ແຜ່ນດິນໄຫວເປັນໄພພິບັດທາງທຳມະຊາດທີ່ອາດເກີດຂຶ້ນໂດຍທີ່ເຮົາບໍ່ຄາດຄິດ ແລະ ນອກຈາກຈະສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ຊັບສິນແລ້ວ, ຍັງອາດກະທົບຕໍ່ສຸຂະພາບຈິດໃຈຂອງຜູ້ປະສົບໄພໄດ້ອີກ.
ຄວາມເຄັ່ງຕຶງ, ຄວາມຢ້ານກົວ ແລະ ຄວາມຮູ້ສຶກສູນເສຍອາດເກີດຂຶ້ນໄດ້ ທັງໃນລະຫວ່າງ ແລະ ຫຼັງເຫດການ.
ດັ່ງນັ້ນ, ການຮູ້ວິທີຮັບມືຢ່າງເໝາະສົມ ທັງໃນຂະນະທີ່ເກີດແຜ່ນດິນໄຫວ ແລະ ຫຼັງຈາກນັ້ນ, ຈະຊ່ວຍຫຼຸດຜົນກະທົບຕໍ່ຈິດໃຈ ແລະ ເຮັດໃຫ້ເຮົາກັບມາໃຊ້ຊີວິດໄດ້ຕາມປົກກະຕິໄວຂຶ້ນ.
ຕໍ່ໄປນີ້ແມ່ນສິ່ງທີ່ຄວນເຮັດເມື່ອເກີດແຜ່ນດິນໄຫວ
- ຮັກສາຄວາມປອດໄພຂອງຮ່າງກາຍກ່ອນ
– ຫາກຢູ່ພາຍໃນອາຄານ ໃຫ້ຟ້າວຫຼົບຢູ່ກ້ອງໂຕະ ຫຼື ເຟີນິເຈີທີ່ແຂງແຮງ. ໃຊ້ແຂນປົກປ້ອງຫົວ ແລະ ຄໍ ຕາມຫຼັກ “Drop, Cover, Hold On”
– ຖ້າຢູ່ນອກອາຄານ ໃຫ້ເຄື່ອນທີ່ໄປຍັງບ່ອນໂລ່ງ. ຫຼີກລ່ຽງສິ່ງກໍ່ສ້າງ ຫຼື ສາຍໄຟທີ່ອາດຈະພັງລົງມາ.
– ຫຼີກລ່ຽງການແລ່ນໜີຢ່າງຕື່ນຕົກໃຈ ເພາະອາດເພີ່ມຄວາມສ່ຽງຕໍ່ການໄດ້ຮັບບາດເຈັບ. - ຄວບຄຸມສະຕິ ແລະ ລົມຫາຍໃຈ
– ຫາຍໃຈເຂົ້າເລິກໆ ແລະ ຊ້າໆ ເພື່ອຫຼຸດອາການຕື່ນຕົກໃຈ.
– ບອກໂຕເອງວ່າ “ຂ້ອຍປອດໄພ ຂ້ອຍຈັດການໄດ້” ເພື່ອສ້າງຄວາມໝັ້ນໃຈ ແລະ ບໍ່ຢ້ານຈົນເກີນໄປ.
– ໂຟກັສໄປທີ່ສິ່ງອ້ອມໂຕທີ່ເບິ່ງເຫັນ ຫຼື ໄດ້ຍິນ ເພື່ອ ດຶງສະຕິໂຕເອງ ກັບມາສູ່ຄວາມເປັນຈິງ. - ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່
– ຖ້າມີການແຈ້ງເຕືອນ ຫຼື ຄຳສັ່ງອົບພະຍົບ, ໃຫ້ເຮັດຕາມຢ່າງວ່ອງໄວ ແລະ ສະຫງົບ ເພື່ອຫຼຸດຄວາມວຸ່ນວາຍ ແລະ ຄວາມເຄັ່ງຄຽດທີ່ອາດເກີດຈາກຄວາມບໍ່ແນ່ນອນ.
ການເບິ່ງແຍງສຸຂະພາບຈິດຫຼັງແຜ່ນດິນໄຫວ
- ຍອມຮັບຄວາມຮູ້ສຶກໂຕເອງ: ຄວາມຢ້ານ, ເສົ້າ ຫຼື ກັງວົນ ເປັນປະຕິກິລິຍາຕໍ່ເຫດການທີ່ຮຸນແຮງ ຢ່າກົດດັນຕົວເອງໃຫ້ “ເຂັ້ມແຂງ” ທັນທີ. ລົມກັບຄົນທີ່ໄວ້ໃຈໄດ້ ເຊັ່ນ: ໝູ່, ຄອບຄົວ ຫຼື ຜູ້ຊ່ຽວຊານ ເພື່ອລະບາຍຄວາມຮູ້ສຶກ.
- ສ້າງກິດຈະວັດປະຈຳວັນໃໝ່: ການກັບມາເຮັດສິ່ງທີ່ຄຸ້ນເຄີຍ ເຊັ່ນ: ກິນອາຫານໃຫ້ກົງເວລາ ຫຼື ອອກກຳລັງກາຍຢ່າງເປັນປົກກະຕິ ຈະຊ່ວຍໃຫ້ຮູ້ສຶກໝັ້ນຄົງ ແລະ ຄວບຄຸມຊີວິດໄດ້ຫຼາຍຂຶ້ນ. ນອກຈາກນັ້ນ, ຄວນຫຼີກລ່ຽງການເສບຂ່າວ ຫຼື ເບິ່ງພາບເຫດການຊໍ້າໄປຊໍ້າມາ ເພາະອາດຈະກະຕຸ້ນຄວາມເຄັ່ງຄຽດ.
- ເບິ່ງແຍງຮ່າງກາຍເພື່ອໃຫ້ຈິດໃຈເປັນສຸກ: ນອນໃຫ້ພໍ, ດື່ມນໍ້າຫຼາຍໆ ແລະ ກິນອາຫານທີ່ເປັນປະໂຫຍດ. ຝຶກການຜ່ອນຄາຍ ເຊັ່ນ: ນັ່ງສະມາທິ ຫຼື ໂຢຄະ ເພື່ອຫຼຸດຄວາມເຄັ່ງຄຽດ ຫຼື ອາການກັງວົນໃຈ.
ການຮັບມືກັບແຜ່ນດິນໄຫວບໍ່ແມ່ນພຽງແຕ່ການປົກປ້ອງຮ່າງກາຍເທົ່ານັ້ນ, ແຕ່ຍັງລວມທັງການເບິ່ງແຍງຈິດໃຈໃຫ້ເຂັ້ມແຂງນຳ. ການກຽມໂຕລ່ວງໜ້າ, ຮູ້ວິທີປະຕິບັດເມື່ອເກີດເຫດ ແລະ ການຟື້ນຟູສະພາບຈິດໃຈຫຼັງເກີດເຫດ ຈະຊ່ວຍໃຫ້ເຮົາຜ່ານຊ່ວງເວລາທີ່ຍາກລຳບາກນີ້ໄປໄດ້.