ຄວາມຂົມທີ່ແສນຊັບຊ້ອນ ຈຸດເລີ່ມຕົ້ນຂອງຄົນທີ່ຫຼົງໃຫຼໃນສິລະປະເຄື່ອງດື່ມ “ກາເຟ”

ແບ່ງປັນ

ຄວາມຂົມທີ່ແສນຊັບຊ້ອນ ຈຸດເລີ່ມຕົ້ນຂອງຄົນທີ່ຫຼົງໃຫຼໃນສິລະປະເຄື່ອງດື່ມ “ກາເຟ”

13 July 2026 15
|
|
Facebook
X
WhatsApp
AI Summarized

Key Takeaways:

  • ຄວາມຫຼົງໄຫຼໃນລົດຊາດ "ຄວາມຂົມ" ຂອງກາເຟ ເປັນສິ່ງທີ່ຕິດຢູ່ໃນໃຈຂອງຂ້ອຍມາຈົນຮອດປັດຈຸບັນ.
  • ເມື່ອອາຍຸ 16-17 ປີ ໄດ້ກ້າຝືນຄຳສອນຂອງພໍ່-ແມ່ ທີ່ເຕືອນວ່າຢ່າດື່ມກາເຟ ເພາະຢ້ານ "ໃຈສັ່ນ".
  • ການລອງຊິມກາເຟຈອກທຳອິດ ເຮັດໃຫ້ຮູ້ວ່າ "ກາເຟທີ່ໃຜໆວ່າຂົມ" ມີມິຕິ ແລະ ເລື່ອງລາວຫຼາຍກວ່ານັ້ນ.
  • ຈຸດເລີ່ມຕົ້ນໄດ້ຄົ້ນພົບ "ຄວາມສຸກນ້ອຍໆ" ແລະ "ສິລະປະໃນຈອກເຄື່ອງດື່ມ" ຜ່ານເມນູ "ໂອລ້ຽງ" ແລະ "ກາແຟດຳເຢັນ".
  • ການກາຍເປັນ "ບາຣິສຕາ (Barista)" ເຮັດໃຫ້ເຂົ້າໃຈວ່າການເຮັດເຄື່ອງດື່ມໜຶ່ງຈອກຄືການສ້າງປະສົບການຜ່ານສິລະປະແຫ່ງລົດຊາດທີ່ໃຊ້ສຳຜັດທັງ 5 (The 5 Senses).

ນີ້ແມ່ນບົດທຳອິດທີ່ຂ້ອຍຢາກເລົ່າ ເພື່ອບອກຄວາມເປັນໂຕເອງທີ່ດີທີ່ສຸດຄືເລື່ອງລາວຄວາມຫຼົງໃຫຼໃນລົດຊາດ “ຄວາມຂົມ” ທີ່ມີຄວາມໂດດເດັ່ນ ແລະ ແສນຊັບຊ້ອນຂອງກາເຟ ເປັນສິ່ງທີ່ຕິດຢູ່ໃນໃຈຂອງຂ້ອຍມາຈົນຮອດປັດຈຸບັນ.

ໃຜຈະໄປຄິດວ່າເດັກນ້ອຍອາຍຸພຽງ 16-17 ປີ ຈະກ້າຝືນຄຳສອນຂອງ ພໍ່-ແມ່ ໃນຕອນນັ້ນ, ຜູ້ໃຫຍ່ມັກຈະເຕືອນສະເໝີວ່າຫ້າມດື່ມກາເຟ ເພາະຢ້ານມັນຈະເຮັດໃຫ້ “ໃຈສັ່ນ”.

ໃນຄວາມຄິດຂອງເດັກນ້ອຍຕອນນັ້ນ, ມັນຟັງເບິ່ງເປັນຕາຢ້ານ ແລະ ສົງໄສຢູ່ໃນໃຈວ່າ “ອາການໃຈສັ່ນນີ້ມັນຈະຄືກັບການເປັນໂລກຫົວໃຈບໍວະ?” ສິ່ງທີ່ພໍ່ແມ່ບອກມັນກໍບໍ່ຜິດ ເພາະຫຼາຍຄົນທີ່ມີອາການແພ້ຄາເຟອີນ, ພໍໄດ້ດື່ມປຸບອາການກໍຈະອອກປັບທັນທີ ແຕ່ໂຊກດີທີ່ມັນບໍ່ແມ່ນຂ້ອຍ.

ພໍໄດ້ລອງຊິມໃນຈິບທຳອິດຈຶ່ງໄດ້ຮູ້ວ່າ “ກາເຟທີ່ໃຜໆວ່າຂົມ” ມັນມີມິຕິ ແລະ ເລື່ອງລາວຫຼາຍກວ່ານັ້ນ.

ຂ້ອຍຂໍນິຍາມມັນວ່າ “ຄວາມສຸກນ້ອຍໆ” ທີ່ໄດ້ຄົ້ນພົບໃນກາແຟ ຫຼື ເປັນຈຸດເລີ່ມຕົ້ນທີ່ໄດ້ຄົ້ນຫາ “ສິລະປະໃນຈອກເຄື່ອງດື່ມ”. ຈື່ໄດ້ວ່າເມນູທຳອິດທີ່ລອງແມ່ນ “ໂອລ້ຽງ”  ແຕ່ສຳລັບຄົນທີ່ບໍ່ມັກລົດຊາດຫວານຕັດຂາແບບຂ້ອຍ ມັນຍັງບໍ່ແມ່ນຄຳຕອບ.

