ລົມກັນມາຕັ້ງດົນແຕ່ສະຖານະບໍ່ໄດ້ເປັນຫຍັງກັນເລີຍ ເປັນໄດ້ແຕ່ຄົນລົມກັນ. ຫຼາຍຄົນເປັນແບບນີ້ບໍ? ຢາກລົມແຕ່ບໍ່ຢາກຄົບ, ເຮັດທຸກຢ່າງແບບແຟນກັນແຕ່ບໍ່ໄດ້ເປັນແຟນກັນ, ຈີບມາຕັ້ງດົນກໍບໍ່ມີຫຍັງຄືບໜ້າແລ້ວສະຫຼຸບເຮົາເປັນຫຍັງກັນລະ? ຫຼື ເຮົາຍັງດີບໍ່ພໍ ຫຼື ແນວໃດ? ຄຳຖາມທີ່ບໍ່ມີຄຳຕອບຕໍ່ໃຫ້ຖາມຈັກເທື່ອກໍຄົງຕອບໄດ້ວ່າ ເຮົາກະລົມກັນໄປຊິແຫຼະ..! ລົມໄປເລື້ອຍໆ..! ໃຜແດ່ຢູ່ໃນສະຖານະແບບນີ້ ຢາກເລື່ອນສະຖານະຈັກເທື່ອກະບໍ່ໄດ້. ຈະບອກວ່ານີ້ແມ່ນແຟນຂ້ອຍກໍຢ້ານອີກຄົນປະຕິເສດໄປເລີຍ, ແລ້ວເຮົາຕ້ອງເຮັດແນວໃດລະ? ແຕ່ໃນຄວາມເປັນຈິງແລ້ວເລື່ອງນີ້ມັນອາດຈະຊັບຊ້ອນກວ່ານັ້ນອາການແບບນີ້ຄົນນັ້ນໆແມ່ນຄິດຫຍັງຢູ່ ເພື່ອມາໃຫ້ທຸກຄົນໄຂຂໍ້ສົງໄສ ແລະ ອາດຈະເຮັດທຸກຄົນມີວິທີໃນການຊະນະໃຈຄົນທີ່ເຮົາມັກໄດ້ເປັນແຟນສົມໃຈເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ. 1. ບໍ່ຢາກຜູກມັດ...
ທຸກຄົນເຄີຍໄດ້ຍິນເລື່ອງຫຼັກການ 90/10 ກັນບໍ່? ຫຼັກການນີ້ຖືກຂຽນຂຶ້ນໂດຍ Dr. Stephen Covey ໂດຍ ຕົວເລກ 90/10 ນີ້ ຖືກຍົກຂຶ້ນມາໃຊ້ກັບທິດສະດີທາງຈິດຕະວິທະຍາຫຼາຍຢ່າງບໍ່ວ່າຈະເປັນການເລືອກເສັ້ນທາງຕອບສະໜອງຕໍ່ເຫດການຕ່າງໆໃນຊີວິດປະຈຳວັນ ຫຼື ການຕັ້ງເປົ້າໝາຍເພື່ອປະສົບຜົນສຳເລັດ. ແຕ່ມື້ນີ້ເຮົາຈະມາເວົ້າເຖິງຫຼັກການ 90/10 ໃນມຸມມອງຂອງຄວາມຮັກ. ເວລາທີ່ເຮົາຫຼົງຮັກໃຜຄົນໜຶ່ງລາວຄົນນັ້ນມັກຈະດູດີ ແລະ ສຸດຍອດທຸກຢ່າງ, ນັ້ນແມ່ນຂໍ້ດີໃນໂຕຄົນນັ້ນເຊິ່ງນັບເປັນ 90% ເປັນຂໍ້ດີທີ່ຄົນຜູ້ນັ້ນມີ....
