ຄວາມສຳພັນ

103 ບົດຄວາມ

ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?

ລົມກັນມາຕັ້ງດົນແຕ່ສະຖານະບໍ່ໄດ້ເປັນຫຍັງກັນເລີຍ ເປັນໄດ້ແຕ່ຄົນລົມກັນ. ຫຼາຍຄົນເປັນແບບນີ້ບໍ? ຢາກລົມແຕ່ບໍ່ຢາກຄົບ, ເຮັດທຸກຢ່າງແບບແຟນກັນແຕ່ບໍ່ໄດ້ເປັນແຟນກັນ, ຈີບມາຕັ້ງດົນກໍບໍ່ມີຫຍັງຄືບໜ້າແລ້ວສະຫຼຸບເຮົາເປັນຫຍັງກັນລະ? ຫຼື ເຮົາຍັງດີບໍ່ພໍ ຫຼື ແນວໃດ? ຄຳຖາມທີ່ບໍ່ມີຄຳຕອບຕໍ່ໃຫ້ຖາມຈັກເທື່ອກໍຄົງຕອບໄດ້ວ່າ ເຮົາກະລົມກັນໄປຊິແຫຼະ..! ລົມໄປເລື້ອຍໆ..! ໃຜແດ່ຢູ່ໃນສະຖານະແບບນີ້ ຢາກເລື່ອນສະຖານະຈັກເທື່ອກະບໍ່ໄດ້. ຈະບອກວ່ານີ້ແມ່ນແຟນຂ້ອຍກໍຢ້ານອີກຄົນປະຕິເສດໄປເລີຍ, ແລ້ວເຮົາຕ້ອງເຮັດແນວໃດລະ? ແຕ່ໃນຄວາມເປັນຈິງແລ້ວເລື່ອງນີ້ມັນອາດຈະຊັບຊ້ອນກວ່ານັ້ນອາການແບບນີ້ຄົນນັ້ນໆແມ່ນຄິດຫຍັງຢູ່ ເພື່ອມາໃຫ້ທຸກຄົນໄຂຂໍ້ສົງໄສ ແລະ ອາດຈະເຮັດທຸກຄົນມີວິທີໃນການຊະນະໃຈຄົນທີ່ເຮົາມັກໄດ້ເປັນແຟນສົມໃຈເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ. 1. ບໍ່ຢາກຜູກມັດ...

ເປັນຫຍັງບາງຄົນຈຶ່ງມັກນອກໃຈ? ຮູ້ຈັກທິດສະດີ 90/10 ທີ່ອະທິບາຍເລື່ອງນີ້ໄວ້

ທຸກຄົນເຄີຍໄດ້ຍິນເລື່ອງຫຼັກການ 90/10 ກັນບໍ່? ຫຼັກການນີ້ຖືກຂຽນຂຶ້ນໂດຍ Dr. Stephen Covey ໂດຍ ຕົວເລກ 90/10 ນີ້ ຖືກຍົກຂຶ້ນມາໃຊ້ກັບທິດສະດີທາງຈິດຕະວິທະຍາຫຼາຍຢ່າງບໍ່ວ່າຈະເປັນການເລືອກເສັ້ນທາງຕອບສະໜອງຕໍ່ເຫດການຕ່າງໆໃນຊີວິດປະຈຳວັນ ຫຼື ການຕັ້ງເປົ້າໝາຍເພື່ອປະສົບຜົນສຳເລັດ. ແຕ່ມື້ນີ້ເຮົາຈະມາເວົ້າເຖິງຫຼັກການ 90/10 ໃນມຸມມອງຂອງຄວາມຮັກ. ເວລາທີ່ເຮົາຫຼົງຮັກໃຜຄົນໜຶ່ງລາວຄົນນັ້ນມັກຈະດູດີ ແລະ ສຸດຍອດທຸກຢ່າງ, ນັ້ນແມ່ນຂໍ້ດີໃນໂຕຄົນນັ້ນເຊິ່ງນັບເປັນ 90% ເປັນຂໍ້ດີທີ່ຄົນຜູ້ນັ້ນມີ....

