ້ບໍ່ກັບແນ່ນອນ.

ເລີ່ມຕົ້ນເລີຍຄື ວົງ AJAA (ຫຼື ທີ່ມາຈາກຄຳວ່າ: TRIPLE A + J) ເປັນວົງບອຍແບຣນໜຸ່ມນ້ອຍໜ້າໃສທີ່ເປີດຕົວມາຕັ້ງແຕ່ວັນທີ 7 ກັນຍາ 2023 ກັບເພງທີ່ມີຊື່ວ່າ 4 Ü ພວກເຂົາຢູ່ໃນພາຍໃຕ້ການເບິ່ງແຍງຂອງຄ້າຍເພງ Cornerstone Entertainment.

ບອກເລີຍວ່າຊື່ວົງຂອງພວກເຂົາໂຄດມີຄວາມໝາຍ ເພາະມາຈາກການເອົາຕົວອັກສອນທຳອິດຂອງຊື່ສະມາຊິກທັງ 4 ຄົນມາລວມກັນ. ແຖມຍັງໄດ້ເຊື່ອມໂຍງກັບຄຳວ່າ 아자 ຫຼື Aja (ອ່ານວ່າ: ອາຈາ) ໃນພາສາເກົາຫຼີທີ່ແປວ່າ ສູ້ໆ ຫຼື ຂໍໃຫ້ໂຊກດີ ອີກດ້ວຍ.

ແລ້ວເປັນຫຍັງຈຶ່ງໃຊ້ຊື່ນີ້? ເຫດຜົນກໍຍ້ອນວ່າພວກເຂົາຢາກສົ່ງຕໍ່ກຳລັງໃຈ ແລະ ຮອຍຍິ້ມໃຫ້ກັບ Hany ເຊິ່ງເປັນຊື່ກຸ່ມແຟນຄລັບຂອງພວກເຂົານັ້ນເອງ.

ພາບ: ajaaofc

ນອກຈາກນີ້, ຄຳວ່າ Hany ຍັງມີຄວາມໝາຍເຊື່ອງໄວ້ໃນນັ້ນ ເຊິ່ງມີການຫຼິ້ນຄຳມາຈາກຄຳວ່າ Honey ໃນພາສາອັງກິດທີ່ແປວ່າ ທີ່ຮັກ ຫຼື ນ້ຳເຜີ້ງ ເຊິ່ງສື່ເຖິງຄວາມຮັກອັນຫວານຊື່ນ ແລະ ຄວາມຜູກພັນລະຫວ່າງສະມາຊິກໃນວົງກັບແຟນເພງ.

ອ່ານຕື່ມ:  ຫຼົງສະເໜ່ຄວາມຫຼໍ່ ແລະ ໃຈບຸນ 13 ໜຸ່ມ SEVENTEEN ມອບທຶນການສຶກສາຊ່ວຍເດັກນ້ອຍລາວ

ເດັກໜຸ່ມທີ່ມີຄວາມຝັນ 4 ຄົນ ສູ່ການເປັນເດັກຝຶກ

ກ່ອນທີ່ທັງ 4 ຄົນຈະມາລວມກຸ່ມກັນ ພວກເຂົາແຕ່ລະຄົນກໍເປັນພຽງເດັກໄວຮຸ່ນທົ່ວໄປທີ່ມີຄວາມຮັກໃນການຮ້ອງ ແລະ ການເຕັ້ນ. ຈຸດປ່ຽນຄັ້ງໃຫຍ່ແມ່ນຕອນທີ່ພວກເຂົາໄດ້ເຂົ້າຮ່ວມໂຄງການ Cornerstone VIP (CS VIP) ເຊິ່ງເປັນລະບົບການຝຶກຊ້ອມເດັກຝຶກ (Trainee) ຂອງຄ້າຍ Cornerstone Entertainment.

