ແຜ່ນດິນໄຫວເປັນໄພພິບັດທາງທຳມະຊາດທີ່ອາດເກີດຂຶ້ນໂດຍທີ່ເຮົາບໍ່ຄາດຄິດ ແລະ ນອກຈາກຈະສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ຊັບສິນແລ້ວ, ຍັງອາດກະທົບຕໍ່ສຸຂະພາບຈິດໃຈຂອງຜູ້ປະສົບໄພໄດ້ອີກ. ຄວາມເຄັ່ງຕຶງ, ຄວາມຢ້ານກົວ ແລະ ຄວາມຮູ້ສຶກສູນເສຍອາດເກີດຂຶ້ນໄດ້ ທັງໃນລະຫວ່າງ ແລະ ຫຼັງເຫດການ. ດັ່ງນັ້ນ, ການຮູ້ວິທີຮັບມືຢ່າງເໝາະສົມ ທັງໃນຂະນະທີ່ເກີດແຜ່ນດິນໄຫວ ແລະ ຫຼັງຈາກນັ້ນ, ຈະຊ່ວຍຫຼຸດຜົນກະທົບຕໍ່ຈິດໃຈ ແລະ ເຮັດໃຫ້ເຮົາກັບມາໃຊ້ຊີວິດໄດ້ຕາມປົກກະຕິໄວຂຶ້ນ. ຕໍ່ໄປນີ້ແມ່ນສິ່ງທີ່ຄວນເຮັດເມື່ອເກີດແຜ່ນດິນໄຫວ ການເບິ່ງແຍງສຸຂະພາບຈິດຫຼັງແຜ່ນດິນໄຫວ...
ໜ້າສົນໃຈແທ້ຫວາ? ຫຼື ວ່າເຮົາກຳລັງຄິດໄປເອງ ເກີດອາການວິຕົກກັງວົນວ່າຄົນອ້ອມຂ້າງກຳລັງເວົ້າເຖິງ ສ່ອງພຶດຕິກຳຂອງອາການ Paranoia
ຊີວິດບໍ່ໄດ້ມີແຕ່ຄວາມສຸກສົມຫວັງຕະຫຼອດໄປແຫຼະ! ບາງມື້ກໍດີ ຍິ້ມຈົນເຈັບແກ້ມ ປາກແຫ້ງໄປໝົດ, ແຕ່ບາງມື້ກໍຮູ້ສຶກຄືຖືກຊີວິດເອົາຄືນ ທັງເມື່ອຍກາຍ ທັງໃຈວຸ້ນວາຍ ຈົນຢາກຈະຮ້ອງອອກມາວ່າ “ພໍແລ້ວ!”. ແຕ່ດຽວກ່ອນ. ຄວາມຮູ້ສຶກຈິດຕົກນີ້ມັນບໍ່ໄດ້ຢູ່ກັບເຮົາຕະຫຼອດໄປດອກ. ພຽງແຕ່ເຮົາຮູ້ທຣິກປັບຕົວ ແລະ ດູແລໃຈໃນມື້ທີ່ຮູ້ສຶກດາວນ໌, ກໍພໍຈະພາຕົວເອງກັບມາເປັນຄົນເກົ່າໄດ້ແລ້ວ. ມື້ນີ້ເຮົາມີທຣິກມາແຊ 5 ຢ່າງ ທີ່ທັງງ່າຍ ແລະ ສະບາຍ ແບບບໍ່ຕ້ອງຝືນຕົວເອງ ແຕ່ກໍຊ່ວຍໃຫ້ໃຈເບົາລົງໄດ້ຈົນໜ້າຕົກໃຈ....
“ກະຍ້ອນເຈົ້ານຸ່ງເຄື່ອງແບບນັ້ນລະ ເຂົາຈຶ່ງມາລວນລາມເຈົ້າ” “ເທື່ອໜ້າບໍ່ຕ້ອງນຸ່ງຫຍັງເດີສາວ” “ຄິດຫຍັງຫຼາຍ ກະເຈົ້າຄົນຜູ້ງາມເນາະ ເຂົາກະຢາກຢອກແດ່ຫັ້ນລະ” ຫຼາຍຄັ້ງທີ່ເຮົາເຫັນຂ່າວທີ່ມີຜູ້ຖືກລ່ວງລະເມີດທາງຮ່າງກາຍ-ຈິດໃຈ ຖືກສັງຄົມໂຈມຕີແບບນັ້ນ ເຊິ່ງຄວາມຈິງແລ້ວມັນບໍ່ຄວນຈະເປັນແບບນັ້ນ. ການທີ່ສັງຄົມຕຳໜິເຫຍື່ອ ຫຼື ຜູ້ຖືກກະທຳຈາກເຫດການໃດໜຶ່ງ ບໍ່ວ່າຈະເປັນຄວາມຮຸນແຮງ ຫຼື ການລ່ວງລະເມີດທາງເພດ ມີຊື່ເອີ້ນວ່າ Victim Blaming. ສິ່ງນີ້ເກີດຂຶ້ນໄດ້ແນວໃດ? ນັກວິໄຈບອກວ່າ ການໂທດເຫຍື່ອ ເກີດຈາກກົນໄກການປ້ອງກັນຕົນເອງ ທີ່ບາງຄັ້ງເຮົາກໍບໍ່ທັນຮູ້ຕົວ....
