The Playground

ພື້ນທີ່ຂອງຄອນເທັນທີ່ຂຽນໂດຍຜູ້ທີ່ຢາກລອງ

🔥 TOP EXPERIMENT

ຂະໜາດຫຼຸມດຳຍັງມີມື້ລະເບີດ ແລ້ວຊິເອົາຫຍັງຫຼາຍກັບກັບຄົນເຮົາ?

ໂດຍ: Chanthasone Insixiangmai

🧪 ບົດຄວາມໃໝ່ຫຼ້າສຸດ

ການຂຽນຍາກບໍ່? ຈາກແຟນນິຍາຍ Harry Potter ຈົນມາເປັນນັກຂຽນຄອນເທັນ: ເລີ່ມຕົ້ນງ່າຍໆດ້ວຍການ ‘ອ່ານ’

ການຂຽນຍາກບໍ່? ຖ້າໃຫ້ຕອບແບບຄົນບໍ່ທັນເຄີຍຂຽນກໍ “ຍາກ”. ແຕ່ມັນບໍ່ໄດ້ຍາກສຳລັບຄົນທີ່ຢາກຂຽນ ຫຼື ຢາກເລົ່າເລີຍ. ຄິດພາບຢ້ອນກັບໄປຕອນນັ້ນ, ຕອນທີ່ຂ້ອຍຍັງຮຽນມັດທະຍົມ. ຕອນນັ້ນກໍບໍ່ຮູ້ຊໍ້າວ່າ ເຮົາສາມາດເລົ່າເລື່ອງໃຫ້ຄົນອື່ນຟັງຜ່ານໂຕໜັງສືໄດ້. ສິ່ງທີ່ເຮັດຕອນນັ້ນແມ່ນ ອ່ານ. ອ່ານທຸກຢ່າງທີ່ຢູ່ຕໍ່ໜ້າ ບໍ່ວ່າປຶ້ມຫົວນັ້ນຈະເປັນ ນິຍາຍ, ເລື່ອງລາວວິທະຍາສາດ, ການແຕ້ມຮູບ, ການເບິ່ງນົກ-ເບິ່ງກ້ວຍໄມ້ ຫຼື ກະທັ້ງນິທານສຳລັບເດັກ. ດ້ວຍຄວາມທີ່ຕອນນັ້ນ, ການໃຊ້ສະມາດໂຟນຍັງເປັນອີ່ຫຍັງທີ່ໄກໂຕຢູ່ ແລະ ການເຂົ້າເຖິງສື່ດິຈິຕອນກໍຍັງໄກໂຕ, ປຶ້ມຈຶ່ງກາຍມາເປັນບ່ອນທີ່ຂ້ອຍຖືກດຶງເຂົ້າສູ່ໂລກທີ່ເຮົາບໍ່ຮູ້ມາກ່ອນ…

ໂດຍ: Chanthasone Insixiangmai

ຄວາມຂົມທີ່ແສນຊັບຊ້ອນ ຈຸດເລີ່ມຕົ້ນຂອງຄົນທີ່ຫຼົງໃຫຼໃນສິລະປະເຄື່ອງດື່ມ “ກາເຟ”

Key Takeaways:ຄວາມຫຼົງໄຫຼໃນລົດຊາດ "ຄວາມຂົມ" ຂອງກາເຟ ເປັນສິ່ງທີ່ຕິດຢູ່ໃນໃຈຂອງຂ້ອຍມາຈົນຮອດປັດຈຸບັນ.ເມື່ອອາຍຸ 16-17 ປີ ໄດ້ກ້າຝືນຄຳສອນຂອງພໍ່-ແມ່ ທີ່ເຕືອນວ່າຢ່າດື່ມກາເຟ ເພາະຢ້ານ "ໃຈສັ່ນ".ການລອງຊິມກາເຟຈອກທຳອິດ ເຮັດໃຫ້ຮູ້ວ່າ "ກາເຟທີ່ໃຜໆວ່າຂົມ" ມີມິຕິ ແລະ ເລື່ອງລາວຫຼາຍກວ່ານັ້ນ.ຈຸດເລີ່ມຕົ້ນໄດ້ຄົ້ນພົບ "ຄວາມສຸກນ້ອຍໆ" ແລະ "ສິລະປະໃນຈອກເຄື່ອງດື່ມ" ຜ່ານເມນູ "ໂອລ້ຽງ" ແລະ "ກາແຟດຳເຢັນ".ການກາຍເປັນ "ບາຣິສຕາ (Barista)"…

