6 ລວມກິດຈະກຳໜ້າໄປ ທ້າຍເດືອນພະຈິກ 26-30 ງານສິລະປະ, ດົນຕີ ແລະ ງານ Christmas

ແບ່ງປັນ

6 ລວມກິດຈະກຳໜ້າໄປ ທ້າຍເດືອນພະຈິກ 26-30 ງານສິລະປະ, ດົນຕີ ແລະ ງານ Christmas

26 November 2026● 14

ອາທິດນີ້ໃຜຍັງບໍ່ມີແຜນໄປໃສ ລອງມາເບິ່ງກິດຈະກຳເຫຼົ່ານີ້ກ່ອນ ເພາະ ມ່ວນຊວນໄປ ຄັດມາໃຫ້ແລ້ວ.

ທ້າຍເດືອນພະຈິກນີ້ ມີກິດຈະກຳດີໆຫຼາຍຢ່າງຖ້າໃຫ້ເຮົາອອກໄປສຳຜັດອີກແລ້ວ ບໍ່ວ່າຈະເປັນ ການເຕັ້ນຮ່ວມສະໄໝຈາກນັກສິລະປິນນານາຊາດ, ນິເທດສະການສິລະປະ ທີ່ຊວນໃຫ້ເຮົາກັບໄປສຳຫຼວດເລື່ອງລາວຂອງແມ່ນ້ຳຂອງ, ການສະແດງກາຍຍະສິນສຸດຕື່ນເຕັ້ນ ໄປຈົນເຖິງຄ່ຳຄືນດົນຕີທີ່ຊວນໃຫ້ໄປນັ່ງຟັງເພງສະບາຍໆກັບໝູ່.

ນອກຈາກນີ້, ຍັງມີງານສິລະປະ ແລະ Christmas Market ທີ່ກຳລັງຈະມາເພີ່ມສີສັນໃຫ້ອົບອຸ່ນໃຈໃນຊ່ວງທ້າຍປີອີກດ້ວຍ.

ສຳລັບຄົນທີ່ມັກສິລະປະ, ຄົນມັກຟັງສຽງດົນຕີ ຫຼື ຄົນທີ່ຢາກອອກໄປປ່ຽນບັນຍາກາດ ລອງເລືອກກິດຈະກຳທີ່ມັກ ແລ້ວຊວນໝູ່ອອກໄປໃຊ້ເວລາດີໆນຳກັນເດີ.

ງານສະແດງກາຍຍະສິນ

ການສະແດງກາຍຍະສິນເປັນອີກໜຶ່ງສິລະປະ ທີ່ເຮົາຈະໄດ້ເຫັນຄວາມສາມາດຂອງຮ່າງກາຍຄົນຜ່ານທ່ວງທ່າການເຄື່ອນໄຫວທີ່ມີທັງ ຄວາມຕື່ນເຕັ້ນ, ມະຫັດສະຈັນ ແລະ ຄວາມມ່ວນຊື່ນ ເຊິ່ງງານສະແດງກາຍຍະສິນເທື່ອນີ້ ກໍມີນັກກາຍະກຳຈາກປະເທດ ລັດເຊຍ ມາສະແດງໃຫ້ເຮົາໄດ້ເບິ່ງກັນເຖິງບ້ານເຮົາເລີຍ.

ພວກເຂົາຈະໄດ້ສະແດງທັກສະ ແລະ ຮູບແບບການສະແດງທີ່ເປັນເອກະລັກ. ນອກຈາກເຮົາຈະໄດ້ຊົມການສະແດງແລ້ວ ງານນີ້ຍັງເປັນໂອກາດໃຫ້ທຸກຄົນໄດ້ສຳຜັດກັບການແລກປ່ຽນສິລະປະ ແລະ ວັດທະນະທຳລະຫວ່າງ ລາວ-ລັດເຊຍ ນຳອີກ.

