ພໍເດືອນພະຈິກວຽນມາຮອດ ກໍເປັນສັນຍານວ່າບຸນໃຫຍ່ປະຈຳປີຂອງຄົນລາວກຳລັງຈະມາຮອດແລ້ວ ແລະ ບັນຍາກາດຮອບອົງພະທາດຫຼວງກຳລັງຈະກັບມາຄຶກຄື້ນອີກຄັ້ງ.
ສຳລັບບຸນພະທາດຫຼວງປີນີ້ ນອກຈາກການໄປຮ່ວມງານບຸນແລ້ວ ຍັງມີກິດຈະກຳອື່ນໆ ໃຫ້ເລືອກໄປສຳຜັດນຳອີກ. ໃຜທີ່ກຳລັງຫາແຜນອອກໄປຍ່າງຫຼິ້ນ ຫຼື ຢາກລອງເຮັດຫຍັງໃໝ່ໆລອງເບິ່ງ 4 ກິດຈະກຳນີ້ໄດ້ເລີຍ. ມັກກິດຈະກຳໃດກໍເລືອກເລີຍ.
ຈະໄປເຮັດບຸນ, ຍ່າງຫຼິ້ນ, ຟັງເພງ ຫຼື ລອງລົງມືເຮັດງານສີມືກໍມີຫຼາຍຢ່າງໃຫ້ເລືອກ. ລອງຊວນຄອບຄົວ ຫຼື ໝູ່ເພື່ອນອອກໄປໃຊ້ເວລານຳກັນ ແລະ ເກັບອີກສອງສາມຄວາມຊົງຈຳດີໆກັບບ້ານ.

ບຸນນະມັດສະການ ພະທາດຫຼວງ
ຊ່ວງງານບຸນທາດຫຼວງນີ້, ນອກຈາກເຮົາຈະໄດ້ເຂົ້າໄປໄຫວ້ພະ ແລະ ເຮັດບຸນແລ້ວ ຍັງມີຮ້ານຄ້າຫຼາກຫຼາຍໃຫ້ເຮົາຍ່າງເລາະຊື້ເຄື່ອງກັບບ້ານ ມີທັງຜະລິດຕະພັນຕ່າງໆ ແລະ ຂອງກິນ.
ແຖມມີໂຊນ ຕະຫຼາດລາວບູຮານ ທີ່ໜ້າສົນໃຈ ຈັດຢູ່ບໍລິເວນເດີ່ນພະທາດຫຼວງ ເຊິ່ງເປັນອີກຈຸດໃຫ້ໄດ້ແວ່ຖ່າຍຮູບງາມໆແບບຍ້ອນຍຸກ ແລະ ໃຊ້ເວລາຍ່າງຫຼິ້ນໄປກັບບັນຍາກາດຂອງງານບຸນ.
ລາຍລະອຽດກິດຈະກຳ
- ເຂົ້າຟຣີ
- ວັນທີ: 20–24 ພະຈິກ 2026
- ສະຖານທີ່: ເດີ່ນພະທາດຫຼວງ, ນະຄອນຫຼວງວຽງຈັນ

Live Reggae & Folk Night
ຊວນມາປ່ຽນບັນຍາກາດໃນຄ່ຳຄືນທຳມະດາໃຫ້ມີສຽງດົນຕີມາເຕີມສີສັນ. ຖ້າມັກການນັ່ງຟັງດົນຕີສົດໃນບັນຍາກາດສະບາຍໆ ກິດຈະກຳນີ້ຄົງຖືກໃຈແນ່ນອນ Live Reggae & Folk Night ຈະພາທຸກຄົນໄປສຳຜັດກັບສອງແນວດົນຕີທີ່ມີສະເໜ່ຄົນລະແບບ.
ຝັ່ງ Reggae ມີຈັງຫວະຊວນໃຫ້ຜ່ອນຄາຍ ແລະ ໂຍກຕາມເບົາໆ. ສ່ວນ Folk ກໍມີສຽງດົນຕີ ແລະ ທຳນອງທີ່ພາໃຫ້ຮູ້ສຶກອົບອຸ່ນ ຄ້າຍກັບການນັ່ງຟັງເພງພ້ອມກັບເລື່ອງລາວດີໆ.
ສິ່ງທີ່ພິເສດຂອງການຟັງດົນຕີສົດ ຄືເຮົາບໍ່ໄດ້ຍິນພຽງແຕ່ສຽງເພງ ແຕ່ຍັງໄດ້ສຳຜັດກັບຈັງຫວະ, ສຽງເຄື່ອງດົນຕີ ແລະ ບັນຍາກາດຮອບຕົວ. ລອງຊວນໝູ່ໄປນັ່ງຟັງເພງ ແລະ ປ່ອຍໃຈໄປກັບສຽງດົນຕີນຳກັນເດີ.
ລາຍລະອຽດກິດຈະກຳ
- ເຂົ້າຟຣີ
- ວັນທີ: 21 ພະຈິກ 2026, 20:00 ໂມງ ເປັນຕົ້ນໄປ
- ສະຖານທີ່: Café Indochine, ນະຄອນຫຼວງວຽງຈັນ
- ເບິ່ງຂໍ້ມູນກິດຈະກຳ: Café Indochine

