ໜ້າຫຼັກ Muan.la - ສາລະບັນເທີງ The Interview ຕ້າ ກິນດາວອນ: 22 ປີທີ່ແສນບໍ່ທຳມະດາ ຜູ້ທີ່ຂັບເຄື່ອນຊີວິດດ້ວຍການສະແດງ ການຂຽນເພງ ແລະ ສິລະປະ
The Interview

ຕ້າ ກິນດາວອນ: 22 ປີທີ່ແສນບໍ່ທຳມະດາ ຜູ້ທີ່ຂັບເຄື່ອນຊີວິດດ້ວຍການສະແດງ ການຂຽນເພງ ແລະ ສິລະປະ

ແບ່ງປັນ

ເຈົ້າເຄີຍຄິດບໍ່ວ່າອາຍຸ 22 ປີ ຈະສາມາດເຮັດຫຍັງໄດ້ຫຼາຍປານໃດ? ມາຮູ້ຈັກກັບ ຕ້າ – ກິນດາວອນ ຂັນຕີ ໄວໜຸ່ມທີ່ເຮັດສິ່ງທີ່ໂຕເອງມັກ ແລະ ຫຼົງໃຫຼ ຜ່ານການສະແດງ, ການຂຽນເພງ ແລະ ສິລະປະ! ບໍ່ພຽງແຕ່ເທົ່ານັ້ນ, ລາວຍັງເປັນໄວໜຸ່ມທີ່ກ້າທີ່ຈະທ້າທາຍຕົນເອງໃນທຸກບົດບາດ ແລະ ສ້າງແຮງບັນດານໃຈໃຫ້ເຮົາຮູ້ສຶກຕາມວ່າ: ຖ້າລາວເຮັດໄດ້, ເຮົາກໍເຮັດໄດ້ຄືກັນ!

ຕ້າ ໄວ 22 ປີ ຈົບຈົບການສຶກສາຈາກ ສາຂາສື່ສານມວນຊົນ ມະຫາວິທະຍາໄລແຫ່ງຊາດ. ປັດຈຸບັນ ເຮັດວຽກໃນບໍລິສັດດ້ານການຕະຫຼາດ ໂດຍຮັບໜ້າທີ່ເປັນນັກຂຽນຄອນເທັນສຳລັບແບຣນ.

ອີກດ້ານໜຶ່ງ ຕ້າເປັນຜູ້ທີ່ມັກໃນການສະແດງຫຼາຍ. ຜົນງານການສະແດງທີ່ຄົນຮູ້ຈັກແມ່ນ MV ຂອງ RGB ເຊິ່ງລາວສະແດງເປັນຄົນທີ່ແອບມັກໝູ່ ແລະ ອີກໜຶ່ງບົດບາດແມ່ນຮ່ວມສະແດງໃນຊີຣີສ໌ ສຸກໃຈ It’s Okay the Series ທີ່ຫາກໍປ່ອຍໃຫ້ເບິ່ງເມື່ອທ້າຍປີ 2024. ນອກຈາກນັ້ນ ຕ້າຍັງມີງານສະແດງ ຕອນທີ່ຮຽນຢູ່ມັດທະຍົມທີ່ເປັນເລື່ອງສັ້ນສົ່ງປະກວດໃນງານແຂ່ງຂັນຮູບເງົາສັ້ນ ອີກຫຼາຍເລື່ອງ.

ສິ່ງທີ່ເຮັດໃຫ້ ຕ້າ ຮູ້ສຶກມັກການສະແດງ, ຕ້າ ບອກວ່າ ມັນຄືການໄດ້ສວມບົດບາດເປັນຕົວລະຄອນ ທີ່ບໍ່ແມ່ນໂຕເອງ ຮູ້ສຶກວ່າມັນດີ ມັນຈະໄດ້ຮູ້ຈັກຕົວລະຄອນນັ້ນເພີ່ມອີກວ່ານິໄສໃຈຄໍລາວເປັນຈັ່ງໃດ. ກະຄ້າຍໆກັບ ການສຶກສາບຸກຄະລິກຂອງຫຼາຍໆຄົນ.