ໃຜທີ່ມັກການສະແດງ ຫຼື ຢາກຫາກິດຈະກຳໃໝ່ໆກັບໝູ່ ແລະ ຄອບຄົວ ກໍລອງຊວນກັນໄປໄດ້ເດີ

ລາຍລະອຽດກິດຈະກຳ

  • ເຂົ້າຟຣີ
  • ວັນທີ: 26-28 ພະຈິກ 2026, 18:00 ໂມງ ເປັນຕົ້ນໄປ
  • ສະຖານທີ່: ໂຮງກາຍຍະສິນແຫ່ງຊາດ, ນະຄອນຫຼວງວຽງຈັນ
  • ເບິ່ງຂໍ້ມູນກິດຈະກຳ: ກອງກາຍຍະສິນແຫ່ງຊາດ

International Dance FestivalFang Mae Khong International Dance Festival 2026

ບາງຄວາມຮູ້ສຶກ ເຮົາກໍບໍ່ຮູ້ຈະອະທິບາຍອອກມາເປັນຄຳເວົ້າແນວໃດ ແຕ່ຮ່າງກາຍກັບສາມາດບອກເລື່ອງລາວເຫຼົ່ານັ້ນໄດ້.

ອ່ານຕື່ມ:  ນ້ຳຫວານ: ຈາກຄວາມຮູ້ສຶກອັນຊັບຊ້ອນຂອງມະນຸດ… ສູ່ຜົນງານສິລະປະທີ່ເຂົ້າເຖິງຈິດໃຈຂອງຜູ້ເບິ່ງ

ເຮົາຈະພາທຸກຄົນໄປສຳຜັດກັບ Fang Mae Khong International Dance Festival 2026 ເທດສະການສິລະປະການເຕັ້ນຮ່ວມສະໄໝນານາຊາດ ທີ່ລວມຜົນງານຈາກນັກເຕັ້ນຫຼາກຫຼາຍປະເທດ ມາບອກເລົ່າເລື່ອງລາວ ແລະ ຄວາມໝາຍຂອງຊີວິດຜ່ານພາສາກາຍ.

ເຮົາຈະໄດ້ສຳຜັດການສະແດງເຕັ້ນທີ່ຖືກສື່ສານເຖິງທຸກຄວາມຮູ້ສຶກໃນຈິດໃຈມະນຸດບໍ່ວ່າຈະເປັນ ຄວາມວຸ່ນວາຍໃນໃຈ, ຄວາມລັງເລລະຫວ່າງສິ່ງຄຸ້ນເຄີຍກັບອະນາຄົດທີ່ບໍ່ຮູ້ຈັກ ໄປຈົນເຖິງການເກັບຊ່ວງເວລາດີໆໃນປັດຈຸບັນໄວ້ຜ່ານທຸກການເຄື່ອນໄຫວ.

ນອກຈາກນີ້ຍັງມີ ການສະແດງເຕັ້ນທີ່ເຮົາຈະເຫັນເຖິງຄວາມໄວ້ວາງໃຈ ແລະ ຄວາມອ່ອນໂຍນທີ່ບໍ່ຕ້ອງໃຊ້ຄຳເວົ້າ ລວມເຖິງຄວາມງົດງາມທີ່ປົນຄວາມໜ້າຢ້ານ ແລະ ເງົາມືດທີ່ເຊື່ອງຢູ່ໃນໃຈ ຜ່ານສິລະປະໂຂນ ແລະ ຜົນງານອື່ນໆອີກ.

ມາເບິ່ງກັນວ່າ ພາສາກາຍຂອງນັກເຕັ້ນຈະພາເຮົາໄປພົບກັບອາລົມແບບໃດ ແລະ ເຮົາອາດຈະໄດ້ຄົ້ນພົບບາງສິ່ງໃນໃຈຕົນເອງທີ່ບໍ່ເຄີຍຮູ້ວ່າມີຢູ່ກໍໄດ້.

ລາຍລະອຽດກິດຈະກຳ

ຄ່ຳຄືນແຫ່ງສຽງດົນຕີ Music Night

ຖ້າຄືນວັນເສົານີ້ຍັງບໍ່ມີນັດໄປໃສ ເຮົາຢາກຊວນທຸກຄົນລອງໄປປ່ຽນບັນຍາກາດ ຟັງເພງແນວ Soul, Jazz ແລະ Blues ຈາກ The Black Magic Trio ທີ່ຈະມາສ້າງສີສັນໃຫ້ຄ່ຳຄືນຂອງທຸກຄົນອົບອຸ່ນຂຶ້ນ.

ທຸກຄົນລອງຄິດເບິ່ງວ່າ ການໄດ້ຈິບເຄື່ອງດື່ມທີ່ມັກ, ຟັງເພງດີໆ ແລະ ນັ່ງລົມສະບາຍໆກັບໝູ່ເພື່ອນ ຫຼື ຄົນຮູ້ໃຈ ກໍເປັນອີກວິທີໃຫ້ເຮົາໄດ້ໃຊ້ເວລາຄ່ຳວັນເສົາ ແລະ ເກັບກ່ຽວປະສົບການທີ່ດີ.

