ປ້າຂ້າງບ້ານ-ເພື່ອນຮ່ວມງານທັອກຊິກ ເຮັດໃຫ້ເຮົາເຖົ້າໄວຂຶ້ນ 1.5% ຕໍ່ປີ (ແຕ່ເຮົາມີວິທີແກ້)

ແບ່ງປັນ

ປ້າຂ້າງບ້ານ-ເພື່ອນຮ່ວມງານທັອກຊິກ ເຮັດໃຫ້ເຮົາເຖົ້າໄວຂຶ້ນ 1.5% ຕໍ່ປີ (ແຕ່ເຮົາມີວິທີແກ້)

25 May 2026 9

ເຄີຍແຍງແວ່ນແລ້ວຕົກໃຈບໍ່? ວ່າເປັນຫຍັງຊ່ວງນີ້ໜ້າຕາເບິ່ງຄືເມື່ອຍໆ ໂຊມໆ, ໃຕ້ຕາດຳ ຄືຄົນບໍ່ໄດ້ນອນມາ 10 ປີ… ທັງໆທີ່ສະກິນແຄກໍໂບກເຄິ່ງກະປຸກ, ຄໍລາເຈນກໍກິນໝົດເປັນກ່ອງ.

ບາງເທື່ອ ໂຕການທີ່ເຮັດໃຫ້ເຮົາເຖົ້າກ່ອນໄວ ອາດຈະບໍ່ແມ່ນພຽງແຕ່ ອາຍຸ, ບໍ່ແມ່ນແດດເມືອງລາວ ແລະ ບໍ່ແມ່ນ PM 2.5 ເທົ່ານັ້ນ … ແຕ່ຍັງລວມເຖິງ “ຄວາມສຳພັນທັອກຊິກ ຫຼື ຄວາມສຳພັນທີ່ເປັນພິດ (Toxic Relationship)” ຈາກຄົນອ້ອມໂຕເຮົານີ້ລະ.

ເລື່ອງນີ້ບໍ່ໄດ້ເວົ້າຂຶ້ນມາລອຍໆ ເພາະມີຜົນວິໄຈຈາກຜູ້ຊ່ຽວຊານອອກມາຢືນຢັນເລີຍວ່າ: ການຕົກຢູ່ໃນຄວາມສຳພັນທີ່ບໍ່ດີ ຈະສ້າງຄວາມເຄັ່ງຄຽດສະສົມ ເຊິ່ງເປັນຕົວເລັ່ງໃຫ້ຮ່າງກາຍ ແລະ ຜິວພັນຂອງເຮົາເສື່ອມໂຊມ ຫຼື ເວົ້າງ່າຍໆຄື ເຖົ້າໄວຂຶ້ນ ແບບບໍ່ຮູ້ໂຕ.

ໂຕເລກທີ່ໜ້າຕົກໃຈກໍຄື: ໃນທຸກໆ 1 ຄົນ ທີ່ສ້າງຄວາມອຶດອັດໃຈໃຫ້ເຮົາ ຈະເພີ່ມອັດຕາຄວາມເຖົ້າແກ່ໃຫ້ໄວຂຶ້ນ 1.5% ຕໍ່ປີ. ໝາຍຄວາມວ່າ ໃນ 1 ປີ ຖ້າເຮົາຕ້ອງທົນກັບຄົນແບບນີ້ ເຮົາຈະແກ່ແຊງໜ້າໝູ່ໄປ 1.015 ປີເລີຍ!

ລອງນຶກພາບຕາມ… ຖ້າຊີວິດເຮົາຕ້ອງເຈິຄົນປະເພດນີ້ເປັນສິບຄົນອ້ອມໂຕ ທັງໃນອອບຟິສ ແລະ ແຖວບ້ານ, ຕົວເລກມັນຈະທະວີຄູນຂຶ້ນຂະໜາດໃດ? ໜ້າເຮົາຄົງຈະແຊງອາຍຸແທ້ໄປໄກເລີຍ.

ຈາກການວິໄຈ, ບຸກຄົນທີ່ສ້າງຄວາມປວດຫົວໃຫ້ເຮົາໄດ້ຫຼາຍທີ່ສຸດ ພັດເປັນຄົນທີ່ເຮົາໜີຍາກທີ່ສຸດ 2 ກຸ່ມ ນັ້ນກໍຄື:

  1. ຄົນໃນຄອບຄົວ ຫຼື ແຟນ-ຄູ່ສົມລົດ (ຄວາມຄາດຫວັງ, ການຈົ່ມວ່າ, ຄວາມບໍ່ເຂົ້າໃຈ)
  2. ເພື່ອນຮ່ວມງານ, ຫົວໜ້າ, ໝູ່ໃນກຸ່ມ ແລະ ທີ່ຂາດບໍ່ໄດ້ຄື… ປ້າຂ້າງບ້ານ (ເພື່ອນບ້ານ) ຜູ້ກວດສອບປະຫວັດຊີວິດເຮົາທຸກບາດຍ່າງ ເຊິ່ງບັນຫາທີ່ເກີດຂຶ້ນກໍມີຕັ້ງແຕ່ການຂັດແຍ່ງກັນ, ການຊຸບຊິບນິນທາ ເປັນຕົ້ນ.
ອ່ານຕື່ມ:  Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