ໃນຄັ້ງທຳອິດທີ່ໄດ້ກ້າວຂາເຂົ້າສູ່ໂລກຂອງການສະແດງ, ຕ້າ ບອກທີມງານ Muan ວ່າ “ຮູ້ສຶກວ່າບໍ່ໄດ້ຕ່າງຫຍັງຫຼາຍ ເພາະບົດທີ່ຂຽນມາແມ່ນອີງໃສ່ກັບໂຕເຮົາເອງແດ່ ເຊິ່ງເປັນຜູ້ຍິງຫ້າວ ທີ່ໄປມັກໝູ່ອີກຄົນໜຶ່ງ ເຊິ່ງຮູ້ສຶກວ່າບໍ່ໄດ້ທ້າທາຍ ຫຼື ຍາກຫຍັງຫຼາຍ”.

“ຖ້າຈະເອົາບົດທີ່ແຕກຕ່າງເລີຍໜ້າຈະແມ່ນຫຼ້າສຸດເລີຍ ທີ່ໂຕລະຄອນຈະອອກແນວແມນໆ ເປັນທອມ ແລະ ບົດດຣາມ່າກໍຂ້ອນຂ້າງທີ່ຈະທ້າທາຍເຕີບໜຶ່ງ.”

ອ່ານຕື່ມ:  ທຸກຄວາມລົ້ມເຫຼວຄືສ່ວນປະສົມຂອງຄວາມສຳເລັດ ນັດດາ ເລົ່າບັນຫາສຸຂະພາບຈິດຜ່ານຕົວລະຄອນໃນ ສຸກໃຈ It's Okay the series

ສຳລັບເສັ້ນທາງໃນສາຍການສະແດງ, ຕ້າບອກວ່າ ຕົນເອງຍັງຢາກສະແດງໃນອີກຫຼາຍໆບົດບາດ ແລະ ຍັງຢູ່ໃນວົງການນີ້ເລື້ອຍໆ ໂດຍບົດທີ່ສົນໃຈໃນຕອນນີ້ແມ່ນ girl love ແຕ່ບໍ່ໄດ້ຫວັງວ່າຕ້ອງເປັນຕົວລະຄອນຫຼັກ ຖ້າເປັນບົດທີ່ຕົວລະຄອນຕ້ອງຢູ່ກັບການຜິດຫວັງອີ່ຫຍັງຫຼາຍໆແບບນີ້ ກະຂ້ອນຂ້າງທີ່ຈະສົນໃຈ ເພາະຕົນເອງຂ້ອນຂ້າງມັກບົດດຣາມ່າແດ່ ແຕ່ຖ້າເປັນບົດທີ່ແປກແດ່ກໍໜ້າຈະເປັນພວກທີ່ເປັນບົດ psycho ອີ່ຫຍັງແບບນີ້.

ສຳລັບນັກສະແດງທີ່ຕ້າມັກ ຕ້າບອກວ່າຈະບໍ່ໄດ້ໝາຍໄວ້ວ່າມັກຜູ້ນີ້ຫຼາຍ ແຕ່ທີ່ມັກເບິ່ງແມ່ນ ອ້າຍຕູ່ – ຄຳຮູ້ ພັນລືເດດ ເຊິ່ງເປັນທັງຜູ້ສ້າງຮູບເງົາ ແລະ ນັກສະແດງທີ່ມີຜົນງານການສະແດງທີ່ໂດດເດັ່ນຫຼາຍເລື່ອງ ເຊັ່ນ ຮູບເງົາເລື່ອງ ເງົາ (Shadow the Movie) ແລະ ອີກຄົນໜຶ່ງ ກໍຈະແມ່ນ ເອື້ອຍ ນົກຍູງ – ປະກອນຄຳ ບົວເຫຼັກ ເຊິ່ງເປັນນັກສະແດງຍິງທີ່ມີຜົນງານໂດດເດັ່ນຫຼາຍໃນແວດວົງຮູບເງົາຂອງລາວເຮົາ.

ນອກຈາກການສະແດງແລ້ວ, ຕ້າ ຍັງມີຄວາມສົນໃຈໃນເລື່ອງຂອງການເຮັດດົນຕີ ແລະ ໄດ້ມີໂອກາດຂຽນເພງໜຶ່ງຂຶ້ນມາ ຈາກການທີ່ໂຕເອງໄປມັກຜູ້ຍິງຄົນໜຶ່ງ ແລ້ວມາເຮັດເປັນ free beat ແລະ ກໍຮູ້ສຶກວ່າໂຕເອງກໍຂຽນໄດ້ ເຊິ່ງຕອນນີ້ກໍກຳລັງຢູ່ໃນຂັ້ນຕອນຂອງການຜະລິດຢູ່.