ຫຼາຍໆຄັ້ງເວລາເຮົາເຫັນໝູ່ ຫຼື ເພືອນຮ່ວມງານທີ່ກຳລັງໄດ້ເລື່ອນຕຳແໜ່ງ, ໄດ້ລົດໃໝ່, ມີແຟນທີ່ໜ້າຮັກດູແລກັນ ໄດ້ຮັບໂອກາດດີໆໃນຊີວິດ ມັນເຮັດໃຫ້ອົດບໍ່ໄດ້ທີ່ຈະຫັນກັບມາປຽບທຽບກັບຕົວເອງເກີດເຮັດໃຫ້ຮູ້ສຶກບໍ່ດີ ແລະ ຕັ້ງຄຳຖາມວ່າເປັນຫຍັງເຮົາຄືເຮັດບໍ່ໄດ້ ບໍ່ມີໂອກາດດີໆແບບນີ້ເຂົ້າມາໃນຊີວິດເລີຍ. Inadequacy behaviors ແມ່ນເປັນຄວາມຮູ້ສຶກຂາດໃນບາງຄັ້ງ, ມັນເຮັດໃຫ້ເຈົ້າອາດຈະເປັນຄົນອາລົມຮ້າຍໂດຍບໍ່ຮູ້ຕົວ ແລະ ເຮັດຕົວ Toxic ໃສ່ຄົນອ້ອມຂ້າງ, ຍ້ອນຄວາມກັງວົນໃຈທີ່ມັກປຽບທຽບຕົວເອງກັບຄົນອື່ນຈົນເກີດເປັນອາການວິຕົກກັງວົນ, ຄິດວ່າຕົວເອງບໍ່ດີພໍ, ຂາດຄວາມໝັ້ນໃຈ ແລະ ໝົດກຳລັງໃຈ....
“ຢູ່ບໍ່ໄດ້ແລ້ວ! ຂ້ອຍໂສດມາຈະ 3 ອາທິດແລ້ວ ຢາກມີແຟນ~” ບັນຫານີ້ຫຼາຍໆຄົນຄົງຈະເຄີຍພົບເຈິ, ທັງກັບຄົນໃກ້ຕົວ ຫຼື ອາດຈະແມ່ນເລື່ອງລາວທີ່ກົງກັບເຈົ້າໂດຍກົງ. ອາການທີ່ມັກຈະເກີດຂຶ້ນກໍແບບວ່າເລີກກັບຄົນເກົ່າປຸບ ຮີບຫາຄົນໃໝ່ປັບ, ເພາະຊີວິດນີ້ເຮົາຈະຂາດຄວາມຮັກໄດ້ແນວໃດເພາະຊີວິດມັນບໍ່ມັນສີສັນເລີຍ. ພຶດຕິກຳແບບ Serial Monogamy ມີຄວາມໝາຍທີ່ສື່ເຖິງການມີຄວາມຮັກຄວາມສຳພັນກັບເທື່ອລະຄົນ ແລະ ຕ້ອງການໄດ້ຮັບຄວາມຮັກຢ່າງຕໍ່ເນື່ອງ ແລະ ຍຶດໝັ້ນຊື່ສັດກັບຮັກຄັ້ງນັ້ນພຽງຄົນດຽວ, ແຕ່ເມື່ອໃດທີ່ຕ້ອງໄດ້ຈົບຄວາມສຳພັນລົງກໍຈະເລີ່ມຊອກຫາຄວາມສຳພັນຄວາມຮັກຄັ້ງໃໝ່ທັນທີ ແລະ ມັນກໍໄດ້ວົນລູບແບບນີ້ຊ້ຳໆຢູ່ເລື່ອຍໄປ....
