ເປັນກະແສເດັດມາແຮງທີ່ຈະບໍ່ເວົ້າເຖິງບໍ່ໄດ້ເລີຍກັບສາລະຄະດີຊຸດ “Spy in the Wild ຫຼື ສັດສາຍລັບ” ທີ່ຊາວໂຊຊ້ຽວຕິດກັນສຸດໆ, ເຊິ່ງນີ້ແມ່ນຜົນງານຂອງ BBC Natural History Unit ຮ່ວມກັບ John Downer Productions ແລະ PBS ເຊິ່ງເປີດຕົວຄັ້ງທຳອິດໃນປີ 2017 ແລະ ມີຊີຊັ່ນທີ່ສອງໃນປີ 2020.
ສາລະຄະດີນີ້ມີຄວາມໂດດເດັ່ນຫຼາຍ ແລະ ມີເນື້ອຫາໜ້າສົນໃຈ, ດ້ວຍການໃຊ້ຫຸ່ນຍົນສັດ (animatronics) ທີ່ມີຮູບລັກສະນະ ແລະ ພຶດຕິກຳຄືສັດແທ້ໆ, ພ້ອມກັບກ້ອງທີ່ເຊື່ອງໄວ້ພາຍໃນ.

ສາລະຄະດີ “Spy in the Wild” ແມ່ນໄດ້ສ້າງຫຸ່ນຍົນສັດຈຳນວນຫຼາຍເພື່ອແຝງຕົວເຂົ້າໄປໃນໂລກຂອງສັດປ່າຫຼາກຫຼາຍຊະນິດ, ຫຸ່ນຍົນເຫຼົ່ານີ້ຖືກອອກແບບໃຫ້ຄ້າຍຄືສັດຈິງທັງຮູບຮ່າງ, ການເຄື່ອນໄຫວ, ສາມາດຍ່າງ, ແລ່ນ, ລອຍນ້ຳ, ບິນໄດ້ ແລະ ໃຊ້ສຽງ ເພື່ອຮຽນແບບຕາມລັກສະນະຂອງສັດຊະນິດຕ່າງໆເພື່ອບໍ່ໃຫ້ສັດສົງໄສ ແລະ ການແຝງຕົວນີ້ກໍຊ່ວຍໃຫ້ສາມາດບັນທຶກພຶດຕິກຳຕາມທຳມະຊາດຂອງສັດທີ່ບໍ່ສາມາດຖ່າຍທຳດ້ວຍວິທີປົກກະຕິໄດ້.

ສາລະຄະດີນີ້ບໍ່ພຽງແຕ່ໃຫ້ຄວາມຮູ້ເລື່ອງພຶດຕິກຳສັດ ແລະ ທຳມະຊາດ ແຕ່ຍັງເຮັດຕື່ນເຕັ້ນຈາກການທີ່ພວກເຮົາໄດ້ເຫັນຊີວິດຂອງສັດແບບໃກ້ຊິດທີ່ບໍ່ເຄີຍເຫັນຈາກໃສມາກ່ອນ ຫຼື ຈາກກ້ອງທົ່ວໄປ. ມ່ວນເລີຍນຳມາແຊຣ໌ໃຫ້ທຸກຄົນໄດ້ລອງເບິ່ງກັນ ບາງພຶດຕິກຳຂອງສັດສາຍລັບທີ່ຮຽນແບບສັດອື່ນໆມາກໍຖືວ່າຕະຫຼົກສຸດຮາເລີຍ ແລະ ອົດຄິດບໍ່ໄດ້ວ່າ “ພວກມັນເຮັດໄປເພື່ອຫຍັງ?”.
ເບິ່ງໄດ້ທີ່ YouTube ຊ່ອງ
1. ຊ່ອງ BBC Earth – ພາສາອັງກິດ
2. ຊ່ອງ Nature on PBS – ພາສາອັງກິດ
3. ຊ່ອງ John Downer Productions – ພາສາອັງກິດ
4. ຊ່ອງ Thai PBS – ພາສາໄທ
ໂດຍ: ທິມບັນນາທິການ Muan