ເມື່ອມີຄວາມສໍາພັນທາງກາຍກັບໝູ່ ຫຼື ຄວາມສໍາພັນແບບ FWB (Friends with benefits) ມັນມັກຈະເຮັດໃຫ້ຝ່າຍໃດຝ່າຍໜຶ່ງນັ້ນເອົາໃຈເຂົ້າໄປສ່ຽງໃນຄວາມສໍາພັນທີ່ບໍ່ມີການຜູກມັດ. ເມື່ອເລີ່ມມີໃຈໃຫ້ແລ້ວຈະເຮັດແນວໃດລະ? ມ່ວນມີຄໍາແນະນໍາໃຫ້ທຸກຄົນໄດ້ລອງເອົາໄປໃຊ້ເຜື່ອວ່າຈະໄດ້ມີລຸ້ນກັນແດ່. 1. ລອງສັງເກດທ່າທາງ ແລະ ກວດເບິ່ງສະຖານະອີກຝ່າຍ ເພາະໃຫ້ຢູ່ດີໆໄປຖາມວ່າມັກເຮົາບໍ່ ຫຼື ບອກວ່າມັກເລີຍກໍຈະມີໂອກາດພັງພິນາດຈົບດຶງກັບຄືນບໍ່ໄດ້, ທີ່ສໍາຄັນຄືຖ້າເຂົາມີຄົນທີ່ມັກ ຫຼື ມີຄົນລົມແລ້ວຍິ່ງບໍ່ເປັນຕາບຸກເລີຍ. 2. ກຽມໂຕບອກຄວາມຮູ້ສຶກ ຖ້າສັງເກດແລ້ວວ່າທາງສະດວກກໍລອງບອກຄວາມຮູ້ສຶກໄປເລີຍ,...
ບອກວ່າ “ບໍ່ເປັນຫຍັງ” ທັງທີ່ຄວາມຈິງແລ້ວເປັນ, ອາການແບບນີ້ແມ່ນເກີດຂຶ້ນໄດ້ໃນທຸກຄວາມສຳພັນ ໂດຍສະເພາະຄວາມສຳພັນທີ່ເປັນແຟນກັນ ຫຼາຍຄູ່ອາດຈະເຄີຍພົບກັບບັນຫານີ້ມາແລ້ວ ຫຼື ກຳລັງພົບຢູ່, ມື້ນີ້ມ່ວນກໍເລີຍໄດ້ລວບລວມຄວາມເປັນໄປໄດ້ຂອງ “ເຫດຜົນ” ທີ່ແຟນເຮົາມັກປິດບັງຄວາມ “ບໍ່ໂອເຄ” ຂອງຕົນເອງເອົາໄວ້. 1. ລາວຢ້ານເຮົາຈະຄິດວ່າລາວ “ຫຼາຍເລື່ອງ” ຫຼາຍຄັ້ງເວລາທີ່ຜູ້ຍິງຄຽດ ກໍຈະມັກຈະຖືກແຟນເວົ້າໃຫ້ວ່າ “ຫຼາຍເລື່ອງ, ຄິດຫຼາຍໂພດ, ງີ່ເງົ່າ…” ເປັນທຳມະດາ, ເຖິງວ່າເຫດຜົນຂອງລາວຈະຟັງຂຶ້ນສ່ຳໃດກໍຕາມ...
ເປັນຫຍັງເຮົາມັກຮັກຄົນທີ່ບໍ່ຮັກເຮົາ, ເປັນຫຍັງເຮົາຈຶ່ງພະຍາຍາມກັບຄົນທີ່ເຂົາຈະບໍ່ຮັກເຮົາຄືນຢ່າງແນ່ນອນ. ມັນຕື່ນເຕັ້ນ ແລະ ມັນທ້າທາຍບໍ? ມື້ນີ້ເຮົາມາຫາຄຳຕອບກັນດີກວ່າວ່າ ເປັນຫຍັງເຮົາຈຶ່ງຕ້ອງໄປຮັກຄົນແບບນີ້? ທັງໆທີ່ຕອນຈົບຫຼາຍເທື່ອມັນຈົບດ້ວຍເຮົາເສຍນ້ຳຕາທຸກເທື່ອ. 1. ເຂົາເປັນຄົນທີ່ເຮົາຢາກເປັນ ຄົນເຮົາມັກມີພາບຝັນໄວ້ວ່າເຮົາຢາກຈະເປັນແບບນີ້, ເຮົາຢາກເຮັດແບບນີ້, ເຮົາຢາກມີຄວາມສາມາດແບບນີ້, ເປັນສະເປັກໃນອຸດົມຄະຕິຂອງເຮົາ. ເມື່ອເຮົາໄດ້ພົບ ເຮົາເລີຍຮູ້ວ່າສ່ວນທີ່ຫາຍໄປຂອງເຮົາໄດ້ຖືກເຕີມເຕັມຂຶ້ນມາ ຊີວິດເຮົາຮູ້ສຶກສົມບູນຂຶ້ນຈາກທີ່ເຄີຍເປັນ. ຍິ່ງຖ້າໄດ້ລົມ, ໄດ້ຮູ້ຈັກ ເຮົາຍິ່ງຈະຢາກມີເຂົາໄວ້ເລື້ອຍໆ. 2. ຕົກຂຸມຮັກຈົນເບິ່ງຂ້າມຂໍ້ເສຍ ຕໍ່ເນື່ອງຈາກຂໍ້ທີ...