ປ່ຽນ “ໝູ່ກັນມັນດີ” ໃຫ້ເປັນ “ທີ່ຮັກ” 4 ວິທີປ່ຽນຄວາມສຳພັນທາງກາຍສູ່ຄວາມສຳພັນທາງໃຈ

ເມື່ອມີຄວາມສໍາພັນທາງກາຍກັບໝູ່ ຫຼື ຄວາມສໍາພັນແບບ FWB (Friends with benefits) ມັນມັກຈະເຮັດໃຫ້ຝ່າຍໃດຝ່າຍໜຶ່ງນັ້ນເອົາໃຈເຂົ້າໄປສ່ຽງໃນຄວາມສໍາພັນທີ່ບໍ່ມີການຜູກມັດ. ເມື່ອເລີ່ມມີໃຈໃຫ້ແລ້ວຈະເຮັດແນວໃດລະ? ມ່ວນມີຄໍາແນະນໍາໃຫ້ທຸກຄົນໄດ້ລອງເອົາໄປໃຊ້ເຜື່ອວ່າຈະໄດ້ມີລຸ້ນກັນແດ່. 1. ລອງສັງເກດທ່າທາງ ແລະ ກວດເບິ່ງສະຖານະອີກຝ່າຍ ເພາະໃຫ້ຢູ່ດີໆໄປຖາມວ່າມັກເຮົາບໍ່ ຫຼື ບອກວ່າມັກເລີຍກໍຈະມີໂອກາດພັງພິນາດຈົບດຶງກັບຄືນບໍ່ໄດ້, ທີ່ສໍາຄັນຄືຖ້າເຂົາມີຄົນທີ່ມັກ ຫຼື ມີຄົນລົມແລ້ວຍິ່ງບໍ່ເປັນຕາບຸກເລີຍ. 2. ກຽມໂຕບອກຄວາມຮູ້ສຶກ ຖ້າສັງເກດແລ້ວວ່າທາງສະດວກກໍລອງບອກຄວາມຮູ້ສຶກໄປເລີຍ,...

ຍ້ອນຫຍັງເວລາຜູ້ຍິງຄຽດ ຈຶ່ງມັກເວົ້າວ່າ “ບໍ່ເປັນຫຍັງ”

ບອກວ່າ “ບໍ່ເປັນຫຍັງ” ທັງທີ່ຄວາມຈິງແລ້ວເປັນ, ອາການແບບນີ້ແມ່ນເກີດຂຶ້ນໄດ້ໃນທຸກຄວາມສຳພັນ ໂດຍສະເພາະຄວາມສຳພັນທີ່ເປັນແຟນກັນ ຫຼາຍຄູ່ອາດຈະເຄີຍພົບກັບບັນຫານີ້ມາແລ້ວ ຫຼື ກຳລັງພົບຢູ່, ມື້ນີ້ມ່ວນກໍເລີຍໄດ້ລວບລວມຄວາມເປັນໄປໄດ້ຂອງ “ເຫດຜົນ” ທີ່ແຟນເຮົາມັກປິດບັງຄວາມ “ບໍ່ໂອເຄ” ຂອງຕົນເອງເອົາໄວ້. 1. ລາວຢ້ານເຮົາຈະຄິດວ່າລາວ “ຫຼາຍເລື່ອງ” ຫຼາຍຄັ້ງເວລາທີ່ຜູ້ຍິງຄຽດ ກໍຈະມັກຈະຖືກແຟນເວົ້າໃຫ້ວ່າ “ຫຼາຍເລື່ອງ, ຄິດຫຼາຍໂພດ, ງີ່ເງົ່າ…” ເປັນທຳມະດາ, ເຖິງວ່າເຫດຜົນຂອງລາວຈະຟັງຂຶ້ນສ່ຳໃດກໍຕາມ...