ມື້ນີ້ ຢາກຈະຊວນທຸກຄົນມາລົມກັນເລື່ອງ “ການຮັກຕົວເອງ” ກັນຈັກໜ້ອຍ ເຄີຍສັງເກດບໍ່ວ່າ ເວລາທີ່ເຮົາເຈັບປວດຈາກຄວາມຮັກ ມັນມັກມາຈາກການຄາດຫວັງຂອງເຮົາທີ່ມີຕໍ່ກັບຄົນອື່ນ. ແຕ່ການຮັກຕົວເອງນັ້ນ ບໍ່ເຄີຍເຮັດໃຫ້ເຮົາຕ້ອງເຈັບເລີຍຈັກມື້ ເພາະເຮົາບໍ່ຕ້ອງລໍຖ້າໃຫ້ໃຜມາມອບຄວາມຮັກ ຫຼື ການຍອມຮັບໃຫ້ກັບເຮົາ. ເຮົາສາມາດສ້າງສິ່ງນັ້ນໄດ້ດ້ວຍຕົວເອງ. ແລ້ວຈະເຮັດແນວໃດໃຫ້ເຮົາຮັກໂຕເອງຫຼາຍຂຶ້ນລະ? ລອງເລີ່ມຈາກສິ່ງເລັກໆນ້ອຍໆ ເຫຼົ່ານີ້ກ່ອນກໍໄດ້. ເຊົາປຽບທຽບຕົວເອງກັບຄົນອື່ນໄດ້ແລ້ວ. ທຸກຄົນມີຂ້ໍດີ ແລະ ຂໍ້ຜິດພາດໃນຕົວເອງ. ຢ່າຕັດສິນຕົວເອງຮຸນແຮງເກີນໄປ. ລອງຂຽນສິ່ງທີ່ເຮົາມັກກ່ຽວກັບຕົວເອງອອກມາຈັກ 2–3...
ມ່ວນຈະຊວນທຸກຄົນມາລໍຖ້າເບິ່ງຊີຣີສ໌ນ້ຳດີ, ທີ່ຈະມາກະຕຸ້ນທຸກຄວາມຮູ້ສຶກຂອງທຸກຄົນກັບ “ສຸກໃຈ It’s Okay the series” ທີ່ມີລົດຊາດຄົບທຸກລົດເລີຍ. ເບິ່ງຈາກຕົວຢ່າງກໍມີທັງຟິວກູ້ດ, ຄວາມເສົ້າກະມາເຕັມບອກເລີຍວ່າເຂັ້ນຂຸ້ນຢ່າງແນ່ນອນ. “ສຸກໃຈ It’s Okay the series” ເປັນຊີຣີສ໌ທີ່ຫາຍາກ ແລະ ຖືວ່າໃໝ່ຫຼາຍສຳລັບປະເທດລາວ ໂດຍຊີຣີສ໌ເລື່ອງນີ້ເປັນການຕີແຜ່ກ່ຽວກັບບັນຫາສຸຂະພາບຈິດ, ບັນຫາຕ່າງໆໃນສັງຄົມ ທີ່ສະທ້ອນໃຫ້ເຫັນເຖິງຄວາມຈິງໃນຊີວິດ. ໂດຍສະເພາະແມ່ນໄວໜຸ່ມທີ່ກຳລັງພົບ ຫຼື...
ຫຼາຍໆຄົນຄົງຄຸ້ນເຄຍ ແລະ ຕ້ອງເຄີຍໄດ້ຟັງເພງຂອງນັກຮ້ອງສາວຄົນນີ້ “ນັດດາວ ທອນບັນດິດ”(Nutdao Thonebundit), ປັດຈຸບັນອາຍຸ 22 ປີ, ແຕ່ທຸກຄົນຮູ້ບໍ່ວ່າລາວບໍ່ໄດ້ພຽງແຕ່ຮ້ອງເພງ, ແຕ່ຍັງມີອາຊີບເປັນແມ່ຄ້ານຳອີກ, ຖືວ່າເປັນຄົນທີ່ບໍ່ເຄີຍຢຸດພັກ ແລະ ເຮັດຫຍັງຫຼາຍຢ່າງອີຫຼີ່. ອີກບົດບາດໜຶ່ງທີ່ບໍ່ເວົ້າເຖິງເລີຍແມ່ນບໍ່ໄດ້, ເພາະເປັນປະເດັນຫຼັກທີ່ມ່ວນຈະເລົ່າໃຫ້ຟັງສຳລັບມື້ນີ້ກໍຄື ການເປັນໜຶ່ງໃນນັກສະແດງ ສຸກໃຈ It’s Okay the series ຂອງນັດດາວ, ເຊິ່ງມັນໄດ້ມີຄວາມທ້າທາຍຫຼາຍເພາະໄດ້ຮັບບົດເປັນຄົນທີ່ມີສະພາວະອາການຂອງ ”Panic...