ລາຍລະອຽດກິດຈະກຳ

  • ເຂົ້າຟຣີ
  • ວັນທີ: 28 ພະຈິກ 2026, 20:00 ໂມງ ເປັນຕົ້ນໄປ
  • ສະຖານທີ່: Café Indochine, ນະຄອນຫຼວງວຽງຈັນ
  • ເບິ່ງຂໍ້ມູນກິດຈະກຳ: Café Indochine

ງານວາງສະແດງສິລະປະ ທາຣາລືມເລືອນ

ແມ່ນ້ຳຂອງບໍ່ໄດ້ໄຫຼຜ່ານແຕ່ຜືນດິນ ແຕ່ຍັງໄຫຼຜ່ານຄວາມເຊື່ອ ແລະ ຄວາມຊົງຈຳຂອງຄົນທີ່ອາໄສຢູ່ສອງຝັ່ງ

ອ່ານຕື່ມ:  ປັກໝຸດກິດຈະກຳໄວ້ ແລ້ວອອກໄປເລາະ ລວມ 3 ກິດຈະກຳສຸດຄັກທີ່ຈະເຮັດໃຫ້ບໍ່ເຫງົາ

ທາຣາລືມເລືອນ Currents of Becoming ງານວາງສະແດງສິລະປະຮ່ວມສະໄໝ ທີ່ໄດ້ສ້າງສັນໂດຍກຸ່ມສິລະປິນລາວ Lost JigSaw ທີ່ໄດ້ຊວນພວກເຮົາລອງໄປສຳຫຼວດເລື່ອງລາວຂອງແມ່ນ້ຳຂອງ ຜ່ານຄວາມເຊື່ອ, ຕຳນານ ແລະ ຄວາມຊົງຈຳທີ່ສືບຕໍ່ກັນມາກັບຊຸມຊົນ.

ກຸ່ມສິລະປິນໄດ້ລົງພື້ນທີ່ສຳຫຼວດສາຍດືແມ່ນ້ຳຂອງ ຢູ່ທີ່ ບ້ານເວີນທາດ, ເມືອງທ່າພະບາດ, ແຂວງບໍລິຄຳໄຊ ເຊິ່ງເປັນພື້ນທີ່ທີ່ຜູກພັນກັບຕຳນານພະຍານາກ ແລະ ປາກົດການບັ້ງໄຟພະຍານາກ.

ພວກເຂົາໄດ້ສຳຜັດທຸກຄວາມຮູ້ສຶກທີ່ຊາວບ້ານບອກເລົ່າ ພ້ອມທັງຊອກຫາຄວາມໝາຍຂອງແມ່ນ້ຳ, ການປ່ຽນແປງ, ຄວາມເຊື່ອ ແລະ ວິຖີຊີວິດຂອງຄົນໃນພື້ນທີ່ຕໍ່ຈາກນີ້ຈະມີການປ່ຽນໄປແນວໃດ. ເທື່ອນີ້ທຸກຄົນຈະໄດ້ເຫັນມຸມມອງໃໝ່ຕໍ່ແມ່ນ້ຳຂອງຜ່ານງານສິລະປະທີ່ຕິດພັນກັບຄົນລາວເຮົາມາຢ່າງຍາວນານ.

ລາຍລະອຽດກິດຈະກຳ

  • ເຂົ້າຟຣີ
  • ວັນທີ: 29 ພະຈິກ  – 12 ທັນວາ 2026, 9:00 – 17:00 ໂມງ
  • ສະຖານທີ່: AugustLivingHaus, ນະຄອນຫຼວງວຽງຈັນ
  • ເບິ່ງຂໍ້ມູນກິດຈະກຳ: Lost JigSaw

GOLDEN TIME – ART EXHIBITION 2026

A Season of Happiness, Warmth & Beautiful Memories.

ບາງຊ່ວງເວລາທີ່ເຮົາໄດ້ພົບປະສົບການໃດໜຶ່ງ ມັນອາດມີຄ່າຫຼາຍກວ່າຂອງຂວັນຊິ້ນໃດໆ ເພາະສິ່ງທີ່ເຮັດໃຫ້ມັນພິເສດຂຶ້ນມາໄດ້ແມ່ນການໄດ້ຢູ່ພ້ອມໜ້າກັບຄົນທີ່ເຮົາຮັກ.