ໃນເມື່ອເຮົາເລືອກທີ່ຈະບໍ່ພົບເຈິເຂົາເຈົ້າບໍ່ໄດ້ 100% (ເພາະຍັງຕ້ອງເຮັດວຽກ, ຍັງຕ້ອງກັບບ້ານ), ເຮົາກໍເລີຍມີເຄັດລັບເລັກໆນ້ອຍໆມາຝາກ:

  • ຝຶກສິລະປະແຫ່ງການຕັດບົດເພື່ອຈຳກັດເວລາປະເຊີນຫນ້າ: ຖ້າປ້າຂ້າງບ້ານ ຫຼື ໝູ່ຮ່ວມງານເລີ່ມແລ່ນມາຈົ່ມ, ມານິນທາ ຫຼື ທ້ວງເລື່ອງສ່ວນຕົວໃຫ້ເຮົາອຶດອັດ… ໃຫ້ທ່ອງໄວ້ໃນໃຈວ່າ “ໜ້າເຮົາຈະເຖົ້າຂຶ້ນ 1.5%” ແລ້ວຕັດບົດຢ່າງສຸພາບແຕ່ສະຕຣອງທັນທີ: “ໂອ້ຍປ້າ! ພໍດີຟ້າວໄປວຽກ/ຟ້າວສົ່ງວຽກໃຫ້ຫົວໜ້າກ່ອນເດີ້ ມື້ໜ້າຄ່ອຍລົມກັນ!” ແລ້ວກໍຟ້າວຍ່າງໜີເລີຍ.
  • ຂີດເສັ້ນແດງແບ່ງເຂດແດນໃຫ້ຊັດເຈນ: ບາງຄັ້ງຄົນໃນເຮືອນ ຫຼື ໝູ່ສະໜິດ ອາດຈະເວົ້າທຳຮ້າຍຈິດໃຈເຮົາໂດຍບໍ່ຮູ້ໂຕ. ລອງບອກເຂົາເຈົ້າກົງໆແບບອ່ອນໂຍນແຕ່ຈິງຈັງວ່າ: “ຄຳເວົ້າແບບນີ້ເຮົາຟັງແລ້ວຮູ້ສຶກບໍ່ຄ່ອຍໂອເຄເລີຍ ເທື່ອໜ້າບໍ່ເວົ້າແບບນີ້ກັນເນາະ”. ການປົກປ້ອງຂອບເຂດຂອງໂຕເອງ ຄືສະກິນແຄຣ໌ທີ່ດີທີ່ສຸດຕໍ່ຜິວຫນ້າຂອງເຮົາ.
  • ດີທັອກພະລັງງານຄວາມເຄັ່ງຄຽດ: ເລີກວຽກ 5 ໂມງແລ້ວ ໃຫ້ເອົາຄວາມທັອກຊິກໃນອອບຟິສຖິ້ມໄວ້ບ່ອນນັ້ນ ແລ້ວໄປຫາເຮັດສິ່ງທີ່ມັກ ເຊັ່ນ: ຟັງເພງຜ່ອນຄາຍຈິດໃຈ, ໄປອອກກຳລັງກາຍ ຫຼື ຫຼິ້ນກັບແມວ… ໃຫ້ຮ່າງກາຍໄດ້ຫຼັ່ງໂດປາມີນ ມາສູ້ກັບຄວາມເຖົ້າແກ່.
  • ຖ້າບໍ່ໄຫວ… ໃຫ້ຜູ້ຊ່ຽວຊານຊ່ວຍ: ຖ້າຮູ້ສຶກວ່າມັນໜັກໜ່ວງຈົນຈິດໃຈເຮົາພັງ, ວິທີຂ້າງເທິງກໍເອົາບໍ່ຢູ່, ການໄປພົບນັກຈິດບຳບັດ ຫຼື ຈິດຕະແພດ ບໍ່ແມ່ນເລື່ອງໜ້າອາຍເດີ. ເຂົາເຈົ້າຄືຜູ້ຊ່ຽວຊານທີ່ຈະຊ່ວຍເຮົາເຄຼຍສິ່ງທີ່ຢູ່ໃນຫົວ ແລະ ຈັດການຄວາມສຳພັນໄດ້ດີຂຶ້ນຢ່າງມີລະບົບ.

ຄວາມສຳພັນທີ່ບໍ່ດີ ມັນເກີດຂຶ້ນໄດ້ ແຕ່ມັນບໍ່ມີສິດຢູ່ກັບເຮົາຕະຫຼອດໄປ ຖ້າເຮົາບໍ່ອະນຸຍາດ. ຢ່າປ່ອຍໃຫ້ຄົນອື່ນມາທຳຮ້າຍທັງສຸຂະພາບຈິດ ແລະ ເຮັດໃຫ້ໜ້າເຮົາແກ່ເກີນອາຍຸອານາມທີ່ແທ້ຈິງ. ຮັກສາໃຈ = ຮັກສາຄວາມອ່ອນເຍົາເດີທຸກຄົນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.