ລອງຫຼັບຕາແລ້ວຈິນຕະນາການເບິ່ງວ່າ ຈະເກີດຫຍັງຂຶ້ນເມື່ອສາຍນ້ຳຂອງທີ່ໄຫຼເອື່ອຍໆຜ່ານໝູ່ເກາະ “ສີພັນດອນ” (The Four Thousand Islands) ທາງພາກໃຕ້ຂອງລາວ ໄດ້ໄຫຼລ່ອງໄປບັນຈົບກັບຄື້ນທະເລອັນອົບອຸ່ນຂອງແນວດົນຕີ “Lovers Rock” ທີ່ມີຮາກຖານຈາກຊຸມຊົນຊາວທະເລຄາຣິບບຽນ-ຈາໄມກາ ແລະ ຖືກບົ່ມເພາະຈົນເຕີບໃຫຍ່ໃນນະຄອນຫຼວງລອນດອນ ປະເທດອັງກິດ ໃນຊຸມປີ 1970-1980 ກ່ອນຈະເດີນທາງຂ້າມກາລະເວລາມາສູ່ປີ 2026 ໃນເກມທີ່ຍິ່ງໃຫຍ່ທີ່ສຸດໃນໂລກ, Grand Theft Auto VI (GTA VI).
ຟັງຜິວເຜີນ ທັງສອງສິ່ງນີ້ອາດເບິ່ງຄືວ່າຢູ່ກັນຄົນລະຂົ້ວໂລກ ທັງພູມສາດ ພາສາ ແລະ ປະຫວັດສາດ.
ແຕ່ທັນທີທີ່ສຽງດົນຕີຂອງຜົນງານ SI PHAN DON LOVERS ROCK Feat. Molam Inteng Keawbuala ດັງຂຶ້ນ ກຳແພງທີ່ເຮົາເຄີຍຄິດວ່າຂວາງກັ້ນລະຫວ່າງ “ຄວາມເປັນລາວດັ້ງເດີມ” ກັບ “ດົນຕີສາກົນ” ກັບມຸ່ນມະລາຍລົງ. ການເອົາດົນຕີສອງແນວມາປະສົມກັນເພື່ອຄວາມແປກໃໝ່
ຄືບົດພິສູດວ່າ ຈິດວິນຍານຂອງມະນຸດເຮົານັ້ນເຊື່ອມໂຍງກັນໄດ້.
ເມື່ອຈັງຫວະຂອງສາຍນ້ຳຂອງ ໂຄຈອນມາພົບກັບ Reggae ສາຍຫວານ
ຫຼາຍຄົນເມື່ອໄດ້ຍິນຄຳວ່າ “Reggae” ມັກຈະນຶກເຖິງພາບຂອງຊາວຜິວເຂັ້ມຜົມຍາວມາກັບເສື້ອສາມສີ Bob Marley
ຈັງຫວະເພງທີ່ໜັກແໜ້ນ ແລະ ເນື້ອຫາທີ່ຕໍ່ສູ້ເພື່ອສັງຄົມ.
ແຕ່ Lovers Rock ຄືແນວເພງຍ່ອຍທີ່ນຸ້ມນວນ ແລະ ໂຣແມນຕິກທີ່ສຸດຂອງ Reggae.
ມັນຄືການເອົາຈັງຫວະ One Drop ແລະ ສຽງເບສທີ່ອົບອຸ່ນຂອງຈາໄມກາ ມາຫຼອມລວມກັບຄວາມຫວານຊຶ້ງຂອງດົນຕີ Soul ແລະ R&B. ຈຸດເດັ່ນຂອງມັນຄື “ພື້ນທີ່ວ່າງ” (Space) ໃນດົນຕີທີ່ບໍ່ຟ້າວຟັ່ງ ປ່ອຍໃຫ້ທຸກເມໂລດີໄດ້ຫາຍໃຈ ແລະ ໂອບກອດຄວາມຮູ້ສຶກຂອງຄົນຟັງ.
ໃນຂະນະດຽວກັນ ຖ້າເຮົາຫັນກັບມາເບິ່ງ ລຳໃຕ້ ໂດຍສະເພາະທຳນອງຂອງສີທັນດອນ ຫຼື ສີພັນດອນ
ຈຸດເດັ່ນທີ່ສຸດຄືຄວາມລ່ອງລອຍ ແລະ ມີສະເໜ່ແບບຄົນໃນລຸ່ມແມ່ນ້ຳຂອງ.