ແຕ່ກວ່າຈະໄດ້ມາຢືນຢູ່ຈຸດນີ້, ບອກເລີຍວ່າບໍ່ແມ່ນເລື່ອງງ່າຍໆ ໃນຊ່ວງປີ 2022-2023 ພວກເຂົາຕ້ອງໃຊ້ຊີວິດຢູ່ໃນຫ້ອງຊ້ອມເກືອບທຸກມື້.

ທຸກຄົນລອງຄິດພາບເບິ່ງວ່າເດັກໄວຮຸ່ນທີ່ອາຍຸຫາກໍ 17-20 ປີ ແຕ່ຕ້ອງມາຝຶກຊ້ອມຢ່າງເຂັ້ມງວດ ພວກເຂົາທັງສີ່ຄົນຕ້ອງໄດ້ທຸ້ມເທຝຶກຊ້ອມຢ່າງໜັກເປັນເວລາເກືອບປີ ຝຶກທັງເລື່ອງການຮ້ອງ, ການເຕັ້ນ ແລະ ການສະແດງ ເພື່ອໃຫ້ຜົນງານອອກມາດີທີ່ສຸດ.

ເພື່ອກຽມພ້ອມເປັນສິລະປິນ ບອກເລີຍວ່າທັງກົດດັນ ແລະ ເມື່ອຍຫຼາຍ ແຕ່ພວກເຂົາກໍສູ້ມາດ້ວຍກັນຈົນເຮັດໃຫ້ເຄມີຄວາມເປັນໝູ່ເພື່ອນ ແລະ ວົງມັນແໜ້ນແຟ້ນຕັ້ງແຕ່ຕອນນັ້ນ. 

ຜົນງານທີ່ເຮັດໃຫ້ຄົນຮູ້ຈັກ

ເສັ້ນທາງຜົນງານຂອງ AJAA ແມ່ນເລີ່ມຕົ້ນດ້ວຍຄວາມສົດໃສ ໃນແນວເພງ Bubblegum Pop ແລະ Dance-Pop ຜ່ານມິນິອາລະບ້ຳທຳອິດທີ່ມີຊື່ວ່າ 4 Ü ເຊິ່ງມີເພງຮິດຢ່າງ Hany ແລະ Cuppy Cake ກ່ອນຈະສ້າງກະແສຕໍ່ເນື່ອງໃນປີ 2024 ດ້ວຍເພງ Bes I Luv U.

ແຕ່ຈຸດປ່ຽນສຳຄັນທີ່ເຮັດໃຫ້ພວກເຂົາເຕີບໂຕຂຶ້ນໄປອີກຂັ້ນ ແມ່ນໃນປີ 2025 ເມື່ອໄດ້ມາຮ່ວມງານກັບຄ້າຍ StarPop ໃນເຄືອ ABS-CBN ແລະ ປ່ອຍເພງ Ako Na ທີ່ມີຈັງຫວະທັນສະໄໝຖືກໃຈໄວຮຸ່ນ ຈົນສາມາດຂຶ້ນອັນດັບໜຶ່ງໃນ iTunes Chart ຂອງຟິລິບປິນໄດ້ເລີຍ.

ອ່ານຕື່ມ:  ລືມຣັນເວທຳມະດາ Louis Vuitton ຍົກທະເລມາໄວ້ກາງປາຣີກັບ Spring-Summer 2027 Men’s Collection

ປັດຈຸບັນນີ້ ພວກເຂົາກໍກຳລັງເປັນຂວັນໃຈຄົນໃໝ່ທີ່ມີແຟນຄລັບເພີ່ມຂຶ້ນເລື້ອຍໆທົ່ວອາຊີຕາເວັນອອກສຽງໃຕ້.