ຮູ້ແລ້ວຄືຍັງບໍ່ເຊົາ? ເປັນຫຍັງເຮົາຈຶ່ງຮັກຄົນທີ່ບໍ່ຮັກເຮົາ

ເປັນຫຍັງ​ເຮົາ​ມັກ​ຮັກ​ຄົນທີ່​ບໍ່​ຮັກ​ເຮົາ, ເປັນຫຍັງ​ເຮົາຈຶ່ງ​ພະຍາຍາມ​ກັບ​ຄົນທີ່​ເຂົາ​ຈະ​ບໍ່​ຮັກ​ເຮົາ​ຄືນຢ່າງ​ແນ່​ນອນ. ມັນ​ຕື່ນ​ເຕັ້ນ ແລະ ມັນ​ທ້າ​ທາຍບໍ? ມື້​ນີ້​ເຮົາ​ມາ​ຫາ​ຄຳ​ຕອບ​ກັນ​ດີກວ່າ​ວ່າ ​ເປັນຫຍັງ​ເຮົາຈຶ່ງ​ຕ້ອງ​ໄປ​ຮັກ​ຄົນ​ແບບ​ນີ້​? ທັງ​ໆ​ທີ່​ຕອນ​ຈົບ​ຫຼາຍ​ເທື່ອມັນ​ຈົບ​ດ້ວຍ​ເຮົາ​ເສຍ​ນ້ຳ​ຕາ​ທຸກເທື່ອ. 1. ເຂົາ​ເປັນ​ຄົນທີ່​ເຮົາ​ຢາກ​ເປັນ ຄົນ​ເຮົາ​ມັກ​ມີ​ພາບ​ຝັນ​ໄວ້​ວ່າ​ເຮົາ​ຢາກ​ຈະ​ເປັນ​ແບບ​ນີ້, ເຮົາ​ຢາກ​ເຮັດ​ແບບ​ນີ້, ເຮົາ​ຢາກ​ມີ​ຄວາມ​ສາມາດ​ແບບ​ນີ້, ເປັນ​ສະ​ເປັກ​ໃນ​ອຸດົມຄະຕິ​ຂອງ​ເຮົາ. ເມື່ອ​ເຮົາ​ໄດ້​ພົບ ເຮົາ​ເລີຍ​ຮູ້​ວ່າ​ສ່ວນ​ທີ່​ຫາຍ​ໄປ​ຂອງ​ເຮົາ​ໄດ້​ຖືກ​ເຕີມ​ເຕັມ​ຂຶ້ນ​ມາ ຊີວິດ​ເຮົາ​ຮູ້ສຶກ​ສົມບູນ​ຂຶ້ນ​ຈາກ​ທີ່​ເຄີຍ​ເປັນ. ຍິ່ງ​ຖ້າ​ໄດ້ລົມ, ໄດ້​ຮູ້​ຈັກ ເຮົາ​ຍິ່ງ​ຈະ​ຢາກ​ມີ​ເຂົາ​ໄວ້​ເລື້ອຍ​ໆ. 2. ຕົກ​ຂຸມຮັກ​ຈົນ​ເບິ່ງຂ້າມ​ຂໍ້​ເສຍ ຕໍ່​ເນື່ອງ​ຈາກ​ຂໍ້​ທີ...

ຍ້ອນຫຍັງ? ເວລາອົກຫັກຜູ້ຍິງຈຶ່ງມັກຕັດຜົມ

ເຄີຍບໍ່? ເວລາອົກຫັກແລ້ວໄປຫາຕັດຜົມ? ແລ້ວເປັນຫຍັງເວລາຜູ້ຍິງອົກຫັກແລ້ວຕ້ອງຕັດຜົມ ? ເຈົ້າເຄີຍບໍ່ເວລາອົກຫັກແລ້ວມັກຕັດຜົມ…​ ເຮົາມັກເຄີຍໄດ້ຍິນ ຫຼື ເຫັນການກະທຳເວລາຜູ້ຍິງອົກຫັກແລ້ວມັກໄປຕັດຜົມ, ແລ້ວເປັນຫຍັງຈຶ່ງຕ້ອງຕັດຜົມລະ ມີໃຜເຄີຍສົງໄສບໍ? ມື້ນີ້ເຮົາມີຄຳຕອບ ແລະ ຄຳອະທິບາຍໃຫ້ທຸກຄົນໄດ້ມາຮູ້ພ້ອມໆກັນ. ສຳລັບຄຳອະທິບາຍນັ້ນເຄີຍມີນັກຈິດຕະວິທະຍາໄດ້ເຄີຍພາຍາຍາມຫາຄຳຕອບສໍາລັບຄຳຖາມທີ່ວ່າເປັນເວລາອົກຫັກຜູ້ຍິງມັກຕັດຜົມ? ຄົນທຳອິດຄື Lisa Conception ຜູ້ໃຫ້ຄຳປຶກສາກ່ຽວກັບການອອກເດດ ແລະ ການສ້າງຄວາມສຳພັນ, ລາວໄດ້ໃຫ້ຄຳຕອບໄວ້ວ່າ: “ເຫດຜົນໜຶ່ງຄືການທີ່ເຮົາຕ້ອງການຈຳກັດຄົນທີ່ເຮົາເຄີຍເປັນ ຕອນທີ່ໄດ້ໃຊ້ເວລາຮ່ວມກັບອີກຄົນໃຫ້ໝົດໄປ...

