ຣີວິວ ສັງສິນໄຊ 2026: ຈາກປຶ້ມແບບຮຽນ ສູ່ລະຄອນເວທີເຕັ້ນທີ່ໂຄດອະລັງການ ຈົນເຮົາຢາກໃຫ້ເຈົ້າໄປເບິ່ງດ້ວຍຕົວເອງ

ຖ້າເວົ້າເຖິງ ສັງສິນໄຊ ເຊື່ອວ່າຫຼາຍຄົນຄົງຈະນຶກເຖິງບົດຮຽນວັນນະຄະດີໃນຫ້ອງຮຽນສະໄໝມັດທະຍົມ ທີ່ເຮົາຄຸ້ນເຄີຍກັນດີ. ແຕ່ໃນປີ 2026 ນີ້ ຄວາມຊົງຈຳເຫຼົ່ານັ້ນໄດ້ຖືກນຳມາປັດຝຸ່ນໃໝ່ ແລະ ຖ່າຍທອດອອກມາໃນຮູບແບບທີ່ທັນສະໄໝກວ່າເກົ່າ ກັບ ລະຄອນເວທີເຕັ້ນ “ສັງສິນໄຊ” ຜົນງານການຜະລິດສຸດປານີດຈາກ Fanglao Dance Studio ເຊິ່ງເປັນສ່ວນໜຶ່ງຂອງເທດສະການໄວໜຸ່ມ UYD 2026.
ທີມງານ Muan ໄດ້ມີໂອກາດເຂົ້າຊົມການສະແດງຮອບທຳອີດ ເມື່ອວັນທີ 4 ມີນາ 2026 ທີ່ຜ່ານມາ ແລະ ບອກໄດ້ຄຳດຽວເລີຍວ່າ: ນີ້ຄືການສະແດງທີ່ຍິ່ງໃຫຍ່ທີ່ສຸດແຫ່ງປີ ທີ່ຄົນຮັກສິລະປະ ແລະ ຢາກເບິ່ງການສະແດງທີ່ບໍ່ຄ່ອຍມີໃນລາວ ບໍ່ຄວນພາດ.
ສິ່ງທຳອິດທີ່ເຮັດໃຫ້ເຮົາຕົກຕະລຶງແມ່ນ ງານສ້າງ ທີ່ກ້າຂ້າມຂີດຈຳກັດຂອງລະຄອນເວທີລາວ.
ບໍ່ວ່າຈະເປັນຈຳນວນນັກສະແດງທີ່ມີຫຼາຍເຖິງ 80 ຊີວິດ ເຮັດໃຫ້ທຸກສາກເທິງເວທີເບິ່ງມີພະລັງ ແລະ ແໜ້ນໜາຕະຫຼອດເວລາ ບວກກັບເຄື່ອງແຕ່ງກາຍທີ່ອອກແບບມາຢ່າງລະອຽດປານີດ ແນມເບິ່ງແນວໃດກໍງາມ ແລະ ຊົງຄຸນຄ່າ ແຕ່ໃນຂະນະດຽວກັນກໍຍັງມີຄວາມເທ້ທີ່ເຂົ້າກັບຍຸກສະໄໝ.
ລວມໄປເຖິງລະບົບແສງ ສີ ແລະ ສຽງ ທີ່ຖືກອອກແບບມາເພື່ອເພີ່ມອັດຖະລົດໃຫ້ກັບຜູ້ຊົມຢ່າງແທ້ຈິງ ເຮັດໃຫ້ເຮົາຮູ້ສຶກຄືກັບຖືກດຶງເຂົ້າໄປຢູ່ໃນໂລກຂອງສັງສິນໄຊແທ້ໆ ຕັ້ງແຕ່ເລີ່ມຈົນຈົບການສະແດງ.


ໃນສ່ວນຂອງການສະແດງນັ້ນ ເຮົາຕ້ອງຂໍຊົມເຊີຍນັກສະແດງທຸກຄົນທີ່ສາມາດນຳສະເໜີບົດບາດຂອງຕົນເອງອອກມາໄດ້ຢ່າງເປັນທຳມະຊາດ ແລະ ມີສະເໜ່ຫຼາຍ.
ເຖິງວ່າຈະເປັນລະຄອນເວທີທີ່ຕ້ອງມີການສະແດງອອກທາງອາລົມແບບຊັດເຈນ ຫຼື ທີ່ເຮົາເອີ້ນວ່າ ໂອເວີແອັກຕິງ (overacting) ແຕ່ພວກເຂົາກໍເຮັດໄດ້ພໍດີ ບໍ່ຫຼາຍບໍ່ໜ້ອຍເກີນໄປ ຈົນສ້າງຄວາມມ່ວນຊື່ນໃຫ້ກັບຜູ້ເບິ່ງໄດ້ຕະຫຼອດ.
ໂດຍສະເພາະການຖ່າຍທອດຄາແຣັກເຕີຂອງຕົວລະຄອນຫຼັກ ດຊັ່ນ: ສິນໄຊ, ສີໂຫ ແລະ ສັງທອງ ທີ່ເຮັດໃຫ້ເຮົາຈື່ໄດ້ທັນທີວ່າໃຜເປັນໃຜ ລວມໄປເຖິງຕົວລະຄອນສີສັນເຊັ່ນ: ຍັກກຸມພັນ, ບັນດາຍັກໃນປ່າ, ບັນດາອ້າຍທັງ 6 ຄົນ ຕະຫຼອດຮອດຊາວບ້ານ ແລະ ບໍລິວານ ທີ່ຕ່າງກໍມີຈັງຫວະການສະແດງທີ່ໂດດເດັ່ນ ແລະ ສ້າງພາບຈຳໃຫ້ກັບຜູ້ຊົມໄດ້ເປັນຢ່າງດີ.



