ລຳດັບຕໍ່ໄປຂໍເຊີນຮັບຟັງ ລຳໃຕ້ ໃນ GTA VI

ແບ່ງປັນ

ລຳດັບຕໍ່ໄປຂໍເຊີນຮັບຟັງ ລຳໃຕ້ ໃນ GTA VI

19 November 2026● 12
✦ AI Summarized

Key Takeaways:

  • ມີຄົນພົບເຫັນສຽງລຳໃຕ້ຂອງລາວ ດັງອອກມາຈາກວິທະຍຸໃນເກມ GTA VI ທີ່ຫາກໍ່ປ່ອຍອອກມາ.
  • ເພງດັ່ງກ່າວມີຊື່ວ່າ Si Phan Don Lovers Rock ໂດຍເປັນການຮ່ວມມືລະຫວ່າງກຸ່ມດົນຕີ Srirajah Sound System ຈາກໄທ ແລະ ໝໍລຳຈາກແຂວງຈຳປາສັກ ປະເທດລາວ.
  • ລຳໃຕ້ແມ່ນສຳນຽງການລຳຂອງຄົນລາວພາກໃຕ້ ທີ່ມີເອກະລັກໃນການໃຊ້ແຄນ ແລະ ການດົ້ນກອນສົດ.
  • ເນື້ອເພງແມ່ນໃຊ້ກອນກ້ຽວທີ່ເວົ້າເລື່ອງຄວາມຮັກ ເຊິ່ງເຂົ້າກັນໄດ້ດີກັບດົນຕີ Reggae ແນວ Lovers rock.
  • ກ່ອນຈະມາຮອດ GTA VI ເພງນີ້ເຄີຍຖືກລວມຢູ່ໃນອາລະບຳຂອງຄ້າຍເພງໃນປະເທດອັງກິດມາແລ້ວ.

ເກມ GTA VI ປ່ອຍອອກມາແລ້ວ ເຊິ່ງເປັນເກມທີ່ທົ່ວໂລກລໍຖ້າມື້ນີ້ມາ 13 ປີ ນັບແຕ່ GTA V ອອກໃນປີ 2013. ແຕ່ສຳລັບຄົນລາວ ມື້ທຳອິດຂອງເກມກໍມີເລື່ອງພິເສດແລ້ວ ເພາະມີຄົນໄດ້ຍິນສຽງລຳໃຕ້ທີ່ຂັບຮ້ອງໂດຍໝໍລຳຈາກລາວ ດັງອອກມາຈາກວິທະຍຸໃນເກມ.

ທີມມ່ວນຈະພາທຸກຄົນໄປຮູ້ຈັກວ່າ ເພງນັ້ນແມ່ນເພງຫຍັງ ໃຜເປັນຄົນເຮັດ, ລຳໃຕ້ທີ່ຢູ່ໃນເພງເປັນແນວໃດ ແລະ ເປັນຫຍັງການໄດ້ເຂົ້າໄປຢູ່ໃນ GTA ຈຶ່ງເປັນເລື່ອງໃຫຍ່.

ຜູ້ໃຊ້ເຟສບຸກຊື່ Ken Kantaphon ໂພສໃນກຸ່ມ PS5 PS4 Thailand & Marketplace ຫຼັງຈາກໄດ້ຫຼິ້ນ GTA VI ແລະອນຳມາໂພສເລົ່າສູ່ຟັງເມື່ອໄດ້ຍິນເພງນີ້.

ຄົນລາວທີ່ເຫັນໂພສນີ້ ຄົງຮູ້ທັນທີວ່າ ນີ້ແມ່ນສຽງລຳໃຕ້. ທີມມ່ວນເລີຍຕາມຫາຕໍ່ ແລະ ພົບວ່າ ສຽງທີ່ຄຸ້ນຫູນັ້ນ ເປັນລຳໃຕ້ແທ້ໆ ແຕ່ຫຼິ້ນກັບດົນຕີທີ່ເຮັດຂຶ້ນໃໝ່.