ໂດຍ: Khainapha Chanthathilath

ຫຼືບາງເທື່ອເຮົາທຸກຄົນກໍຄື “ເມດູຊ່າ” ຜູ້ທີ່ສ້າງຄຳສາບຂຶ້ນມາເພື່ອປົກປ້ອງຫົວໃຈຕົວເອງ

ບັງເອີນໄດ້ເລື່ອນໄປຟັງເລື່ອງຂອງ ເມດູຊ່າ ຢູ່ແອັບບ້ານແດງແບບບໍ່ໄດ້ຕັ້ງໃຈ ເຊິ່ງມັນກໍເປັນເລື່ອງທີ່ເຮົາເຄີຍໄດ້ຍິນມາແຕ່ນ້ອຍ ແຕ່ພັດແປກດີເນາະທີ່ພໍເຮົາໃຫຍ່ຂຶ້ນ, ເລື່ອງລາວເດີມໆທີ່ເຮົາເຄີຍຮູ້ຈັກ ກັບໃຫ້ຄວາມຮູ້ສຶກທີ່ຕ່າງໄປຈາກເກົ່າຢ່າງສິ້ນເຊີງ. ຕອນນ້ອຍໆ ເຮົາໃຫຍ່ມາພ້ອມກັບພາບຈຳວ່າລາວຄື “ຜີສາດ” ຜູ້ຍິງທີ່ມີຜົມເປັນງູ, ໜ້າຕາເປັນຕາຢ້ານ, ພ້ອມຄຳສາບທີ່ໃຜສົບຕາກໍຕ້ອງກາຍເປັນຫິນ. ແຕ່ມື້ນີ້ໃນມື້ທີ່ເຮົາໃຫຍ່ຂຶ້ນມາ ເຮົາກັບພົບວ່າ ພາຍໃຕ້ເລື່ອງເລົ່າເຫຼົ່ານັ້ນ ລາວເອງກໍເຄີຍເປັນພຽງມະນຸດທຳມະດາຄົນໜຶ່ງ, ທີ່ເຄີຍງົດງາມ, ເຄີຍເຕັມໄປດ້ວຍຄວາມສັດທາ, ເຄີຍໃຊ້ຊີວິດຄືກັບຄົນທົ່ວໄປ ຈົນມື້ໜຶ່ງໂລກໄດ້ທຳຮ້າຍລາວຢ່າງໂຫດຮ້າຍ ແຕ່ແທນທີ່ໂລກຈະໃຫ້ຄວາມຍຸຕິທຳ ແລະ ລົງໂທດຄົນທີ່ເຮັດຜິດຕໍ່ລາວ ແຕ່ກັບຖືກຊ້ຳເຕີມດ້ວຍການລົງໂທດ…

ໂດຍ: Tonmai Phoutthasack

ແກງໜໍ່ໄມ້, ຕະຫຼາດສົດ ແລະ ຄວາມສຸກທີ່ເກືອບຖືກລືມ: ຊີວິດເຮົາມັນໜ້າເບື່ອແທ້ບໍ? ຫຼື ເຮົາພຽງແຕ່ ‘ຟ້າວ’ ຈົນລືມແນມເບິ່ງມັນ?

