ສ່ອງເຄມີ ເຈແປນ – ເຊັນໂດ້ ຄູ່ວາຍຈາກຊີຣີສ໌ເລື່ອງໃໝ່ “ຮັກໃນສາຍໝອກ”

Key Takeaways:
- ມ່ວນ ໄດ້ປະກາດຄັດເລືອກນັກສະແດງສຳລັບຊີຣີສ໌ວາຍລາວເລື່ອງໃໝ່ ແລະ ຕອນນີ້ກໍໄດ້ເຜີຍໂສມໜ້ານັກສະແດງອອກມາແລ້ວ.
- ບົດນາຍເອກ ຊັນນີ້ ຮັບບົດໂດຍ ເຊັນໂດ້ ສະນິກອນ ດວງປາສິດ ເຊິ່ງເປັນຜົນງານການສະແດງເລື່ອງທຳອິດ.
- ເຈແປນ ມາໃນຄາແລັກເຕີພະເອກໜຸ່ມຫົວຮ້ອນ ແລະ ຂີ້ຫຶງ ເຊິ່ງຕ້ອງລຸ້ນກັນວ່າເຄມີຂອງຄູ່ນີ້ຈະເຂົ້າກັນໄດ້ດີໍ່່ຊຳ່ໃດ.
ຈາກທີ່ກ່ອນໜ້ານີ້ ມ່ວນ ເຄີຍໂພສປະກາດຄັດເລືອກນັກສະແດງສຳລັບຊີຣີສ໌ວາຍລາວເລື່ອງໃໝ່ ເຮັດເອົາຫຼາຍຄົນລຸ້ນວ່າໃຜຈະໄດ້ມາຮັບບົດຄູ່ ພະເອກ-ນາຍເອກ ແລະ ຕອນນີ້ກໍເຜີຍໂສມໜ້ານັກສະແດງອອກມາແລ້ວ ສາວວາຍກຽມໂຕຟິນໄດ້ເລີຍ.
ເລີ່ມຈາກທາງນາຍເອກ ຊັນນີ້ ຮັບບົດໂດຍ ເຊັນໂດ້ – ສະນິກອນ ດວງປາສິດ ໜຸ່ມໜ້າຫວານທີ່ມາພ້ອມຄາແລັກເຕີສົດໃສ ແລະ ເປັນຝ່າຍເດີນໜ້າຈີບຄົນທີ່ຕົນເອງປະທັບໃຈ ຫຼື ພະເອກທີ່ເປັນໄອດໍໃນດວງໃຈນັ້ນເອງ
ຊີຣີສ໌ເລື່ອງນີ້ຍັງເປັນຜົນງານການສະແດງເລື່ອງທຳອິດຂອງ ເຊັນໂດ້ ອີກດ້ວຍ ງານນີ້ກໍຕ້ອງລອງລຸ້ນກັນແລ້ວວ່ານ້ອງໃໝ່ຄົນນີ້ຈະຖ່າຍທອດຄາແລັກເຕີອອກມາໄດ້ໜ້າຮັກຂະໜາດໃດ.
ສ່ວນທາງພະເອກ ກໍໄດ້ ເຈແປນ – ສິດທິເດດ ແກ້ວຈຸມສີ ມາຮັບບົດສຳຄັນໃນເລື່ອງນີ້. ໃຜທີ່ເຄີຍຕິດຕາມຜົນງານຂອງເຈແປນຈາກຊີຣີສ໌ My Melody, Oh My Four ແລະ ໂນຣາ ນາຣີ ກໍຄົງຄຸ້ນໜ້າຄຸ້ນຕາກັນດີ.
ແຕ່ຄັ້ງນີ້ລາວຈະມາໃນຄາແລັກເຕີ ສາຍໝອກ ພະເອກໜຸ່ມຫົວຮ້ອນ ທີ່ເວລາຫຶງຂຶ້ນມາແລ້ວກໍບໍ່ໄດ້ເບົາໆເລີຍ ເຮົາໝາຍເຖິງຄວາມຫຼໍ່ໂຫດຫັ້ນນະ.
ເມື່ອຄົນໜຶ່ງສົດໃສ ກ້າຈີບ, ສ່ວນອີກຄົນກໍຫົວຮ້ອນ ແຖມຂີ້ຫຶງອີກ ຄູ່ນີ້ຈະມີເຄມີເຂົ້າກັນໄດ້ດີຂະໜາດໃດ? ແລ້ວຄວາມ “ຮັກໃນສາຍໝອກ” ຈະຫວານ ຫຼື ຈະມີເລື່ອງໃຫ້ລຸ້ນກັນແບບໃດ ຄົງຕ້ອງຖ້າຕິດຕາມກັນແລ້ວເນາະທຸກຄົນ





