ຕົວແມ່ຄຳແບັກ! The Devil Wears Prada 2 ຮູບເງົາທີ່ຄົນເຮັດວຽກເບິ່ງແລ້ວຕ້ອງອິນ

ແບ່ງປັນ

ຕົວແມ່ຄຳແບັກ! The Devil Wears Prada 2 ຮູບເງົາທີ່ຄົນເຮັດວຽກເບິ່ງແລ້ວຕ້ອງອິນ

ໂດຍ: Tonmai Phoutthasack Tonmai Phoutthasack
30 April 2026 8

ເຄີຍຕັ້ງຄຳຖາມກັບໂຕເອງບໍ່? ບາງມື້ກໍມີເລື່ອງໃຫ້ຫົວໝຸນ ບາງມື້ກໍມີເລື່ອງໃຫ້ຕ້ອງແກ້ໄຂແບບບໍ່ທັນຕັ້ງຕົວ ຈົນຮູ້ສຶກວ່າຊີວິດການເຮັດວຽກມັນຄືບົດທົດສອບທີ່ບໍ່ມີວັນສິ້ນສຸດ ບອກເລີຍວ່າການກັບມາຂອງຮູບເງົາ The Devil Wears Prada 2 ຄືຄຳຕອບທີ່ເຈົ້າຕ້ອງໄປເບິ່ງ! 

ໃຜທີ່ເປັນສາຍແຟ ຫຼື ເຄີຍຜ່ານຊີວິດການເຮັດວຽກແບບຫົວໝຸນມາກ່ອນ ບອກເລີຍວ່າຕ້ອງຮູ້ຈັກຮູບເງົາໃນຕຳນານສະບັບຕົວແມ່ຢ່າງ The Devil Wears Prada ແນ່ນອນ.

ເພາະມັນຄືຮູບເງົາແຟຊັ່ນໄອຄອນນິກໃນດວງໃຈຂອງຊາວ Gen Y ແບບປະຕິເສດບໍ່ໄດ້ເລີຍ ເພາະນອກຈາກຈະຈັດເຕັມເລື່ອງເສື້ອຜ້າໜ້າຜົມ ທີ່ຍ້ອນກັບໄປເບິ່ງຍາມໃດກໍຍັງປັງແບບບໍ່ມີວັນຕົກຍຸກແລ້ວ ຍັງຕີແຜ່ຊີວິດມະນຸດເງິນເດືອນທີ່ຕ້ອງຮັບມືກັບຄວາມປະສາດແດກໃນບ່ອນເຮັດວຽກທີ່ມາຈາກຮ້ອຍພໍ່ພັນແມ່ໄດ້ແບບໂດນໃຈສຸດໆ.

ແລະຫຼັງຈາກທີ່ປ່ອຍໃຫ້ເຮົາລໍຖ້າມາຫຼາຍກວ່າ 10 ປີ ມື້ນີ້ ນາງມານໃນດວງໃຈຂອງໃຜຫຼາຍໆຄົນໄດ້ກັບມາແລ້ວ ເພາະ The Devil Wears Prada 2 ພ້ອມກັບມາທວງຄືນຕຳແໜ່ງຕົວແມ່ຮູບເງົາແຟຊັນແລ້ວ.

ຂໍເມົ້າມອຍສະປອຍໜ້ອຍໜຶ່ງ… ກັບມາຮອບນີ້ບອກເລີຍວ່າ “ວຸ້ນວາຍ” ແບບສຸດ!

ເລື່ອງມີຢູ່ວ່າ “ແອນດີ້” (Andy) ນາງເອກຕົວຫຼັກຂອງເລື່ອງ ຖືກໄລ່ອອກຈາກວຽກແບບຟ້າຜ່າ ແລ້ວຄວາມພີກຄືຖືກໄລ່ອອກໃນມື້ດຽວກັບທີ່ນາງຫາກໍຂຶ້ນຮັບລາງວັນ “ແປ້ນພິມທອງຄຳ” ໃນຖານະນັກຂຽນບົດຄວາມດີເດັ່ນລະດັບປະເທດ  

ແຕ່ຢ່າຟ້າວຄິດວ່າຊີວິດນາງເສົ້າຢູ່ຄົນດຽວ ເພາະທາງດ້ານບອສຕົວແມ່ “ມິແຣນດ້າ ເພລສລີ” (Miranda Priestly) ກໍພວມປະສົບໄພ “ລົດທົວລົງ” ຢ່າງໜັກ! ຍ້ອນໄປຂຽນບົດຄວາມກ່ຽວກັບເສື້ອຜ້າທີ່ໃຊ້ແຮງງານຕ່າງດ້າວ ເຮັດໃຫ້ວາລະສານ Runway ຕົກຢູ່ໃນພາວະວິກິດຂັ້ນຮຸນແຮງແບບສຸດໆ ຊື່ສຽງພັງໄປໝົດ.