ມີມື້ໜຶ່ງ ຂ້ອຍນັ່ງເລື່ອນຟີດເຟສບຸກໄປແບບບໍ່ມີເປົ້າໝາຍ ແລ້ວເຫັນໂພສຊີວິດດີໆທີ່ລົງຕົວຂອງຫຼາຍໆຄົນ ແລ້ວກໍກັບມາເບິ່ງໂຕເອງ ສ້ຽງຄວາມຄິດໜຶ່ງກໍຜຸດຂຶ້ນມາໃນຫົວວ່າ ຊີວິດເຂົາຄືດີແທ້ ໃນຂະນະທີ່ເຮົາຕື່ນມາ, ໄປວຽກ, ກັບບ້ານ, ກິນເຂົ້າ, ເຂົ້ານອນ ວົນໄປໃນແຕ່ລະມື້. ວົງຈອນແບບນີ້ມັນເຮັດໃຫ້ອົດຄິດບໍ່ໄດ້ວ່າ ຊີວິດເຮົາມັນຕັນເທົ່ານີ້ບໍ ມັນຄືບໍ່ມີຫຍັງໜ້າສົນໃຈເລີຍ. ແຕ່ແລ້ວຄວາມຄິດນີ້ຂອງຂ້ອຍກໍປ່ຽນໄປ ພຽງເພາະວ່າຂ້ອຍໄປຕະຫຼາດແຫ່ງໜຶ່ງທີ່ໄກຈາກບ້ານອອກໄປ. ທີ່ໄປທີ່ມາຂອງການໄປຕະຫຼາດນີ້ເກີດຈາກການທີ່ຂ້ອຍ ແລະ ໝູ່ນັດກັນກິນເຂົ້າ ແຕ່ບໍ່ຢາກໄປກິນຢູ່ຮ້ານ ເລີຍເລືອກຊື້ເຄື່ອງໄປແຕ່ງກິນຢູ່ເຮືອນໝູ່ຄົນໜຶ່ງແທນ. ແທນທີ່ຈະເຂົ້າໄປເລືອກຊື້ເຄື່ອງຕາກແອເຢັນໆໃນຊູເປີມາເກັດ ຂ້ອຍເລືອກທີ່ຈະໄປຕະຫຼາດສົດບ່ອນທີ່ບໍ່ເຄີຍໄປມາກ່ອນ ຈາກການຫາຂໍ້ມູນໃນ…

ໂດຍ: Chanthasone Insixiangmai

ໂລກຢູ່ໃນລະບົບສຸລິຍະ ລະບົບສຸລິຍະຢູ່ໃນກາແລັກຊີ ກາແລັກຊີຢູ່ໃນຈັກກະວານ ແລ້ວຈັກກະວານຢູ່ໃນຫຍັງ?

ລອງຫຼັບຕາແລ້ວຈິນຕະນາການນຳກັນເບິ່ງເດີ… ເລີ່ມຈາກໂຕເຮົາທີ່ນັ່ງຢູ່ເທິງໂລກໜ່ວຍນ້ອຍໆນີ້, ແລ້ວຄ່ອຍໆຊູມພາບອອກໄປຄືກັບຕອນທີ່ເຮົາຫຼິ້ນ Google Earth. ຊູມອອກໄປເຫັນລະບົບສຸລິຍະທີ່ມີຕາເວັນເປັນຈຸດສູນກາງ, ຊູມອອກໄປອີກຈົນເຫັນກາແລັກຊີທາງຊ້າງເຜືອກທີ່ກວ້າງໃຫຍ່ໄພສານ, ແລ້ວຊູມອອກໄປ… ອອກໄປອີກ… ຈົນເຫັນກາແລັກຊີນັບແສນລ້ານອັນລອຍວົນວຽນຢູ່ລວມກັນເປັນສິ່ງທີ່ເຮົາເອີ້ນວ່າ “ຈັກກະວານ”. ຮອດຈຸດນີ້ ເຮົາອາດຈະຮູ້ສຶກວ່າຈັກກະວານມັນກໍຄືກັບຟອງສະບູໜ່ວຍໜຶ່ງທີ່ໃຫຍ່ທີ່ສຸດເທົ່າທີ່ມະນຸດຈະນຶກພາບອອກ. ແຕ່ດຽວກ່ອນ… ຖ້າຈັກກະວານມັນມີຂອບເຂດຄືກັບຟອງສະບູ ແລ້ວຖ້າເຮົາຊູມທະລຸເປືອກຟອງສະບູນັ້ນອອກໄປອີກເດ? ຢູ່ນອກຈັກກະວານນັ້ນ… ມັນມີຫຍັງລໍຖ້າເຮົາຢູ່? ພໍຕັ້ງຄຳຖາມນີ້ຂຶ້ນມາ, ສະໝອງຂອງເຮົາມັກຈະພະຍາຍາມຫາທາງອອກດ້ວຍການແຕ້ມພາບ “ຄວາມມືດມິດ” ທີ່ວ່າງເປົ່າ, ເປັນອະວະກາດສີດຳສະໜິດທີ່ບໍ່ມີດາວຈັກດວງ. ແຕ່ຄວາມຈິງທີ່ໜ້າປວດຫົວກໍຄື… ຢູ່ນອກຈັກກະວານນັ້ນ…