ສິ່ງທີ່ໜ້າຊົມເຊີຍທີ່ສຸດ ແລະ ສ້າງຄວາມປະທັບໃຈອີກຢ່າງແມ່ນ ບົດເວົ້າ (Dialogue). ນັກສະແດງທຸກຄົນລົມກັນໄດ້ເປັນທຳມະຊາດຫຼາຍ ພາສາທີ່ໃຊ້ກໍເຂົ້າເຖິງງ່າຍ ບໍ່ປະດິດປະດອຍຈົນເກີນໄປ ເຮັດໃຫ້ເຮົາຮູ້ສຶກວ່າຕົວລະຄອນເຫຼົ່ານີ້ມີຊີວິດຢູ່ແທ້ໆ ບໍ່ແມ່ນພຽງແຕ່ຕົວລະຄອນໃນຕຳນານທີ່ກຳລັງຖືສວມບົດບາດເທິງເວທີການສະແດງ.
ດ້ວຍຄວາມຍາວການສະແດງເກືອບ 3 ຊົ່ວໂມງ ທີ່ສອດແຊກທັງຄວາມຕື່ນເຕັ້ນ ແລະ ມຸກຕະຫຼົກທີ່ສ້າງສຽງຫົວໄດ້ຕະຫຼອດເລື່ອງ ເຮັດໃຫ້ເຮົາຮູ້ສຶກວ່າເວລານັ້ນຜ່ານໄປໄວຫຼາຍ. ການທີ່ຄົນເບື້ອງໜ້າ ແລະ ເບື້ອງຫຼັງກວ່າ 100 ຊີວິດ ມາຮ່ວມແຮງຮ່ວມໃຈກັນສ້າງຜົນງານລະດັບນີ້ ຖືເປັນການຍົກລະດັບວົງການສິລະປະລາວໃຫ້ກ້າວໄປອີກຂັ້ນ.
ສິ່ງເຫຼົ່ານີ້ທັງໝົດທີ່ເຮົາເລົ່າມາ ສະທ້ອນໃຫ້ເຫັນເຖິງການຝຶກຊ້ອມຢ່າງໜັກໜ່ວງຂອງທີມງານທັງເບື້ອງໜ້າ ແລະ ເບື້ອງຫຼັງ ເພື່ອໃຫ້ຜົນງານອອກມາສົມບູນແບບທີ່ສຸດ.
ສຸດທ້າຍນີ້ ຖ້າມີຫຍັງທີ່ເຮົາຢາກບອກກັບທຸກຄົນ ກໍຄືຢາກໃຫ້ລອງໄປເປີດໃຈສຳຜັດກັບການສະແດງລະຄອນເວທີໃນຄັ້ງນີ້ດ້ວຍຕົນເອງ ເພາະໂອກາດທີ່ຈະໄດ້ເຫັນງານສິລະປະທີ່ໃຊ້ແຮງກາຍ ແລະ ແຮງໃຈຂອງຄົນກວ່າ 100 ຊີວິດມາລວມກັນແບບນີ້ບໍ່ໄດ້ມີເລື້ອຍໆ.



ດ້ວຍລາຄາບັດເລີ່ມຕົ້ນ 280,000 ກີບ ເມື່ອທຽບກັບປະສົບການ ແລະ ຄວາມປະທັບໃຈທີ່ເຈົ້າຈະໄດ້ຮັບ ມັນຖືວ່າເປັນການລົງທຶນທີ່ກຸ້ມຄ່າທີ່ສຸດໃນການສະໜັບສະໜູນຜົນງານສ້າງສັນຂອງຄົນລາວ ແລະ ເປັນການພິສູດໃຫ້ເຫັນວ່າ ວັນນະຄະດີລາວສາມາດກ້າວໄປສູ່ຄວາມຮ່ວມສະໄໝໄດ້ຢ່າງສະຫງ່າງາມ.
ຢ່າລໍຖ້າໃຫ້ໃຜມາເລົ່າໃຫ້ຟັງ ເພາະສິລະປະທີ່ດີທີ່ສຸດຄືສິລະປະທີ່ເຈົ້າໄດ້ໄປເຫັນດ້ວຍຕາຂອງຕົນເອງ.
ການສະແດງຍັງມີອີກ 2 ຮອບ 🗓️ ໃນວັນສຸກທີ 6 ແລະ ວັນອາທິດທີ 8 ມີນາ 2026 ນີ້ 📍 ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ.
🎟️ ສາມາດຈອງບັດເຂົ້າຊົມໄດ້ທາງເວັບໄຊ Tickget.la