ເຄີຍບໍ່? ເວລາອົກຫັກແລ້ວໄປຫາຕັດຜົມ? ແລ້ວເປັນຫຍັງເວລາຜູ້ຍິງອົກຫັກແລ້ວຕ້ອງຕັດຜົມ ? ເຈົ້າເຄີຍບໍ່ເວລາອົກຫັກແລ້ວມັກຕັດຜົມ… ເຮົາມັກເຄີຍໄດ້ຍິນ ຫຼື ເຫັນການກະທຳເວລາຜູ້ຍິງອົກຫັກແລ້ວມັກໄປຕັດຜົມ, ແລ້ວເປັນຫຍັງຈຶ່ງຕ້ອງຕັດຜົມລະ ມີໃຜເຄີຍສົງໄສບໍ? ມື້ນີ້ເຮົາມີຄຳຕອບ ແລະ ຄຳອະທິບາຍໃຫ້ທຸກຄົນໄດ້ມາຮູ້ພ້ອມໆກັນ. ສຳລັບຄຳອະທິບາຍນັ້ນເຄີຍມີນັກຈິດຕະວິທະຍາໄດ້ເຄີຍພາຍາຍາມຫາຄຳຕອບສໍາລັບຄຳຖາມທີ່ວ່າເປັນເວລາອົກຫັກຜູ້ຍິງມັກຕັດຜົມ? ຄົນທຳອິດຄື Lisa Conception ຜູ້ໃຫ້ຄຳປຶກສາກ່ຽວກັບການອອກເດດ ແລະ ການສ້າງຄວາມສຳພັນ, ລາວໄດ້ໃຫ້ຄຳຕອບໄວ້ວ່າ: “ເຫດຜົນໜຶ່ງຄືການທີ່ເຮົາຕ້ອງການຈຳກັດຄົນທີ່ເຮົາເຄີຍເປັນ ຕອນທີ່ໄດ້ໃຊ້ເວລາຮ່ວມກັບອີກຄົນໃຫ້ໝົດໄປ...
ຢູ່ໆກໍຫາຍໄປ ຫາຍໄປເລີຍ… ລົມກັນຢູ່ດີໆເປັນຫຍັງເຂົາຈຶ່ງມິດໄປ? ໄປໂດຍທີ່ບໍ່ມີຮອດຄຳບອກກ່າວ ແລະ ບໍ່ບອກເຫດຜົນ? ຕອນທີ່ເລີ່ມລົມກັນໃໝ່ໆ ອີ່ຫຍັງກໍດີໄປໝົດທຸກຢ່າງເບິ່ງຄືວ່າສົດໃສ, ເວົ້າຫຍັງກໍຖືກຄໍປານຮູ້ຈັກກັນມາເປັນສິບໆປີ. ແຕ່ເມື່ອໃດກໍຕາມທີ່ບາງຄົນຮູ້ສຶກໝົດໃຈ ກໍອາດຈະຫາຍໂຕໄປແບບກະທັນຫັນ, ຕິດຕໍ່ຫາກໍບໍ່ຕອບ, ໂທໄປກໍບໍ່ຍອມຮັບສາຍ ຕັດຂາດທຸກຊ່ອງທາງໃນການສື່ສານ ປານວ່າໄດ້ຕາຍໄປຈາກຊີວິດຂອງອີກຄົນໄປແລ້ວ… ນີ້ເວົ້າສະເພາະແຕ່ຄູ່ທີ່ຫາກໍລົມກັນໃດ, ສໍ່ານີ້ກໍຍັງຮູ້ສຶກໃຈຫາຍແລ້ວ ພາສາຫຍັງກັບຄູ່ທີ່ເຖິງຂັ້ນຕົກລົງຄົບຫາກັນແລ້ວ ແຕ່ລະຫວ່າງທີ່ສານສຳພັນກັນນັັ້ນ ຊໍ້າພັດຫາຍໄປແບບໄຮ້ຮ່ອງຮອຍປ່ອຍໃຫ້ອີກຝ່າຍງົງວ່າທີ່ຜ່ານມາເອີ້ນວ່າຫຍັງ. ຍ້ອນຫຍັງ ໝໍນັ້ນ ຫຼື...