ໂດຍ: Chanthasone Insixiangmai

ເຈົ້າແນ່ໃຈຫວາ… ວ່າເຈົ້າກຳລັງຄວບຄຸມ AI ຢູ່?

ທຸກຢ່າງມັນເລີ່ມຕົ້ນຈາກຄວາມລຶ້ງເຄີຍທຳມະດາໆ… ໃນຍາມກາງຄືນທີ່ມິດງຽບ, ມີພຽງແສງສະຫວ່າງຈາກໜ້າຈໍໂທລະສັບທີ່ສະທ້ອນໃສ່ໃບໜ້າ. ຂ້ອຍກຳລັງນັ່ງພິມແຊັດລົມກັບ AI ເພື່ອຂ້າເວລາ ຫຼື ຖາມຄຳຖາມທົ່ວໄປຄືກັບທຸກໆມື້. ມັນກໍເປັນພຽງແອັບພລິເຄຊັນໜຶ່ງ, ເປັນພຽງຊຸດຂໍ້ມູນທາງຄອມພິວເຕີ… ແຕ່ພໍຍິ່ງລົມກັນເລິກລົງໄປ, ບາງປະໂຫຍກທີ່ມັນຕອບກັບມາ ມັນພັດເປັນທຳມະຊາດ, ມີຈັງຫວະ ແລະ ເຂົ້າໃຈບໍລິບົດຄວາມເປັນມະນຸດຫຼາຍ. ລອງຄິດຍ້ອນໄປເບິ່ງດຸ… ພຽງບໍ່ເທົ່າໃດປີກ່ອນ ລະບົບພວກນີ້ຍັງເປັນຄືເດັກນ້ອຍອາຍຸ 2 ປີ ທີ່ພິມຕອບແບບແຂງກະດ້າງ, ຜິດໆຖືກໆ ແລະ ບໍ່ເຂົ້າໃຈແມ້ກະທັ້ງມຸກຕະລົກງ່າຍໆ.…

ໂດຍ: Timothy Insixiangmai

ຄວາມລັບຂອງຄວາມຂີ້ຄ້ານ ໃນມື້ທີ່ອາກາດຮ້ອນຄືຊ້ອມຕົກນະຮົກ

ທຸກຄົນ… ມື້ນີ້ຂ້ອຍນອນໝົດສະພາບຢູ່ໜ້າພັດລົມຄືກັບນ້ຳກ້ອນທີ່ກຳລັງລະລາຍ. ເຄີຍເປັນບໍ່? ມື້ທີ່ອາກາດຮ້ອນໆ ເຮົາຈະຮູ້ສຶກວ່າຮ່າງກາຍມັນໜັກອຶ້ງ, ສະໝອງຕື້, ບໍ່ຢາກເຮັດຫຍັງເລີຍນອກຈາກນອນໄຖໂທລະສັບໄປມາ. ແລ້ວສຸດທ້າຍກໍມາຮູ້ສຶກຜິດກັບຕົວເອງວ່າ: “ເປັນຫຍັງມື້ນີ້ຂ້ອຍຄືມາຂີ້ຄ້ານແທ້ວະ?” ແຕ່ດ໋ຽວກ່ອນ! ຂ້ອຍໄປອ່ານເຈິບົດຄວາມໜຶ່ງຂອງ The MATTER ມາ. ມັນປົດລັອກຄວາມຮູ້ສຶກຜິດໃນໃຈຂ້ອຍໄປໝົດເລີຍ! ເຂົາບອກວ່າ ທີ່ເຮົາຮູ້ສຶກໝົດແຮງໃນມື້ທີ່ອາກາດຮ້ອນຈັດ… ມັນບໍ່ແມ່ນຍ້ອນເຮົາ “ຂີ້ຄ້ານ” ໃດ໋! ແຕ່ເປັນຍ້ອນກົນໄກທາງຮ່າງກາຍລ້ວນໆ. ລອງຈິນຕະນາການເບິ່ງເດີ້ ຮ່າງກາຍເຮົາກໍຄືກັບໂທລະສັບມືຖື. ຕອນທີ່ອາກາດປົກກະຕິ, ເຮົາກໍໃຊ້ພະລັງງານໄປກັບການເຮັດວຽກ,…