ນີ້ຈຶ່ງເປັນເຫດຜົນທີ່ເຮົານຳກິດຈະກຳນີ້ມາແບ່ງປັນກັບທຸກຄົນ ແລະ ຢາກຊວນໄປສຳຜັດບັນຍາກາດແຫ່ງຄວາມສຸກ ແລະ ຄວາມອົບອຸ່ນ ຜ່ານງານສິລະປະ Golden Time ທີ່ໄດ້ຮັບແຮງບັນດານໃຈຈາກເທດສະການ Christmas ໃນຊ່ວງເວລາພິເສດທີ່ວຽນມາພຽງປີລະຄັ້ງ.

ທ້າຍປີຖືເປັນຊ່ວງເວລາທີ່ ຄອບຄົວ, ໝູ່ເພື່ອນ ແລະ ຄົນສຳຄັນ ໄດ້ກັບມາພົບກັນ ພ້ອມທັງແບ່ງປັນຮອຍຍິ້ມ, ສຽງຫົວ ແລະ ສ້າງຄວາມຊົງຈຳດີໆຮ່ວມກັນ. ບັນຍາກາດເຫຼົ່ານີ້ຈຶ່ງກາຍເປັນແຮງບັນດານໃຈສຳຄັນຂອງງານວາງສະແດງນີ້.

ອ່ານຕື່ມ:  ລວມ 4 ກິດຈະກຳໜ້າສົນໃຈ ເບິ່ງໜັງ, ຊົມສິລະປະ, ເວີກຊັອບ ແລະ ເລາະຫຼິ້ນຕະຫຼາດນັດ ວັນທີ 8 - 11 ຕຸລາ 2026

ລາຍລະອຽດກິດຈະກຳ

  • ເຂົ້າຟຣີ
  • ວັນທີ: 29 ພະຈິກ – 31 ທັນວາ 2026 ໂມງ ເປັນຕົ້ນໄປ
  • ສະຖານທີ່: The Tamper Coffee & Studio, ນະຄອນຫຼວງວຽງຈັນ
  • ເບິ່ງຂໍ້ມູນກິດຈະກຳ: Golden time exhibition

THONGTAEK Fair Christmas Market 2026

ທຸກຄົນຍັງຈື່ບັນຍາກາດຄຣິສມາສປີກາຍໄດ້ບໍ? ແສງໄຟງາມໆທີ່ປະດັບໄປທົ່ວງານ, ສຽງເພງຄຣິສມາສອົບອຸ່ນຄຸ້ນຫູ, ສຽງຢອກຫົວກັນຂອງຜູ້ຄົນ ແລະ ກຸ່ມໝູ່ທີ່ຍ່າງຫຼິ້ນເລາະຊື້ຂອງກິນໄປນຳກັນ. ແຄ່ໄດ້ນຶກເຖິງ ກໍຄິດຮອດຢາກກັບໄປສຳຜັດອີກແລ້ວເນາະ.

ບໍ່ວ່າທຸກຄົນຈະໄດ້ເປັນຄວາມຊົງຈຳແບບໃດ ທຸກຊ່ວງເວລາລ້ວນເປັນສ່ວນໜຶ່ງທີ່ເຮັດໃຫ້ປີນີ້ເຮົາຕ້ອງອອກໄປສຳຜັດມັນອີກຄັ້ງທີ່ Thongtaek Fair Christmas Market 2026.

ກຽມຊວນໝູ່, ຊວນແຟນ ຊວນຄອບຄົວໄວ້ໄດ້ເລີຍ ເພື່ອໄປຫາຫຍັງແຊບໆກິນ, ຍ່າງຫຼິ້ນ, ຖ່າຍຮູບງາມໆ ແລະ ໃຊ້ເວລາດີໆກັບຄົນທີ່ມານຳກັນ. ປີກາຍໃຜທີ່ຍັງບໍ່ທັນໄດ້ໄປ ປີນີ້ກໍຢ່າພາດ Christmas ເຮົາມີນັດກັນ.

ລາຍລະອຽດກິດຈະກຳ

  • ເຂົ້າຟຣີ
  • ວັນທີ: 30 ພະຈິກ – 6 ທັນວາ 2026, 10:30 – 23:30 ໂມງ
  • ສະຖານທີ່: ITECC EXHIBITION HALL (Parking), ນະຄອນຫຼວງວຽງຈັນ
  • ເບິ່ງຂໍ້ມູນກິດຈະກຳ: Thongtaek Fair

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.