ການຂຽນຍາກບໍ່? ຈາກແຟນນິຍາຍ Harry Potter ຈົນມາເປັນນັກຂຽນຄອນເທັນ: ເລີ່ມຕົ້ນງ່າຍໆດ້ວຍການ ‘ອ່ານ’

ແບ່ງປັນ

ການຂຽນຍາກບໍ່? ຈາກແຟນນິຍາຍ Harry Potter ຈົນມາເປັນນັກຂຽນຄອນເທັນ: ເລີ່ມຕົ້ນງ່າຍໆດ້ວຍການ ‘ອ່ານ’

13 July 2026 29
|
|
Facebook
X
WhatsApp

ການຂຽນຍາກບໍ່?

ຖ້າໃຫ້ຕອບແບບຄົນບໍ່ທັນເຄີຍຂຽນກໍ “ຍາກ”.

ແຕ່ມັນບໍ່ໄດ້ຍາກສຳລັບຄົນທີ່ຢາກຂຽນ ຫຼື ຢາກເລົ່າເລີຍ.

ຄິດພາບຢ້ອນກັບໄປຕອນນັ້ນ, ຕອນທີ່ຂ້ອຍຍັງຮຽນມັດທະຍົມ. ຕອນນັ້ນກໍບໍ່ຮູ້ຊໍ້າວ່າ ເຮົາສາມາດເລົ່າເລື່ອງໃຫ້ຄົນອື່ນຟັງຜ່ານໂຕໜັງສືໄດ້.

ສິ່ງທີ່ເຮັດຕອນນັ້ນແມ່ນ ອ່ານ. ອ່ານທຸກຢ່າງທີ່ຢູ່ຕໍ່ໜ້າ ບໍ່ວ່າປຶ້ມຫົວນັ້ນຈະເປັນ ນິຍາຍ, ເລື່ອງລາວວິທະຍາສາດ, ການແຕ້ມຮູບ, ການເບິ່ງນົກ-ເບິ່ງກ້ວຍໄມ້ ຫຼື ກະທັ້ງນິທານສຳລັບເດັກ.

ດ້ວຍຄວາມທີ່ຕອນນັ້ນ, ການໃຊ້ສະມາດໂຟນຍັງເປັນອີ່ຫຍັງທີ່ໄກໂຕຢູ່ ແລະ ການເຂົ້າເຖິງສື່ດິຈິຕອນກໍຍັງໄກໂຕ, ປຶ້ມຈຶ່ງກາຍມາເປັນບ່ອນທີ່ຂ້ອຍຖືກດຶງເຂົ້າສູ່ໂລກທີ່ເຮົາບໍ່ຮູ້ມາກ່ອນ (ບົ່ງບອກອາຍຸຢູ່ເດີ 555).

ສະນັ້ນ, ການສິງຢູ່ຫ້ອງສະໝຸດ ຈຶ່ງເປັນສິ່ງທີ່ເຮັດປະຈຳທຸກຄັ້ງທີ່ຂ້ອຍມີເວລາ.

ໂລກຂອງປຶ້ມ ຄືແຫຼ່ງບົ່ມເພາະຈິນຕະນາການໃນການຂຽນຊັ້ນດີ

ສຳລັບຂ້ອຍ, ໂລກຂອງປຶ້ມມັນໂຄດມີພະລັງເລີຍ. ຍົກຕົວຢ່າງຄື Harry Potter ທີ່ພາຂ້ອຍເຂົ້າໄປສູ່ໂລກເວດມົນທີ່ເຕັມໄປດ້ວຍການປະຈົນໄພ, The Chronicles of Narnia ທີ່ເປີດປະຕູສູ່ດິນແດນມະຫັດສະຈັນຫຼັງຕູ້ເສື້ອຜ້າ ແລະ ສັດທີ່ເວົ້າໄດ້ ຫຼື ຄວາມມ່ວນຊື່ນຂອງກຸ່ມເດັກນ້ອຍທີ່ໄປພົບກັບເລື່ອງລາວທີ່ທ້າທ້າຍໃນ The Famous Five,

ປຶ້ມເຫຼົ່ານີ້ແຫຼະທີ່ເຮັດໃຫ້ຂ້ອຍຮູ້ວ່າ ນອກໂລກຂອງເຮົາມັນມີຫຍັງແດ່. ມັນສ້າງໂລກສົມມຸດທີ່ເຮັດໃຫ້ເຮົາຄິດຕາມແລ້ວຢາກລອງເຂົ້າໄປຢູ່ໃນນັ້ນໄດ້ແນວໃດ, ມັນຝຶກໃຫ້ເຮົາຮູ້ຈັກການສັງເກດ ແລະ ຈິນຕະນາການໄປນຳ.

ທີ່ເລົ່າມາທັງໝົດນັ້ນມັນກ່ຽວຫຍັງກັບການຂຽນ? ຕອນນັ້ນຂ້ອຍກໍຍັງບໍ່ທັນຮູ້ ຈົນກະທັ້ງໄດ້ມາລອງຂຽນເລົ່າເລື່ອງແບບຈິງຈັງ (ເຮັດເປັນກິດຈະກຳຍາມວ່າງ ແລະ ຕໍ່ມາແມ່ນເຮັດວຽກ).

