ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips “ໂດຍໄດ້” ຕອບຮັບວຽກ ແຕ່ບໍ່ເຂົ້າໃຈທີ່ຫົວໜ້າສັ່ງ ຄວນເຮັດແນວໃດດີ?
Muan RelationTips

“ໂດຍໄດ້” ຕອບຮັບວຽກ ແຕ່ບໍ່ເຂົ້າໃຈທີ່ຫົວໜ້າສັ່ງ ຄວນເຮັດແນວໃດດີ?

ແບ່ງປັນ

ເຊື່ອວ່າຫຼາຍຄົນກະໜ້າຈະເຄີຍພົບກັບສະຖານະການນີ້, ຄືການຕອບຮັບວຽກທີ່ຫົວໜ້າສັ່ງມາແລ້ວໂດຍທີ່ຕົວເອງກະຍັງບໍ່ເຂົ້າໃຈລາຍລະອຽດ 100 %, ເລີຍເຮັດໃຫ້ເຮົາກັບມານັ່ງງົງກັບສິ່ງທີ່ໄດ້ຮັບມອບໝາຍມາຫຼືເຮົາເອງກະຍັງບໍ່ແນ່ໃຈກັບສິ່ງທີ່ຫົວໜ້າສັ່ງມາ.

ບໍ່ວ່າຈະຈາກເຮົາທີ່ຮັບສານຜິດຫຼືເປັນນຳຫົວໜ້າທີ່ສື່ສານບໍ່ຄ່ອຍຊັດເຈນ ແຕ່ແນວໃດກໍຕາມ,ເຮົາເອງທີ່ເປັນຄົນເຮັດວຽກ ບໍ່ມີທາງເລືອກຫຼາຍ ຄັນຖາມຄືນກະຢ້ານຖືກເວົ້າໃຫ້ວ່າບໍ່ຕັ້ງໃຈຟັງອີກ. ດັ່ງນັ້ນເຮົາກໍຄວນຮັບສິ່ງທີ່ຫົວໜ້າສື່ສານມັນອອກມາໃຫ້ໄດ້ກົງຕາມສິ່ງທີ່ຫົວໜ້າຕ້ອງການ.

ແລ້ວຊິເຮັດແນວໃດບໍ່ໃຫ້ສິ່ງນີ້ເກີດຂຶ້ນຊ້ຳອີກ? ມື້ນີ້ມ່ວນເລີຍຢາກມາແນະນຳທິບສ໌ດີໆໃນການຮັບຟັງບຣີຟຈາກຫົວໜ້າ ເພື່ອໃຫ້ການເຮັດວຽກເປັນໄປຢ່າງດີ ຈະໄດ້ບໍ່ມາງົງອີກ.

1. ຕັ້ງສະຕິກຽມຟັງ ແລະ ຈົດ

ເຮົາຕ້ອງຟັງເພື່ອຈັບຈຸດໃຈຄວາມໃຫ້ໄດ້ວ່າຫົວໜ້າກຳລັງເວົ້າເຖິງຫຍັງ,ໝາຍເຖິງວຽກໃດ,ກຳລັງອອກຄວາມຄິດເຫັນຫຼືກຳລັງເວົ້າລອຍໆ ແລ້ວຈົດສະຫຼຸບສິ່ງທີ່ເປັນໃຈຄວາມສຳຄັນລົງໄປ ແລະ ຄວນກຽມຄຳຖາມທີ່ເຮົາຍັງບໍ່ເຂົ້າໃຈເພື່ອຖາມຄືນອີກຄັ້ງ.

2. ຖາມຊ້ຳຄືນເພື່ອຄວາມແນ່ໃຈ

ການຢ້ຳຖາມຄືນເປັນສິ່ງທີ່ເຮົາຄວນເຮັດ ເພື່ອກວດຄວາມແນ່ໃຈກັບສິ່ງທີ່ຫົວໜ້າເວົ້າກັບສິ່ງທີ່ເຮົາຈົດນັ້ນກົງກັນຫຼືບໍ່.ເຮົາອາດຂໍອະນຸຍາດເພື່ອອັດສຽງໄວ້ ເພືອໃຫ້ຢັ້ງຢືນກັບສິ່ງທີ່ໄດ້ຮັບມາ ຍັງເປັນການຫຼຸດຜ່ອນການເຂົ້າໃຈຜິດອີກນຳ.

3. ພັກຜ່ອນໃຫ້ພຽງພໍ

ການນອນບໍ່ພໍເຮັດໃຫ້ເຮົາເຈັບຫົວ,ສະໝອງບໍ່ແລ່ນ ອາດເຮັດໃຫ້ເຮົາເບີໆເມື່ອກຳລັງຟັງສິ່ງທີ່ຫົວໜ້າສັ່ງວຽກ ກໍ່ໃຫ້ເກີດບັນຫາຕາມມາໄດ້ .

4. ເຝິກສະມາທິ

ເພື່ອໃຫ້ເຮົາໄດ້ຈົດຈໍ່ກັບສິ່ງທີ່ກຳລັງຟັງໄດ້ຫຼາຍຂຶ້ນ ແລະ ມີສະຕິໃນການຮັບຟັງເພື່ອໃຫ້ສິ່ງທີ່ເຮົາໄດ້ຮັບມາກົງກັບສິ່ງທີ່ຫົວໜ້າໄດ້ມອບໝາຍໃຫ້.

ແນວໃດກໍຕາມສິ່ງນີ້ກະຍັງຄົງເປັນບັນຫາກວນໃຈຂອງໃຜຫຼາຍຄົນ ແຕ່ຖ້າເຮົາພະຍາຍາມແລ້ວຍັງເກີດເຫດການແບບນັ້ນຄືເກົ່າກໍບໍ່ຟ້າວດ່ວນໂທດຕົວເອງເທື່ອ ເພາະມັນກໍອາດບໍ່ແມ່ນຍ້ອນເຮົາ ແຕ່ອາດເປັນຍ້ອນຫົວໜ້າເອງທີ່ສື່ສານບໍ່ຊັດເຈນ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  5 ຄວາມສຳັພນແປກໆ ໃຜທີ່ຢາກມີຮັກແທ້ຄວນຫຼີກລ້ຽງ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ຫຼາຍຄັ້ງທີ່ເຮົາມັກຈະເບິ່ງວ່າການທີ່ຢູ່ໃນຄວາມສຳພັນໃດໜຶ່ງ ພຽງຮັກກັນກໍພໍແລ້ວ ແຕ່ເວລາຜ່ານໄປຄວາມຮັກພຽງຢ່າງດຽວອາດຈະບໍ່ພຽງພໍທີ່ຈະສ້າງອະນາຄົດທີ່ໝັ້ນຄົງໄດ້ ຖ້າບໍ່ມີເປົ້າໝາຍ ຫຼື ທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

ຍ້ອນຮັກຫຼາຍຈຶ່ງລະແວງ? Trust Issues ກຳລັງທຳຮ້າຍຄວາມສຳພັນ ເຂົ້າໃຈ ແລະ ຮັບມື ບັນຫາທີ່ເກີດຈາກຄວາມບໍ່ໄວ້ໃຈກັນ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.