ຈັງຫວະຂອງລຳໃຕ້ບໍ່ໄດ້ເລັ່ງຟ້າວຟັ່ງໃຫ້ຄົນລຸກຂຶ້ນມາເຕັ້ນຢ່າງເມົາມັນ
ແຕ່ມັນຄືການຊວນໃຫ້ຄົນຟັງຄ່ອຍໆໂຍກຍ້າຍໄປຕາມກະແສນ້ຳທີ່ເຊາະແຄມດອນ.
ເມື່ອທັງສອງຈິດວິນຍານນີ້ມາພົບກັນ ໃນຈັງຫວະຄວາມໄວທີ່ໃກ້ຄຽງກັນປະມານ 75-85 BPM
ສຽງກີຕາ Skank ທີ່ດີດຂັດຈັງຫວະຂອງ Lovers Rock ກັບສອດຮັບກັບສຽງແຄນ ແລະ ສຽງລຳໄດ້ຢ່າງໜ້າອັດສະຈັນ.
ຊ່ອງວ່າງຂອງດົນຕີ Reggae ກາຍເປັນພື້ນທີ່ທີ່ງົດງາມ ທີ່ປ່ອຍໃຫ້ທຳນອງລຳໃຕ້ໄດ້ໂບຍບິນຢ່າງເຕັມທີ່ ໂດຍບໍ່ມີໃຜຍາດຊີງພື້ນທີ່ຂອງໃຜ.
ສີມືໂປຣດິວເຊີຝັ່ງໄທ ຜູ້ສ້າງເວທີໃຫ້ຈິດວິນຍານຂອງ “ໝໍລຳ ອິນແຕ່ງ ແກ້ວບົວລາ”

ຫົວໃຈສຳຄັນທີ່ເຮັດໃຫ້ບົດເພງນີ້ມີຊີວິດຊີວາ ແລະ ບໍ່ກາຍເປັນພຽງດົນຕີ Remix ທົ່ວໄປ ຄືສຽງຮ້ອງຂອງ ໝໍລຳ ອິນແຕ່ງ ແກ້ວບົວລາ ທີ່ຖືກໂອບອຸ້ມດ້ວຍວິໄສທັດ ຄວາມເຂົ້າໃຈ ແລະ ສີມືການຮຽບຮຽງຂອງໂປຣດິວເຊີຝັ່ງໄທຢ່າງ U-bore / ບ.ບາງພຣະ (ວິນ ຊູຈິຕາຣົມ) ໃນນາມ Srirajah Sound System ຜູ້ເບິ່ງເຫັນຈຸດເຊື່ອມຕໍ່ທີ່ເຊື່ອງຊ້ອນຢູ່ລະຫວ່າງສອງວັດທະນະທຳນີ້.
ໃນທາງຈິດຕະວິທະຍາຂອງສຽງ ມະນຸດເຮົາຈະຕອບສະໜອງຕໍ່ “ຄວາມຈິງໃຈ” (Authenticity) ຫຼາຍກວ່າຄວາມສົມບູນແບບທີ່ປຸງແຕ່ງດ້ວຍຄອມພິວເຕີ. ສຽງເອື້ອນທີ່ມີຄວາມສາກ ຄວາມອົບອຸ່ນ ແລະ ກິ່ນອາຍຊີວິດຈິງຂອງໝໍລຳ ອິນແຕ່ງ ແກ້ວບົວລາ ບໍ່ຕ່າງຫຍັງກັບການຮ້ອງແບບ Soul ຂອງນັກຮ້ອງຕາເວັນຕົກ ທີ່ໃຊ້ປະສົບການຊີວິດເປັນຕົວນຳທາງ.
ໂປຣດິວເຊີຝັ່ງໄທຜູ້ຢູ່ເບື້ອງຫຼັງໂປຣເຈັກນີ້ ເຮັດວຽກດ້ວຍຄວາມເຂົ້າໃຈແລະໃຫ້ກຽດສຽງຮ້ອງຕົ້ນສະບັບຢ່າງສູງ.
ພວກເຂົາເລືອກໃຊ້ດົນຕີສະໄໝໃໝ່ ໂດຍການສ້າງໂຄງສ້າງຊາວດົນຕີ Lovers Rock ທີ່ອົບອຸ່ນ ເພື່ອເປັນ “ເວທີ” ໃຫ້ສຽງຮ້ອງຂອງໝໍລຳ ອິນແຕ່ງ ແກ້ວບົວລາ ໄດ້ຢືນຢູ່ແຖວໜ້າຢ່າງສະຫງ່າງາມ. ນີ້ຄືພະລັງຂອງການຮ່ວມມືຂ້າມຝັ່ງຂອງ ທີ່ໃຊ້ທັກສະການຜະລິດລະດັບສາກົນມາຂະຫຍາຍສຽງຂອງສິລະປິນພື້ນບ້ານໃຫ້ຊັດເຈນຍິ່ງຂຶ້ນ.