ລົມກັນຢູ່ດີໆກະງຽບຫາຍໄປເລີຍ ນີ້ແມ່ນຄົນ ຫຼື ຜີທີ່ມາຫຼອກກັນ?

ຢູ່ໆກໍຫາຍໄປ ຫາຍໄປເລີຍ… ລົມກັນຢູ່ດີໆເປັນຫຍັງເຂົາຈຶ່ງມິດໄປ? ໄປໂດຍທີ່ບໍ່ມີຮອດຄຳບອກກ່າວ ແລະ ບໍ່ບອກເຫດຜົນ? ຕອນທີ່ເລີ່ມລົມກັນໃໝ່ໆ ອີ່ຫຍັງກໍດີໄປໝົດທຸກຢ່າງເບິ່ງຄືວ່າສົດໃສ, ເວົ້າຫຍັງກໍຖືກຄໍປານຮູ້ຈັກກັນມາເປັນສິບໆປີ. ແຕ່ເມື່ອໃດກໍຕາມທີ່ບາງຄົນຮູ້ສຶກໝົດໃຈ ກໍອາດຈະຫາຍໂຕໄປແບບກະທັນຫັນ, ຕິດຕໍ່ຫາກໍບໍ່ຕອບ, ໂທໄປກໍບໍ່ຍອມຮັບສາຍ ຕັດຂາດທຸກຊ່ອງທາງໃນການສື່ສານ ປານວ່າໄດ້ຕາຍໄປຈາກຊີວິດຂອງອີກຄົນໄປແລ້ວ… ນີ້ເວົ້າສະເພາະແຕ່ຄູ່ທີ່ຫາກໍລົມກັນໃດ, ສໍ່ານີ້ກໍຍັງຮູ້ສຶກໃຈຫາຍແລ້ວ ພາສາຫຍັງກັບຄູ່ທີ່ເຖິງຂັ້ນຕົກລົງຄົບຫາກັນແລ້ວ ແຕ່ລະຫວ່າງທີ່ສານສຳພັນກັນນັັ້ນ ຊໍ້າພັດຫາຍໄປແບບໄຮ້ຮ່ອງຮອຍປ່ອຍໃຫ້ອີກຝ່າຍງົງວ່າທີ່ຜ່ານມາເອີ້ນວ່າຫຍັງ. ຍ້ອນຫຍັງ ໝໍນັ້ນ ຫຼື...