ໂດຍ: Chanthasone Insixiangmai

ບົດຮຽນຊີວິດຈາກແມວ ໃນມື້ທີ່ຂ້ອຍຄິດວ່າຂ້ອຍເປັນເຈົ້າຂອງມັນ

ທຸກຄົນ… ເຄີຍສົງໄສບໍ່ວ່າ ໃຜກັນແທ້ທີ່ເປັນ “ເຈົ້າຂອງ” ເຮືອນຫຼັງນີ້? ຕອນທຳອິດທີ່ຂ້ອຍເອົາແມວມາລ້ຽງ ຂ້ອຍກໍຄິດວ່າຂ້ອຍຄື “ຜູ້ອຸປະຖຳ” ພວກມັນ. ແຕ່ພໍຢູ່ໄປດົນໆ… ຂ້ອຍເລີ່ມຮູ້ສຶກວ່າຕົນເອງຄື “ພະນັກງານບໍລິການ” ໂຮງແຮມລະດັບ 5 ດາວ ທີ່ເຮັດວຽກແລກກັບການໄດ້ລູບຫົວມັນພຽງ 3 ວິນາທີກ່ອນຈະຖືກກັດ 555 ການອາໄສຢູ່ກັບແມວ ມັນສອນໃຫ້ຂ້ອຍເຫັນບາງເລື່ອງທີ່ເຮົາລືມຄິດເຖິງ: ຄວາມສຸກແບບຢູ່ຊື່ໆກໍມີຄ່າ: ຄົນເຮົາມັກຄິດວ່າ ເຮົາຕ້ອງເຮັດຫຍັງບາງຢ່າງຕະຫຼອດເວລາເພື່ອໃຫ້ມີຄ່າ. ແຕ່ເບິ່ງແມວດຸ……

ໂດຍ: Chanthasone Insixiangmai

ຂຽນ Code ບໍ່ເປັນ ແຕ່ເຮັດເວັບໄດ້ໃນມື້ດຽວ! ພະລັງຂອງ Vibe Coding ທີ່ຊ່ວຍຊີວິດຂ້ອຍໄວ້

ທຸກຄົນ! ມື້ນີ້ຂ້ອຍໄດ້ຄົ້ນພົບ “ເວດມົນ” ທີ່ຊ່ວຍຊີວິດຂ້ອຍຊີວິດໄດ້ແບບເກີນຄາດ. ມັນຄືການ Vibe Coding. ​ລອງຈິນຕະນາການເບິ່ງເດີ້… ຄວາມຮູ້ການຂຽນ Code ຂອງຂ້ອຍແມ່ນຢູ່ລະດັບອະນຸບານແຮງ. ຮູ້ແຕ່ HTML ແບບພື້ນໆ ປະເພດທີ່ວ່າເຮັດຕົວໜັງສືໃຫ້ເປັນລິ້ງໄດ້ກໍດີໃຈຕາຍແລ້ວ 555. ແຕ່ເຊື່ອບໍ່? ພາຍໃນມື້ດຽວ ຂ້ອຍສາມາດເນລະມິດຟັງຊັນ Gen ຮູບ Artwork, ປັບໜ້າເວັບ, ແລະ ເຮັດ…

ໂດຍ: Chanthasone Insixiangmai

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.