Highlights
- HORI7ON ລວມໂຕກັນຈາກລາຍການ Dream Maker ແລະ ໄດ້ສ້າງປະຫວັດສາດເປັນວົງບອຍແບນຟີລິບປິນວົງທຳອິດທີ່ເປີດຕົວຢ່າງເປັນທາງການໃນເກົາຫຼີໃຕ້ ພາຍໃຕ້ສັງກັດ MLD Entertainment.
- ເອກະລັກການປະສົມປະສານທາງວັດທະນະທຳທີ່ໂດດເດັ່ນດ້ວຍການຮ້ອງເພງໄດ້ເຖິງ 3 ພາສາ (ຟີລິບປິນ, ອັງກິດ, ເກົາຫຼີ) ແລະ ມີສະໄຕລ໌ດົນຕີທີ່ປະສົມປະສານລະຫວ່າງ P-POP ແລະ K-POP ຢ່າງລົງໂຕຈົນສາມາດຄ້ວາລາງວັນ Global Artist of the Year ມາຄອບຄອງ.
- ພວກເຂົາໄດ້ພິສູດໃຫ້ເຫັນເຖິງຄວາມສາມາດທີ່ຮອບດ້ານຈົນສາມາດຊະນະໃຈຄົນຟັງ ແລະ HORI7ON ຍັງກາຍເປັນສັນຍະລັກທາງວັດທະນະທຳເພງປັອບ (Pop) ຂອງຟີລິບປິນ ທີ່ຊ່ວຍສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງປະເທດນຳອີກ.
Muan Scoop ໄດ້ມີໂອກາດເຂົ້າໄປສ່ອງ Line Up ຂອງສິລະປິນປະເທດຈາກອາຊຽນ ທີ່ໄປສະແດງຢູ່ໃນງານ 2026 ROUND Festival ມາ ເຊິ່ງສິລະປິນແຕ່ລະປະເທດກໍມີເອກະລັກທີ່ໜ້າສົນໃຈຫຼາຍ. ແຕ່ທີ່ຮູ້ສຶກວ່າສະດຸດຕາເປັນພິເສດເລີຍຄື ສິລະປິນກຸ່ມບອຍແບນ (Boy Group) ທີ່ມີຊື່ວ່າ HORI7ON (ອ່ານວ່າ Horizon) ຈາກປະເທດຟີລິບປິນ ທີ່ເປັນເຈົ້າພາບໃນການຈັດງານປີນີ້.
HORI7ON ແມ່ນວົງສິລະປິນກຸ່ມຊາຍຈາກຟີລິບປິນ, ມີສະມາຊິກທັງໝົດ 7 ຄົນ ເຊິ່ງພວກເຂົາໄດ້ລວມໂຕກັນຜ່ານລາຍການແຂ່ງຂັນປະກວດ Dream Maker (2022-2023) ລາຍການຊອກຫາໄອດໍຄັ້ງທຳອິດຂອງຟີລິບປິນ ທີ່ໄດ້ຮັບການຮ່ວມມືກັບຄ່າຍ MLD Entertainment ຈາກເກົາຫຼີໃຕ້.

