ສາວລາວ ເປຍໂນ Fizche ສະແດງເປັນນາງເອກໜັງໄທປະກົບຄູ່ ເດັ່ນຄຸນ ໃນ “ກະເທຍໄທບ້ານ ໄວຣັສລ້າງໂລກ”

ແບ່ງປັນ

ສາວລາວ ເປຍໂນ Fizche ສະແດງເປັນນາງເອກໜັງໄທປະກົບຄູ່ ເດັ່ນຄຸນ ໃນ “ກະເທຍໄທບ້ານ ໄວຣັສລ້າງໂລກ”

07 October 2026● 6

ຖ້າທຸກຄົນກຳລັງຊອກຫາໜັງທີ່ຈະເຮັດໃຫ້ໄດ້ຫົວຈົນເຈັບທ້ອງ ແຕ່ກໍມີການຊອດແສກເລື່ອງລາວຊຶ້ງໆໄວ້ຈົນເຮັດໃຫ້ເຮົາອາດນ້ຳຕາຊຶມໄດ້ ມ່ວນຊວນເບິ່ງ ບອກເລີຍວ່າຕ້ອງບໍ່ພາດເລື່ອງນີ້ເລີຍ ກະເທຍໄທບ້ານ ໄວຣັສລ້າງໂລກ (กะเทยไทบ้าน ไวรัสล้างโลก) ເປັນໜັງແນວ Comedy ແລະ Drama ທີ່ຈະເຮັດໃຫ້ທຸກຄົນສຳຜັດກັບຄວາມຮູ້ສຶກທີ່ຄົບທຸກລົດຊາດ.

ລອງຄິດເບິ່ງວ່າ ຖ້າມື້ໜຶ່ງມີໄວຣັສແປກໆລະບາດ ແລ້ວຜູ້ຊາຍຄົນໃດຕິດເຊື້ອກໍຈະກາຍເປັນກະເທຍໄປຕະຫຼອດຊີວິດມັນຈະເປັນແນວໃດ ແນ່ນອນວ່າຫາຍະນະກຳລັງເກີດຂຶ້ນ, ມັນເປັນຄວາມວຸ່ນວາຍລະດັບໂລກ ເມື່ອຜູ້ຊາຍແທ້ກຳລັງຈະສູນພັນໄປຈາກໂລກໜ່ວຍນີ້.

ຄວາມຫວັງດຽວທີ່ເຫຼືອຢູ່ກໍຄື ຄູທົດ (ຮັບບົດໂດຍ ເດັ່ນຄຸນ ງາມເນດ) ຜູ້ຊາຍແທ້ຄົນສຸດທ້າຍຂອງໂລກ ເຮັດໃຫ້ກຸ່ມ ກະເທຍໄທບ້ານ ຕ້ອງລວມໂຕກັນອອກມາປົກປ້ອງຊາຍແທ້ຄົນນີ້ໄວ້ດ້ວຍຊີວິດ ເພື່ອບໍ່ໃຫ້ສາຍພັນຜູ້ຊາຍດັບສູນ.

ເລື່ອງນີ້ຄືພິກຄວາມເຂັ້ມຂຸ້ນໄປອີກ, ເມື່ອໄດ້ ເປຍໂນ ສຸກສະຫວັນ ຫຼື ເປຍໂນ Fizche ນັກຮ້ອງສາວງາມຈາກວົງເກີລກຣຸບຂອງລາວເຮົາ ມາຮັບບົດເປັນ ຄູພິມພາ ນາງເອກຂອງເລື່ອງ ເຊິ່ງເປັນຄູສາວຮຽບຮ້ອຍ, ເວົ້າໜ້ອຍ ແຕ່ໃຊ້ແວວຕາ ແລະ ສີໜ້າສື່ອາລົມໄດ້ດີສຸດໆ.

ໜັງເລື່ອງນີ້ບໍ່ໄດ້ມີດີແຕ່ຄວາມຮາຢ່າງດຽວໃດທຸກຄົນ ເພາະຜູ້ກຳກັບກໍຈັດເຕັມທຸກລົດຊາດ ແຝງເລື່ອງລາວຄວາມຮັກ, ຄວາມຝັນ, ການຕໍ່ສູ້ຂອງໄວຮຸ່ນ ແລະ ມຸມມອງຂອງຄອບຄົວ LGBTQ+ ໄວ້ຢ່າງລົງໂຕ. ມັນເປັນໜັງທີ່ຈະເຮັດໃຫ້ເຮົາຫົວໄປນຳ ນ້ຳຕາຊຶມໄປນຳ ແລະ ອິນໄປກັບຄວາມຮັກຄວາມຫວັງຂອງຕົວລະຄອນ.

ມ່ວນຊວນເບິ່ງ ເຫັນວ່າມີຕົວຢ່າງໜັງກັບມື້ສາຍກໍປ່ອຍອອກມາແລ້ວ ເປັນອີກໜຶ່ງເລື່ອງທີ່ບອກໄດ້ເລີຍວ່າ ຕ້ອງຟ້າວນັດໝູ່ໄປເບິ່ງໃນໂຮງໃຫ້ໄດ້, ຮັບຮອງວ່າຄຸ້ມຄ່າ ແລະ ໄດ້ຮອຍຍິ້ມກັບບ້ານແນ່ນອນ.

ອ່ານຕື່ມ:  ຈາກໄອດໍ້ສູ່ນາງເອກເຕັມຕົວ ເປຍໂນ Fizche ກັບຜົນງານໜັງໄທເລື່ອງທຳອິດຄູ່ກັບ ເດັ່ນຄຸນ ງາມເນດ

ເບິ່ງພ້ອມກັນ, ວັນທີ 5 ພະຈິກ 2026 ທີ່ Major Laos.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.