ເພງນີ້ຄື “Si Phan Don Lovers Rock”

ເພງນີ້ຜະລິດໂດຍ Srirajah Sound System ກຸ່ມດົນຕີ reggae ຈາກເມືອງສີລາຊາ ຈັງຫວັດຊົນບຸລີ ປະເທດໄທ ທີ່ເຮັດເພງມາຕັ້ງແຕ່ປີ 2012. ເພງນີ້ເຂົາເຈົ້າບໍ່ໄດ້ເຮັດຜູ້ດຽວ ແຕ່ຮ່ວມມືກັບໝໍລຳຝັ່ງລາວ. ຜູ້ຂັບລຳແມ່ນ ໝໍລຳ ອິນແຕ່ງ ແກ້ວບົວລາ ແລະ ຜູ້ແຕ່ງເພງແມ່ນ ໝໍລຳ ບຸນທອງ ແກ້ວບົວລາ ທັງສອງທ່ານເປັນໝໍລຳຊື່ດັງຈາກຄະນະດອກຟ້າ ເພັດໂພນທອງ ແຂວງຈຳປາສັກ ລວມເຖິງທີມງານຈາກຝັ່ງລາວອີກຫຼາຍຄົນ

ໃນ MV ຈະເຫັນພາບແມ່ນ້ຳຂອງ ທີ່ຂຶ້ນຊື່ “SI PHAN DON” ຕັ້ງແຕ່ວິນາທີທຳອິດ, ມີເດັກນ້ອຍເປົ່າແຄນ ແລະ ໝໍລຳອິນແຕ່ງ ນຸ່ງຊຸດລາວ ລຳຢູ່ບ້ານເກີດໃນແຂວງຈຳປາສັກ.

ເພງອອກມາຄັ້ງທຳອິດເປັນແຜ່ນສຽງ 7 ນິ້ວ ເມື່ອວັນທີ 15 ພະຈິກ 2021. ອີກໜ້າໜຶ່ງຂອງແຜ່ນເປັນເວີຊັນ dub. ຮອດປີ 2024 ເພງນີ້ຍັງຖືກເລືອກໄປໃສ່ໃນອາລະບຳລວມເພງ TANGENT ຂອງຄ້າຍ Mr Bongo ຈາກອັງກິດ. ໝາຍຄວາມວ່າ ເພງນີ້ມີຄົນຟັງຢູ່ຕ່າງປະເທດມາກ່ອນທີ່ຈະໄປຮອດ GTA.

ລຳໃຕ້ ແລະ ສີພັນດອນ ແມ່ນຫຍັງ?

ລຳໃຕ້ ເປັນຊື່ທີ່ໃຊ້ເອີ້ນລຳຂອງຄົນລາວພາກໃຕ້. ລຳໃຕ້ໃຊ້ແຄນ ກັບ ສຽງໝໍລຳເປັນຫຼັກ ແລະ ລຳດ້ວຍສຳນຽງລາວໃຕ້. ຊື່ເພງ “Si Phan Don” ມາຈາກ ສີພັນດອນ ຫຼື ສີ່ພັນດອນ ກຸ່ມດອນກາງແມ່ນ້ຳຂອງ ຢູ່ທາງໃຕ້ສຸດຂອງແຂວງຈຳປາສັກ. ບ່ອນນີ້ຍັງເປັນບ້ານເກີດຂອງ “ລຳສີພັນດອນ” ລຳໃຕ້ແບບໜຶ່ງທີ່ຄົນຈຳປາສັກຟັງມາແຕ່ດົນ.

ສິ່ງທີ່ເຮັດໃຫ້ລຳໃຕ້ມີສະເໜ່ ແມ່ນໝໍລຳບໍ່ພຽງແຕ່ລຳຕາມກອນທີ່ຈື່ໄວ້ເທົ່ານັ້ນ ແຕ່ຕ້ອງດົ້ນກອນສົດໆໃຫ້ໄດ້ນຳ. ສະໄໝກ່ອນ ຄົນລາວມັກໄປຟັງການປະທະລຳກັນ ທີ່ໝໍລຳສອງຝ່າຍລຳໂຕ້ຕອບກັນສົດໆ. ຖ້າຈະທຽບໃຫ້ເຫັນພາບ ກໍຄ້າຍ freestyle rap battle ຂອງຍຸກນີ້.

