ທ້າຍເດືອນ 10 ກຽມໄປຫູເຄືອບທອງນຳກັນໃນຄອນເສີດ LIT POP MUSIC FESTIVAL EP4: THE BEYOND

ໄດ້ເວລາລວມພົນອີກແລ້ວທຸກຄົນ! ມ່ວນຊວນໄປ ຢາກຊວນທຸກຄົນໄປຮ້ອງເພງນຳກັນຢູ່ທີ່ງານ LIT POP MUSIC FESTIVAL EP4: THE BEYOND
ໃຜທີ່ຖ້າຟັງເພງມ່ວນໆ ແລະ ເສບບັນຍາກາດຄອນເສີດ ຕ້ອງມາໃຫ້ໄດ້ເດີໃນ EP4 ນີ້ ເຮົາຈະໄດ້ສຳຜັດປະສົບການການຟັງເພງແບບຫູເຄືອບທອງນຳກັນ. ເພາະ LIT POP MUSIC FESTIVAL ໄດ້ເພີ່ມຄວາມພິເສດແບບກ້າວຂ້າມທຸກຂີດຈຳກັດກັບ Lineup ສຸດອະລັງທັງສິລະປິນລາວ ແລະ ໄທ ອີກແລ້ວ.
ລາຍຊື່ສິລະປິນຮອບນີ້, ມ່ວນຊວນໄປ ບອກເລີຍວ່າມີແຕ່ Vocalist ເຊິ່ງຄົນມັກຟັງເພງຈະພາດບໍ່ໄດ້ເດັດຂາດ. ຕ້ອງຊວນກັນມາກີດໃຫ້ສຸດ ແລະ ຮ້ອງໃຫ້ສຸດສຽງ ພ້ອມສ້າງຕຳນານຄວາມມ່ວນນຳກັນເລີຍ.
✨ ສິລະປິນໄທ: JEFF SATUR, NO ONE ELSE ແລະ F.HERO
✨ ສິລະປິນລາວ: JOJO MIRACLE, TEE OUDALAY ແລະ TAIY AKARD

JEFF SATUR
ສຳລັບຄົນຈະໄປຟັງ Jeff Satur ແນະນຳໃຫ້ຟັງເພງ “ลืมไปแล้วว่าลืมยังไง” ແລະ “ซ่อน(ไม่)หา” ໄປກ່ອນເດີ ເພາະສອງເພງນີ້ແມ່ນສຳລັບສາຍ Vocal ຂອງແທ້, ຮັບຮອງວ່າຈະໄດ້ຫູເຄືອບທອງນຳກັນຢູ່ໃນງານຄອນເສີດແນ່ນອນ.

NO ONE ELSE
ຖ້າໃຜເປັນສາຍຮັກ, ມັກຟັງເພງຫວານລະມຸນ, ເມໂລດີນຸ່ມໆ ຕ້ອງຊ້ອມຮ້ອງເພງຂອງ No One Else ໄວ້ເລີຍ ເພາະວົງນີ້ເປັນເຈົ້າພໍ່ເພງຮັກ ຖ້າໄປເປັນຄູ່ກໍຈັບມືກັນຮ້ອງເພງ. ບອກເລີຍວ່າບັນຍາກາດໃນງານຍິ່ງຈະເຮັດໃຫ້ຕົກຂຸມຮັກກັນຫຼາຍກວ່າເກົ່າ.

F.HERO
ເພງຂອງ F.Hero ບໍ່ໄດ້ມີດີແຕ່ທ່ອນແຣັບດຸເດືອດ ແຕ່ລາວຄື ເຈົ້າພໍ່ແຫ່ງການເອັນເຕີເທນເວທີທີ່ມີພະລັງສຽງ ແລະ Energy ເຕັມ 100 ຕະຫຼອດເວລາ. ການໄປຢືນຟັງແຣັບສົດໆພ້ອມຈັງຫວະບີດເບສໜັກໆ ຈະພາເຮົາປົດປ່ອຍຄວາມມັນແບບບໍ່ມີຫຍັງກັ້ນ.

JOJO MIRACLE
JoJo Miracle ລາວຄື Musician & Producer ທີ່ມີສະເໜ່ ທຸກໆເພງຂອງລາວຈະຖືກ Arrange ດົນຕີໃຫ້ມີມິຕິທີ່ຈະເຮັດໃຫ້ທຸກຄົນເຕັມອີ່ມ ແລະ ປະທັບໃຈກັບການສະແດງຂອງສິລະປິນລາວຄົນນີ້

TEE OUDALAY
ນັກຮ້ອງສຽງນຸ່ມ Tee Oudalay ທີ່ຊົງພະລັງ ພ້ອມຖ່າຍທອດອາລົມໄດ້ສະກົດທຸກຄວາມຮູ້ສຶກ. ການໄດ້ໄປຟັງເພງຂອງລາວແບບສົດໆ ພ້ອມຮ້ອງເພງປະສານສຽງໄປກັບຄົນໃນ Hall ຄົງເປັນຊ່ວງເວລາທີ່ດີໃນງານຄອນເສີດເລີຍ.

TAIY AKARD
ສິລະປິນທີ່ມີສຽງຊົງພະລັງ ແລະ ໜັກແໜ້ນ Taiy Akard ທີ່ຖ່າຍທອດອາລົມໄດ້ເລິກເຊິ່ງ. ລາວເປັນສິລະປິນທີ່ມີເພງຮິດຫຼາຍເພງທັງ “ເຈົ້າບໍ່ແມ່ນອາກາດ, ຈາລຶກໄວ້ໃນໃຈ ແລະ ເພງຫຼ້າສຸດ ຮັກບ້າອີຫຍັງ?” ໃຜສາຍມັກຟັງເພງອົກຫັກ ມັກແນ່ນອນ.
ຢ່າລືມຊວນແຟນ, ຊວນໝູ່ ນັດກັນໃຫ້ພ້ອມ ແລ້ວໄປປົດປ່ອຍຄວາມມ່ວນນຳກັນ🔥
ລາຍລະອຽດກ່ຽວກັບງານ
- ມີຄ່າໃຊ້ຈ່າຍ (ເບິ່ງລາຍລະອຽດລາຄາຢູ່ Godink.la)
- Facebook Page: L.I.T Pop Music Festival
- ວັນງານ: ວັນເສົາ ທີ 17 ຕຸລາ 2026
- ສະຖານທີ່: ITECC Exhibition Hall (ໄອເຕັກຕຶກເກົ່າ)