ລາຍການນີ້ມີຜູ້ສະໝັກຫຼາຍກວ່າ 60 ຄົນ ແລະ ຖືກຄັດເລືອກຈົນເຫຼືອພຽງ 7 ຄົນສຸດທ້າຍ, ພວກເຂົາຕ້ອງໄດ້ເຮັດກິດຈະກຳວົງຮວມກັນ ແລະ ມີເປົ້າໝາຍໃນການເປັນຜູ້ນຳໃນວົງການ P-POP (Philippines Pop) ຮຸ່ນໃໝ່ ແລະ ຈຸດປະສົງທີ່ສຳຄັນອີກໜຶ່ງຄືການເປັນໜຶ່ງໃນກຸ່ມສິລະປິນທີ່ກ້າວເຂົ້າສູ່ລະດັບໂລກ.
ຈຸດເດັ່ນຂອງວົງ HORI7ON
ພວກເຂົາເປັນວົງທີ່ມີຄົບທຸກທັກສະ (Multilingual) ໂດຍສາມາດຮ້ອງ ແລະ ສື່ສານໄດ້ເຖິງ 3 ພາສາຄື: ຟີລິບປິນ (Tagalog), ອັງກິດ ແລະ ເກົາຫຼີ. ດ້ວຍຄວາມພິເສດນີ້, ຈຶ່ງເຮັດໃຫ້ພວກເຂົາເຂົ້າເຖິງຖານແຟນຄລັບໄດ້ຢ່າງກວ້າງຂວາງໃນລະດັບສາກົນ.
ດ້ວຍການສະແດງທີ່ເຕັມໄປດ້ວຍພະລັງ ແລະ ການສື່ສານຜ່ານຜົນງານເພງທີ່ທັນສະໄໝຜ່ານແພລັດຟອມດິຈິຕອນ ຈຶ່ງເຮັດໃຫ້ພວກເຂົາສາມາດຊະນະໃຈຄົນຟັງ ແລະ ຫຼາຍກວ່າການເປັນໄອດໍ, HORI7ON ຍັງກາຍເປັນສັນຍະລັກທາງວັດທະນະທຳເພງປັອບ (Pop) ຂອງຟີລິບປິນ ທີ່ຊ່ວຍສົ່ງເສີມການແລກປ່ຽນວັດທະນະທຳລະຫວ່າງປະເທດນຳອີກ.
ປັດຈຸບັນ, ພວກເຂົາກຳລັງສ້າງຜົນງານຢ່າງຕໍ່ເນື່ອງທັງໃນຟີລິບປິນ ແລະ ເກົາຫຼີໃຕ້ ດ້ວຍເອກະລັກສະເພາະໂຕທີ່ປະສົມປະສານກິ່ນອາຍຂອງ P-POP ແລະ K-POP ເຂົ້ານຳກັນໄດ້ຢ່າງລົງໂຕ.
ສະມາຊິກ ແລະ ຕຳແໜ່ງໃນວົງ HORI7ON
ຊື່ວົງ HORI7ON ໝາຍເຖິງຄວາມຝັນຂອງໜຸ່ມໆທັງ 7 ຄົນ ທີ່ເລີ່ມຕົ້ນຈາກຈຸດດຽວກັນ ແລະ ມຸ່ງໜ້າໄປສູ່ເປົ້າໝາຍດຽວກັນຢູ່ເສັ້ນຂອບຟ້າ ແລະ ສະມາຊິກແຕ່ລະຄົນກໍມີທັກສະທີ່ມີສະເໜ່ໂດດເດັ່ນແຕກຕ່າງກັນໄປ.
ໃນປີ 2023, ພວກເຂົາໄດ້ສ້າງປະຫວັດສາດດ້ວຍການເປັນວົງບອຍແບນຟີລິບປິນວົງທຳອິດ ທີ່ໄດ້ເປີດຕົວ (Debut) ຢ່າງເປັນທາງການຢູ່ປະເທດເກົາຫຼີໃຕ້ ພາຍໃຕ້ຊື່ອາລະບ້ຳ Friend-Ship.

Instagram: ialwaysvinci
Gabriel Vincent Malizon ມີຊື່ໃນວົງການແມ່ນ Vinci Malizon ຫຼື Vinci (ວິນຊີ), ເກີດວັນທີ 11 ມີນາ 2000. Vinci ຮັບໜ້າທີ່ເປັນຫົວໜ້າວົງ ແລະ ຮ້ອງນຳ (Main Vocalist) ທີ່ມີທັກສະການຮ້ອງທີ່ໂດດເດັ່ນ.
ດ້ວຍຄວາມສົນໃຈໃນການຮ້ອງ-ເຕັ້ນມາແຕ່ນ້ອຍ ໄດ້ເຮັດໃຫ້ລາວຮຽນຮູ້ດ້ວຍໂຕເອງກາຍເປັນສິລະປິນໃນປັດຈຸບັນ. ວິນຊີ ຮຽນຈົບວິຊາເອກສິລະປະມັລຕິມີເດຍ (Multimedia Arts) ຈາກວິທະຍາໄລສິລະປະ ແລະ ທຸລະກິດ iAcademy.

Instagram: kimhuatng1702
Kim (ຄິມ) ຫຼື Kim Huat Ng ມີຕຳແໜ່ງໃນວົງຄືຮ້ອງ (Vocalist) ເກີດວັນທີ 17 ກຸມພາ 2002, ມັກກິນປາເຊວມອນ ແລະ ຈຸດທີ່ເປັນສະເໜ່ຂອງ Kim ແມ່ນການທີ່ມີໜ້າຕາຄືເດັກນ້ອຍ (Baby face), ໃນລາຍການ Dream Maker ລາວຍັງຖືວ່າເປັນເດັກຝຶກທີ່ມີທັກສະຫຼາຍ ແລະ ເກັ່ງ ເພາະໄດ້ຢູ່ Top Class.