ເມື່ອຕົວແມ່ລົ້ມ ແລ້ວໃຜຈະມາກູ້ຊີບ? ແມ່ນແລ້ວ! ແອນດີ້ ຖືກດຶງຕົວ ໃຫ້ກັບເຂົ້າໄປເຮັດວຽກທີ່ ວາລະສານ Runway ອີກຄັ້ງ ໃນຖານະນັກຂຽນເພື່ອມາກອບກູ້ພາບລັກໃຫ້ວາລະສານຄືນມາ. ແຕ່ຄວາມແຊບມັນຢູ່ບ່ອນນີ້ ທັນທີທີ່ແອນດີ້ຍ່າງສວຍໆກັບໄປຫາ ແຕ່ແມ່ມິແຣນດ້າ “ເຊີດໃສ່” ແລ້ວບອກວ່າ “ຈື່ບໍ່ໄດ້ວ່າເຈົ້າແມ່ນໃຜ?” ເລີດເລີຍແຫຼະໝາກຕື້

ອ່ານຕື່ມ:  ມາຣີຍາກັບຄຳຖາມທີ່ຄ້າງຄາໃຈສູ່ຄຳຕອບຈາກ Meryl Streep ແລະ Anne Hathaway

ແຖມຍັງບໍ່ພໍ ສາວ “ເອມິລີ່” (Emily) ອະດີດເພື່ອນຮ່ວມງານຕົວຕຶງ ຕອນນີ້ນາງກໍບໍ່ທຳມະດາແລ້ວເດີ້ ຍ້ອນວ່າໄດ້ເປັນໃຫຍ່ເປັນໂຕ ເປັນຕົວແມ່ຢູ່ແບຣນລະດັບໂລກຢ່າງ Dior ໄປແລ້ວຈ້າ! 

ເຊິ່ງອັນນີ້ເປັນພຽງແຕ່ເນື້ອເລື່ອງຫຍໍ້ເດີ້ເພາະຂອງເຕັມແມ່ນເຂົ້າໂຮງສາຍແລ້ວ! ຖ້າຢາກຮູ້ວ່າ ເລື່ອງລາວຕໍ່ຈາກນີ້ຈະແຊບນົວ ສາດອາລົມກັນປານໃດ? ແອນດີ້ຈະເອົາຄືນ ຫຼື ຈະຊ່ວຍກອບກູ້ ວາລະສານ Runway ໄດ້ສຳເລັດຫຼືບໍ່? ແລ້ວແຟຊັ່ນໃນເລື່ອງຈະຈຶ້ງເທົ່າໃດ? ບອກເລີຍວ່າ ຖ້າໃຜເປັນແຟນໜັງເລື່ອງນີ້ ຫຼື ມັກໜັງແນວຊີວິດການເຮັດວຽກທີ່ທັງມ່ວນ ທັງຈິກກັດ ເຫັນພາບເບື້ອງຫຼັງມຸມມອງແຟຊັ່ນທີ່ເຮົາບໍ່ເຄີຍຮູ້ ຕ້ອງກຽມໂຕໄປຊື້ປັອບຄອນແລ້ວເຂົ້າໂຮງຮູບເງົາດ່ວນ!

ຖ້າໃຜກຳລັງຊອກຫາແຮງບັນດານໃຈ ຫຼື ຢາກເຫັນມຸມມອງໃໝ່ໆ ໃນການເຮັດວຽກທີ່ເຕັມໄປດ້ວຍສີສັນ ແລະ ບົດຮຽນຊີວິດທີ່ຈິງໃຈ ບອກເລີຍວ່າ The Devil Wears Prada 2 ຄືໜັງທີ່ຕ້ອງເບິ່ງ ມັນຈະບອກເຈົ້າວ່າ ບໍ່ວ່າໂລກຈະໝຸນໄປໄວປານໃດ ຫຼື ວຽກຈະໜັກໜ່ວງເທົ່າໃດ ແຕ່ຄວາມເກັ່ງ ແລະ ຄວາມດູດີ ຈະເປັນອາວຸດທີ່ດີທີ່ສຸດຂອງພວກເຮົາສະເໝີ.

ຄອບຫົວໜ້າ ແລ້ວແຕ່ງຕົວຈັດເຕັມ ເພື່ອໄປເບິ່ງ The Devil Wears Prada 2 ກັນໄດ້ແລ້ວ ເພາະຮັບຮອງວ່າໄດ້ທັງຄວາມມ່ວນ ແລະ ຂໍ້ຄິດດີໆ ກັບມາເມົ້າມອຍກັນຕໍ່ຢູ່ອອຟຟິດແນ່ນອນ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.