ອ່ານຕື່ມ:  ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ

ຕອນນັ້ນຈຶ່ງຮູ້ວ່າ ສິ່ງທີ່ເຮົາອ່ານມາທັງໝົດນັ້ນ ມັນເປັນຄັງຄຳສັບ, ໄອເດຍ ແລະ ໂຄງສ້າງເນື້ອໃນ ທີ່ຫຼໍ່ຫຼອມໃຫ້ຂ້ອຍຮູ້ວ່າ ເຮົາຈະເລົ່າຫຍັງ, ດ້ວຍຄຳເວົ້າແບບໃດ ແລະ ເລົ່າດ້ວຍໂຄງສ້າງແນວໃດ.

ມັນຈຳເປັນບ່ອນວ່າ ການຂຽນມັນບໍ່ມີພາບທີ່ເຮັດໃຫ້ຄົນເຫັນໄດ້ຄືກັບສື່ແບບອື່ນ, ສະນັ້ນເວລາທີ່ເລົ່າເຮົາຕ້ອງເຮັດໃຫ້ຜູ້ອ່ານເຂົາເຈົ້າເຂົ້າໃຈໄດ້ເຖິງສິ່ງທີ່ເຮົາຕ້ອງການສື່ຜ່ານໂຕໜັງສືໃຫ້ໄດ້.

ຄວາມລັບທີ່ບໍ່ລັບ: ຍິ່ງອ່ານຫຼາຍ ຍິ່ງໄດ້ໄອເດຍໃນການຂຽນຫຼາຍ

ກັບມາທີ່ການຂຽນ, ຂ້ອຍສະຫຼຸບບ່ອນນີ້ເລີຍວ່າ ຫົວໃຈສຳຄັນຂອງມັນແມ່ນ ການອ່ານ.

ປະມານປາຍປີ 2025, ຂ້ອຍມີໂອກາດໄດ້ເຂົ້າຮຽນອອນລາຍ ຄອສຟຣີເລື່ອງການຂຽນຂອງ DataRockie ເຊິ່ງເນື້ອໃນທີ່ໄດ້ຮັບກໍຍັງຢືນຢັນວ່າ “ຍິ່ງເຮົາອ່ານຫຼາຍ ໄອເດຍຂອງເຮົາກໍຈະມີຫຼາຍຂຶ້ນ”.

ແຕ່ໃນຍຸກນີ້ ເຮົາມັກຈະຖືກແຊກແຊງ ແລະ ລົບກວນຈາກຄອນເທັນແບບທີ່ເສບໄວໆ ໂດຍສະເພາະໃນໂຊຊຽວມີເດຍ ທີ່ເຮັດໃຫ້ເຮົາບໍ່ມີສະມາທິໃນການອ່ານອີ່ຫຍັງຍາວໆ.

ຄຳຖາມທີ່ເກີດຂຶ້ນແມ່ນ ແລ້ວເຮົາຈະເຮັດແນວໃດດີເພື່ອໃຫ້ເຮົາມັກການອ່ານ ທ່າມກາງຄອນເທັນວິດີໂອສັ້ນເຕັມຟີດແບບນີ້?

ແອດທອຍ ເຊິ່ງເປັນຜູ້ກໍ່ຕັ້ງ DataRockie ແລະ ຜູ້ສອນຄອສນັ້ນ, ລາວໄດ້ຍົກເອົາຄຳແນະນຳຈາກ Naval Ravikant ທີ່ບອກວ່າ “ອ່ານສິ່ງທີ່ເຮົາຮັກ ຈົນກວ່າຈະຮັກທີ່ຈະອ່ານ”.

ປະໂຫຍກນີ້ຂ້ອຍກໍເຫັນດີ ເພາະເມື່ອໃດກໍຕາມທີ່ເຮົາມັກອີ່ຫຍັງບາງຢ່າງ ເຮົາຈະຢູ່ກັບມັນໄດ້ແບບດົນຂຶ້ນ.

ການອ່ານສິ່ງທີ່ເຮົາຮັກ ໝາຍເຖິງການອ່ານອີ່ຫຍັງກະໄດ້ທີ່ເຮົາສົນໃຈ ໂດຍບໍ່ຕ້ອງມາຄິດວ່າ ສິ່ງນັ້ນມັນຈະໄຮ້ສາລະ ໄຮ້ປະໂຫຍດຫຍັງ.

ລອງເອົາຄຳເວົ້າຂອງຄົນອື່ນອອກໄປກ່ອນ, ບໍ່ຕ້ອງໄປຕາມເຂົາເຈົ້າ. ບໍ່ຕ້ອງສົນວ່າຄົນອື່ນອ່ານຫຍັງແລ້ວເຮົາຕ້ອງອ່ານຕາມ.

ອ່ານຫຍັງກໍອ່ານໄປເທາະ ອ່ານສິ່ງທີ່ໂຕເອງມັກໂລດ

ບາງຄົນອ່ານຈະຄິດວ່າ ແນວໃດກະຊິອ່ານແລ້ວ ກະອ່ານໂຕທີ່ມັນເປັນຄວາມຮູ້ແບບຈັດໜັກສາ.