ກອນທີ່ໃຊ້ໃນເພງນີ້ເປັນ “ກອນກ້ຽວ”. ໝໍລຳຍິງລຳບອກຄວາມໃນໃຈແກ່ຝ່າຍຊາຍ ທັງຍ້ອງ, ທັງຖ່ອມຕົວ ແລະ ທັງຢອກຫຼິ້ນ. ມີວັກໜຶ່ງທີ່ໃຊ້ສຳນວນເກົ່າ “ຂຽງບໍ່ສົມພ້າ ປູປາບໍ່ສົມຫຼີ່” ໝາຍຄວາມວ່າ ຢ້ານວ່າຕົວເອງບໍ່ຄູ່ຄວນກັບຄົນທີ່ຮັກ.

ພໍຮູ້ວ່າເນື້ອເພງເປັນເລື່ອງຄວາມຮັກ ກໍຈະເຂົ້າໃຈວ່າເປັນຫຍັງມັນເຂົ້າກັນກັບດົນຕີ reggae ໄດ້ດີ.

ລຳ + lovers rock ເປັນຫຍັງຈຶ່ງເຂົ້າກັນ?

Lovers rock ແມ່ນ reggae ສາຍຫວານ ທີ່ເກີດຢູ່ລອນດອນ ຊ່ວງປີ 1970 ແລະ ເພງສ່ວນຫຼາຍກ່ຽວກັບເລື່ອງຄວາມຮັກ. ກອນກ້ຽວຂອງລຳໃຕ້ ກໍກ່ຽວກັບເລື່ອງຄວາມຮັກຄືກັນ. ພໍເອົາສຽງລຳໄປໃສ່ກັບຈັງຫວະ reggae ຊ້າໆ ສອງແນວນີ້ຈຶ່ງບໍ່ຂັດກັນເລີຍ.

ແລະ ເພງທີ່ເຂົ້າກັນແບບນີ້ ກໍໄປໄດ້ໄກກວ່າທີ່ຫຼາຍຄົນຄິດ ເພາະມັນໄປໂຜ່ຢູ່ໃນເກມທີ່ໃຫຍ່ທີ່ສຸດຂອງປີ.

GTA V ເປັນເກມຈາກ Rockstar Games ທີ່ຂາຍດີທີ່ສຸດໃນປະຫວັດສາດ. ສະນັ້ນ GTA VI ຈຶ່ງເປັນເກມທີ່ຄົນລໍຖ້າຫຼາຍທີ່ສຸດ ແລະ ຍັງຖືກເລື່ອນວັນອອກມາແລ້ວ 2 ເທື່ອ ກ່ອນຈະມາອອກມື້ນີ້. ພາກນີ້ພາຜູ້ຫຼິ້ນກັບໄປ Vice City ໃນລັດ Leonida ທີ່ສ້າງຂຶ້ນຈາກລັດ Florida ຂອງອາເມລິກາ. ຕົວເອກມີ 2 ຄົນ ຄື Lucia ແລະ Jason. ຕອນນີ້ຫຼິ້ນໄດ້ຢູ່ PS5 ແລະ Xbox Series X|S.

ຄົນທີ່ເຄີຍຫຼິ້ນ GTA ຈະຮູ້ວ່າ ວິທະຍຸໃນລົດເປັນຫົວໃຈຂອງເກມຊຸດນີ້. ຫຼາຍຄົນຮູ້ຈັກເພງໃໝ່ໆ ຍ້ອນໄດ້ຍິນໃນລົດ ຕອນຂັບວົນໄປມາໃນເມືອງ. ເພງໃດໄດ້ເຂົ້າໄປ ກໍຈະມີຄົນຫຼາຍລ້ານຄົນໄດ້ຍິນ ໂດຍທີ່ບໍ່ໄດ້ຕັ້ງໃຈໄປຫາຟັງ.

ລອງນັບເບິ່ງວ່າເພງນີ້ໄປມາຮອດໃສແດ່: ລຳໃຕ້ຈາກຈຳປາສັກ ຖືກໝໍລຳລາວເອົາໄປລຳກັບກຸ່ມດົນຕີ reggae ຢູ່ສີລາຊາ, ອອກເປັນແຜ່ນສຽງ, ໄປຮອດອັງກິດ ແລະ ມື້ນີ້ໄປດັງຢູ່ໃນວິທະຍຸຂອງເກມທີ່ຄົນທົ່ວໂລກກຳລັງຫຼິ້ນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.