Instagram: im._.kylerrrr
Kenji Chua ຫຼື ຊື່ໃນວົງການຄື Kyler (ໄຄເລີ) ເກີດວັນທີ 6 ກໍລະກົດ 2002 ເປັນລູກຊອດຟິລິບປິນ ແລະ ຈີນ, ກຳລັງສຶກສາໃນສາຂາບໍລິຫານໂຮງແຮມ ແລະ ຮ້ານອາຫານ. ໃນວົງ Kyler ຮັບຕຳແໜ່ງເປັນພາບລັກຂອງວົງ (Visual) ແລະ ຮ້ອງ (Vocalist).

Instagram: reysteryton_
Reyster Yton ຫຼື Reyster (ເຣສເຕີ) ເກີດວັນທີ 8 ກຸມພາ 2003. ລາວແມ່ນແຣັບເປີ (Main Rapper) ປະຈຳວົງ. Reyster ຍັງເປັນແຟນໂຕຍົງຂອງ K-Pop ແຖມຍັງເປັນຄົນທີ່ມີຄວາມສົນໃຈໃນສິລະປະ, ເຄື່ອງຫຼິ້ນດົນຕີ ແລະ ການຖ່າຍຮູບ ເປັນພິເສດ.

Instagram: _winstonpineda
Winston Pineda ຫຼື Winston (ວິນສະຕັນ) ເກີດວັນທີ 2 ກຸມພາ 2005 ຮັບໜ້າທີ່ໃນຕຳແໜ່ງຮ້ອງ (Vocalist). Winston ມັກຟັງສຽງຝົນໃນຂະນະທີ່ນອນຫຼັບ, ເປັນຄົນທີ່ມີສະເໜ່ທີ່ຮອຍຍິ້ມ, ມີຄວາມສາມາດອ່ານ ແລະ ຂຽນພາສາເກົາຫຼີໄດ້.

Instagram: _jeromymelendresbatac
Jeromy Melendres Bat ຫຼື Jeromy (ເຈໂຣມີ) ເກີດວັນທີ 1 ກຸມພາ 2009 ຮັບໜ້າທີ່ເປັນຕຳແໜ່ງເຕັ້ນ (Main Dancer) ໃນວົງ. Jeromy ຖືວ່າເປັນເດັກນ້ອຍທີ່ມີພອນສະຫວັນ ເພາະຕອນອາຍຸ 5 ປີ ກໍເລີ່ມລົງແຂ່ງຂັນເຮັດການສະແດງ ແລະ ກວດລາງວັນມາຫຼາກຫຼາຍ ເຊິ່ງໃນລາຍການ Dream Maker ລາວກໍໄດ້ອັນດັບ 1 ໃນຕອນຈົບລາຍການ.

Instagram: marcuscabais_
ມາເຖິງສະມາຊິກຄົນສຸດທ້າຍ Marcus Rayden Cabais ຫຼື Marcus (ມາຄັສ) ນ້ອງຫຼ້າ (Maknae) ຂອງວົງ ແລະ ຍັງຮັບໜ້າທີ່ເປັນຮ້ອງນຳ (Vocalist), ມີຄວາມສາມາດຫຼິ້ນດົນຕີໄດ້ຫຼາຍຊະນິດບໍ່ວ່າຈະເປັນກອງ, ອູກູເລ່ເລ່ ແລະ ຄີບອດ ເຊິ່ງເວລາວ່າງກໍມັກຫຼິ້ນເປຍໂນ ແລະ ສ້າງເພງ (Produce).
ຜົນງານທີ່ຜ່ານມາ
- ໃນປີ 2023, ພວກເຂົາຍັງໄດ້ພິສູດຄວາມສາມາດດ້ວຍການຄ້ວາລາງວັນ Global Artist of the Year ຈາກ Philippine Pop Awards. ໃນປີດຽວກັນ, ພວກເຂົາຍັງໄດ້ຮັບລາງວັນ Focus Award (ສາຂາດົນຕີ) ຈາກງານ Asia Artist Awards (AAA) 2023.
- ໃນຕົ້ນປີ 2024, ພວກເຂົາສ້າງປະຫວັດສາດເປັນສິລະປິນຟີລິບປິນວົງທຳອິດທີ່ໄດ້ຂຶ້ນສະແດງໃນພິທີເປີດງານ 2024 Winter Youth Olympics (Gangwon) ຢູ່ປະເທດເກົາຫຼີໃຕ້.
- ນອກຈາກ Six7een ທີ່ເປັນເພງເດບິວແລ້ວ, ພວກເຂົາຍັງມີເພງທີ່ມ່ວນຕິດຫູອີກຫຼາຍເພງຄື DASH, Salamat (ທີ່ແປວ່າ ຂອບໃຈ ໃນພາສາຟີລິບປິນ) ແລະ ຜົນງານລ່າສຸດໃນປີ 2026 ຄືເພງ Lunod.
ເພງ Debut: HORI7ON(호라이즌) ‘SIX7EEN’