ໂສດແລ້ວສຸກໃຈ ໃຜໆກໍແຮັບປີ້ ລວມ 5 ເຫດຜົນທີ່ເຮັດໃຫ້ຄົນໂສດມີຄວາມສຸກ

ຄວາມຝັນຂອງຫຼາຍຄົນຄົງຈະແມ່ນ ຢາກມີແຟນທີ່ດີຈັກຄົນໜຶ່ງໃນຊີວິດ, ແຕ່ເຊື່ອວ່າບໍ່ແມ່ນຄົນໂສດທຸກຄົນທີ່ຈະຄິດແບບນີ້! ສຳລັບບາງຄົນການມີແຟນມັນກໍດີ ແຕ່ບໍ່ມີແຟນຈະດີກວ່າ. ເພາະບາງທີເຮົາຈະມີແຟນໄປເຮັດຫຍັງ?​ ໃນເມື່ອທີ່ເຮົາສາມາດມີຄວາມສຸກໄດ້ດ້ວຍຊີວິດໂສດໆຂອງເຮົາໂດຍບໍ່ຕ້ອງງໍ້ແຟນ, ມື້ນີ້ມ່ວນຈະພາທຸກຄົນມາເບິ່ງກັນວ່າຍ້ອນຫຍັງຄົນເຫຼົ່ານີ້ ຈຶ່ງສາມາດ “Happy” ກັບຊີວິດໂສດຂອງຕົນເອງໄດ້ຂະໜາດນີ້. 1. ມັກໃຊ້ເວລາກັບຕົນເອງຫຼາຍກວ່າ: ເປັນຄຳຕອບຍອດຮິດຂອງຄົນໂສດຫຼາຍໆຄົນເວລາຖືກຖາມວ່າເປັນຫຍັງຄືບໍ່ມີແຟນ? ເພາະບາງຄົນກໍເປັນຄົນໂລກສ່ວນຕົວສູງ ແລະ ບາງຄົນກໍຫວງເວລາກັບພື້ນທີ່ສ່ວນຕົວຂອງຕົນເອງ, ພາຍໃນ 24 ຊົ່ວໂມງຂອງເຂົາເຈົ້າກໍຕ້ອງແບ່ງເວລາໃຫ້ວຽກງານ, ຄອບຄົວ ແລະ ໝູ່ເພື່ອນ...

ຂ້ອຍຫວັງດີຈຶ່ງເຮັດແບບນີ້ ຂໍ້ອ້າງຂອງຄົນທີ່ມີພຶດຕິກຳ Controlling behavior ຖ້າເຈິຄົນແບບນີ້ຄວນເຮັດແນວໃດ?

ຫຼາຍໆຄົນຄົງເຄີຍເຈິສະຖານະການນີ້, ທີ່ມີຍາດພີ່ນ້ອງ ຫຼື ຄົນທີ່ເຈົ້າຮັກມັກມາບອກວ່າປັນຫວ່ງພວກເຈົ້າໃຫ້ຄົນອື່ນຟັງແລ້ວຕັ້ງໃຈຢາກທີ່ຈະຊ່ວຍເຫຼືອ ແລະ ແຕ່ງປັ້ນເລື່ອງລາວໃຫ້ເຈົ້າເສຍຫາຍ, ໂດຍທີ່ບໍ່ມີມູນຄວາມຈິງ (ການນິນທາ ຫຼື ໃສ່ຮ້າຍ) ສ້າງສະຖານະການຄົນໃຈບຸນມີເມດຕາທັງໆທີ່ເຄີຍປະຕິບັດບໍ່ດີໃສ່ເຈົ້າເພື່ອຕ້ອງການດ້ອຍຄ່າໃຫ້ເຈົ້າບໍ່ສາມາດເດີນດ້ວຍຕົນເອງໄດ້ ແລະ ຕ້ອງເພິ່ງພາແຕ່ພວກເຂົາ, ເຊິ່ງພຶດຕິກໍານີ້ມັນບໍ່ກໍ່ປະໂຫຍດຫຍັງຕໍ່ເຈົ້າເລີຍ ແລະ ມັນກຳລັງຈະທໍາລາຍຄວາມໝັ້ນໃຈຂອງເຈົ້າເຮັດໃຫ້ເຈົ້າບໍ່ສາມາດເປັນຕົວຂອງຕົວເອງໄດ້. ການເວົ້າເຖິງເຈົ້າໃນແງ່ລົບເຊັ່ນເວົ້າວ່າ: ເຈົ້າບໍ່ສາມາດດູແລຕົນເອງໄດ້ (ເຖິງແມ່ນວ່າເຈົ້າສາມາດດູແລຕົນເອງໄດ້ດີ), ເຈົ້ານິໄສບໍ່ດີ (ທັງໆທີ່ບໍ່ເຄີຍເຮັດຫຍັງໃສ່ພວກເຂົາເລີຍ) ມັນສະແດງໃຫ້ເຫັນວ່າເຂົາກຳລັງຈະເຮັດໃຫ້ເຈົ້າໝົດຄວາມໝັ້ນໃຈ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.