ຫຼັງຈາກນັ້ນເລີຍປ່ຽນມາລອງ “ກາແຟດຳເຢັນ” ແຕ່ກໍຍັງບໍ່ຖືກໃຈ ເພາະມັນມີກິ່ນໄໝ້ທີ່ຮຸນແຮງເກີນໄປ (ອາດເປັນເພາະຍຸກນັ້ນ ບ້ານເຮົາຍັງບໍ່ທັນມີຮ້ານ Specialty Coffee ຫຼາຍຄືຕອນນີ້).

ດ້ວຍຄວາມສົງໄສ ແລະ ຄວາມຢາກຮູ້ໃນລົດຊາດນີ້ເອງ, ຈຶ່ງກາຍເປັນຈຸດເລີ່ມຕົ້ນໃຫ້ຂ້ອຍຕັດສິນໃຈກ້າວເຂົ້າສູ່ໂລກຂອງ “ບາຣິສຕາ (Barista)” ເພາະການໄດ້ມາຢືນຢູ່ຫຼັງເຄົາເຕີ້ຊົງກາເຟ ເຮັດໃຫ້ຂ້ອຍເຂົ້າໃຈທັນທີວ່າ ສິ່ງທີ່ຂ້ອຍເຄີຍດື່ມມານັ້ນຍັງບໍ່ແມ່ນ “ລົດຊາດທີ່ໃຈຕ້ອງການ” ແທ້ໆ.

ສຳລັບຂ້ອຍ, ການເຮັດເຄື່ອງດື່ມໜຶ່ງຈອກບໍ່ແມ່ນພຽງແຕ່ການປະສົມວັດຖຸດິບໃຫ້ເຂົ້າກັນ, ມັນຄືການສ້າງປະສົບການຜ່ານສິລະປະແຫ່ງລົດຊາດທີ່ຕ້ອງໃຊ້ສຳຜັດທັງ 5 (The 5 Senses) ທີ່ເຮັດໃຫ້ເຮົາເຂົ້າເຖິງ ສຸນທະລີຍະ (Aesthetic) ຂອງສິ່ງນັ້ນໄດ້ຢ່າງສົມບູນ.

The 5 Senses

1. ພາບລັກ: ກ່ອນທີ່ລິ້ນຈະໄດ້ສຳຜັດ ຕາຈະເປັນສ່ວນທຳອິດທີ່ຕັດສິນ ເຊິ່ງມັນເປັນໜຶ່ງໃນສິລະປະການຈັດວາງ. 

2. ກິ່ນ: ກິ່ນແມ່ນສ່ວນສຳຄັນທີ່ສຸດໃນການຮັບຮູ້ລົດຊາດ ເຊິ່ງກິ່ນຫອມອັນເປັນເອກະລັກຂອງເມັດກາເຟແຕ່ລະສາຍພັນ, ກິ່ນນ້ຳມັນຫອມຈາກເປືອກໝາກໄມ້ທີ່ໃຊ້ຕົບແຕ່ງ. ກິ່ນຈະຊ່ວຍກະຕຸ້ນຄວາມຊົງຈຳ ແລະ ສ້າງບັນຍາກາດກ່ອນການດື່ມ. 

3. ລົດຊາດ: ນີ້ຄືຫົວໃຈຫຼັກທີ່ຕ້ອງມີຄວາມສົມດຸນ ເປັນການປະສົມປະສານລະຫວ່າງຄວາມຂົມ, ຄວາມຫວານ, ຄວາມສົ້ມ, ຄວາມເຄັມ ຫຼື ຄວາມນົວ (Umami) ໃນກາແຟ Specialty. ມັນຄືການດຶງເອົາລົດຊາດແຝງ (Notes) ເຊັ່ນ: ລົດຊາດດອກໄມ້, ໝາກໄມ້ ຫຼື ຊັອກໂກແລັດ ອອກມາໃຫ້ຊັດເຈນທີ່ສຸດ.

4. ສຳຜັດ: ໝາຍເຖິງຄວາມຮູ້ສຶກໃນປາກ (Mouthfeel) ທີ່ຮັບຮູ້ໄດ້ເຖິງຄວາມໜັກແໜ້ນ (Body) ຂອງເຄື່ອງດື່ມ, ຄວາມນຸ່ມນວນ, ຄວາມມັນຂອງຄຣີມມ່າ ຫຼື ຄວາມສົດຊື່ນຈາກຄວາມສົ້ມ ເຊິ່ງສຳຜັດເຫຼົ່ານີ້ເຮັດໃຫ້ການດື່ມມີມິຕິທີ່ແຕກຕ່າງກັນ.

5. ສຽງ: ສຽງອາດຈະເບິ່ງຄືວ່າບໍ່ກ່ຽວຂ້ອງໂດຍກົງ ແຕ່ມັນຊ່ວຍສ້າງ Vibe ໃຫ້ກັບລົດຊາດ ເພາະເວລາເຮົາໄດ້ຍິນສຽງຂອງການບົດເມັດກາເຟ, ສຽງໄອນ້ຳໃນຂະນະທີ່ຕີນົມ, ສຽງນ້ຳກ້ອນກະທົບກັບຈອກ ຫຼື ສຽງເພງໃນຮ້ານ ສິ່ງເຫຼົ່ານີ້ລ້ວນແຕ່ເຕີມເຕັມປະສົບການໃຫ້ການດື່ມກາເຟໜຶ່ງຈອກມີຄວາມໝາຍຫຼາຍຂຶ້ນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.