ຄວາມຝັນຂອງຫຼາຍຄົນຄົງຈະແມ່ນ ຢາກມີແຟນທີ່ດີຈັກຄົນໜຶ່ງໃນຊີວິດ, ແຕ່ເຊື່ອວ່າບໍ່ແມ່ນຄົນໂສດທຸກຄົນທີ່ຈະຄິດແບບນີ້! ສຳລັບບາງຄົນການມີແຟນມັນກໍດີ ແຕ່ບໍ່ມີແຟນຈະດີກວ່າ. ເພາະບາງທີເຮົາຈະມີແຟນໄປເຮັດຫຍັງ? ໃນເມື່ອທີ່ເຮົາສາມາດມີຄວາມສຸກໄດ້ດ້ວຍຊີວິດໂສດໆຂອງເຮົາໂດຍບໍ່ຕ້ອງງໍ້ແຟນ, ມື້ນີ້ມ່ວນຈະພາທຸກຄົນມາເບິ່ງກັນວ່າຍ້ອນຫຍັງຄົນເຫຼົ່ານີ້ ຈຶ່ງສາມາດ “Happy” ກັບຊີວິດໂສດຂອງຕົນເອງໄດ້ຂະໜາດນີ້. 1. ມັກໃຊ້ເວລາກັບຕົນເອງຫຼາຍກວ່າ: ເປັນຄຳຕອບຍອດຮິດຂອງຄົນໂສດຫຼາຍໆຄົນເວລາຖືກຖາມວ່າເປັນຫຍັງຄືບໍ່ມີແຟນ? ເພາະບາງຄົນກໍເປັນຄົນໂລກສ່ວນຕົວສູງ ແລະ ບາງຄົນກໍຫວງເວລາກັບພື້ນທີ່ສ່ວນຕົວຂອງຕົນເອງ, ພາຍໃນ 24 ຊົ່ວໂມງຂອງເຂົາເຈົ້າກໍຕ້ອງແບ່ງເວລາໃຫ້ວຽກງານ, ຄອບຄົວ ແລະ ໝູ່ເພື່ອນ...
ຫຼາຍໆຄົນຄົງເຄີຍເຈິສະຖານະການນີ້, ທີ່ມີຍາດພີ່ນ້ອງ ຫຼື ຄົນທີ່ເຈົ້າຮັກມັກມາບອກວ່າປັນຫວ່ງພວກເຈົ້າໃຫ້ຄົນອື່ນຟັງແລ້ວຕັ້ງໃຈຢາກທີ່ຈະຊ່ວຍເຫຼືອ ແລະ ແຕ່ງປັ້ນເລື່ອງລາວໃຫ້ເຈົ້າເສຍຫາຍ, ໂດຍທີ່ບໍ່ມີມູນຄວາມຈິງ (ການນິນທາ ຫຼື ໃສ່ຮ້າຍ) ສ້າງສະຖານະການຄົນໃຈບຸນມີເມດຕາທັງໆທີ່ເຄີຍປະຕິບັດບໍ່ດີໃສ່ເຈົ້າເພື່ອຕ້ອງການດ້ອຍຄ່າໃຫ້ເຈົ້າບໍ່ສາມາດເດີນດ້ວຍຕົນເອງໄດ້ ແລະ ຕ້ອງເພິ່ງພາແຕ່ພວກເຂົາ, ເຊິ່ງພຶດຕິກໍານີ້ມັນບໍ່ກໍ່ປະໂຫຍດຫຍັງຕໍ່ເຈົ້າເລີຍ ແລະ ມັນກຳລັງຈະທໍາລາຍຄວາມໝັ້ນໃຈຂອງເຈົ້າເຮັດໃຫ້ເຈົ້າບໍ່ສາມາດເປັນຕົວຂອງຕົວເອງໄດ້. ການເວົ້າເຖິງເຈົ້າໃນແງ່ລົບເຊັ່ນເວົ້າວ່າ: ເຈົ້າບໍ່ສາມາດດູແລຕົນເອງໄດ້ (ເຖິງແມ່ນວ່າເຈົ້າສາມາດດູແລຕົນເອງໄດ້ດີ), ເຈົ້ານິໄສບໍ່ດີ (ທັງໆທີ່ບໍ່ເຄີຍເຮັດຫຍັງໃສ່ພວກເຂົາເລີຍ) ມັນສະແດງໃຫ້ເຫັນວ່າເຂົາກຳລັງຈະເຮັດໃຫ້ເຈົ້າໝົດຄວາມໝັ້ນໃຈ ແລະ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?