ນອກເໜືອຈາກການສະແດງ ແລະ ການເຮັດເພງແລ້ວ ຕ້າຍັງມີຄວາມສົນໃຈໃນເລື່ອງຂອງການແຕ້ມຮູບ ເພາະຕົນເອງເປັນຄົນທີ່ມັກເສບຜົນງານສິລະປະ.

ເນື່ອງຈາກມີຫຼາຍກິດຈະກຳທີ່ຕ້ອງໄດ້ເຮັດ ຕ້າໄດ້ແບ່ງປັນກັບພວກເຮົາວ່າ ປົກກະຕິເວລາເຮັດວຽກກໍຈະໂຟກັສທີ່ວຽກກ່ອນ ຫຼັງຈາກທີ່ເລີກວຽກແລ້ວຄ່ອຍໄປເຮັດຢ່າງອື່ນ.

ໜຶ່ງໃນປີນັ້ນເຈົ້າມີພຽງອາຍຸດຽວ ຖ້າເຈົ້າຢາກປະສົບຄວາມສຳເລັດຕອນໃດແມ່ນໃຫ້ເຮັດຕອນນັ້ນເລີຍ. ມັນຄືການເກັບກ່ຽວປະສົບການ. ກະຄືເຮົາໃນປີກາຍ ທີ່ໄດ້ຕັ້ງເປົ້າໄວ້ແລ້ວວ່າ ຈະເຮັດມັນໃຫ້ເຕັມທີ່ທີ່ສຸດ. ເຮົາຈະບໍ່ອາຍ ຈະບໍ່ຫຍັງ ກະເລີຍໃສ່ໃຫ້ເຕັມທີ່. ຖ້າວ່າຜົນທີ່ອອກມາ ມັນຈະດີ ຫຼື ເຮົາຈະຜິດຫວັງແນວໃດ, ແຕ່ສຸດທ້າຍ ທຸກຄົນກໍຈະຈົດຈຳໃນພາບທີ່ເຮົາສະແດງອອກມາ ແລະ ກໍບໍ່ໄດ້ຮູ້ສຶກເສຍໃຈໃນສິ່ງທີ່ເຮົາເຮັດ ແລະ ສິ່ງທີ່ເຮົາເຮັດກໍຈະສົ່ງຜົນຕໍ່ເນື່ອງໄປຮອດອະນາຄົດ.

ຈາກຄວາມມັກໃນການສະແດງທີ່ທ້າທາຍໄປຈົນເຖິງການຂຽນເພງ ແລະ ແຕ້ມຮູບ ແລະໃນບົດບາດຂອງການເຮັດວຽກດ້ານການຕະຫຼາດ, ຕ້າໄດ້ພິສູດໃຫ້ເຫັນວ່າ ອາຍຸ 22 ປີ ບໍ່ແມ່ນພຽງແຕ່ໂຕເລກ, ແຕ່ເປັນຈຸດເລີ່ມຕົ້ນຂອງຄວາມຝັນທີ່ໃຫຍ່ກວ່າ. ທຸກຢ່າງທີ່ລາວລົງມືເຮັດນັ້ນ ເປັນສິ່ງທີ່ບອກວ່າ: ຖ້າເຮົາມີຄວາມມັກໃນສິ່ງໃດ ຢ່າລັງເລທີ່ຈະເຮັດ. ເຮົາສາມາດເລີ່ມເຮັດໄດ້ທັນທີ ໃຫ້ໂລກຈົດຈຳຊື່ຂອງເຮົາໄວ້ ແລະ ໃນມື້ໜຶ່ງ ເຮົາອາດຈະໄດ້ເຫັນຜູ້ທີ່ກຳລັງອ່ານຢູ່ນີ້ ກຳລັງຢືນຢູ່ຂ້າງໆຕ້າກໍເປັນໄດ້. ໃຜຈະຮູ້?

ອ່ານຕື່ມ:  ກ້າທີ່ຈະເປັນໂຕເອງ "ດອນ" ກັບບົດ "ນວນ" ໃນ ສຸກໃຈ the Series ຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີ Nonbinary

ເປີດວາບ

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ດ້ວຍຄວາມຮັກໃນການອອກກຳລັງກາຍ ສູ່ການສ້າງ Pele Fitness Club ເພື່ອສົ່ງຕໍ່ແຮງບັນດານໃຈໃຫ້ທຸກຄົນຫັນມາຮັກສາສຸຂະພາບ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.