ດັ່ງຄຳຖະແຫຼງຂອງ ວິນ Win Chujitarom ຜູ້ເປັນໂປຣດິວເຊີໃນນາມ Srirajah Sound System ບອກວ່າ
ผมเป็นคนไทย(ศรีราชา)ครับผม ผมมีความหลงไหลในความเป็นลาวทุกระบบ ในพาสปอร์ดมีแต่แสตมป์จากประเทศลาวครับผม […]
เพลงนี้ถูกทำบีทที่บ้านหอมไกลดง,เชียงดาว,เชียงใหม่ ประเทศไทย
จากนั้นได้เดินทางต่อไป คณะดอกฟ้าเพชรโพนทอง เมืองปากเซ,จำปาสัก,ประเทศลาว
”วัตถุประสงค์เพื่อสานสัมพันธ์หมู่เฮา“
เพลงนี้หมอลำอินแต่งเป็นผู้ขับร้อง(1take) ขน้อยเป็นคนทำดนตรีและเรียบเรียงขึ้นมาใหม่ทั้งหมด ทั้งหมดทั้งมวลคือความร่วมมือร่วมใจกันอย่างแท้จริงไทย-ลาว ถือเป็นเจ้าของ ”ร่วมกัน“
อินแต่ง และผมขอให้เพลงนี้เป็นของร่วมระหว่างเราสอง
หนุ่มสาวไทยลาว เราเลิกเถียงแล้วไปฟ้อนกันในเพลงนะครับ
ฮักกันเด้อหมู่เฮา Srirajah Sound System
ໂມເດວ Creative Economy ຂ້າມຝັ່ງຂອງ ສູ່ໂລກຂອງ GTA VI

ໃນມູມມອງຂອງເສດຖະກິດສ້າງສັນ ຫຼື Creative Economy ນີ້ຄືໂມເດວການຮ່ວມມືຂ້າມພົມແດນທີ່ໜ້າຈັບຕາທີ່ສຸດ. ຝັ່ງລາວມີວັດຖຸດິບທາງວັດທະນະທຳ ແລະ ສິລະປິນຊັ້ນຄູທີ່ມີຈິດວິນຍານອັນບໍລິສຸດ ໃນຂະນະທີ່ຝັ່ງໄທມີໂຄງສ້າງພື້ນຖານ ມີທັກສະການປຸງແຕ່ງຊາວໃຫ້ທັນສະໄໝ ແລະ ເຄືອຂ່າຍອຸດສາຫະກຳດົນຕີທີ່ເຊື່ອມຕໍ່ກັບຕະຫຼາດໂລກ.
ເມື່ອສອງຈຸດແຂງນີ້ມາປະສານກັນ ມັນຈຶ່ງກາຍເປັນພະລັງສ້າງສັນ ທີ່ສາມາດພາສຽງເພງຈາກລຸ່ມແມ່ນ້ຳຂອງທະລຸກຳແພງໄປສູ່ເວທີສາກົນໄດ້ສຳເລັດ.
ຫຼັກຖານທີ່ຊັດເຈນທີ່ສຸດວ່າ ການຮ່ວມມືຂ້າມຝັ່ງຂອງຄັ້ງນີ້ໄດ້ກ້າວຂ້າມຂີດຈຳກັດທາງພູມສາດໄປແລ້ວ ຄືການທີ່ບົດເພງນີ້ໄດ້ໄປປະກົດຢູ່ໃນເກມລະດັບສູງສຸດຂອງໂລກ ນັ້ນຄື Grand Theft Auto VI (GTA VI).