ແຕ່ຮູ້ບໍ່ວ່າ ຂ້ອຍເຄີຍລອງອ່ານສິ່ງທີ່ຂ້ອຍບໍ່ມັກ ໂດຍສະເພາະອີ່ຫຍັງທີ່ເປັນບົດຮຽນ ຫຼື ພໍ່ລວຍສອນລູກ ປະເພດນັ້ນ, ຂ້ອຍຈະຢູ່ກັບມັນໄດ້ບໍ່ຄ່ອຍດົນປານໃດ?

ບາດນີ້ ສິ່ງທີ່ຂ້ອຍມັກອ່ານແມ່ນນິຍາຍ (ເບິ່ງໜ້າຈະຮູ້ວ່າເປັນຕິ່ງນິຍາຍສໍ່າໃດ ເພາະທີ່ເວົ້າໄປທາງເທິງຫັ້ນສ່ວນໜຶ່ງ ຄວາມຈິງມີເປັນ 100 ເລື່ອງໄດ້), ດາລາສາດ, ວິທະຍາສາດ ແລະ ປະຫວັດສາດ ທີ່ບາງຄົນອາດເບິ່ງວ່າຈະເອົາມາໃຊ້ຫາຢູ່ຫາກິນແນວໃດ?

ອ່ານຕື່ມ:  ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ

ເຊື່ອບໍ່ວ່າ ຂ້ອຍສາມາດຢູ່ກັບມັນໄດ້ເປັນມື້ໆ ແລະ ຫຼາຍຄັ້ງອ່ານຈົບຫົວພາຍໃນມື້ດຽວ ຫຼື ສອງມື້ເລີຍກໍມີ.

ເວົ້າມາຮອດນີ້ ຖ້າຈະບອກວ່າຂ້ອຍອວຍການອ່ານໂອເວີ້ແທ້. ໂອເຄ ຍອມຮັບກະໄດ້ວ່າຂ້ອຍອວຍ ເພາະສິ່ງທີ່ເຮັດມາທັງໝົດນັ້ນ, ທຸກມື້ນີ້ຂ້ອຍກໍຍັງເຮັດຢູ່ຄືເກົ່າ.

ກໍຄືອ່ານໄປເລື້ອຍ ອ່ານຫຼາຍໆແນວ ເພື່ອໃຫ້ໂຕເອງເຂົ້າໃຈສິ່ງນັ້ນ ແລະ ສາມາດນຳມາປະກອບຮ່າງໃນການຂຽນໄດ້.

ໃນວຽກທີ່ຕ້ອງໄດ້ເຮັດໃນແຕ່ລະມື້ຂອງຂ້ອຍ ກໍຄືການເປັນຄົນຂຽນຄອນເທັນ, ວັດຖຸດິບມັນລອຍເຂົ້າມາຕະຫຼອດເວລາຢູ່ແລ້ວ ນັ້ນກໍຄື ເລື່ອງລາວທີ່ເກີດຂຶ້ນອ້ອມໂຕ.

ການທີ່ເຮົາຈະຈັບເອົາເລື່ອງນັ້ນມາເວົ້າ, ແນ່ນອນວ່າເຮົາຕ້ອງຮູ້ກ່ອນວ່າມັນແມ່ນຫຍັງ ເຊິ່ງຈະຮູ້ໄດ້ ແລະ ເຂົ້າໃຈເລິກຂຶ້ນ ຈົນສາມາດນຳເອົາມາເລົ່າຕໍ່ໄດ້ ກໍຕ້ອງ “ອ່ານ” ກ່ຽວກັບເລື່ອງນັ້ນໃຫ້ເຂົ້າໃຈກ່ອນ.

ບາງຄົນອາດບອກວ່າ “ຂ້ອຍມັກຟັງຫຼາຍກວ່າ ແລ້ວຄ່ອຍນຳເອົາມາເປັນໄອເດຍ ແລະ ຂໍ້ມູນໃນການຂຽນ”. ໂອເຄ ເຮັດແບບນັ້ນກໍໄດ້. ແຕ່ສຸດທ້າຍແລ້ວ ຂ້ອຍກໍຍັງເຊຍໃຫ້ທຸກຄົນອ່ານຢູ່ດີ.

ຢືນຄຳເວົ້າແອດທອຍ DataRockie ມາປິດທ້າຍແບບເທ້ໆສາເນາະ ເວົ້າເອງດຽວຄົນບໍ່ເຊື່ອ:

Reading comes before writing.

You Are What You Read (& Consume)

ບໍ່ຮູ້ວ່າຈະມີປະໂຫຍດບໍ່. ແຕ່ຫວັງວ່າທີ່ຂຽນມາ ຈະເຮັດໃຫ້ພໍເຫັນພາບວ່າ ການ “ອ່ານ” ມັນສຳຄັນແນວໃດ ຖ້າວ່າເຈົ້າຢາກ “ຂຽນ”.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.