ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຕົກຂຸມຮັກເຈົ້າອີກຄັ້ງແລ້ວ ຟັງເພງຊິລໆສະໄຕລ໌ Pop Indie ເພງ “Don’t Be Shy” ຮ້ອງໂດຍ Chris
Muan Listen - ມ່ວນຊວນຟັງ

ຕົກຂຸມຮັກເຈົ້າອີກຄັ້ງແລ້ວ ຟັງເພງຊິລໆສະໄຕລ໌ Pop Indie ເພງ “Don’t Be Shy” ຮ້ອງໂດຍ Chris

ແບ່ງປັນ

ມື້ນີ້ມ່ວນຈະມາຊວນທຸກຄົນມາຟັງເພງ “ຮັກກະບອກ ຫຼື Don’t Be Shy” ຈາກສິລະປິນ Christopher Khounthong ດ້ວຍສຽງຮ້ອງທີ່ມີເອກະລັກທຸ້ມຕໍ່ານຸ້ມ, ປະກອບກັບແນວເພງສະໄຕລ໌ Pop indie ທີ່ຟັງໄດ້ສະບາຍໆ, ຟັງງ່າຍຈະເປີດຟັງຕອນໃດກໍໄດ້ເລີຍແອັດແນະນຳ.

“ບອກກັບເຈົ້າໃຫ້ຮູ້ ຄວາມຈິງຈາກໃຈ Cause I’m falling love again”

ເນື້ອຫາຂອງເພງກໍແມ່ນໄດ້ເວົ້າເຖິງການຕົກຂຸມຮັກຜູ້ຍິງຄົນໜຶ່ງຊ້ຳໆ , ຫຼົງຮັກຢູ່ບ່ອນນີ້ຈະບໍ່ໄປໃສ ກໍຄົນມັນຮັກບໍ່ຕ້ອງອາຍດອກ. ວ່າຊັ້ນ! ແອັດຟັງກະຈົນເຂີນຕາມໂລດ.

ພາບໂດຍລວມຄືບັນຍາກາດໃນເອັມວີນັ້ນຄືຫວານລະມຸນອົບອຸ່ນໄປດ້ວຍຄວາມຮັກສຸດໆເລີຍ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຄວາມຮັກທີ່ມີໃຫ້ເຈົ້າ ຢາກໃຫ້ເຮົາເປັນຫຼາຍກວ່າໝູ່ ຟັງເພງ "ເປັນໄປໄດ້ບໍ" ຈາກ Napha Yaganagi
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໃຜວ່າຮິບຮັອບ ແລະ ໝໍລຳບໍ່ເຂົ້າກັນ? MAO MUN ປ່ອຍຂອງໃນເພງ ໝໍລຳໃຫຍ່ ຈັດເຕັມຄວາມມັນແຣັບແບບລາວ

ໃຜວ່າຮິບຮັອບກັບໝໍລຳໄປນຳກັນບໍ່ໄດ້? ມາຟັງເພງນີ້ກ່ອນ! "ໝໍລຳໃຫຍ່" ຈາກ MAO MUN ບອກເລີຍວ່າໂຄດສຸດ! ຈັງຫວະແໜ້ນໆບວກກັບຄວາມເປັນໝໍລຳແບບລາວໆຄືກົມກ່ອມສຸດໆ. ຕອນນີ້ປ່ອຍແລ້ວເດີທັງເວີຊັນ Official ແລະ Live...

ຖ້າຟັງ ຮັກຕ້ອງໃຊ້ເວລາ ເພງເກົ່າເລົ່າໃໝ່ຈາກ Aluna Project

ກັບມາຕາມຄວາມຮຽກຮ້ອງສິລະປິນ Diva ຢ່າງ Aluna ກຽມປ່ອຍເພງຮິດໃນຕຳນານ "ຮັກຕ້ອງໃຊ້ເວລາ" ເວີຊັນ 2026 ເພື່ອພາແຟນໆຫວນຄືນບັນຍາກາດຄວາມຫຼັງຈາກປີ 2007

ຟັງ ຍັງຄິດຮອດຢູ່ເດີ້ ຈາກ vvvvanno ຂໍ້ຄວາມຈາກຮັກເກົ່າ ເຖິງເຈົ້າທີ່ເລີ່ມຕົ້ນໃໝ່ແລ້ວ

ໃນວົງຈອນຂອງຄວາມຮັກ, ການມູຟອອນ (Move on) ບໍ່ໄດ້ແປວ່າເຮົາຈະສາມາດລົບທຸກຢ່າງຖິ້ມໄປໄດ້ທັງໝົດ ແຕ່ມັນຄືການເກັບທຸກຄວາມຊົງຈຳໄວ້ເລີກໃນໃຈ ແລະ ເພງ "ດີໃຈນຳເດີ້" ຈາກ vvvvanno ຖືເປັນຕົວແທນຂອງຄວາມຮູ້ສຶກໃນມຸມຂອງຄວາມຮັກທີ່ເຈັບປວດ...

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.