Workshop ໝາກເບັງ, ຕົ້ນເຜິ້ງ ແລະ ພວງມາໄລ
ໃນຊ່ວງບຸນທາດຫຼວງ ມີສິ່ງຂອງຫຼາຍຢ່າງທີ່ເຮົາຄຸ້ນຕາ ແລະ ມັກເຫັນຕາມງານບຸນເຊັ່ນ ໝາກເບັງ, ຕົ້ນເຜິ້ງ ແລະ ພວງມາໄລ. ແຕ່ກ່ອນຈະກາຍມາເປັນຜົນງານທີ່ສວຍງາມ ສິ່ງເຫຼົ່ານີ້ຕ້ອງຜ່ານທັງຄວາມປະນີດ ແລະ ສີມືຂອງຄົນເຮັດ.
ເຮົາຈຶ່ງຢາກຊວນທຸກຄົນໄປລອງຮຽນຮູ້ວິທີປະດິດສິ່ງຂອງເຫຼົ່ານີ້ດ້ວຍຕົນເອງ. ໄດ້ເບິ່ງຂັ້ນຕອນການເຮັດ, ລອງລົງມືປະດິດ ແລະ ເພີ່ມຄວາມຄິດສ້າງສັນໃຫ້ກັບຜົນງານຂອງຕົນ. ທີ່ສຳຄັນ ເຮັດແລ້ວຍັງສາມາດນຳຜົນງານກັບບ້ານໄດ້ອີກ.
ກິດຈະກຳນີ້ຈຶ່ງບໍ່ແມ່ນພຽງການມາຝຶກງານສີມືເທົ່ານັ້ນ ແຕ່ຍັງເປັນໂອກາດໃຫ້ເຮົາໄດ້ຮູ້ຈັກ ແລະ ເຫັນຄຸນຄ່າຂອງຫັດຖະກຳທີ່ຢູ່ຄູ່ກັບປະເພນີລາວມາດົນນານຫຼາຍຂຶ້ນ.
ລາຍລະອຽດກິດຈະກຳ
- ມີຄ່າຮຽນ
- ວັນທີ: 21 ພະຈິກ 2026, 10:00–12:00 ໂມງ
- ສະຖານທີ່: NAPHA Space & Atelier, ນະຄອນຫຼວງວຽງຈັນ
- ເບິ່ງຂໍ້ມູນກິດຈະກຳ: NAPHA Space & Atelier

Workshop ແກະສະລັກໝາກໄມ້
ຊວນໄປປ່ຽນໝາກໄມ້ທຳມະດາ ໃຫ້ກາຍເປັນງານສິລະປະ. ໝາກໄມ້ທີ່ເຮົາເຫັນກັນທຸກມື້ ຖ້າລອງຄ່ອຍໆໃຊ້ມີດແກະສະລັກ ກໍສາມາດກາຍເປັນລວດລາຍທີ່ສວຍງາມໄດ້. ສຳລັບໃຜທີ່ຢາກລອງທັກສະໃໝ່ ຫຼື ມັກງານສິລະປະຈາກສິ່ງໃກ້ຕົວ ລອງ Workshop ແກະສະລັກໝາກໄມ້ນີ້ເລີຍ.
ພາຍໃນກິດຈະກຳ ຈະໄດ້ຮູ້ຈັກຄວາມເປັນມາຂອງສິລະປະການແກະສະລັກໝາກໄມ້, ຮຽນຮູ້ວິທີໃຊ້ມີດ ແລະ ຝຶກລົງມືເຮັດລວດລາຍ 2 ແບບດ້ວຍຕົນເອງ. ບໍ່ວ່າຈະເປັນມືໃໝ່ ຫຼື ຄົນທີ່ມັກງານສີມື ກໍສາມາດລອງເຮັດ ແລະ ເມື່ອສຳເລັດແລ້ວ ກໍສາມາດນຳຜົນງານຂອງຕົນເອງກັບບ້ານໄດ້.
ສ່ວນເສດໝາກໄມ້ທີ່ເຫຼືອຈາກການແກະສະລັກ ກໍຈະຖືກນຳໄປເຮັດປຸຍບົ່ມ ແທນທີ່ຈະຖິ້ມເປັນຂີ້ເຫຍື້ອ. ນອກຈາກຈະໄດ້ຝຶກທັກສະໃໝ່ແລ້ວ ຍັງໄດ້ຮຽນຮູ້ການໃຊ້ວັດຖຸດິບໃຫ້ຄຸ້ມຄ່າອີກດ້ວຍ.
ລາຍລະອຽດກິດຈະກຳ
- ມີຄ່າຮຽນ
- ວັນທີ: 22 ພະຈິກ 2026, 10:30–12:00 ໂມງ
- ສະຖານທີ່: Naked Espresso Watnak Coffee Bay, ນະຄອນຫຼວງວຽງຈັນ
- ເບິ່ງຂໍ້ມູນກິດຈະກຳ: Salabaan · ສາລະບານ