ຮູ້ຈັກກັບສະມາຊິກ AJAA

ພໍເວົ້າເຖິງສະມາຊິກແຕ່ລະຄົນແລ້ວ ບອກເລີຍວ່າແຕ່ລະຄົນມີຄາແລັກເຕີ ແລະ ເອກະລັກສະເພາະຕົວທີ່ຊັດເຈນຫຼາຍ ແຕ່ພໍພວກເຂົາມາຢູ່ຮ່ວມກັນ ມັນຄືເຄມີທີ່ເຂົ້າກັນໄດ້ແບບລົງຕົວສຸດໆ ຈາກຄົນທີ່ມີຄວາມສາມາດຄົນລະດ້ານ ທັງຮ້ອງ, ເຕັ້ນ ແລະ ແຣັບ ແຕ່ພໍມາລວມກັນແລ້ວກັບກາຍເປັນຄວາມສົມບູນແບບ ທີ່ຄອຍຊ່ວຍຊັບພັອດ ແລະ ຕື່ມເຕັມໃຫ້ກັນແລະກັນໄດ້ດີຫຼາຍ.

ເລີ່ມຈາກ JC ຫຼື  Jhon Carl Maniacop ແມ່ນອ້າຍໃຫຍ່ຂອງວົງ ຮັບຕຳແໜ່ງຫົວໜ້າວົງ, ຮ້ອງນຳ ແລະ ເປັນນັກເຕັ້ນຫຼັກ ຄອຍຄຸມການຊ້ອມ ແລະ ຮ້ອງນຳ, ເກີດວັນທີ 19 ສິງຫາ 2002. JC ເປັນອີກຄົນໜຶ່ງທີ່ເຄີຍຜ່ານແຂ່ງຂັນໃນລາຍການ Dream Maker ແລະ ໄດ້ຢູ່ Top Class.

ພາບ: ajaaofc

ຄົນຕໍ່ມາຄື Ash ຫຼື Ash Benedict Rivera ຮັບຕຳແໜ່ງ ນັກເຕັ້ນຫຼັກ, ຮ້ອງນຳແຣັບ ແລະ ໜ້າຕາຂອງວົງ ຜູ້ທີ່ມີຮອຍຍິ້ມມີສະເໜ່ດຶງດູດສາຍຕາ, ເກີດວັນທີ 29 ກຸມພາ 2004. ເຄີຍເປັນຜູ້ເຂົ້າແຂ່ງຂັນໃນລາຍການ Dream Maker ແລະ ໄດ້ຢູ່ Top Class ອີກດ້ວຍ.

ພາບ: ajaaofc

ສ່ວນເລື່ອງພະລັງສຽງ ແລະ ເຕັກນິກການຮ້ອງເພງທີ່ໂດດເດັ່ນ ຕ້ອງຍົກໃຫ້ Axl ຫຼື Axl Luke Cabiltes ນັກຮ້ອງສຽງຫຼັກຂອງວົງ ຜູ້ທີ່ຄອຍ Hook ຄົນຟັງດ້ວຍສຽງ ແລະ ມັກທີ່ຈະເກັບໂນ້ດສູງໆໃນທ່ອນເພງຍາກໆ. ລາວເກີດວັນທີ 2 ເມສາ 2006 ມີສິລະປິນໃນດວງໃຈ ແລະ ຢາກເອົາເປັນແບບຢ່າງຄື TXT ແລະ ENHYPEN.

ພາບ: ajaaofc

ປິດທ້າຍດ້ວຍ Alex ຫຼື Alexander Noel Miradora ນ້ອງນ້ອຍສຸດໜ້າຮັກຂອງວົງ, ລາວມີທັກສະການແຣັບທີ່ດຸດັນ, ມີຈັງຫວະເປັນເອກະລັກ ແລະ ເປັນທັງນັກເຕັ້ນຂອງວົງ ແຖມຍັງມັກສ້າງສີສັນ ແລະ ຄວາມສົດໃສໃຫ້ກັບວົງ. ລາວເກີດວັນທີ 21 ທັນວາ 2008, ສຳລັບສິລະປິນໃນດວງໃຈຂອງລາວກໍຄື Jungwon ຈາກ ENHYPEN ແລະ V ຈາກ BTS.

ພາບ: ajaaofc

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.