ຕະຫຼອດຫຼາຍທົດສະວັດທີ່ຜ່ານມາ ລະບົບວິທະຍຸໃນເກມຕະກູນ GTA ປຽບຄືກັບ “ສະຖາບັນຄັດສັນດົນຕີລະດັບໂລກ” (Cultural Curator) ທີ່ພາຄົນຫຼິ້ນເກມຫຼາຍສິບລ້ານຄົນໄປຮູ້ຈັກກັບບົດເພງຫາຍາກ ດົນຕີ Dub ຈາກຄາຣິບບຽນ ໄປຈົນເຖິງເພງຄລາສສິກຈາກທຸກມຸມໂລກ. ການທີ່ສຽງລຳໃຕ້ຈາກສີພັນດອນ ແລະ ສຽງຮ້ອງຂອງໝໍລຳ ອິນແຕ່ງ ແກ້ວບົວລາ ໄດ້ດັງກ້ອງຜ່ານລຳໂພງລົດໃນໂລກຂອງ Vice City ແລະ ລັດ Leonida ໄປສູ່ຫູຂອງຜູ້ຫຼິ້ນທົ່ວໂລກ ບໍ່ວ່າຈະຢູ່ນິວຢອກ ລອນດອນ ໂຕກຽວ ບາງກອກ ຫຼື ວຽງຈັນ ຄືປະຫວັດສາດໜ້າໃໝ່ຂອງວົງການສ້າງສັນລາວ ແລະ ອາຊຽນ.
ມັນພິສູດໃຫ້ເຫັນວ່າ ວັດທະນະທຳທ້ອງຖິ່ນ (Hyper-local) ບໍ່ຈຳເປັນຕ້ອງປ່ຽນພາສາ ຫຼື ລຶບຕົວຕົນຂອງຕົວເອງເພື່ອໃຫ້ໂລກຍອມຮັບ. ເມື່ອມັນຖືກຖ່າຍທອດຜ່ານພາສາດົນຕີທີ່ມີລົດສະນິຍົມແລະໄດ້ມາດຕະຖານສາກົນ ສຽງແຄນແລະສຽງລຳຈາກໝູ່ເກາະນ້ອຍໆໃນແມ່ນ້ຳຂອງ ກໍສາມາດກາຍເປັນສ່ວນໜຶ່ງຂອງວັດທະນະທຳກະແສຫຼັກຂອງໂລກໄດ້ຢ່າງພາກພູມໃຈ.
ວັດທະນະທຳບໍ່ແມ່ນສິ່ງທີ່ເອົາໄວ້ຂຶ້ນຫິ້ງ ແຕ່ຄືຊີວິດຈິດໃຈທີ່ຕ້ອງເຕີບໂຕຕາມການເວລາ
ສິ່ງທີ່ໜ້າສົນໃຈທີ່ສຸດຂອງປາກົດການ SI PHAN DON LOVERS ROCK ໃຫ້ບົດຮຽນທີ່ສຳຄັນກັບຄົນເຮັດວຽກສ້າງສັນໃນບ້ານເຮົາ ມັນຄືມຸມມອງຕໍ່ “ການອະນຸລັກ ແລະ ພັດທະນາວັດທະນະທຳ” ໃຫ້ຢູ່ຄູ່ກັບໂລກ.
ເຮົາມັກຈະຕິດກັບດັກຄວາມຄິດທີ່ວ່າ ການຮັກສາວັດທະນະທຳຄືການແຊ່ແຂງມັນໄວ້ໃຫ້ຄືເກົ່າທີ່ສຸດ ຫ້າມແຕະຕ້ອງ ຫ້າມປ່ຽນແປງ. ແຕ່ໃນຄວາມເປັນຈິງ ວັດທະນະທຳທີ່ຖືກຂັງໄວ້ໃນຕູ້ໂຊ ຄືວັດທະນະທຳທີ່ອາດຈະກຳລັງລໍຖ້າມື້ທີ່ທຸກຄົນລືມ. ໃນທາງກົງກັນຂ້າມ ວັດທະນະທຳຈະມີຊີວິດຢູ່ໄດ້ກໍຕໍ່ເມື່ອມັນໄດ້ອອກໄປ “ສົນທະນາ” ກັບໂລກຄວາມຈິງພາຍນອກ.
ການຈັບມືກັນລະຫວ່າງສຽງລຳຂອງໝໍລຳ ອິນແຕ່ງ ແກ້ວບົວລາ ກັບຈັງຫວະ Lovers Rock ຈາກສີມືໂປຣດິວເຊີຝັ່ງໄທ ຈົນເດີນທາງໄປໄກເຖິງໂລກຂອງ GTA VI ໄດ້ພິສູດແລ້ວວ່າ ຮາກເຫງົ້າທີ່ແຂງແຮງບໍ່ເຄີຍຢ້ານການປ່ຽນແປງ… ເພາະສຽງດົນຕີທີ່ແທ້ຈິງ ບໍ່ເຄີຍຮູ້ຈັກຄຳວ່າພົມແດນ.
ພາບປະກອບ: Muan.Space / ຂອບໃຈຜົນງານຈາກ Srirajah Sound System / timeout.com